ບົດຄວາມສຶກສາທີ 24
ເພງທີ 98 ພະຄຳພີຂຽນຂຶ້ນໂດຍການດົນໃຈຈາກພະເຈົ້າ
ບົດຮຽນສຳລັບເຮົາຈາກສິ່ງທີ່ຢາໂຄບເວົ້າກ່ອນຈະຕາຍ—ຕອນທີ 1
“ຫຍັບເຂົ້າມາໃກ້ໆພໍ່ ແລ້ວພໍ່ຊິບອກວ່າອະນາຄົດຂອງພວກເຈົ້າຊິເປັນແນວໃດ.”—ປຖກ. 49:1
ຈຸດສຳຄັນ
ບົດຮຽນທີ່ເຮົາຈະໄດ້ຈາກສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍກ່ຽວກັບຣູເບັນ ຊີເມໂອນ ເລວີ ແລະຢູດາ.
1-2. ຢາໂຄບເຮັດຫຍັງກ່ອນທີ່ລາວຈະຕາຍ ແລະຍ້ອນຫຍັງລາວຈຶ່ງເຮັດແບບນັ້ນ? (ເບິ່ງຮູບໜ້າປົກນຳ)
ຕອນທີ່ຢາໂຄບເຖົ້າຫຼາຍແລ້ວ ລາວກັບຄອບຄົວເດີນທາງຈາກການາອານໄປເອຢິບ. ຕອນທີ່ຢູ່ເອຢິບ ລາວກໍຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປເປັນເວລາ 17 ປີ. (ປຖກ. 47:28) ຢາໂຄບດີໃຈຫຼາຍທີ່ໄດ້ເຫັນໂຢເຊັບອີກຍ້ອນລາວຄິດວ່າໂຢເຊັບຕາຍແລ້ວ. ໃນທີ່ສຸດ ຢາໂຄບກັບພວກລູກຂອງລາວກໍໄດ້ມາຢູ່ນຳກັນອີກເທື່ອໜຶ່ງ. ຢາໂຄບຮູ້ວ່າອີກບໍ່ດົນລາວຈະຕາຍ ລາວຈຶ່ງບອກລູກຊາຍທຸກຄົນໃຫ້ມາຫາຍ້ອນລາວມີເລື່ອງສຳຄັນທີ່ຈະບອກເຂົາເຈົ້າ.—ປຖກ. 49:28
2 ໃນສະໄໝນັ້ນເປັນເລື່ອງປົກກະຕິທີ່ຫົວໜ້າຄອບຄົວທີ່ກຳລັງຈະຕາຍຈະເອີ້ນຄົນໃນຄອບຄົວໃຫ້ມາຢູ່ລວມກັນເພື່ອຈະສັ່ງລາເຂົາເຈົ້າ. (ອຊຢ. 38:1) ໃນຕອນນັ້ນ ລາວຈະບອກວ່າໃຜຈະເປັນຫົວໜ້າຄອບຄົວຫຼັງຈາກທີ່ລາວຕາຍແລ້ວ.
ຕອນທີ່ຢາໂຄບໃກ້ຊິຕາຍ ລາວບອກລ່ວງໜ້າກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບລູກຊາຍ 12 ຄົນ (ເບິ່ງຂໍ້ 1-2)
3. ຕາມປະຖົມມະການ 49:1, 2 ເປັນຫຍັງຄຳເວົ້າຂອງຢາໂຄບຈຶ່ງມີຄວາມໝາຍເປັນພິເສດ?
3 ອ່ານປະຖົມມະການ 49:1, 2. ການທີ່ພວກລູກຊາຍຂອງຢາໂຄບມາຢູ່ລວມກັນເທື່ອນີ້ບໍ່ແມ່ນການສັ່ງລາທຳມະດາ ຍ້ອນຢາໂຄບເວົ້າກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບເຂົາເຈົ້າໃນອະນາຄົດ. ໃນຕອນນັ້ນ ພະເຢໂຫວາໄດ້ດົນໃຈຢາໂຄບໃຫ້ບອກພວກລູກຊາຍຂອງລາວກ່ຽວກັບເຫດການສຳຄັນໃນອະນາຄົດເຊິ່ງຈະເກີດຂຶ້ນກັບເຂົາເຈົ້າແລະລູກຫຼານຂອງເຂົາເຈົ້າ. ສະນັ້ນ ສິ່ງທີ່ຢາໂຄບບອກພວກລູກຊາຍຂອງລາວຈຶ່ງເປັນຄຳພະຍາກອນ.
4. ເຮົາຈະຮຽນຫຍັງໃນບົດນີ້? (ເບິ່ງຂອບ “ຄອບຄົວຂອງຢາໂຄບ” ນຳ)
4 ໃນບົດນີ້ ເຮົາຈະເບິ່ງສິ່ງທີ່ຢາໂຄບເວົ້າກັບລູກຊາຍ 4 ຄົນຂອງລາວເຊິ່ງກໍຄື: ຣູເບັນ ຊີເມໂອນ ເລວີ ແລະຢູດາ. ໃນບົດຕໍ່ໄປເຮົາຈະເບິ່ງສິ່ງທີ່ຢາໂຄບເວົ້າກັບລູກຊາຍອີກ 8 ຄົນຂອງລາວ. ໃນບົດນັ້ນ ຢາໂຄບໄດ້ບອກລ່ວງໜ້າໃນສິ່ງທີ່ຈະເກີດຂຶ້ນກັບພວກລູກຊາຍຂອງລາວແລະລູກຫຼານຂອງເຂົາເຈົ້າ ເຊິ່ງໃນທີ່ສຸດຈະກາຍເປັນຊາດອິດສະຣາເອນ. ເມື່ອເຮົາຄິດເຖິງສິ່ງທີ່ເກີດຂຶ້ນກັບຊາດອິດສະຣາເອນໃນສະໄໝແຕ່ກີ້ ເຮົາກໍຈະເຫັນວ່າສິ່ງທີ່ຢາໂຄບເວົ້າເກີດຂຶ້ນແທ້. ເມື່ອເຮົາຮຽນກ່ຽວກັບສິ່ງທີ່ຢາໂຄບເວົ້າ ເຮົາຈະໄດ້ບົດຮຽນທີ່ສຳຄັນເຊິ່ງຈະຊ່ວຍເຮົາໃຫ້ເຮັດໃນສິ່ງທີ່ພະເຢໂຫວາພໍໃຈ.
ຣູເບັນ
5. ຣູເບັນຄາດໝາຍຈະໄດ້ຮັບຫຍັງຈາກພໍ່?
5 ຢາໂຄບເວົ້າກັບຣູເບັນເປັນຜູ້ທຳອິດ ລາວເວົ້າວ່າ: “ເຈົ້າເປັນລູກກົກຂອງພໍ່.” (ປຖກ. 49:3) ຍ້ອນເປັນລູກກົກ ຣູເບັນຄາດໝາຍວ່າຈະໄດ້ມໍລະດົກ 2 ເທົ່າຈາກພໍ່. ນອກຈາກນັ້ນ ລາວອາດຄາດໝາຍວ່າຈະໄດ້ເປັນຫົວໜ້າຄອບຄົວຫຼັງຈາກທີ່ພໍ່ຕາຍ ແລະລາວກໍຄາດໝາຍວ່າບາງຄົນໃນຕະກູນຂອງລາວຈະໄດ້ເປັນຫົວໜ້າຄອບຄົວຕະຫຼອດໄປ.
6. ເປັນຫຍັງຣູເບັນຈຶ່ງເສຍສິດທີ່ລູກກົກຈະໄດ້ຮັບ? (ປະຖົມມະການ 49:3, 4)
6 ແຕ່ຣູເບັນເສຍສິດທີ່ລູກກົກຈະໄດ້ຮັບ. (1ຂຄ. 5:1) ຍ້ອນຫຍັງ? ຫຼາຍປີກ່ອນໜ້ານີ້ລາວໄປນອນນຳບິນຮາທີ່ເປັນເມຍນ້ອຍຂອງຢາໂຄບ. ບິນຮາເປັນສາວໃຊ້ຂອງຣາເຄນເຊິ່ງເປັນເມຍທີ່ຢາໂຄບຮັກຫຼາຍທີ່ສຸດເຊິ່ງຕາຍໄປແລ້ວ. (ປຖກ. 35:19, 22) ຣູເບັນເປັນລູກຂອງເລອາເຊິ່ງເປັນເມຍອີກຜູ້ໜຶ່ງຂອງຢາໂຄບ. ຍ້ອນຫຍັງຣູເບັນຈຶ່ງໄປນອນກັບບິນຮາ? ອາດເປັນຍ້ອນວ່າລາວຢາກໃຫ້ຢາໂຄບຊັງບິນຮາແລະໄປຮັກແມ່ຂອງລາວຫຼາຍກວ່າ. ຫຼືອາດເປັນໄປໄດ້ທີ່ຣູເບັນມັກບິນຮາແລະລາວບໍ່ສາມາດຄວບຄຸມອາລົມຄວາມຮູ້ສຶກທາງເພດໄດ້. ບໍ່ວ່າຈະຍ້ອນເຫດຜົນໃດ ສິ່ງທີ່ຣູເບັນເຮັດໄດ້ເຮັດໃຫ້ພະເຢໂຫວາແລະຢາໂຄບບໍ່ພໍໃຈຫຼາຍ.—ອ່ານປະຖົມມະການ 49:3, 4
7. ເກີດຫຍັງຂຶ້ນກັບຣູເບັນແລະລູກຫຼານຂອງລາວ? (ເບິ່ງຂອບ “ສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍ” ນຳ)
7 ຢາໂຄບບອກຣູເບັນວ່າ: “ເຈົ້າຊິບໍ່ໄດ້ກຽດສູງສຸດນັ້ນ” ແລະເລື່ອງນີ້ກໍເກີດຂຶ້ນແທ້. ໃນຄຳພີໄບເບິນບໍ່ມີບ່ອນໃດທີ່ເວົ້າວ່າລູກຫຼານຂອງຣູເບັນໄດ້ເປັນກະສັດ ປະໂລຫິດ ຫຼື ຜູ້ພະຍາກອນ. ແຕ່ຢາໂຄບກໍຍັງໃຫ້ຣູເບັນໄດ້ຮັບມໍລະດົກ ແລະລູກຫຼານຂອງຣູເບັນກໍໄດ້ເປັນຕະກູນໜຶ່ງໃນອິດສະຣາເອນ. (ຢຊ. 12:6) ຣູເບັນສະແດງຄຸນລັກສະນະທີ່ດີໃນໂອກາດອື່ນ ແລະໃນຄຳພີໄບເບິນກໍບໍ່ມີບ່ອນໃດທີ່ເວົ້າວ່າລາວເຮັດຜິດສິນລະທຳທາງເພດອີກ.—ປຖກ. 37:20-22; 42:37
8. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງຣູເບັນ?
8 ເຮົາໄດ້ບົດຮຽນຫຍັງ? ເຮົາຕ້ອງພະຍາຍາມເຕັມທີທີ່ຈະຄວບຄຸມໂຕເອງແລະຕັ້ງໃຈທີ່ຈະບໍ່ເຮັດຜິດສິນລະທຳທາງເພດ. ຖ້າເຮົາຖືກລໍ້ໃຈໃຫ້ເຮັດຜິດ ເຮົາຄວນຢຸດແລະຄິດວ່າການກະທຳຂອງເຮົາຈະເຮັດໃຫ້ພະເຢໂຫວາ ຄົນໃນຄອບຄົວ ແລະຄົນອື່ນໆເສຍໃຈຫຼາຍສ່ຳໃດ? ເຮົາຄວນຈື່ໄວ້ຄືກັນວ່າ “ຜູ້ໃດຫວ່ານສິ່ງໃດກໍຕ້ອງເກັບກ່ຽວສິ່ງນັ້ນ.” (ຄລຕ. 6:7) ສິ່ງທີ່ເກີດຂຶ້ນກັບຣູເບັນເຕືອນເຮົາວ່າພະເຢໂຫວາມີຄວາມເມດຕາ. ເຖິງວ່າພະເຢໂຫວາບໍ່ໄດ້ປົກປ້ອງເຮົາຈາກຜົນເສຍຫາຍໃນຄວາມຜິດທີ່ເຮົາເຮັດ ແຕ່ເພິ່ນຈະອວຍພອນຄວາມພະຍາຍາມຂອງເຮົາເມື່ອເຮົາເຮັດສິ່ງທີ່ຖືກຕ້ອງ.
ຊີເມໂອນກັບເລວີ
9. ເປັນຫຍັງຢາໂຄບຈຶ່ງບໍ່ພໍໃຈໃຫ້ຊີເມໂອນກັບເລວີ? (ປະຖົມມະການ 49:5-7)
9 ອ່ານປະຖົມມະການ 49:5-7. ຕໍ່ມາ ຢາໂຄບໄດ້ເວົ້າກັບຊີເມໂອນແລະເລວີ ແຕ່ສິ່ງທີ່ຢາໂຄບເວົ້າສະແດງໃຫ້ເຫັນວ່າລາວບໍ່ພໍໃຈລູກ 2 ຄົນນີ້ຫຼາຍ. ຫຼາຍປີກ່ອນໜ້ານີ້ ດີນາລູກສາວຂອງຢາໂຄບຖືກເຊເຄັມທີ່ເປັນຄົນການາອານຂົ່ມຂືນ. ເຂົ້າໃຈໄດ້ທີ່ພວກລູກຊາຍຂອງຢາໂຄບໃຈຮ້າຍຫຼາຍໃນສິ່ງທີ່ເກີດຂຶ້ນກັບນ້ອງສາວຂອງເຂົາເຈົ້າ. ແຕ່ຊີເມໂອນກັບເລວີບໍ່ໄດ້ຄວບຄຸມຄວາມໃຈຮ້າຍຂອງໂຕເອງ. ສອງຄົນນີ້ຕົວະຜູ້ຊາຍເມືອງເຊເຄັມວ່າ ຖ້າເຂົາເຈົ້າຮັບສິນຕັດ ເຂົາເຈົ້າກໍຈະເປັນມິດກັບຄອບຄົວຂອງຢາໂຄບ. ພວກຜູ້ຊາຍເຫຼົ່ານັ້ນກໍເຮັດຕາມ. ຕອນທີ່ຍັງເຈັບຢູ່ຍ້ອນຮັບສິນຕັດ ຊີເມໂອນກັບເລວີ “ໄດ້ຖືດາບເຂົ້າໄປໃນເມືອງໂດຍທີ່ບໍ່ມີຜູ້ໃດສົງໄສ ແລ້ວກໍຂ້າຜູ້ຊາຍທຸກຄົນໃນເມືອງນັ້ນ.”—ປຖກ. 34:25-29
10. ສິ່ງທີ່ຢາໂຄບເວົ້າກ່ຽວກັບຊີເມໂອນກັບເລວີເກີດຂຶ້ນແທ້ແນວໃດ? (ເບິ່ງຂອບ “ສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍ” ນຳ)
10 ຢາໂຄບໃຈຮ້າຍຫຼາຍໃຫ້ຊີເມໂອນກັບເລວີທີ່ຂ້າຄົນຕາຍບັກຫຼາຍໆ. ລາວບອກລ່ວງໜ້າວ່າເຂົາເຈົ້າຈະກະຈັດກະຈາຍຢູ່ທົ່ວອິດສະຣາເອນ. ຫຼາຍກວ່າ 200 ປີຕໍ່ມາ ຄຳເວົ້ານີ້ເກີດຂຶ້ນແທ້ຕອນທີ່ຊາດອິດສະຣາເອນເຂົ້າໄປແຜ່ນດິນທີ່ພະເຢໂຫວາສັນຍາໄວ້. ດິນມູນທີ່ຕະກູນຊີເມໂອນໄດ້ຮັບແມ່ນຢາຍຢູ່ທົ່ວເຂດຂອງຕະກູນຢູດາ. (ຢຊ. 19:1) ດິນມູນທີ່ຕະກູນເລວີໄດ້ລວມທັງໝົດມີ 48 ເມືອງເຊິ່ງກະຈັດກະຈາຍຢູ່ທົ່ວອິດສະຣາເອນ.—ຢຊ. 21:41
11. ຕະກູນຊີເມໂອນກັບຕະກູນເລວີໄດ້ເຮັດສິ່ງທີ່ດີຫຍັງແດ່?
11 ລູກຫຼານຂອງຊີເມໂອນກັບເລວີບໍ່ໄດ້ເຮັດຜິດຄືກັບປູ່ຍ່າຕານາຍຂອງເຂົາເຈົ້າ. ຕະກູນເລວີສະໜັບສະໜູນການນະມັດສະການແທ້ຢ່າງພັກດີ. ຕອນທີ່ໂມເຊຂຶ້ນໄປພູຊີນາຍເພື່ອໄປເອົາກົດໝາຍຈາກພະເຢໂຫວາ ພວກອິດສະຣາເອນຫຼາຍຄົນໄດ້ນະມັດສະການຮູບງົວນ້ອຍ ແຕ່ຕະກູນເລວີບໍ່ໄດ້ເຮັດແບບນັ້ນ. ເຂົາເຈົ້າຢູ່ຝ່າຍໂມເຊແລະໄດ້ຊ່ວຍລາວຂ້າພວກທີ່ນະມັດສະການຮູບງົວນ້ອຍ. (ອພຍ. 32:26-29) ພະເຢໂຫວາໄດ້ເລືອກຜູ້ຊາຍຈາກຕະກູນເລວີໃຫ້ເປັນປະໂລຫິດເຊິ່ງເປັນສິດທິພິເສດທີ່ມີຄ່າຫຼາຍ. (ອພຍ. 40:12-15; ຈຊບ. 3:11, 12) ຕໍ່ມາ ຕະກູນຊີເມໂອນໄດ້ຊ່ວຍຕະກູນຢູດາຕໍ່ສູ້ກັບພວກການາອານເພື່ອຍຶດເອົາເຂດທີ່ເປັນດິນມູນຂອງເຂົາເຈົ້າໃນແຜ່ນດິນທີ່ພະເຢໂຫວາສັນຍາໄວ້.—ຜຕສ. 1:3, 17
12. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງຊີເມໂອນກັບເລວີ?
12 ເຮົາໄດ້ບົດຮຽນຫຍັງ? ເຮົາຕ້ອງຄວບຄຸມຄວາມໃຈຮ້າຍຖ້າເຮົາຫຼືຄົນທີ່ເຮົາຮັກຖືກປະຕິບັດແບບບໍ່ຍຸຕິທຳ. ເປັນເລື່ອງປົກກະຕິທີ່ເຮົາຈະຮູ້ສຶກໃຈຮ້າຍ. (ພສ. 4:4) ແຕ່ເຮົາຕ້ອງຈື່ໄວ້ວ່າພະເຢໂຫວາບໍ່ພໍໃຈກັບຄຳເວົ້າຫຼືການກະທຳທີ່ສະແດງເຖິງຄວາມໃຈຮ້າຍ. (ຢກບ. 1:20) ເຮົາເຈິຄວາມບໍ່ຍຸຕິທຳທັງໃນແລະນອກປະຊາຄົມ. ແຕ່ຕາມຫຼັກການໃນຄຳພີໄບເບິນ ເຮົາຕ້ອງຫຼີກລ່ຽງທີ່ຈະບໍ່ເວົ້າຫຼືເຮັດສິ່ງທີ່ຈະເຮັດໃຫ້ຄົນອື່ນເສຍໃຈຍ້ອນເຮົາຄວບຄຸມຄວາມໃຈຮ້າຍຂອງໂຕເອງບໍ່ໄດ້. (ຣມ. 12:17, 19; 1ປຕ. 3:9) ອີກບົດຮຽນໜຶ່ງແມ່ນ ເຖິງວ່າພໍ່ແມ່ຂອງເຮົາເຮັດສິ່ງທີ່ພະເຢໂຫວາບໍ່ມັກ ແຕ່ຂໍໃຫ້ຈື່ໄວ້ວ່າເຮົາບໍ່ຈຳເປັນຕ້ອງເຮັດຄືກັບເຂົາເຈົ້າ ແລະເຮົາກໍບໍ່ຄວນສະຫຼຸບວ່າເຮົາບໍ່ສາມາດເຮັດສິ່ງທີ່ພະເຢໂຫວາພໍໃຈໄດ້. ພະເຢໂຫວາຈະຊ່ວຍເຮົາໃຫ້ເຮັດສິ່ງທີ່ຖືກຕ້ອງ ແລະເພິ່ນຈະໃຫ້ລາງວັນເຮົາທີ່ພະຍາຍາມເຮັດແບບນັ້ນ.
ຢູດາ
13. ເມື່ອຮອດຕອນທີ່ຢາໂຄບເວົ້າກັບຢູດາ ເປັນຫຍັງລາວຈຶ່ງຮູ້ສຶກກັງວົນ?
13 ລູກຜູ້ຕໍ່ໄປທີ່ຢາໂຄບຈະເວົ້ານຳແມ່ນຢູດາ. ຫຼັງຈາກໄດ້ຍິນສິ່ງທີ່ຢາໂຄບເວົ້າກັບອ້າຍທັງສອງຄົນ ຢູດາຄືຊິຮູ້ສຶກກັງວົນຍ້ອນລາວກໍໄດ້ເຮັດຜິດຮ້າຍແຮງຄືກັນ. ຫຼັງຈາກຊີເມໂອນກັບເລວີຂ້າພວກຜູ້ຊາຍຢູ່ເມືອງເຊເຄັມ ຢູດາກໍໄປກັບພວກອ້າຍນ້ອງຂອງລາວເພື່ອໄປປຸ້ນເອົາເຄື່ອງຂອງໃນເມືອງນັ້ນ. (ປຖກ. 34:27) ຢູດາຍັງມີສ່ວນຮ່ວມກັບພວກອ້າຍໃນການຂາຍໂຢເຊັບໄປເປັນທາດແລະຕົວະພໍ່ກ່ຽວກັບເລື່ອງນີ້. (ປຖກ. 37:31-33) ຕໍ່ມາ ຫຼັງຈາກທີ່ລູກຊາຍຂອງຢູດາຕາຍ ລາວໄດ້ໄປນອນນຳລູກໃພ້ຂອງໂຕເອງທີ່ຊື່ຕາມາຍ້ອນຄິດວ່າລາວເປັນໂສເພນີ.—ປຖກ. 38:15-18
14. ຢາໂຄບເວົ້າຫຍັງກັບຢູດາ ແລະຢູດາໄດ້ເຮັດສິ່ງທີ່ດີຫຍັງແດ່? (ປະຖົມມະການ 49:8, 9)
14 ແຕ່ຢາໂຄບພັດຍ້ອງຢູດາແລະສັນຍາວ່າຈະມີແຕ່ສິ່ງດີໆເກີດຂຶ້ນກັບລາວແລະລູກຫຼານຂອງລາວ. (ອ່ານປະຖົມມະການ 49:8, 9) ຢູດາເປັນຫ່ວງແທ້ໆຕໍ່ຄວາມຮູ້ສຶກຂອງພໍ່ທີ່ເຖົ້າແລ້ວ ແລະລາວຍັງອີ່ຕົນເບັນຢາມິນທີ່ເປັນນ້ອງຫຼ້ານຳ.—ປຖກ. 44:18, 30-34
15. ມີສິ່ງດີໆຫຍັງແດ່ເກີດຂຶ້ນກັບຢູດາ?
15 ຢາໂຄບບອກລ່ວງໜ້າວ່າຢູດາຈະເປັນຜູ້ນຳພວກອ້າຍນ້ອງຂອງລາວ. ແຕ່ປະມານ 200 ປີຕໍ່ມາ ຄຳພະຍາກອນນີ້ຈຶ່ງເລີ່ມເກີດຂຶ້ນແທ້ຫຼັງຈາກຄົນອິດສະຣາເອນອອກຈາກເອຢິບແລະເດີນທາງຜ່ານບ່ອນກັນດານເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາໄວ້. ຕະກູນຢູດາເປັນຈຸທຳອິດທີ່ເຂົ້າໄປ ແລ້ວຕະກູນອື່ນໆຈຶ່ງເຂົ້າໄປນຳຫຼັງ. (ຈຊບ. 10:14) ຫຼາຍສິບປີຕໍ່ມາ ພະເຢໂຫວາໄດ້ມອບໝາຍໃຫ້ຕະກູນຢູດາເປັນພວກທຳອິດທີ່ໄປຕໍ່ສູ້ກັບພວກການາອານເພື່ອຍຶດເອົາແຜ່ນດິນທີ່ເພິ່ນສັນຍາໄວ້. (ຜຕສ. 1:1, 2) ດາວິດເປັນກະສັດຜູ້ທຳອິດທີ່ມາຈາກຕະກູນຢູດາ. ແຕ່ຍັງມີເລື່ອງອື່ນໆອີກທີ່ຄຳພະຍາກອນນີ້ເກີດຂຶ້ນແທ້ກ່ຽວກັບຢູດາ.
16. ຄຳພະຍາກອນໃນປະຖົມມະການ 49:10 ເກີດຂຶ້ນແທ້ແນວໃດ? (ເບິ່ງຂອບ “ສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍ” ນຳ)
16 ຢາໂຄບບອກວ່າຜູ້ປົກຄອງມະນຸດຈະມາຈາກຕະກູນຢູດາ ແລະລາວຈະປົກຄອງຕະຫຼອດໄປ. (ອ່ານປະຖົມມະການ 49:10 ແລະໄຂເງື່ອນ) ຜູ້ປົກຄອງຜູ້ນັ້ນແມ່ນພະເຢຊູເຊິ່ງຢາໂຄບເອີ້ນວ່າຊີໂລ. ທູດສະຫວັນກໍເວົ້າເຖິງພະເຢຊູວ່າ: “ພະເຢໂຫວາພະເຈົ້າຈະຍົກບັນລັງຂອງດາວິດປູ່ຍ່າຕານາຍຂອງລາວໃຫ້ລາວ.” (ລກ. 1:32, 33) ນອກຈາກນັ້ນ ພະເຢຊູຍັງຖືກເອີ້ນວ່າ: “ສິງຈາກຕະກູນຢູດາ.”—ພນມ. 5:5
17. ເຮົາຈະຮຽນແບບພະເຢໂຫວາແນວໃດໃນວິທີທີ່ເຮົາເບິ່ງຄົນອື່ນ?
17 ເຮົາໄດ້ບົດຮຽນຫຍັງ? ພະເຢໂຫວາອວຍພອນຢູດາເຖິງວ່າລາວໄດ້ເຮັດຜິດຮ້າຍແຮງບາງຢ່າງ. ແຕ່ພວກອ້າຍນ້ອງຂອງຢູດາຄືຊິສົງໄສວ່າພະເຢໂຫວາເຫັນຫຍັງໃນໂຕຢູດາ. ບໍ່ວ່າເຂົາເຈົ້າຈະຄິດແນວໃດ ແຕ່ເຮົາຮູ້ວ່າພະເຢໂຫວາເຫັນຄຸນລັກສະນະທີ່ດີໃນໂຕຂອງຢູດາແລະເພິ່ນໄດ້ອວຍພອນລາວຍ້ອນສິ່ງນັ້ນ. ເຮົາຈະຮຽນແບບຕົວຢ່າງຂອງພະເຢໂຫວາແນວໃດ? ເມື່ອພີ່ນ້ອງໄດ້ຮັບວຽກມອບໝາຍທີ່ສຳຄັນ ເຮົາອາດບໍ່ເຂົ້າໃຈວ່າເປັນຫຍັງລາວຈຶ່ງໄດ້ຮັບວຽກມອບໝາຍນັ້ນຍ້ອນເຮົາຮູ້ຈັກຂໍ້ບົກພ່ອງຂອງລາວ. ແຕ່ເຮົາຄວນຈື່ໄວ້ວ່າພະເຢໂຫວາພໍໃຈແທ້ໆກັບຄຸນລັກສະນະທີ່ດີໃນໂຕຜູ້ນັ້ນ. ພະເຢໂຫວາຊອກເບິ່ງສິ່ງທີ່ດີໆໃນໂຕຜູ້ນະມັດສະການຂອງເພິ່ນ ແລະເຮົາກໍຄວນພະຍາຍາມເຮັດແບບນັ້ນຄືກັນ.
18. ເຮົາຈະຮຽນແບບລູກຫຼານຂອງຢູດາແນວໃດ?
18 ບົດຮຽນອີກຢ່າງໜຶ່ງທີ່ເຮົາໄດ້ຈາກເລື່ອງຂອງຢູດາແມ່ນເຮົາຕ້ອງເປັນຄົນອົດທົນ. ພະເຢໂຫວາເຮັດໃຫ້ຄຳສັນຍາຂອງເພິ່ນເກີດຂຶ້ນແທ້ສະເໝີ ແຕ່ເພິ່ນຈະບໍ່ໄດ້ເຮັດໃນວິທີຫຼືໃນເວລາທີ່ເຮົາຄາດໝາຍໄວ້ສະເໝີໄປ. ລູກຫຼານຂອງຢູດາບໍ່ໄດ້ນຳໜ້າປະຊາຊົນຂອງພະເຢໂຫວາທັນທີ ແຕ່ເຂົາເຈົ້າກໍສະໜັບສະໜູນຜູ້ທີ່ພະເຢໂຫວາແຕ່ງຕັ້ງໃຫ້ນຳໜ້າບໍ່ວ່າຈະເປັນໂມເຊຄົນເລວີ ໂຢຊວຍຄົນເອຟຣາຢິມ ຫຼືຊາອູນຄົນເບັນຢາມິນ. ເຮົາກໍຄືກັນ ຄວນສະໜັບສະໜູນຜູ້ທີ່ພະເຢໂຫວາເລືອກໃຫ້ນຳໜ້າເຮົາໃນທຸກມື້ນີ້.—ຮຣ. 6:12
19. ເຮົາໄດ້ຮຽນຫຍັງກ່ຽວກັບພະເຢໂຫວາຈາກສິ່ງທີ່ຢາໂຄບເວົ້າກ່ອນທີ່ລາວຈະຕາຍ?
19 ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ຢາໂຄບເວົ້າກັບລູກຊາຍ 4 ຄົນກ່ອນທີ່ລາວຈະຕາຍ? ເຮົາເຫັນວ່າ “[ພະເຢໂຫວາ] ບໍ່ໄດ້ເບິ່ງຄືກັບທີ່ມະນຸດເບິ່ງ.” (1ຊມ. 16:7) ພະເຢໂຫວາເປັນພະເຈົ້າທີ່ມີຄວາມອົດທົນຫຼາຍແລະພ້ອມຈະໃຫ້ອະໄພ. ພະເຢໂຫວາບໍ່ມັກເມື່ອເຮົາເຮັດສິ່ງທີ່ບໍ່ດີ ແຕ່ເພິ່ນກໍບໍ່ໄດ້ຄາດໝາຍວ່າເຮົາຕ້ອງເປັນຄົນທີ່ສົມບູນແບບ. ເພິ່ນເຖິງຂັ້ນອວຍພອນຄົນທີ່ເຮັດຜິດຮ້າຍແຮງໃນອະດີດຖ້າເຂົາເຈົ້າກັບໃຈແທ້ໆແລະກັບມາເຮັດສິ່ງທີ່ຖືກຕ້ອງ. ໃນບົດຕໍ່ໄປເຮົາຈະເບິ່ງສິ່ງທີ່ຢາໂຄບເວົ້າກັບລູກຊາຍອີກ 8 ຄົນຂອງລາວ.
ເພງທີ 124 ສັດຊື່ຕະຫຼອດໄປ