ບົດ 70
ການປິ່ນປົວຄົນຕາບອດຕັ້ງແຕ່ເກີດ
ເມື່ອພວກຢິວພະຍາຍາມຄວ່າງຫີນໃສ່ພະເຍຊູ ພະອົງບໍ່ໄດ້ອອກໄປຈາກເມືອງເຢຣຶຊາເລມ. ມື້ຕໍ່ມາໃນວັນຊະບາໂຕ ຂະນະທີ່ພະອົງກັບສາວົກພວມຍ່າງຢູ່ໃນເມືອງນັ້ນ ກໍເຫັນຊາຍທີ່ຕາບອດຕັ້ງແຕ່ກຳເນີດຜູ້ໜຶ່ງ. ສາວົກໄດ້ຖາມພະເຍຊູວ່າ “ພະອາຈານເຈົ້າຂ້າ ໃຜໄດ້ກະທຳບາບ ຄົນຜູ້ນີ້ ຫຼືພໍ່ແມ່ຂອງຕົນຈຶ່ງໃຫ້ເພິ່ນເກີດເປັນຕາບອດ”?
ສາວົກອາດຈະເຊື່ອເຊັ່ນດຽວກັບອາຈານຊາວຢິວລາງຄົນທີ່ເຊື່ອວ່າຄົນເຮົາອາດຈະເຮັດຜິດບາບຕັ້ງແຕ່ຢູ່ໃນທ້ອງແມ່. ພະເຍຊູພັດຕອບວ່າ “ຜູ້ນີ້ກໍດີ ພໍ່ແມ່ຂອງຕົນກໍດີບໍ່ໄດ້ທຳບາບ ແຕ່ວ່າເປັນເພື່ອກິດຈະການຂອງພະເຈົ້າຈະໄດ້ປາກົດໃນຕົວເພິ່ນ.” ເຫດຜົນທີ່ຊາຍຜູ້ນີ້ຕາບອດກໍບໍ່ໄດ້ເກີດຈາກການຜິດພາດຂອງລາວເອງ ຫຼືພໍ່ແມ່ຂອງລາວກໍບໍ່ໄດ້ເຮັດບາບໄວ້. ບາບທີ່ສືບທອດມາຈາກອາດາມມະນຸດຄົນທຳອິດເປັນຕົ້ນເຫດທີ່ມະນຸດທຸກຄົນບໍ່ສົມບູນ ສະນັ້ນ ຈຶ່ງເກີດມີຄວາມບົກພ່ອງຕ່າງໆ ເຊັ່ນ ຕາບອດຕັ້ງແຕ່ກຳເນີດ. ຄວາມບົກພ່ອງຂອງຊາຍຄົນນັ້ນເປີດໂອກາດໃຫ້ພະເຍຊູກະທຳການຂອງພະເຈົ້າໃຫ້ປາກົດ.
ພະເຍຊູເນັ້ນເຖິງຄວາມຮີບດ່ວນທີ່ຈະເຮັດການເຊັ່ນນີ້. ພະອົງກ່າວວ່າ “ເຮົາຕ້ອງກະທຳກິດຈະການຂອງພະເຈົ້າທີ່ໄດ້ໃຊ້ເຮົາມາເວລາກາງເວັນ ເວລາກາງຄືນມາບໍ່ມີຜູ້ໃດກະທຳການໄດ້. ເວລາເຮົາຢູ່ໃນໂລກ ເຮົາເປັນແຈ້ງແຫ່ງມະນຸດສະໂລກ.” ອີກບໍ່ດົນເມື່ອພະເຍຊູສິ້ນພະຊົນ ພະອົງຕ້ອງລົງໄປສູ່ຄວາມມືດທຶບໃນຫລຸມຝັງສົບເຊິ່ງໃນບ່ອນນັ້ນພະອົງເຮັດອັນໃດກໍບໍ່ໄດ້ອີກ, ແຕ່ໃນຕອນນີ້ ພະອົງເປັນແຫຼ່ງໃຫ້ຄວາມສະຫວ່າງແກ່ໂລກ.
ຫຼັງຈາກກ່າວຄຳເຫຼົ່ານີ້ແລ້ວ ພະເຍຊູຖົ່ມນ້ຳລາຍລົງດິນແລະຄົນດິນຈົນປຽກໃຫ້ເປັນຂີ້ຕົມ. ຈາກນັ້ນກໍຢິບເອົາຂີ້ຕົມມາທາໃສ່ຕາຂອງຊາຍຕາບອດແລ້ວກ່າວວ່າ “ຈົ່ງໄປລ້າງເສຍໃນນ້ຳສະສິໂລເອ.” ຊາຍຄົນນັ້ນໄດ້ໄປ ແລະເມື່ອລາວເຮັດເຊັ່ນນັ້ນຈຶ່ງເຫັນຮຸ່ງໄດ້! ຕອນກັບຄືນມາລາວຈຶ່ງຍິນດີຫຼາຍທີ່ເບິ່ງເຫັນໄດ້ເປັນເທື່ອທຳອິດໃນຊີວິດ!
ເພື່ອນບ້ານແລະຄົນທີ່ຮູ້ຈັກລາວຕ່າງຄົນຕ່າງປະຫຼາດໃຈ. ເຂົາເຈົ້າພາກັນຖາມວ່າ “ຜູ້ນີ້ບໍ່ເປັນຄົນທີ່ໄດ້ນັ່ງຢູ່ແລະຂໍທານຫຼື”? ລາງຄົນຕອບວ່າ “ເປັນຜູ້ນີ້” ແຕ່ຄົນອື່ນໆ ທີ່ບໍ່ເຊື່ອກ່າວວ່າ “ບໍ່ແມ່ນ ແຕ່ວ່າເພິ່ນເປັນຄືຜູ້ນັ້ນ.” ຊາຍຄົນນັ້ນຢືນຢັນວ່າ “ເປັນເຮົາເອງ.”
ຜູ້ຄົນທີ່ຢາກຮູ້ຈຶ່ງຖາມວ່າ “ຕາຂອງເຈົ້າໄດ້ປືດດ້ວຍຢ່າງໃດ”?
“ທ່ານຜູ້ໜຶ່ງຊື່ວ່າ ພະເຍຊູ ໄດ້ກະທຳຂີ້ຕົມແລະໄດ້ທາຕາຂອງເຮົາແລະໄດ້ກ່າວແກ່ເຮົາວ່າ ຈົ່ງໄປທີ່ນ້ຳສະສິໂລເອແລະລ້າງເສຍ. ແລະເຮົາໄດ້ໄປແລະໄດ້ລ້າງເສຍແລະໄດ້ເຫັນຮຸ່ງ.”
ເຂົາຈຶ່ງຖາມວ່າ “ທ່ານຜູ້ນັ້ນຢູ່ທີ່ໃດ”?
ລາວຕອບວ່າ “ເຮົາບໍ່ຮູ້ຈັກ.”
ຫຼາຍຄົນໄດ້ພາຊາຍທີ່ເຄີຍຕາບອດນັ້ນໄປຫາພວກຟາລິຊຽນ ຜູ້ນຳທາງສາສະໜາຂອງເຂົາ. ພວກນັ້ນໄດ້ຊັກຖາມລາວເຊັ່ນກັນວ່າ ລາວເຫັນຮຸ່ງໄດ້ຢ່າງໃດ. ຊາຍນັ້ນໄດ້ອະທິບາຍວ່າ “ທ່ານໄດ້ເອົາຂີ້ຕົມທາຕາຂອງເຮົາ ແລະເຮົາໄດ້ລ້າງເສຍແລະເຫັນຮຸ່ງ.”
ພວກຟາລິຊຽນຄວນຈະດີໃຈນຳຊາຍຂໍທານທີ່ໄດ້ຮັບການປິ່ນປົວຈົນເຫັນຮຸ່ງ! ໃນທາງກົງກັນຂ້າມພວກເຂົາພັດກ່າວປັກປ້ຳພະເຍຊູ. ພວກເຂົາອ້າງເຫດຜົນວ່າ “ທ່ານຜູ້ນັ້ນບໍ່ເປັນແຕ່ພະເຈົ້າ.” ເຫດໃດເຂົາຈຶ່ງເວົ້າເຊັ່ນນັ້ນ? “ເຫດວ່າທ່ານບໍ່ຖືຮັກສາວັນຊະບາໂຕ.” ຍັງມີຟາລິຊຽນອີກພວກໜຶ່ງສົງໄສວ່າ “ຄົນບາບຜູ້ໜຶ່ງຈະກະທຳການສຳຄັນຢ່າງນັ້ນດ້ວຍຢ່າງໃດ”? ສະນັ້ນຈຶ່ງເກີດການແຕກແຍກໃນພວກເຂົາເອງ.
ບ່ອນນີ້ ເຂົາຈຶ່ງຖາມຊາຍນັ້ນວ່າ “ເຈົ້າເວົ້າສິ່ງໃດເຖິງທ່ານດ້ວຍວ່າທ່ານໄດ້ປືດຕາຂອງເຈົ້າ”?
ຊາຍຜູ້ນັ້ນຕອບວ່າ “ທ່ານເປັນຜູ້ທຳນວາຍ.”
ພວກຟາລິຊຽນບໍ່ເຊື່ອໃນສິ່ງທີ່ລາວເວົ້າ. ເຂົາໝັ້ນໃຈວ່າຄົງຈະມີການຕົກລົງກັນຢ່າງລັບໆ ລະຫວ່າງພະເຍຊູແລະຊາຍຜູ້ນັ້ນເພື່ອຫຼອກລວງປະຊາຊົນ. ດັ່ງນັ້ນ ເພື່ອຍຸດຕິບັນຫານີ້ ພວກເຂົາຈຶ່ງເອີ້ນພໍ່ແມ່ຂອງຄົນຂໍທານນັ້ນມາເພື່ອໄຕ່ຖາມລາວ. ໂຍຮັນ 8:59; 9:1-18.
▪ ສາເຫດທີ່ຊາຍຜູ້ນັ້ນຕາບອດແມ່ນຫຍັງ ແລະອັນໃດບໍ່ແມ່ນສາເຫດ?
▪ ຄ່ຳຄືນທີ່ບໍ່ມີຜູ້ໃດກະທຳການນັ້ນໝາຍເຖິງຫຍັງ?
▪ ເມື່ອຊາຍຜູ້ນັ້ນໄດ້ຮັບການປິ່ນປົວແລ້ວຄົນທີ່ຮູ້ຈັກລາວເປັນແນວໃດ?
▪ ເນື່ອງຈາກຊາຍຄົນນັ້ນໄດ້ຮັບການປິ່ນປົວ ພວກຟາລິຊຽນແຕກແຍກກັນຢ່າງໃດ?