ນາຍທູດສະຫວັນມີກາເອນແມ່ນໃຜ?
ຄຳຕອບຈາກຄຳພີໄບເບິນ
ມີຫຼັກຖານຢ່າງຈະແຈ້ງວ່າ ມີກາເອນທີ່ບາງສາສະໜາເອີ້ນວ່າ “ນັກບຸນໄມເຄິນ” ເປັນຊື່ຂອງພະເຢຊູທັງກ່ອນແລະຫຼັງມີຊີວິດຢູ່ໂລກ.a ມີກາເອນເປັນຜູ້ທີ່ໂຕ້ຖຽງກັບຊາຕານຫຼັງຈາກທີ່ໂມເຊເສຍຊີວິດ ແລະໄດ້ຊ່ວຍທູດສະຫວັນອົງໜຶ່ງໃຫ້ນຳຂ່າວສານຈາກພະເຈົ້າໄປໃຫ້ຜູ້ພະຍາກອນດານີເອນ. (ດານີເອນ 10:13, 21; ຢູດາ 9) ມີກາເອນໃຊ້ຊີວິດໄດ້ສົມກັບຄວາມໝາຍຂອງຊື່ທີ່ແປວ່າ “ໃຜຈະຄືກັບພະເຈົ້າ?” ໂດຍການທີ່ເພິ່ນປົກປ້ອງການປົກຄອງຂອງພະເຈົ້າແລະຕໍ່ສູ້ກັບສັດຕູຂອງເພິ່ນ.—ດານີເອນ 12:1; ພະນິມິດ 12:7
ມາພິຈາລະນາວ່າເປັນຫຍັງຈຶ່ງມີເຫດຜົນທີ່ຈະສະຫຼຸບວ່າພະເຢຊູເປັນນາຍທູດສະຫວັນມີກາເອນ.
ມີຄາເອນເປັນ “ນາຍທູດສະຫວັນ.” (ຢູດາ 9) ຕຳແໜ່ງ “ນາຍທູດສະຫວັນ” ໝາຍເຖິງ “ຫົວໜ້າທູດສະຫວັນ” ເຊິ່ງມີຢູ່ໃນຄຳພີໄບເບິນພຽງ 2 ຂໍ້ເທົ່ານັ້ນ. ທັງສອງຂໍ້ນີ້ໃຊ້ຄຳເອກະພົດທີ່ເຮັດໃຫ້ຮູ້ວ່າມີທູດສະຫວັນພຽງອົງດຽວເທົ່ານັ້ນທີ່ມີຕຳແໜ່ງນີ້. ໜຶ່ງໃນຂໍ້ນັ້ນບອກວ່າ ພະເຢຊູທີ່ຖືກປຸກໃຫ້ຟື້ນຂຶ້ນຈາກຕາຍ “ຈະລົງມາຈາກສະຫວັນພ້ອມກັບອອກຄຳສັ່ງດ້ວຍສຽງຂອງນາຍທູດສະຫວັນ.” (1 ເທຊະໂລນິກ 4:16) ພະເຢຊູມີ “ສຽງຂອງນາຍທູດສະຫວັນ” ຍ້ອນວ່າເພິ່ນເປັນນາຍທູດສະຫວັນມີກາເອນ.
ມີຄາເອນສັ່ງການກອງທັບທູດສະຫວັນ. “ມີກາເອນກັບພວກທູດສະຫວັນຂອງເພິ່ນໄດ້ສູ້ຮົບກັບພະຍານາກ” ເຊິ່ງກໍຄືຊາຕານ. (ພະນິມິດ 12:7) ມີກາເອນມີອຳນາດຍິ່ງໃຫຍ່ໃນສະຫວັນເພາະເພິ່ນຖືກເອີ້ນວ່າ “ຫົວໜ້າຂອງພວກເຈົ້ານາຍ” ແລະ “ເຈົ້ານາຍອົງຍິ່ງໃຫຍ່.” (ດານີເອນ 10:13, 21; 12:1, ລ.ມ) ຕຳແໜ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າ ມີຄາເອນເປັນ “ຜູ້ບັນຊາການໃຫຍ່ຂອງກອງທັບທູດສະຫວັນ” ຕາມທີ່ດາວິດ ອີ. ເອົານີ ຜູ້ຊ່ຽວຊານດ້ານພະຄຳພີພາກພັນທະສັນຍາໃໝ່ບອກໄວ້.
ຄຳພີໄບເບິນເວົ້າເຖິງອີກຊື່ໜຶ່ງທີ່ເປັນຜູ້ມີອຳນາດເໜືອກອງທັບທູດສະຫວັນ. ຄຳພີໄບເບິນບອກວ່າ: ‘ພະເຢຊູຜູ້ເປັນນາຍປາກົດຈາກສະຫວັນໃນແປວໄຟພ້ອມກັບພວກທູດສະຫວັນທີ່ມີລິດເດດຂອງເພິ່ນ . . . ເພື່ອຈະລົງໂທດ.’ (2 ເທຊະໂລນິກ 1:7, 8; ມັດທາຍ 16:27) ພະເຢຊູ “ໄປສະຫວັນແລ້ວ ແລະຕອນນີ້ຢູ່ເບື້ອງຂວາມືຂອງພະເຈົ້າ ພະອົງໃຫ້ພວກທູດສະຫວັນກັບຜູ້ມີອຳນາດທັງໝົດຢູ່ໃຕ້ອຳນາດເພິ່ນ.” (1 ເປໂຕ 3:21,22) ຄືຊິບໍ່ມີເຫດຜົນທີ່ພະເຈົ້າຈະຕັ້ງພະເຢຊູແລະມີກາເອນເພື່ອຈະແຂ່ງຂັນກັນເປັນຜູ້ບັນຊາການຂອງພວກທູດສະຫວັນ ແຕ່ມີເຫດຜົນຫຼາຍກວ່າທີ່ຈະລົງຄວາມເຫັນວ່າທັງພະເຢຊູແລະມີກາເອນເປັນຊື່ຂອງຄົນດຽວກັນ.
ມີຄາເອນ “ຈະລຸກຂຶ້ນ” ໃນ “ເວລາທີ່ທຸກຍາກລຳບາກ” ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. (ດານີເອນ 12:1, ລ.ມ.) ໃນປຶ້ມດານີເອນຄຳວ່າ “ລຸກຂຶ້ນ” ຢູ່ຂໍ້ຄວາມຕົ້ນສະບັບພາສາເຮັບເຣີມັກໃຊ້ເພື່ອສະແດງເຖິງກະສັດທີ່ລຸກຂຶ້ນເພື່ອເຮັດໜ້າທີ່ພິເສດ. (ດານຽນ 11:2-4, 21) ພະເຢຊູຄລິດເຊິ່ງຖືກເອີ້ນວ່າ “ໂຄສົກຂອງພະເຈົ້າ” ຈະເຮັດໜ້າທີ່ພິເສດໃນຖານະ “ກະສັດເໜືອກະສັດທັງຫຼາຍ” ເພື່ອທຳລາຍສັດຕູຂອງພະເຈົ້າທັງໝົດແລະປົກປ້ອງປະຊາຊົນຂອງເພິ່ນ. (ພະນິມິດ 19:11-16) ເພິ່ນຈະເຮັດແບບນັ້ນໃນໄລຍະ “ຄວາມທຸກລຳບາກຄັ້ງໃຫຍ່ແບບທີ່ບໍ່ເຄີຍເກີດຂຶ້ນນັບຕັ້ງແຕ່ມີໂລກມາ.”—ມັດທາຍ 24:21, 42
a ຄຳພີໄບເບິນເວົ້າເຖິງບາງຄົນວ່າມີຫຼາຍກວ່າໜຶ່ງຊື່ ເຊັ່ນ: ຢາໂຄບ (ມີອີກຊື່ໜຶ່ງວ່າອິດສະຣາເອນ) ເປໂຕ (ມີອີກຊື່ໜຶ່ງວ່າຊີໂມນ) ແລະທາດາຍ (ມີອີກຊື່ໜຶ່ງວ່າຢູດາ).—ປະຖົມມະການ 49:1, 2; ມັດທາຍ 10:2, 3; ມາຣະໂກ 3:18; ກິດຈະການ 1:13