ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ21 ເມສາ ໜ້າ 26-29
  • “ຕອນ​ນີ້​ຂ້ອຍ​ມັກ​ໄປ​ປະກາດ​ແລ້ວ!”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຕອນ​ນີ້​ຂ້ອຍ​ມັກ​ໄປ​ປະກາດ​ແລ້ວ!”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຂ້ອຍ​ເລີ່ມ​ບໍ່​ມີ​ຄວາມ​ສຸກ
  • ໄດ້​ບົດຮຽນ​ທີ່​ສຳຄັນ​ແບບ​ບໍ່​ຄາດ​ຄິດ
  • ຂ້ອຍ​ກັບ​ມາ​ມັກ​ວຽກ​ປະກາດ​ອີກ​ແລ້ວ
  • ຂ້ອຍ​ໄດ້​ຄູ່​ໄພໂອເນຍ​ທີ່​ຢູ່​ນຳ​ກັນ​ຕະຫຼອດ
  • ພະ​ເຢໂຫວາ​ໃຫ້​ສິ່ງ​ທີ່​ດີ​ຫຼາຍ​ຂຶ້ນ​ເລື້ອຍໆ​
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ນີ້​ບໍ່​ມີ​ອີກ​ແລ້ວ!
  • ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ “ຊີມ​ແລະ​ເຫັນ” ວ່າ​ພະ​ເຢໂຫວາ​ດີ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຫ21 ເມສາ ໜ້າ 26-29
ວາເນດຊາ ວໍຈິນີ.

ເລື່ອງ​ຊີວິດ​ຈິງ

“ຕອນ​ນີ້​ຂ້ອຍ​ມັກ​ໄປ​ປະກາດ​ແລ້ວ!”

ເລົ່າ​ໂດຍ ວາເນດຊາ ວໍຈິນີ

ຂ້ອຍ​ເກີດ​ຢູ່​ໃນ​ເມືອງ​ບາວກູຕາ ເຊິ່ງ​ຢູ່​ໃນ​ເກາະ​ໃຕ້​ຫຼື​ເຊົ້າ​ໄອແລນ​ຂອງ​ປະເທດ​ນູແວນເຊລັງ. ຕອນ​ຍັງ​ນ້ອຍ​ຂ້ອຍ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄວາມ​ຈິງ. ຂ້ອຍ​ມັກ​ໄປ​ປະຊຸມ​ຫຼາຍ​ແທ້ໆ ແລະ​ຂ້ອຍ​ກໍ​ຮູ້ສຶກ​ອົບອຸ່ນ ປອດໄພ ແລະ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ຢູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. ເຖິງ​ຂ້ອຍ​ຈະ​ເປັນ​ຄົນ​ຂີ້​ອາຍ ແຕ່​ຂ້ອຍ​ກໍ​ມັກ​ໄປ​ປະກາດ​ທຸກ​ອາທິດ. ຂ້ອຍ​ກ້າ​ປະກາດ​ກັບ​ໝູ່​ຢູ່​ໂຮງ​ຮຽນ​ແລະ​ຄົນ​ອື່ນໆ. ຂ້ອຍ​ພູມ​ໃຈ​ທີ່​ຈະ​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ຈຶ່ງ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ຕອນ​ອາຍຸ 11 ປີ.

ຂ້ອຍ​ເລີ່ມ​ບໍ່​ມີ​ຄວາມ​ສຸກ

ໜ້າ​ເສົ້າ ຕອນ​ທີ່​ຂ້ອຍ​ເລີ່ມ​ເປັນ​ໄວ​ລຸ້ນ ຂ້ອຍ​ກໍ​ບໍ່​ໄດ້​ສະໜິດ​ກັບ​ພະ​ເຢໂຫວາ​ຄື​ກັບ​ແຕ່​ກ່ອນ. ຂ້ອຍ​ຮູ້ສຶກ​ວ່າ​ໝູ່​ຢູ່​ໂຮງ​ຮຽນ​ມີ​ອິດ​ສະຫຼະ​ຫຼາຍ ແລະ​ຂ້ອຍ​ກໍ​ຢາກ​ມີ​ອິດ​ສະຫຼະ​ແບບ​ນັ້ນ​ຄື​ກັນ. ຂ້ອຍ​ຮູ້ສຶກ​ວ່າ​ກົດ​ທີ່​ພໍ່​ແມ່​ຕັ້ງ​ຂຶ້ນ​ແລະ​ຫຼັກ​ການ​ຂອງ​ຄລິດສະຕຽນ​ເຄັ່ງ​ຄັດ​ໂພດ ແລະ​ຄິດ​ວ່າ​ການ​ນະມັດສະການ​ພະ​ເຢໂຫວາ​ຫຍຸ້ງຍາກ​ຫຼາຍ. ເຖິງ​ຂ້ອຍ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຢູ່​ແທ້ ແຕ່​ຂ້ອຍ​ກໍ​ບໍ່​ໄດ້​ຮູ້ສຶກ​ໃກ້​ຊິດ​ກັບ​ເພິ່ນ​ເລີຍ.

ຂ້ອຍ​ຍັງ​ໄປ​ປະກາດ​ຢູ່ ແຕ່​ຂ້ອຍ​ກໍ​ເຮັດ​ພໍ​ເປັນ​ພິທີ​ຊື່ໆ. ຕອນ​ທີ່​ໄປ​ປະກາດ​ຂ້ອຍ​ບໍ່​ໄດ້​ກຽມ​ຕົວ​ເລີຍ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ບໍ່​ຮູ້​ວ່າ​ຊິ​ເລີ່ມ​ປະກາດ​ແນວ​ໃດ. ນີ້​ເຮັດ​ໃຫ້​ຂ້ອຍ​ບໍ່​ມີ​ລາຍ​ຢ້ຽມ​ຫຼື​ນັກ​ສຶກສາ ແລະ​ຂ້ອຍ​ກໍ​ບໍ່​ມີ​ຄວາມ​ສຸກ​ຕອນ​ທີ່​ໄປ​ປະກາດ ຈາກ​ນັ້ນ​ຂ້ອຍ​ກໍ​ບໍ່​ມັກ​ການ​ປະກາດ​ເລີຍ. ຂ້ອຍ​ເວົ້າ​ກັບ​ຕົວ​ເອງ​ວ່າ ‘ໃຜ​ຊິ​ໄປ​ປະກາດ​ທຸກ​ທິດ​ທຸກ​ເດືອນ​ແບບ​ນີ້​ໄດ້?’

ຕອນ​ອາຍຸ 17 ປີ​ຂ້ອຍ​ຢາກ​ໃຊ້​ຊີວິດ​ແບບ​ອິດ​ສະຫຼະ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເກັບ​ເຄື່ອງ​ຂອງ​ແລະ​ຍ້າຍ​ໄປ​ຢູ່​ອົດສະຕຣາລີ. ພໍ່​ແມ່​ເສຍໃຈ​ຫຼາຍ​ທີ່​ຂ້ອຍ​ເຮັດ​ແບບ​ນັ້ນ. ພວກ​ເພິ່ນ​ເປັນ​ຫ່ວງ​ຂ້ອຍ​ຫຼາຍ ແຕ່​ພວກ​ເພິ່ນ​ກໍ​ຄິດ​ວ່າ​ຂ້ອຍ​ຈະ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ.

ຕອນ​ຢູ່​ອົດສະຕຣາລີ ຄວາມ​ເຊື່ອ​ຂອງ​ຂ້ອຍ​ກໍ​ແຮ່ງ​ອ່ອນ​ລົງ​ເລື້ອຍໆ. ຂ້ອຍ​ເລີ່ມ​ຂາດ​ການ​ປະຊຸມ ຂ້ອຍ​ຫຼິ້ນ​ນຳ​ໄວ​ລຸ້ນ​ທີ່​ມີ​ນິດໄສ​ຄື​ຂ້ອຍ. ມື້​ໜຶ່ງ​ເຮົາ​ກໍ​ໄປ​ປະຊຸມ ແລະ​ອີກ​ມື້​ໜຶ່ງ​ກໍ​ໄປ​ກິນ​ເຫຼົ້າ​ແລະ​ເຕັ້ນ​ຢູ່​ເທັກ​ຢູ່​ບາ. ເມື່ອ​ຄິດ​ເຖິງ​ຊີວິດ​ໃນ​ຕອນ​ນັ້ນ ຂ້ອຍ​ຮູ້​ວ່າ​ຂ້ອຍ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ທັງ​ຊິ​ຢູ່​ຝ່າຍ​ພະ​ເຢໂຫວາ​ແລະ​ຢູ່​ຝ່າຍ​ໂລກ. ແຕ່​ຂ້ອຍ​ກໍ​ບໍ່​ມີ​ຄວາມ​ສຸກ​ເລີຍ.

ໄດ້​ບົດຮຽນ​ທີ່​ສຳຄັນ​ແບບ​ບໍ່​ຄາດ​ຄິດ

ສອງ​ປີ​ຕໍ່​ມາ ຂ້ອຍ​ກໍ​ຮູ້ຈັກ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊ່ອຍ​ໃຫ້​ຂ້ອຍ​ເລີ່ມ​ຄິດ​ວ່າ​ຈະ​ໃຊ້​ຊີວິດ​ແນວ​ໃດ. ຂ້ອຍ​ພັກ​ຢູ່​ກັບ​ພີ່ນ້ອງ​ຍິງ​ໂສດ 5 ຄົນ ແລະ​ພວກ​ເຮົາ​ກໍ​ໄດ້​ເຊີນ​ຜູ້​ດູ​ແລ​ໝວດ​ກັບ​ເມຍ​ຊື່​ທາ​ມາຣາ​ມາ​ພັກ​ຢູ່​ເຮືອນ​ອາທິດ​ໜຶ່ງ. ຕອນ​ທີ່​ຜູ້​ດູ​ແລ​ໝວດ​ໄປ​ເຮັດ​ວຽກ​ຂອງ​ປະຊາຄົມ ທາ​ມາຣາ​ກໍ​ໄດ້​ໃຊ້​ເວລາ​ກັບ​ພວກ​ເຮົາ​ແລະ​ລົມ​ກັນ​ຢ່າງ​ມ່ວນ​ຊື່ນ. ທາມາຣາ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ແລະ​ເປັນ​ກັນ​ເອງ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ. ຂ້ອຍ​ບໍ່​ຄິດ​ເລີຍ​ວ່າ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຈະ​ມັກ​ມ່ວນ​ແບບ​ນີ້.

ທາມາຣາ​ເປັນ​ຄົນ​ທີ່​ດຸ​ໝັ່ນ​ຫ້າວຫັນ​ໃນ​ວຽກ​ປະກາດ ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ແບບ​ນັ້ນ. ນີ້​ເຮັດ​ໃຫ້​ຄົນ​ອື່ນ​ຢາກ​ເຮັດ​ຄື​ກັນ​ກັບ​ລາວ. ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ດີ​ທີ່​ສຸດ. ແຕ່​ຂ້ອຍ​ພັດ​ບໍ່​ມີ​ຄວາມ​ສຸກ​ເລີຍ​ເພາະ​ຂ້ອຍ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ເຕັມທີ. ການ​ທີ່​ລາວ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ແລະ​ມີ​ຄວາມ​ສຸກ​ສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ຂ້ອຍ​ຫຼາຍ. ຕົວຢ່າງ​ຂອງ​ທາມາຣາ​ເຮັດ​ໃຫ້​ຂ້ອຍ​ຄິດ​ເຖິງ​ຄວາມ​ຈິງ​ທີ່​ສຳຄັນ​ທີ່​ວ່າ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ຮັບໃຊ້​ເພິ່ນ “ຢ່າງ​ມີ​ຄວາມ​ສຸກ” ແລະ “ຮ້ອງ​ດີ​ໃຈ.”—ເພງ. 100:2, ລ.ມ.

ຂ້ອຍ​ກັບ​ມາ​ມັກ​ວຽກ​ປະກາດ​ອີກ​ແລ້ວ

ຂ້ອຍ​ຢາກ​ມີ​ຄວາມ​ສຸກ​ຄື​ກັບ​ທາ​ມາຣາ. ແຕ່​ເພື່ອ​ຈະ​ເປັນ​ແບບ​ນັ້ນ​ໄດ້ ຂ້ອຍ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ແທ້ໆ. ຂ້ອຍ​ບໍ່​ໄດ້​ປ່ຽນ​ແປງ​ຕົວ​ເອງ​ບາດ​ດຽວ ແຕ່​ຂ້ອຍ​ຄ່ອຍໆ​ເຮັດ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ. ຂ້ອຍ​ເລີ່ມ​ກຽມ​ຕົວ​ກ່ອນ​ໄປ​ປະກາດ ແລະ​ສະໝັກ​ເປັນ​ໄພໂອເນຍ​ສົມທົບ​ບາງ​ເທື່ອ. ການ​ເຮັດ​ແບບ​ນີ້​ຊ່ອຍ​ຂ້ອຍ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ແລະ​ບໍ່​ຢ້ານ​ຫຼາຍ​ເກີນ​ໄປ. ເມື່ອ​ຂ້ອຍ​ໃຊ້​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ ຂ້ອຍ​ກໍ​ມ່ວນ​ກັບ​ການ​ປະກາດ​ຫຼາຍ​ຂຶ້ນ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ເປັນ​ໄພໂອເນຍ​ສົມທົບ​ປະຈຳ.

ຂ້ອຍ​ເລີ່ມ​ເປັນ​ໝູ່​ກັບ​ພີ່ນ້ອງ​ທີ່​ມີ​ອາຍຸ​ຕ່າງ​ກັນ​ເຊິ່ງ​ເຂົາ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ຮັບໃຊ້​ເພິ່ນ. ຕົວຢ່າງ​ທີ່​ດີ​ຂອງ​ເຂົາ​ເຈົ້າ​ຊ່ອຍ​ຂ້ອຍ​ໃຫ້​ຄິດ​ວ່າ​ສິ່ງ​ໃດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ຂ້ອຍ​ກໍ​ເລີ່ມ​ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້. ຂ້ອຍ​ເລີ່ມ​ມ່ວນ​ກັບ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ເລື້ອຍໆ ແລະ​ໃນ​ທີ່​ສຸດ​ຂ້ອຍ​ກໍ​ສະໝັກ​ເປັນ​ໄພໂອເນຍ​ປະຈຳ. ນີ້​ເປັນ​ເທື່ອ​ທຳອິດ​ໃນ​ຮອບ​ຫຼາຍ​ປີ​ທີ່​ຂ້ອຍ​ຮູ້ສຶກ​ອົບອຸ່ນ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ.

ຂ້ອຍ​ໄດ້​ຄູ່​ໄພໂອເນຍ​ທີ່​ຢູ່​ນຳ​ກັນ​ຕະຫຼອດ

ໜຶ່ງ​ປີ​ຕໍ່​ມາ ຂ້ອຍ​ກໍ​ໄດ້​ພົບ​ກັບ​ອາເລັກ. ລາວ​ເປັນ​ຄົນ​ໃຈ​ດີ ຮັກ​ພະ​ເຢໂຫວາ ແລະ​ຮັກ​ວຽກ​ປະກາດ​ຫຼາຍ​ແທ້ໆ. ລາວ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແລະ​ເປັນ​ໄພໂອເນຍ​ໄດ້ 6 ປີ​ແລ້ວ. ລາວ​ເຄີຍ​ໄປ​ຮັບໃຊ້​ຢູ່​ມາລາ​ວີ​ປະມານ​ເຈັດ​ແປດ​ເດືອນ​ເຊິ່ງ​ເປັນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ຫຼາຍ. ຕອນ​ຢູ່​ຫັ້ນ​ລາວ​ໄດ້​ຄົບຫາ​ກັບ​ພີ່ນ້ອງ​ທີ່​ເປັນ​ມິດຊັນນາຣີ​ເຊິ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ລາວ​ແລະ​ຊ່ອຍ​ລາວ​ໃຫ້​ເອົາ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

ຂ້ອຍ​ກັບ​ອາເລັກ​ແຕ່ງ​ດອງ​ໃນ​ປີ 2003 ແລະ​ຕັ້ງ​ແຕ່​ນັ້ນ​ມາ​ເຮົາ​ກໍ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ​ຕະຫຼອດ. ເຮົາ​ໄດ້​ປະສົບການ​ທີ່​ດີ​ຫຼາຍ​ຢ່າງ ແລະ​ພະ​ເຢໂຫວາ​ກໍ​ໃຫ້​ສິ່ງ​ດີໆ​ກັບ​ເຮົາ​ຢ່າງ​ລົ້ນ​ເຫຼືອ.

ພະ​ເຢໂຫວາ​ໃຫ້​ສິ່ງ​ທີ່​ດີ​ຫຼາຍ​ຂຶ້ນ​ເລື້ອຍໆ​

ວາເນດຊາ​ເຮັດ​ວຽກ​ຮັບໃຊ້​ຢູ່​ໃນ​ເຂດ​ກັບ​ພີ່ນ້ອງ​ຍິງ​ຄົນ​ທ້ອງຖິ່ນ.

ກຳລັງ​ປະກາດ​ຢູ່​ເມືອງ​ກະເລໂນ ປະເທດ​ຕີມໍເລັດສະເຕ

ໃນ​ປີ 2009 ເຮົາ​ໄດ້​ຮັບໃຊ້​ເປັນ​ມິດຊັນນາຣີ​ຢູ່​ຕີມໍເລັດສະເຕ ເຊິ່ງ​ເປັນ​ປະເທດ​ນ້ອຍໆ​ທີ່​ຢູ່​ໃນ​ໝູ່​ເກາະ​ຂອງ​ອິນໂດເນເຊຍ. ຕອນ​ນັ້ນ​ເຮົາ​ທັງ​ຮູ້ສຶກ​ຕື່ນ​ເຕັ້ນ ຕົກໃຈ ແລະ​ຢ້ານ. 5 ເດືອນ​ຕໍ່​ມາ​ເຮົາ​ກໍ​ໄດ້​ເດີນ​ທາງ​ມາ​ຮອດ​ເມືອງ​ດີລີ​ເຊິ່ງ​ເປັນ​ເມືອງ​ຫຼວງ​ຂອງ​ປະເທດ​ຕີມໍເລັດສະເຕ.

ຊີວິດ​ຢູ່​ນີ້​ແຕກຕ່າງ​ຫຼາຍ​ຈາກ​ບ່ອນ​ທີ່​ເຮົາ​ເຄີຍ​ຢູ່. ເຮົາ​ຕ້ອງ​ປັບ​ຕົວ​ເຂົ້າ​ກັບ​ວັດທະນະທຳ​ໃໝ່ ພາສາ​ໃໝ່ ບ່ອນ​ຢູ່ ແລະ​ອາຫານ. ເມື່ອ​ເຮົາ​ໄປ​ປະກາດ ເຮົາ​ເຫັນ​ຄົນ​ທຸກ​ຍາກ​ຂາດ​ເຂີນ ບາງ​ຄົນ​ກໍ​ບໍ່​ໄດ້​ເຂົ້າ​ໂຮງ​ຮຽນ ບາງ​ຄົນ​ກໍ​ມີ​ບາດ​ແຜ​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ​ຍ້ອນ​ສົງຄາມ​ແລະ​ຄວາມ​ຮຸນແຮງ.a

ວຽກ​ປະກາດ​ຢູ່​ນີ້​ມ່ວນ​ຫຼາຍ. ມີ​ເທື່ອ​ໜຶ່ງ​ຂ້ອຍ​ໄດ້​ພົບ​ເດັກ​ຍິງ​ທີ່​ຊື່​ມາເຣຍb ອາຍຸ 13 ປີ​ທີ່​ກຳລັງ​ໂສກ​ເສົ້າ​ຢູ່​ຍ້ອນ​ແມ່​ລາວ​ຕາຍ​ໄດ້​ສອງ​ສາມ​ປີ​ກ່ອນ ສ່ວນ​ພໍ່​ລາວ​ກໍ​ບໍ່​ຄ່ອຍ​ຢູ່​ນຳ​ລາວ. ມາເຣຍ​ກໍ​ເປັນ​ຄື​ກັບ​ເດັກ​ນ້ອຍ​ຄົນ​ອື່ນໆ​ທີ່​ອາຍຸ​ສ່ຳ​ກັນ​ກັບ​ລາວ​ເຊິ່ງ​ບໍ່​ຮູ້​ວ່າ​ຈະ​ໃຊ້​ຊີວິດ​ແນວ​ໃດ. ຂ້ອຍ​ຈື່​ວ່າ​ມີ​ເທື່ອ​ໜຶ່ງ​ທີ່​ລາວ​ລະບາຍ​ຄວາມ​ຮູ້ສຶກ​ໃຫ້​ຂ້ອຍ​ຟັງ ລາວ​ກໍ​ຮ້ອງໄຫ້​ໄປ​ນຳ. ແຕ່​ຂ້ອຍ​ບໍ່​ເຂົ້າ​ໃຈ​ວ່າ​ລາວ​ເວົ້າ​ຫຍັງ ເພາະ​ຂ້ອຍ​ຍັງ​ບໍ່​ເວົ້າ​ພາສາ​ນີ້​ບໍ່​ເກັ່ງ​ເທື່ອ. ຂ້ອຍ​ໄດ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ເພື່ອ​ຊ່ອຍ​ຂ້ອຍ​ໃຫ້​ຮູ້​ວ່າ​ຈະ​ໃຫ້​ກຳລັງ​ໃຈ​ລາວ​ແນວ​ໃດ. ຈາກ​ນັ້ນ ຂ້ອຍ​ກໍ​ໄດ້​ອ່ານ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ລາວ. ສອງ​ສາມ​ປີ​ຕໍ່​ມາ​ຂ້ອຍ​ເຫັນ​ວ່າ​ການ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຊ່ອຍ​ມາເຣຍ​ໃຫ້​ປ່ຽນ​ແປງ​ຊີວິດ ແລະ​ເຮັດ​ໃຫ້​ລາວ​ມີ​ໜ້າ​ຕາ​ທີ່​ຍິ້ມ​ແຍ້ມ​ແຈ່ມ​ໃສ​ຫຼາຍ​ຂຶ້ນ. ຈາກ​ນັ້ນ ລາວ​ກໍ​ຮັບ​ບັບເຕມາ​ແລະ​ມີ​ນັກ​ສຶກສາ​ຫຼາຍ​ຄົນ. ຕອນ​ນີ້​ມາເຣຍ​ຢູ່​ໃນ​ຄອບຄົວ​ໃຫຍ່​ເຊິ່ງ​ເປັນ​ຄອບຄົວ​ທາງ​ດ້ານ​ຄວາມ​ເຊື່ອ ແລະ​ລາວ​ກໍ​ຮູ້ສຶກ​ວ່າ​ມີ​ຄົນ​ຮັກ​ລາວ.

ພະ​ເຢໂຫວາ​ໄດ້​ຊ່ອຍ​ໃຫ້​ວຽກ​ຮັບໃຊ້​ຢູ່​ຕີມໍເລັດສະເຕ​ກ້າວ​ໜ້າ​ແທ້ໆ! ເຖິງ​ວ່າ​ຜູ້​ປະກາດ​ຫຼາຍ​ຄົນ​ຈະ​ເຂົ້າ​ມາ​ໃນ​ຄວາມ​ຈິງ​ພຽງ​ແຕ່ 10 ປີ​ຜ່ານ​ມາ ແຕ່​ເຂົາ​ເຈົ້າ​ກໍ​ກ້າວ​ໜ້າ​ເຖິງ​ຂັ້ນ​ຮັບໃຊ້​ເປັນ​ໄພໂອເນຍ ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແລະ​ຜູ້​ດູ​ແລ. ສ່ວນ​ບາງ​ຄົນ​ກໍ​ເຮັດ​ວຽກ​ຢູ່​ສຳນັກງານ​ການ​ແປ ແລະ​ແປ​ປຶ້ມ​ຕ່າງໆ​ເປັນ​ຫຼາຍ​ພາສາ​ຂອງ​ປະເທດ​ນັ້ນ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ເຫັນ​ພີ່ນ້ອງ​ຍິ້ມ​ແຍ້ມ​ແຈ່ມ​ໃສ ຮ້ອງ​ເພງ​ໃນ​ການ​ປະຊຸມ ແລະ​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ.

ວາເນດຊາ ອາເລັກ ແລະ​ພີ່ນ້ອງ​ຊາຍ​ອີກ 3 ຄົນ​ໄດ້​ເດີນ​ທາງ​ດ້ວຍ​ລົດກ​ເພື່ອ​ແຈກ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ.

ຂ້ອຍ​ກັບ​ອາເລັກ​ກຳລັງ​ຈະ​ໄປ​ເຂດ​ປະກາດ​ທີ່​ຍັງ​ບໍ່​ທັນ​ມີ​ປະຊາຄົມ​ເພື່ອ​ແຈກ​ຢາຍ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ

ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ນີ້​ບໍ່​ມີ​ອີກ​ແລ້ວ!

ເຖິງ​ວ່າ​ຊີວິດ​ຢູ່​ຕີມໍເລັດສະເຕ​ຈະ​ຕ່າງ​ຈາກ​ອົດສະຕຣາລີ​ຫຼາຍ ແຕ່​ຂ້ອຍ​ກໍ​ບໍ່​ຄິດ​ເລີຍ​ວ່າ​ມັນ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ປານ​ນີ້. ບາງ​ມື້​ເຮົາ​ກໍ​ຂີ່​ລົດ​ຕູ້​ຄັນ​ນ້ອຍໆ​ທີ່​ມີ​ທັງ​ຄົນ​ທັງ​ຜັກ​ແລະ​ປາ​ແຫ້ງ​ເຕັມ​ຢູ່​ຫັ້ນ. ບາງ​ເທື່ອ​ເຮົາ​ກໍ​ນັ່ງ​ສຶກສາ​ຢູ່​ພື້ນ​ດິນ​ຢູ່​ໃນ​ເຮືອນ​ຫຼັງ​ນ້ອຍໆ​ທີ່​ທັງ​ຮ້ອນ​ທັງ​ເອົ້າ ແຖມ​ຍັງ​ມີ​ໄກ່​ແລ່ນ​ໄປ​ແລ່ນ​ມາ. ເຖິງ​ຈະ​ລຳບາກ​ແບບ​ນີ້ ແຕ່​ຂ້ອຍ​ກໍ​ຄິດ​ວ່າ ‘ມັນ​ຄັກ​ແທ້ໆ!’

ວາເນດຊາ ອາເລັກ ແລະ​ພີ່ນ້ອງ​ຄົນ​ອື່ນໆ​ຂີ່​ລົດ​ຕູ້​ນ້ອຍໆ​ທີ່​ມີ​ຄົນ​ເຕັມ​ລົດ ແລະ​ພີ່ນ້ອງ​ຊາຍ 3 ຄົນ​ໄດ້​ຈ່ອງ​ຢູ່​ທາງ​ຂ້າງ​ລົດ.

ກຳລັງ​ໄປ​ເຂດ​ປະກາດ

ເມື່ອ​ຄິດ​ຄືນ​ຫຼັງ ຂ້ອຍ​ຮູ້ສຶກ​ຂອບໃຈ​ພໍ່​ແມ່​ຫຼາຍ​ແທ້ໆ​ທີ່​ໄດ້​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ສອນ​ຂ້ອຍ​ເລື່ອງ​ພະ​ເຢໂຫວາ ແລະ​ຍັງ​ໄດ້​ພະຍາຍາມ​ຊ່ອຍ​ຂ້ອຍ​ຕອນ​ທີ່​ເປັນ​ໄວ​ລຸ້ນ​ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ມັກ​ຄວາມ​ຈິງ​ກໍ​ຕາມ. ສິ່ງ​ທີ່​ຂຽນ​ໄວ້​ໃນ​ສຸພາສິດ 22:6 ເປັນ​ເລື່ອງ​ຈິງ​ໃນ​ຊີວິດ​ຂ້ອຍ. ພໍ່​ແມ່​ພູມ​ໃຈ​ຫຼາຍ​ໃນ​ໂຕ​ຂ້ອຍ​ກັບ​ອາເລັກ ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ພວກ​ເຮົາ​ຮັບໃຊ້​ພະ​ເຢໂຫວາ. ຕັ້ງ​ແຕ່​ປີ 2016 ພວກ​ເຮົາ​ກໍ​ໄດ້​ເລີ່ມ​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ​ໝວດ​ໃນ​ເຂດ​ທີ່​ສາຂາ​ອັອດສະຕຣາເລເຊຍ​ເບິ່ງ​ແຍງ.

ໃຫ້​ເດັກ​ນ້ອຍ​ຄົນ​ຕີ​ມໍ​ເບິ່ງ​ວິດີໂອ​ແຈ໋ກກີ້​ກັບ​ໂຊເຟຍ

ຕອນ​ນີ້​ຂ້ອຍ​ມັກ​ວຽກ​ປະກາດ​ຫຼາຍ​ແທ້ໆ! ເມື່ອ​ຄິດ​ຄືນ​ຫຼັງ ຂ້ອຍ​ບໍ່​ຢາກ​ເຊື່ອ​ເລີຍ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ບໍ່​ມັກ​ວຽກ​ປະກາດ. ຕອນ​ນີ້​ຂ້ອຍ​ເຂົ້າ​ໃຈ​ແລ້ວ​ວ່າ ບໍ່​ວ່າ​ຊີວິດ​ເຮົາ​ຈະ​ສຸກ​ຫຼື​ທຸກ ແຕ່​ຄວາມ​ສຸກ​ແທ້​ກໍ​ມາ​ຈາກ​ການ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມ​ໃຈ. 18 ປີ​ຜ່ານ​ມາ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ກັບ​ອາເລັກ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ​ໃນ​ຊີວິດ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເຂົ້າ​ໃຈ​ສິ່ງ​ທີ່​ດາວິດ​ເວົ້າ​ກັບ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳເພງ​ທີ່​ວ່າ: “ທຸກ​ຄົນ​ທີ່​ມາ​ເພິ່ງ​ພະ​ເຢໂຫວາ​ຈະ​ມີ​ຄວາມ​ສຸກ ພວກ​ເຂົາ​ຈະ​ຮ້ອງ​ດີ​ໃຈ​ຕະຫຼອດ​ເວລາ. . . . ແລະ​ຄົນ​ທີ່​ຮັກ​ຊື່​ຂອງ​ພະອົງ​ຈະ​ມີ​ຄວາມ​ສຸກ.”—ເພງ. 5:11, ລ.ມ.

ວາເນດຊາ​ກັບ​ອາເລັກ​ກຳລັງ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ແມ່​ລູກ​ໜຶ່ງ​ຢູ່​ນອກ​ເຮືອນ.

ມີ​ຄວາມ​ສຸກ​ທີ່​ໄດ້​ສຶກສາ​ຄຳພີ​ໄບເບິນ​ໃຫ້​ກັບ​ຄົນ​ທີ່​ຖ່ອມ​ໃຈ!

a ຕັ້ງ​ແຕ່​ປີ 1975 ປະເທດ​ຕີມໍເລັດສະເຕ​ໄດ້​ເຮັດ​ສົງຄາມ​ຕໍ່​ສູ້​ເອົາ​ເອກະລາດ​ຫຼາຍ​ກວ່າ 20 ປີ.

b ຊື່​ສົມມຸດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌