ບົດຄວາມສຶກສາທີ 25
ເພງທີ 96 ປຶ້ມຄຳພີໄບເບິນປຽບເໝືອນຊັບສົມບັດ
ບົດຮຽນສຳລັບເຮົາຈາກສິ່ງທີ່ຢາໂຄບເວົ້າກ່ອນຈະຕາຍ—ຕອນທີ 2
“ລາວອວຍພອນໃຫ້ແຕ່ລະຄົນຕາມຄວາມເໝາະສົມຂອງເຂົາເຈົ້າ.”—ປຖກ. 49:28
ຈຸດສຳຄັນ
ບົດຮຽນທີ່ເຮົາຈະໄດ້ຈາກສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍກ່ຽວກັບລູກຊາຍ 8 ຄົນຂອງລາວ.
1. ເຮົາຈະຮຽນຫຍັງໃນບົດນີ້?
ພວກລູກຊາຍຂອງຢາໂຄບມາຢູ່ອ້ອມລາວແລະເຂົາເຈົ້າຕັ້ງໃຈຟັງສິ່ງທີ່ພໍ່ຈະເວົ້າກັບເຂົາເຈົ້າແຕ່ລະຄົນ. ໃນບົດແລ້ວນີ້ ເຮົາໄດ້ຮຽນວ່າຢາໂຄບເວົ້າກັບຣູເບັນ ຊີເມໂອນ ເລວີ ແລະຢູດາໃນສິ່ງທີ່ເຂົາເຈົ້າບໍ່ຄາດຄິດວ່າຈະໄດ້ຍິນ. ສະນັ້ນ ເຂົາເຈົ້າຕ້ອງສົງໄສວ່າຢາໂຄບຈະເວົ້າຫຍັງກັບລູກຊາຍອີກ 8 ຄົນ. ໃຫ້ເຮົາມາເບິ່ງວ່າເຮົາຈະໄດ້ບົດຮຽນຫຍັງຈາກສິ່ງທີ່ຢາໂຄບເວົ້າກັບເຊບູລູນ ອິດຊາຄາ ດານ ຄາດ ອາເຊ ນັບທາລີ ໂຢເຊັບ ແລະເບັນຢາມິນ.a
ເຊບູລູນ
2. ຢາໂຄບເວົ້າຫຍັງກັບເຊບູລູນ ແລະຄຳເວົ້ານັ້ນເກີດຂຶ້ນແທ້ແນວໃດ? (ປະຖົມມະການ 49:13) (ເບິ່ງຂອບນຳ)
2 ອ່ານປະຖົມມະການ 49:13. ຢາໂຄບບອກວ່າຕະກູນເຊບູລູນຈະອາໄສຢູ່ໃກ້ທະເລເຊິ່ງຢູ່ທາງເໜືອຂອງແຜ່ນດິນທີ່ພະເຢໂຫວາສັນຍາໄວ້. ປະມານ 200 ປີຕໍ່ມາ ຕະກູນເຊບູລູນໄດ້ຮັບດິນມູນທີ່ຢູ່ລະຫວ່າງທະເລຄາລີເລກັບທະເລເມດີແຕຣາເນ. ໂມເຊບອກລ່ວງໜ້າວ່າ: “ຂໍໃຫ້ເຊບູລູນມີຄວາມສຸກໃນການເດີນທາງອອກໄປຄ້າຂາຍ.” (ພບຍ. 33:18) ຄຳເວົ້ານີ້ອາດໝາຍຄວາມວ່າຕະກູນເຊບູລູນຈະຄ້າຂາຍໄດ້ງ່າຍຍ້ອນຕັ້ງຢູ່ລະຫວ່າງ 2 ທະເລ. ບໍ່ວ່າຈະຢູ່ໃສ ຕະກູນເຊບູລູນກໍມີເຫດຜົນທີ່ຈະມີຄວາມສຸກ.
3. ສິ່ງໃດຈະຊ່ວຍເຮົາໃຫ້ມີຄວາມສຸກ?
3 ເຮົາໄດ້ບົດຮຽນຫຍັງ? ເຮົາມີຄວາມສຸກໄດ້ສະເໝີບໍ່ວ່າເຮົາຈະຢູ່ໃສຫຼືສະພາບການຂອງເຮົາຈະເປັນແນວໃດ? ເພື່ອຈະມີຄວາມສຸກເຮົາຕ້ອງພໍໃຈໃນສິ່ງທີ່ເຮົາມີ. (ພສ. 16:6; 24:5) ບາງເທື່ອມັນງ່າຍທີ່ຈະຄິດເຖິງສິ່ງທີ່ເຮົາບໍ່ມີ ແທນທີ່ຈະຄິດເຖິງສິ່ງດີໆທີ່ເຮົາມີ. ສະນັ້ນ ໃຫ້ພະຍາຍາມເບິ່ງສະພາບການຂອງໂຕເອງໃນແງ່ບວກ.—ຄລຕ. 6:4
ອິດຊາຄາ
4. ຢາໂຄບເວົ້າຫຍັງກັບອິດຊາຄາ ແລະມັນເກີດຂຶ້ນແທ້ແນວໃດ? (ປະຖົມມະການ 49:14, 15) (ເບິ່ງຂອບນຳ)
4 ອ່ານປະຖົມມະການ 49:14, 15. ຢາໂຄບຍ້ອງອິດຊາຄາທີ່ເຮັດວຽກໜັກ. ລາວສົມທຽບອິດຊາຄາວ່າເປັນຄືກັບລາທີ່ແຂງແຮງເຊິ່ງເປັນສັດທີ່ແກ່ເຄື່ອງໜັກໄດ້. ຢາໂຄບຍັງບອກວ່າອິດຊາຄາຈະໄດ້ແຜ່ນດິນທີ່ດີ. ຄຳເວົ້າຂອງຢາໂຄບເກີດຂຶ້ນແທ້ ຍ້ອນຕະກູນອິດຊາຄາໄດ້ຮັບດິນມູນທີ່ອຸດົມສົມບູນທີ່ຢູ່ໃກ້ກັບແມ່ນ້ຳຈໍແດນ. (ຢຊ. 19:22) ຕະກູນອິດຊາຄາເຮັດວຽກໜັກໃນການເຮັດໄຮ່ເຮັດສວນໃນດິນຂອງໂຕເອງ ແລະເຂົາເຈົ້າຍັງເຮັດວຽກໜັກເພື່ອຊ່ວຍຄົນອື່ນນຳ. (1ກສ. 4:7, 17) ຕົວຢ່າງເຊັ່ນ: ຕອນທີ່ຜູ້ຕັດສິນບາຣາກກັບຜູ້ພະຍາກອນຍິງເດໂບຣາຂໍໃຫ້ຄົນອິດສະຣາເອນໄປຊ່ວຍຕໍ່ສູ້ກັບຊີເຊຣາ ຕະກູນອິດຊາຄາເປັນຕະກູນໜຶ່ງທີ່ອາສາສະໝັກໄປຊ່ວຍ. ນອກຈາກນັ້ນ ເຂົາເຈົ້າຍັງເຕັມໃຈໄປຕໍ່ສູ້ໃນໂອກາດອື່ນນຳ.—ຜຕສ. 5:15
5. ເຮົາຈະຮຽນແບບລູກຫຼານຂອງຕະກູນອິດຊາຄາແນວໃດ ແລະຍ້ອນຫຍັງ?
5 ເຮົາໄດ້ບົດຮຽນຫຍັງ? ພະເຢໂຫວາເຫັນຄ່າວຽກໜັກທີ່ເຮົາເຮັດເພື່ອຮັບໃຊ້ເພິ່ນຄືກັບທີ່ເພິ່ນເຫັນຄ່າວຽກໜັກທີ່ຕະກູນອິດຊາຄາເຮັດ. (ປຍຈ. 2:24) ຕົວຢ່າງເຊັ່ນ: ຜູ້ເບິ່ງແຍງເຮັດວຽກໜັກເພື່ອເບິ່ງແຍງປະຊາຄົມ. (1ຕມ. 3:1) ພີ່ນ້ອງຊາຍເຫຼົ່ານີ້ບໍ່ໄດ້ໄປຕໍ່ສູ້ຢູ່ສະໜາມຮົບແທ້ໆ ແຕ່ເຂົາເຈົ້າເຮັດວຽກໜັກເພື່ອປົກປ້ອງພີ່ນ້ອງຈາກສິ່ງທີ່ຈະທຳລາຍສາຍສຳພັນຂອງພີ່ນ້ອງກັບພະເຢໂຫວາ. (1ກຣ. 5:1, 5; ຢດ. 17-23) ເຂົາເຈົ້າຍັງເຮັດວຽກໜັກເພື່ອກຽມຄຳບັນລະຍາຍທີ່ຈະບັນລະຍາຍຢູ່ປະຊາຄົມເພື່ອໃຫ້ກຳລັງໃຈແລະເສີມຄວາມເຊື່ອຂອງພີ່ນ້ອງ.—1ຕມ. 5:17
ດານ
6. ຕະກູນດານໄດ້ຮັບວຽກມອບໝາຍຫຍັງ? (ປະຖົມມະການ 49:17, 18) (ເບິ່ງຂອບນຳ)
6 ອ່ານປະຖົມມະການ 49:17, 18. ຢາໂຄບສົມທຽບດານເປັນຄືກັບງູທີ່ສາມາດໂຈມຕີສັດທີ່ໃຫຍ່ກວ່າມັນໄດ້ ເຊັ່ນ: ມ້າທີ່ໃຊ້ໃນການສູ້ຮົບແລະຄົນທີ່ຂີ່ມ້ານັ້ນ. ຕະກູນດານສະແດງໃຫ້ເຫັນວ່າກ້າຫານແລະພ້ອມຈະໂຈມຕີສັດຕູຂອງຊາດອິດສະຣາເອນ. ຕອນທີ່ເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາໄວ້ ຕະກູນດານປົກປ້ອງຄົນໝົດຊາດໂດຍ “ເດີນທາງເປັນຈຸສຸດທ້າຍເພື່ອປົກປ້ອງຈຸອື່ນໆ.” (ຈຊບ. 10:25) ເຖິງວ່າຄົນໝົດຊາດຈະບໍ່ເຫັນທຸກສິ່ງທີ່ຕະກູນດານເຮັດຢູ່ທາງຫຼັງເຂົາເຈົ້າ ແຕ່ວຽກມອບໝາຍນີ້ກໍສຳຄັນຫຼາຍ.
7. ເຮົາຄວນຈື່ຫຍັງໄວ້ກ່ຽວກັບວຽກທີ່ເຮົາເຮັດໃນການຮັບໃຊ້ພະເຢໂຫວາ?
7 ເຮົາໄດ້ບົດຮຽນຫຍັງ? ເຈົ້າເຄີຍເຮັດວຽກມອບໝາຍທີ່ເບິ່ງຄືວ່າຄົນອື່ນບໍ່ສັງເກດເຫັນບໍ? ບາງເທື່ອເຈົ້າຊ່ວຍອະນາໄມແລະເບິ່ງແຍງຮັກສາຫໍປະຊຸມ ອາສາສະໝັກເຮັດວຽກຢູ່ການປະຊຸມໝວດແລະການປະຊຸມພາກ ຫຼືເຮັດວຽກອື່ນໆ. ຖ້າເຈົ້າເຄີຍເຮັດແບບນີ້ມັນກໍເປັນສິ່ງທີ່ດີຫຼາຍ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາສັງເກດເຫັນແລະເຫັນຄ່າທຸກສິ່ງທີ່ເຈົ້າເຮັດເພື່ອເພິ່ນ. ເພິ່ນດີໃຈຫຼາຍທີ່ເຈົ້າຮັບໃຊ້ເພິ່ນບໍ່ແມ່ນຍ້ອນເຈົ້າຢາກໃຫ້ຄົນອື່ນຍ້ອງ ແຕ່ຍ້ອນເຈົ້າຮັກເພິ່ນແທ້ໆ.—ມທ. 6:1-4
ຄາດ
8. ເປັນຫຍັງຕະກູນຄາດຈຶ່ງຖືກໂຈມຕີໄດ້ງ່າຍ? (ປະຖົມມະການ 49:19) (ເບິ່ງຂອບນຳ)
8 ອ່ານປະຖົມມະການ 49:19. ຢາໂຄບບອກລ່ວງໜ້າວ່າຄາດຈະຖືກພວກສັດຕູມາໂຈມຕີ. ປະມານ 200 ປີຕໍ່ມາ ຕະກູນຄາດໄດ້ຮັບດິນມູນທີ່ຢູ່ຟາກທິດຕາເວັນອອກຂອງແມ່ນ້ຳຈໍແດນເຊິ່ງມີເຂດແດນຕິດກັບຊາດຕ່າງໆທີ່ເປັນສັດຕູ. ສະນັ້ນ ຕະກູນນີ້ຈະຖືກສັດຕູມາໂຈມຕີໄດ້ງ່າຍ. ເຖິງຈະເປັນແນວນັ້ນ ຕະກູນຄາດກໍຍັງຢາກຢູ່ຫັ້ນຍ້ອນມີທົ່ງຫຍ້າທີ່ເໝາະກັບການລ້ຽງສັດຂອງເຂົາເຈົ້າ. (ຈຊບ. 32:1, 5) ຕະກູນຄາດເປັນຄົນທີ່ກ້າຫານຫຼາຍແທ້ໆ. ນອກຈາກກ້າຫານແລ້ວ ເຂົາເຈົ້າຍັງໄວ້ວາງໃຈວ່າພະເຢໂຫວາຈະຊ່ວຍເຂົາເຈົ້າໃຫ້ຕໍ່ສູ້ກັບສັດຕູແລະປົກປ້ອງແຜ່ນດິນທີ່ເພິ່ນເອົາໃຫ້ເຂົາເຈົ້າ. ເປັນເວລາຫຼາຍປີທີ່ເຂົາເຈົ້າໄດ້ສົ່ງທະຫານໄປຊ່ວຍຕະກູນອື່ນໆເພື່ອຍຶດເອົາແຜ່ນດິນທີ່ຢູ່ຟາກທິດຕາເວັນຕົກຂອງແມ່ນ້ຳຈໍແດນ. (ຈຊບ. 32:16-19) ເຂົາເຈົ້າໝັ້ນໃຈວ່າພະເຢໂຫວາຈະປົກປ້ອງລູກເມຍຂອງເຂົາເຈົ້າຕອນທີ່ເຂົາເຈົ້າບໍ່ຢູ່. ພະເຢໂຫວາອວຍພອນເຂົາເຈົ້າທີ່ກ້າຫານແລະຍອມເສຍສະລະໂຕເອງ.—ຢຊ. 22:1-4
9. ຖ້າເຮົາໄວ້ວາງໃຈພະເຢໂຫວາ ເຮົາຈະເລືອກເຮັດຫຍັງ?
9 ເຮົາໄດ້ບົດຮຽນຫຍັງ? ເພື່ອຈະຮັບໃຊ້ພະເຢໂຫວາຕໍ່ໆໄປໃນສະພາບການທີ່ບໍ່ງ່າຍ ເຮົາຕ້ອງໄວ້ວາງໃຈພະເຢໂຫວາສະເໝີ. (ພສ. 37:3) ຫຼາຍຄົນໃນທຸກມື້ນີ້ສະແດງໃຫ້ເຫັນວ່າເຂົາເຈົ້າໄວ້ວາງໃຈພະເຢໂຫວາໂດຍເຕັມໃຈໄປຊ່ວຍວຽກໃນໂຄງການກໍ່ສ້າງ ຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ ຫຼືເຮັດວຽກມອບໝາຍອື່ນໆ. ເຂົາເຈົ້າຕັດສິນໃຈເຮັດແບບນີ້ຍ້ອນໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຂົາເຈົ້າສະເໝີ.—ພສ. 23:1
ອາເຊ
10. ສິ່ງທີ່ຢາໂຄບອວຍພອນອາເຊເກີດຂຶ້ນແທ້ແນວໃດ? ແຕ່ຕະກູນອາເຊບໍ່ໄດ້ເຮັດຫຍັງ? (ປະຖົມມະການ 49:20) (ເບິ່ງຂອບນຳ)
10 ອ່ານປະຖົມມະການ 49:20. ຢາໂຄບບອກລ່ວງໜ້າວ່າຕະກູນອາເຊຈະຮັ່ງມີ ແລະກໍເປັນແບບນັ້ນແທ້ໆ. ຕະກູນອາເຊໄດ້ຮັບດິນມູນທີ່ອຸດົມສົມບູນທີ່ສຸດ. (ພບຍ. 33:24) ນອກຈາກນັ້ນ ດິນມູນຂອງເຂົາເຈົ້າຍັງຕິດກັບທະເລເມດີແຕຣາເນແລະຕິດກັບທ່າເຮືອຂອງເມືອງຊີໂດນທີ່ເປັນສູນກາງທາງການຄ້າ. ແຕ່ຕະກູນອາເຊບໍ່ໄດ້ໄລ່ພວກການາອານອອກໄປຈາກແຜ່ນດິນ. (ຜຕສ. 1:31, 32) ເບິ່ງຄືວ່າຕະກູນອາເຊໄດ້ຮັບອິດທິພົນທີ່ບໍ່ດີຈາກພວກການາອານແລະເຂົາເຈົ້າເລີ່ມສົນໃຈແຕ່ເລື່ອງຊັບສິນເງິນຄຳ. ສະນັ້ນ ເຂົາເຈົ້າຈຶ່ງບໍ່ກະຕືລືລົ້ນໃນການເຮັດຕາມຄວາມຕ້ອງການຂອງພະເຢໂຫວາ. ຕະກູນອາເຊບໍ່ໄດ້ອາສາສະໝັກໄປຕໍ່ສູ້ກັບພວກການາອານຕອນທີ່ຜູ້ຕັດສິນບາຣາກຂໍໃຫ້ຊ່ວຍ. ຜົນກໍຄື ຕະກູນນີ້ບໍ່ໄດ້ເຫັນການອັດສະຈັນທີ່ພະເຢໂຫວາໄດ້ເຮັດເພື່ອຊ່ວຍຄົນອິດສະຣາເອນໃຫ້ຊະນະສັດຕູ “ໃກ້ໆກັບແມ່ນ້ຳເມກິດໂດ.” (ຜຕສ. 5:19-21) ຕະກູນອາເຊຄືຊິຮູ້ສຶກອາຍຕອນທີ່ໄດ້ຍິນບາຣາກແລະເດໂບຣາຮ້ອງເພງສະຫຼອງໄຊຊະນະເຊິ່ງເນື້ອໃນຂອງເພງນັ້ນເວົ້າວ່າ: “ຄົນໃນຕະກູນອາເຊກະນັ່ງຢູ່ລ້າໆຢູ່ແຄມຝັ່ງທະເລ.”—ຜຕສ. 5:17
11. ເປັນຫຍັງເຮົາຕ້ອງມີຄວາມຄິດທີ່ຖືກຕ້ອງໃນເລື່ອງເງິນຄຳ?
11 ເຮົາໄດ້ບົດຮຽນຫຍັງ? ເຮົາຢາກໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາ. ເພື່ອຈະເຮັດແບບນັ້ນໄດ້ ເຮົາຕ້ອງບໍ່ຄິດວ່າເງິນຄຳແລະວັດຖຸສິ່ງຂອງເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາ. (ສພສ. 18:11) ເຮົາຕ້ອງເປັນຄົນທີ່ມີຄວາມຄິດທີ່ຖືກຕ້ອງໃນເລື່ອງເງິນ. (ປຍຈ. 7:12; ຮຣ. 13:5) ເຮົາຈະບໍ່ປ່ອຍໃຫ້ການສະແຫວງຫາວັດຖຸສິ່ງຂອງທີ່ບໍ່ຈຳເປັນໃນຊີວິດມາຖ່ວງດຶງເຮົາໄວ້ຈາກການຮັບໃຊ້ພະເຢໂຫວາ ແລະເຮົາຈະໃຊ້ເວລາແລະກຳລັງຂອງເຮົາເພື່ອຮັບໃຊ້ພະເຢໂຫວາຍ້ອນເຮົາຮູ້ວ່າຊີວິດທີ່ສະດວກສະບາຍແທ້ໆແລະປອດໄພກຳລັງລໍຖ້າເຮົາໃນໂລກໃໝ່.—ພສ. 4:8
ນັບທາລີ
12. ສິ່ງທີ່ຢາໂຄບເວົ້າກັບນັບທາລີເກີດຂຶ້ນແທ້ແນວໃດ? (ປະຖົມມະການ 49:21) (ເບິ່ງຂອບນຳ)
12 ອ່ານປະຖົມມະການ 49:21. ຢາໂຄບບອກວ່ານັບທາລີຈະເວົ້າ “ຄຳມ່ວນໆ.” ນີ້ອາດໝາຍເຖິງວິທີທີ່ພະເຢຊູເວົ້າຕອນທີ່ເພິ່ນຮັບໃຊ້ຢູ່ໃນໂລກນີ້. ພະເຢຊູໃຊ້ເວລາຫຼາຍຢູ່ເມືອງກາເປນາອູມທີ່ຢູ່ໃນເຂດຂອງຕະກູນນັບທາລີ ຍ້ອນແນວນີ້ກາເປນາອູມຈຶ່ງຖືກເອີ້ນວ່າ “ເມືອງທີ່ເພິ່ນອາໄສຢູ່.” (ມທ. 4:13; 9:1; ຢຮ. 7:46) ເອຊາຢາພະຍາກອນວ່າພະເຢຊູຈະເປັນຄືກັບ “ແສງສະຫວ່າງທີ່ແຈ້ງໆ” ໃຫ້ຄົນໃນຕະກູນເຊບູລູນແລະຕະກູນນັບທາລີ. (ອຊຢ. 9:1, 2) ພະເຢຊູເປັນ “ຄວາມສະຫວ່າງແທ້ທີ່ສ່ອງແສງແຈ້ງໃຫ້ຄົນທຸກປະເພດ” ໂດຍທາງການສອນຂອງເພິ່ນ.—ຢຮ. 1:9
13. ເຮົາຈະໃຊ້ຄຳເວົ້າຂອງເຮົາແນວໃດເພື່ອເຮັດໃຫ້ພະເຢໂຫວາພໍໃຈ?
13 ເຮົາໄດ້ບົດຮຽນຫຍັງ? ພະເຢໂຫວາສົນໃຈໃນສິ່ງທີ່ເຮົາເວົ້າແລະວິທີທີ່ເຮົາເວົ້າ. ເຮົາຈະເວົ້າ “ຄຳມ່ວນໆ” ແນວໃດເພື່ອເຮັດໃຫ້ພະເຢໂຫວາພໍໃຈ? ໂດຍການເວົ້າຄວາມຈິງຈາກໃຈ. (ພສ. 15:1, 2) ເຮົາສາມາດໃຫ້ກຳລັງໃຈຄົນອື່ນໂດຍເວົ້າຊົມເຊີຍໃນສິ່ງທີ່ເຂົາເຈົ້າເຮັດໄດ້ດີ ແຕ່ບໍ່ຟ້າວຕຳໜິຫຼືຈົ່ມໃນສິ່ງທີ່ເຂົາເຈົ້າເຮັດຜິດພາດ. (ອຟຊ. 4:29) ນອກຈາກນັ້ນ ເຮົາສາມາດຕັ້ງເປົ້າໝາຍເພື່ອຈະຮູ້ວິທີເລີ່ມລົມກັບຄົນອື່ນເພື່ອຈະປະກາດກັບເຂົາເຈົ້າ.
ໂຢເຊັບ
14. ສິ່ງທີ່ຢາໂຄບເວົ້າກັບໂຢເຊັບເກີດຂຶ້ນແທ້ແນວໃດ? (ປະຖົມມະການ 49:22, 26) (ເບິ່ງຂອບນຳ)
14 ອ່ານປະຖົມມະການ 49:22, 26. ໂຢເຊັບເປັນລູກຜູ້ທຳອິດຂອງຣາເຄນເຊິ່ງເປັນເມຍທີ່ຢາໂຄບຮັກຫຼາຍ. ຢາໂຄບເອີ້ນໂຢເຊັບວ່າ “ເປັນງ່າຂອງຕົ້ນໄມ້ທີ່ . . . ເກີດໝາກຫຼາຍ.” ຢາໂຄບເປັນຕົ້ນໄມ້ນັ້ນແລະໂຢເຊັບເປັນງ່າຂອງມັນ. ຢາໂຄບຮັກໂຢເຊັບຫຼາຍ ລາວຈຶ່ງ “ຖືກເລືອກໃນພວກອ້າຍນ້ອງ.” ຢາໂຄບບອກລ່ວງໜ້າວ່າໂຢເຊັບຈະໄດ້ມູນ 2 ເທົ່າເຊິ່ງເປັນສິດທີ່ລູກກົກຈະໄດ້ຮັບແທນທີ່ຈະເປັນຣູເບັນທີ່ເປັນລູກຜູ້ທຳອິດຂອງເລອາ. (ປຖກ. 48:5, 6; 1ຂຄ. 5:1, 2) ຄຳເວົ້ານີ້ເກີດຂຶ້ນແທ້ເມື່ອລູກຊາຍ 2 ຄົນຂອງໂຢເຊັບເຊິ່ງກໍຄືເອຟຣາຢິມກັບມານາເຊກາຍເປັນ 2 ຕະກູນຂອງອິດສະຣາເອນ ແລະທັງສອງຕະກູນນີ້ກໍໄດ້ຮັບດິນມູນຂອງໂຕເອງ.—ປຖກ. 49:25; ຢຊ. 14:4
15. ໂຢເຊັບເຮັດແນວໃດເມື່ອເຈິກັບຄວາມບໍ່ຍຸຕິທຳ?
15 ຢາໂຄບຍັງເວົ້າວ່າພວກຄົນຍິງທະນູ “ຈອບແຕ່ຊິມາຮຸກຮານແລະຍິງ [ໂຢເຊັບ].” (ປຖກ. 49:23) ພວກຄົນຍິງທະນູເຫຼົ່ານີ້ແມ່ນພວກອ້າຍຂອງໂຢເຊັບທີ່ເຄີຍອິດສາລາວ ປະຕິບັດບໍ່ດີກັບລາວ ແລະເຮັດໃຫ້ລາວຕ້ອງເຈິກັບສິ່ງທີ່ບໍ່ດີຫຼາຍຢ່າງ. ແຕ່ໂຢເຊັບກໍບໍ່ໄດ້ຄຽດແຄ້ນໃຫ້ເຂົາເຈົ້າຫຼືໂທດພະເຢໂຫວາໃນສິ່ງທີ່ເກີດຂຶ້ນກັບລາວ. ຢາໂຄບເວົ້າວ່າ: “[ໂຢເຊັບ] ຫ້າງທະນູໄວ້ແລະມືຂອງລາວແຂງແຮງແລະວ່ອງໄວ.” (ປຖກ. 49:24) ໂຢເຊັບຫ້າງທະນູໄວ້ ແຕ່ລາວກໍບໍ່ໄດ້ຍິງລູກທະນູຂອງຄວາມກຽດຊັງອອກໄປຈັກລູກ. ລາວເອົາຊະນະຄວາມກຽດຊັງຂອງພວກອ້າຍດ້ວຍຄວາມເມດຕາແລະຄວາມຮັກ. ໂຢເຊັບໄວ້ວາງໃຈພະເຢໂຫວາຕອນທີ່ເຈິຄວາມຍາກລຳບາກ. ລາວບໍ່ພຽງແຕ່ຍົກໂທດໃຫ້ພວກອ້າຍເທົ່ານັ້ນ ແຕ່ຍັງປະຕິບັດກັບເຂົາເຈົ້າແບບດີໆນຳ. (ປຖກ. 47:11, 12) ໂຢເຊັບຍອມໃຫ້ຄວາມຍາກລຳບາກທີ່ລາວເຈິເຮັດໃຫ້ລາວເປັນຄົນທີ່ດີຂຶ້ນ. (ພສ. 105:17-19) ຜົນກໍຄື ພະເຢໂຫວາສາມາດໃຊ້ໂຢເຊັບໃຫ້ເຮັດສິ່ງທີ່ດີໆຫຼາຍຢ່າງ.
16. ຕົວຢ່າງຂອງໂຢເຊັບຊ່ວຍເຮົາແນວໃດເມື່ອເຈິຄວາມຍາກລຳບາກ?
16 ເຮົາໄດ້ບົດຮຽນຫຍັງ? ຢ່າຍອມໃຫ້ຄວາມຍາກລຳບາກທີ່ເຮົາເຈິເຮັດໃຫ້ເຮົາຫ່າງຈາກພະເຢໂຫວາຫຼືພີ່ນ້ອງ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາອາດຍອມໃຫ້ເຮົາເຈິກັບການທົດສອບຄວາມເຊື່ອເພື່ອຝຶກເຮົາ. (ຮຣ. 12:7, ໄຂເງື່ອນ) ການຝຶກແບບນີ້ຊ່ວຍເຮົາໃຫ້ປູກຝັງແລະປັບປຸງຄຸນລັກສະນະທີ່ດີຕ່າງໆ ເຊັ່ນ: ຄວາມເມດຕາແລະການໃຫ້ອະໄພ. (ຮຣ. 12:11) ເຮົາໝັ້ນໃຈວ່າພະເຢໂຫວາຈະໃຫ້ລາງວັນເຮົາທີ່ອົດທົນຄືກັບທີ່ເພິ່ນໄດ້ໃຫ້ລາງວັນໂຢເຊັບ.
ເບັນຢາມິນ
17. ຄຳພະຍາກອນກ່ຽວກັບເບັນຢາມິນເກີດຂຶ້ນແທ້ແນວໃດ? (ປະຖົມມະການ 49:27) (ເບິ່ງຂອບນຳ)
17 ອ່ານປະຖົມມະການ 49:27. ຢາໂຄບບອກວ່າຕະກູນເບັນຢາມິນຈະເປັນຄືກັບໝາປ່າທີ່ຕໍ່ສູ້ເກັ່ງ. (ຜຕສ. 20:15, 16; 1ຂຄ. 12:2) ກະສັດອົງທຳອິດຂອງອິດສະຣາເອນແມ່ນຊາອູນເຊິ່ງມາຈາກຕະກູນເບັນຢາມິນ. ຊາອູນຕໍ່ສູ້ກັບພວກຟີລິດສະຕີນຢ່າງກ້າຫານ. (1ຊມ. 9:15-17, 21) ຫຼາຍປີຕໍ່ມາ ລາຊີນີເອັດສະເທີກັບມໍເດກາຍທີ່ເປັນນາຍົກລັດຖະມົນຕີທີ່ມາຈາກຕະກູນເບັນຢາມິນໄດ້ຊ່ວຍຄົນອິດສະຣາເອນໃຫ້ລອດຈາກການກວາດລ້າງຂອງຈັກກະພັດເປີເຊຍ.—ອສທ. 2:5-7; 8:3; 10:3
18. ເຮົາຈະຮຽນແບບຄວາມພັກດີຂອງຕະກູນເບັນຢາມິນໄດ້ແນວໃດ?
18 ເຮົາໄດ້ບົດຮຽນຫຍັງ? ທຸກຄົນໃນຕະກູນເບັນຢາມິນດີໃຈຫຼາຍແທ້ໆທີ່ເຫັນຊາອູນທີ່ເປັນຄົນໃນຕະກູນຂອງເຂົາເຈົ້າໄດ້ເປັນກະສັດ. ແຕ່ເມື່ອພະເຢໂຫວາເລືອກດາວິດເຊິ່ງມາຈາກຕະກູນຢູດາໃຫ້ເປັນກະສັດແທນຊາອູນ ເຂົາເຈົ້າກໍຍັງສະໜັບສະໜູນດາວິດ. (2ຊມ. 3:17-19) ຫຼາຍສິບປີຕໍ່ມາ ເຖິງວ່າຕະກູນອື່ນໆບໍ່ສັດຊື່ຕໍ່ຕະກູນຢູດາ ແຕ່ຕະກູນເບັນຢາມິນກໍຍັງພັກດີຕໍ່ຕະກູນຢູດາແລະຕໍ່ກະສັດທີ່ພະເຢໂຫວາແຕ່ງຕັ້ງ. (1ກສ. 11:31, 32; 12:19, 21) ເຮົາກໍຄືກັນ ເຮົາສາມາດສະແດງຄວາມພັກດີໂດຍສະໜັບສະໜູນຜູ້ທີ່ພະເຢໂຫວາເລືອກໃຫ້ນຳໜ້າປະຊາຊົນຂອງເພິ່ນໃນທຸກມື້ນີ້.—1ທຊ. 5:12
19. ສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍເປັນປະໂຫຍດຕໍ່ເຮົາແນວໃດ?
19 ສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍເປັນປະໂຫຍດຕໍ່ເຮົາຫຼາຍແທ້ໆ. ການທົບທວນວ່າຄຳພະຍາກອນເຫຼົ່ານີ້ເກີດຂຶ້ນແທ້ແນວໃດ ເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນວ່າຄຳພະຍາກອນເລື່ອງອື່ນໆໃນຄຳພີໄບເບິນກໍຈະເກີດຂຶ້ນແທ້ຄືກັນ. ເມື່ອເຮົາຮູ້ວ່າລູກຊາຍຂອງຢາໂຄບໄດ້ຮັບພອນແນວໃດຊ່ວຍເຮົາໃຫ້ເຂົ້າໃຈວ່າເຮົາຕ້ອງເຮັດຫຍັງເພື່ອເຮັດໃຫ້ພະເຢໂຫວາພໍໃຈ.
ເພງທີ 128 ອົດທົນຈົນເຖິງທີ່ສຸດ
a ຕອນທີ່ຢາໂຄບອວຍພອນໃຫ້ຣູເບັນ ຊີເມໂອນ ເລວີ ແລະຢູດາທີ່ເປັນລູກຊາຍ 4 ຄົນທຳອິດຂອງລາວ ລາວອວຍພອນເຂົາເຈົ້າຕາມລຳດັບທີ່ເຂົາເຈົ້າເກີດ. ແຕ່ຕອນທີ່ຢາໂຄບອວຍພອນໃຫ້ລູກຊາຍອີກ 8 ຄົນ ລາວບໍ່ໄດ້ອວຍພອນຕາມລຳດັບທີ່ເຂົາເຈົ້າເກີດ.