ບົດ 56
ແມ່ນຫຍັງເຮັດໃຫ້ມະນຸດເປັນມົນທິນ?
ການຕໍ່ຕ້ານພະເຍຊູມີຄວາມຮຸນແຮງເພີ່ມຂຶ້ນເລື້ອຍໆ. ບໍ່ພຽງແຕ່ສາວົກຫຼາຍຄົນໄດ້ໜີຈາກພະອົງໄປ ແຕ່ຊາວຢິວໃນແຂວງຢູເດກໍຫາທາງຈະສັງຫານພະອົງຢ່າງທີ່ເຂົາໄດ້ເຮັດເມື່ອຢູ່ເມືອງເຢຣຶຊາເລມລະຫວ່າງເທສະການປັດສະຄາປີສາກົນສັກກະຫຼາດ 31.
ຕອນນີ້ແມ່ນເທສະການປັດສະຄາປີສາກົນສັກກະຫຼາດ 32. ພະເຍຊູຈຶ່ງເດີນທາງໄປເມືອງເຢຣຶຊາເລມເພື່ອເຂົ້າຮ່ວມເທສະການຕາມຂໍ້ຮຽກຮ້ອງຂອງພະເຈົ້າ ແຕ່ວ່າພະອົງເດີນທາງໄປຢ່າງລະມັດລະວັງເນື່ອງຈາກຊີວິດຂອງພະອົງຢູ່ໃນອັນຕະລາຍ. ຫຼັງຈາກນັ້ນພະອົງໄດ້ກັບຄືນມາຢູ່ຄາລິເລອີກ.
ພະເຍຊູອາດຢູ່ເມືອງກັບເອນາອູມເມື່ອພວກຟາລິຊຽນແລະສະໝຽນຈາກເມືອງເຢຣຶຊາເລມມາຫາພະອົງ. ພວກເຂົາຫາເຫດຜົນເພື່ອຕັ້ງຂໍ້ກ່າວຫາພະອົງວ່າລະເມີດພະບັນຍັດ. ເຂົາຖາມວ່າ “ເຫດສັນໃດພວກລູກສິດຂອງພະອົງທຳຜິດຕໍ່ຮີດຄອງທີ່ສືບໆ ມາແຕ່ພວກປູ່ຍ່າຕານາຍ? ດ້ວຍວ່າເຂົາບໍ່ລ້າງມືເວລາກິນເຂົ້າຈີ່.” ນີ້ບໍ່ແມ່ນຂໍ້ຮຽກຮ້ອງຂອງພະເຈົ້າ ແຕ່ພວກຟາລິຊຽນຖືວ່າການບໍ່ເຮັດຕາມປະເພນີເຊິ່ງລວມທັງການລ້າງມືແບບທີ່ເລີຍຂຶ້ນເຖິງຂໍ້ສອກນັ້ນເປັນການຜິດທີ່ຮ້າຍແຮງ.
ແທນທີ່ຈະຕອບຄຳກ່າວຫານັ້ນ ພະເຍຊູຊີ້ໃຫ້ເຫັນວ່າ ເຂົາຝ່າຝືນພະບັນຍັດຂອງພະເຈົ້າຢ່າງຈົງໃຈແລະເຈຕະນາຮ້າຍ. ພະອົງຖາມຄືນວ່າ “ເຫດສັນໃດທ່ານທັງຫຼາຍທຳຜິດຕໍ່ຄຳສັ່ງແຫ່ງພະເຈົ້າເພາະເຫດຮີດຄອງຂອງທ່ານທັງຫຼາຍທີ່ສືບໆ ມານັ້ນ. ເພາະພະເຈົ້າໄດ້ສັ່ງໄວ້ວ່າ ເຈົ້າຈົ່ງນັບຖືພໍ່ແມ່ ແລະຜູ້ໃດຈະປ້ອຍດ່າພໍ່ຫຼືແມ່ກໍຈະຖືກໂທດຕາຍ. ແຕ່ວ່າຝ່າຍທ່ານທັງຫຼາຍໆ ກ່າວວ່າ ຄົນທຸກຄົນທີ່ກ່າວແກ່ພໍ່ຫຼືແມ່ວ່າ ສັບພະທຸກສິ່ງຂອງຂ້າພະເຈົ້າທີ່ຈະເປັນປະໂຫຍດແກ່ເຈົ້າເປັນເຄື່ອງຖວາຍແລ້ວແກ່ພະເຈົ້າ. ຜູ້ນັ້ນຈະບໍ່ຕ້ອງນັບຖືພໍ່ແມ່.”
ທີ່ຈິງ ພວກຟາລິຊຽນສອນວ່າ ເງິນຄຳ, ຊັບສົມບັດ, ຫຼືສິ່ງໃດສິ່ງໜຶ່ງທີ່ຖວາຍແດ່ພະເຈົ້າແລ້ວກໍເປັນຂອງພະວິຫານ ແລ້ວຈະໃຊ້ໃນຈຸດປະສົງອື່ນອີກບໍ່ໄດ້. ແທ້ຈິງແລ້ວ ຂອງທີ່ວ່າຖວາຍນັ້ນຍັງຢູ່ກັບຜູ້ຖວາຍ. ຈາກຄຳສອນຂອງເຂົາ ພຽງແຕ່ລູກຊາຍບອກວ່າ ເງິນຫຼືຊັບສົມບັດຂອງຕົນເປັນ “ໂກລະບັນ”—ຂອງຖວາຍແດ່ພະເຈົ້າຫຼືພະວິຫານ—ໝາຍຄວາມວ່າເຂົາກໍພົ້ນຈາກໜ້າທີ່ລ້ຽງດູພໍ່ແມ່ຜູ້ແກ່ຊະລາເຊິ່ງອາດຈະຢູ່ໃນສະພາບລຳບາກຄັບແຄ້ນຢ່າງຍິ່ງ.
ດ້ວຍຄວາມຄຽດແຄ້ນຢ່າງມີເຫດຜົນຕໍ່ການທີ່ພວກຟາລິຊຽນບິດເບືອນກົດບັນຍັດຂອງພະເຈົ້າ ພະເຍຊູຈຶ່ງກ່າວວ່າ “ໂອ້ຄົນໜ້າຊື່ໃຈຄົດ ທ່ານເອຊາອີໄດ້ທຳນວາຍຖືກແທ້ ເຖິງທ່ານທັງຫຼາຍວ່າ ພວກນີ້ນັບຖືເຮົາດ້ວຍສົບປາກ ແຕ່ວ່າໃຈຂອງເຂົາຫ່າງໄກຈາກເຮົາຫຼາຍ ແຕ່ວ່າເຂົາຂາບໄຫວ້ເຮົາເປັນການເປົ່າໆ ເຂົາເອົາຄຳສັ່ງແຫ່ງມະນຸດສອນວ່າເປັນຄຳໂອວາດ.”
ອາດຈະເປັນໄດ້ທີ່ປະຊາຊົນໄດ້ຫຍັບອອກໄປເພື່ອເປີດໂອກາດໃຫ້ພວກຟາລິຊຽນຊັກຖາມພະເຍຊູ. ເມື່ອພວກຟາລິຊຽນບໍ່ມີຄຳຕອບແກ້ຄຳຕິຕຽນເຊິ່ງພະເຍຊູຕໍ່ວ່າເຂົາຢ່າງແຂງແຮງ ພະອົງໄດ້ເອີ້ນຝູງຊົນເຂົ້າມາໃກ້ ແລ້ວກ່າວວ່າ “ທ່ານທັງຫຼາຍຈົ່ງຟັງເຮົາແລະເຂົ້າໃຈເທີ້ນ. . . . ສິ່ງນັ້ນທີ່ເຂົ້າໄປໃນປາກກໍບໍ່ກະທຳໃຫ້ຄົນເປັນຖ່ອຍຮ້າຍ [“ມົນທິນ,” ລ.ມ.] ແຕ່ສິ່ງນັ້ນທີ່ອອກມາຈາກປາກກໍກະທຳໃຫ້ຄົນເປັນຖ່ອຍຮ້າຍ [“ມົນທິນ,” ລ.ມ.].”
ຈາກນັ້ນ ເມື່ອເຂົາເຈົ້າເຂົ້າໄປໃນເຮືອນ ສາວົກໄດ້ຖາມວ່າ “ເມື່ອພວກຟາລິຊຽນໄດ້ຍິນຄຳນັ້ນ ເຂົາໄດ້ຊູນສະດຸດໃຈ ພະອົງຮູ້ຈັກຫຼື”?
“ໄມ້ທຸກຕົ້ນທີ່ພະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ ບໍ່ໄດ້ຊົງປູກໄວ້ຈະຕ້ອງຫຼົກເສຍ. ຊ່າງເຂົາເທາະ ເຂົາເປັນຄົນນຳທາງຕາບອດ ຖ້າຄົນຕາບອດຈູງຄົນຕາບອດໄປ ເຂົາທັງສອງກໍຈະຕົກໃນຂຸມ.” (ປ.ມ.)
ເບິ່ງຄືວ່າພະເຍຊູປະຫຼາດໃຈເມື່ອເປໂຕໃນຖານະຕົວແທນສາວົກທັງໝົດໄດ້ຂໍຄວາມກະຈ່າງກ່ຽວກັບສິ່ງທີ່ເຮັດໃຫ້ມະນຸດເປັນມົນທິນ. ພະເຍຊູຕອບວ່າ “ພວກທ່ານກໍຍັງຂາດຄວາມເຂົ້າໃຈເໝືອນກັນຫຼື. ພວກທ່ານບໍ່ໄດ້ສັງເກດຫຼືວ່າ ສິ່ງໃດທີ່ເຂົ້າໄປໃນປາກກໍລົງໃນທ້ອງແລ້ວກໍຖ່າຍອອກມາ. ແຕ່ສິ່ງທີ່ອອກຈາກປາກກໍອອກມາຈາກໃຈ ສິ່ງນັ້ນແຫຼະເຮັດໃຫ້ມະນຸດຊົ່ວມົວໝອງ [“ມົນທິນ,” ລ.ມ.]. ເພາະວ່າຄວາມຄຶດຊົ່ວຮ້າຍ, ການຂ້າຄົນ, ການຫຼິ້ນຊູ້ສູ່ຜົວເມຍ, ການຜິດຊາຍຍິງ, ການລັກຊັບ, ການເປັນພະຍານບໍ່ຈິງ, ແລະການນິນທາ ກໍອອກມາຈາກໃຈ. ສິ່ງເຫຼົ່ານີ້ແຫຼະທີ່ເຮັດໃຫ້ມະນຸດຊົ່ວມົວໝອງ ແຕ່ການຮັບປະທານອາຫານບໍ່ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວໝອງ.” (ປ.ມ.)
ໃນທີ່ນີ້ ພະເຍຊູບໍ່ໄດ້ຂັດຂວາງການຮັກສາສຸຂະອະນາໄມຕາມປົກກະຕິ. ພະອົງບໍ່ຖຽງເລື່ອງທີ່ວ່າຄົນເຮົາຈຳຕ້ອງລ້າງມືກ່ອນກຽມອາຫານຫຼືຮັບປະທານອາຫານ. ເຖິງຢ່າງນັ້ນກໍຕາມ ພະເຍຊູໄດ້ຕິຕຽນຄວາມໜ້າຊື່ໃຈຄົດຂອງຫົວໜ້າສາສະໜາເຊິ່ງພະຍາຍາມໃຊ້ກົນອຸບາຍຫຼົບຫຼີກກົດໝາຍອັນຊອບທຳຂອງພະເຈົ້າໂດຍຢືນຢັນໃນປະເພນີທີ່ບໍ່ເປັນໄປຕາມຫຼັກພະຄຳພີ. ແມ່ນແລ້ວ ພຶດຕິກຳທີ່ຊົ່ວຮ້າຍນັ້ນແຫຼະເຮັດໃຫ້ມະນຸດເປັນມົນທິນ ແລະພະເຍຊູສະແດງໃຫ້ເຫັນວ່າການເຫຼົ່ານີ້ເລີ່ມຈາກໃຈຂອງຄົນເຮົາ. ໂຍຮັນ 7:1; ພະບັນຍັດ 16:16; ມັດທາຽ 15:1-20; ມາລະໂກ 7:1-23; ອຸປະຍົກໜີ 20:12; 21:17; ເອຊາອີ 29:13.
▪ ດຽວນີ້ພະເຍຊູປະເຊີນການຕໍ່ຕ້ານຫຍັງແດ່?
▪ ພວກຟາລິຊຽນຕັ້ງຂໍ້ກ່າວຫາຫຍັງ ແຕ່ຕາມຄຳກ່າວຂອງພະເຍຊູ ພວກຟາລິຊຽນຕັ້ງໃຈລະເມີດກົດໝາຍຂອງພະເຈົ້າຢ່າງໃດ?
▪ ພະເຍຊູເປີດເຜີຍວ່າສິ່ງທີ່ເຮັດໃຫ້ຄົນເຮົາເປັນມົນທິນນັ້ນແມ່ນຫຍັງ?