ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 17 ໜ້າ 151-158
  • ສະແດງຄວາມເຫຼື້ອມໃສຕໍ່ພະເຈົ້າຢູ່ໃນຄອບຄົວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສະແດງຄວາມເຫຼື້ອມໃສຕໍ່ພະເຈົ້າຢູ່ໃນຄອບຄົວ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຊີວິດ​ສົມລົດ​ຈະ​ໝັ້ນ​ຍືນ​ດົນ​ປານ​ໃດ?
  • ແຕ່​ລະ​ຄົນ​ເຮັດ​ສ່ວນ​ຂອງ​ຕົນ​ເອງ
  • ແຫຼ່ງ​ທີ່​ຈະ​ໄດ້​ຄຳ​ຕອບ
  • ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ຄລິດສະຕຽນ​ປະສົບ​ຜົນ​ສຳເລັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ບາກບັ່ນ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ອະນາຄົດ​ຖາວອນ​ສຳລັບ​ຄອບຄົວ​ຂອງ​ເຈົ້າ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ຊີວິດ​ສົມລົດ—ຂອງ​ປະທານ​ຈາກ​ພະເຈົ້າ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ຫາກ​ຊີວິດ​ສົມລົດ​ຢູ່​ໃນ​ຂັ້ນ​ວິກິດ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ເບິ່ງຕື່ມ
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 17 ໜ້າ 151-158

ບົດ​ສິບ​ເຈັດ

ສະແດງ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ​ຢູ່​ໃນ​ຄອບຄົວ

1. ການ​ນຳ​ເອົາ​ພະ​ຄຳ​ຂອງ​ພະເຈົ້າ​ໄປ​ໃຊ້​ມີ​ຜົນ​ຕໍ່​ຊີວິດ​ສົມລົດ​ຢ່າງ​ໃດ?

ພະ​ເຢໂຫວາ​ເປັນ​ຜູ້​ກໍ່​ຕັ້ງ​ການ​ສົມລົດ ແລະ​ພະ​ຄຳ​ຂອງ​ພະອົງ​ເປັນ​ແຫຼ່ງ​ທີ່​ໃຫ້​ການ​ຊີ້​ນຳ​ທີ່​ດີ​ທີ່​ສຸດ​ສຳລັບ​ຄອບຄົວ. ຫຼາຍ​ຄົນ​ໄດ້​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ຄູ່​ຜົວ​ເມຍ​ໂດຍ​ການ​ນຳ​ເອົາ​ຄຳ​ແນະ​ນຳ​ນັ້ນ​ມາ​ໃຊ້. ເປັນ​ຕາ​ຊົມ​ເຊີຍ ບາງ​ຄົນ​ທີ່​ພຽງ​ແຕ່​ຢູ່​ກິນ​ນຳ​ກັນ​ກໍ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ຈົດ​ທະບຽນ​ການ​ສົມລົດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດໝາຍ ແລະ​ອີກ​ຫຼາຍ​ຄົນ​ກໍ​ເຊົາ​ມີ​ເພດ​ສຳພັນ​ນອກ​ສາຍ​ສົມລົດ. ແມ່ນ​ແຕ່​ຜູ້​ຊາຍ​ທີ່​ມັກ​ໃຊ້​ຄວາມ​ຮຸນແຮງ​ຕໍ່​ເມຍ​ກັບ​ລູກ​ກໍ​ໄດ້​ຮຽນ​ຮູ້​ທີ່​ຈະ​ສະແດງ​ຄວາມ​ເມດຕາ​ແລະ​ຄວາມ​ອ່ອນ​ໂຍນ.

2. ໃນ​ຊີວິດ​ຄອບຄົວ​ຂອງ​ຄລິດສະຕຽນ ມີ​ສິ່ງ​ໃດ​ກ່ຽວ​ຂ້ອງ​ຢູ່​ນຳ?

2 ຊີວິດ​ຄອບຄົວ​ຂອງ​ຄລິດສະຕຽນ​ກ່ຽວ​ຂ້ອງ​ກັບ​ຫຼາຍ​ຢ່າງ ເຊັ່ນ​ວ່າ ທັດສະນະ​ຂອງ​ເຮົາ​ຕໍ່​ຄວາມ​ຜູກ​ພັນ​ແບບ​ຖາວອນ​ຂອງ​ຊີວິດ​ຄູ່​ຜົວ​ເມຍ, ສິ່ງ​ທີ່​ເຮົາ​ທຳ​ເພື່ອ​ເອົາໃຈໃສ່​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ຄອບຄົວ, ແລະ​ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ກັນ​ແລະ​ກັນ​ລະຫວ່າງ​ສະມາຊິກ​ໃນ​ຄອບຄົວ. (ເອເຟດ 5:33–6:4) ເຖິງ​ແມ່ນ​ວ່າ​ເຮົາ​ອາດ​ຮູ້​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ກ່ຽວ​ກັບ​ຊີວິດ​ຄອບຄົວ ແຕ່​ເຮົາ​ຈະ​ນຳ​ເອົາ​ຄຳ​ແນະ​ນຳ​ນັ້ນ​ໄປ​ໃຊ້​ຫຼື​ບໍ່​ນັ້ນ​ພັດ​ເປັນ​ອີກ​ເລື່ອງ​ໜຶ່ງ. ເຮົາ​ຄົງ​ບໍ່​ຢາກ​ເປັນ​ຄື​ຄົນ​ເຫຼົ່າ​ນັ້ນ​ທີ່​ພະ​ເຍຊູ​ຕຳໜິ ເນື່ອງ​ຈາກ​ເຂົາ​ເຈົ້າ​ລະເມີດ​ກົດໝາຍ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ຈຶ່ງ​ຫາ​ເຫດຜົນ​ແບບ​ຜິດໆ ວ່າ ພຽງ​ແຕ່​ມີ​ຄວາມ​ເຫຼື້ອມໃສ​ໃນ​ສາສະໜາ​ກໍ​ພຽງ​ພໍ​ແລ້ວ. (ມັດທາຍ 15:4-9) ເຮົາ​ຄົງ​ບໍ່​ຢາກ​ເຮັດ​ຄື​ວ່າ​ມີ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ ແຕ່​ບໍ່​ໄດ້​ສະແດງ​ຄວາມ​ເຫຼື້ອມໃສ​ນັ້ນ​ຢູ່​ໃນ​ຄອບຄົວ​ຂອງ​ຕົນ​ເອງ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເຮົາ​ຄວນ​ສະແດງ​ຄວາມ​ເຫຼື້ອມໃສ​ໃນ​ພະເຈົ້າ​ຢ່າງ​ແທ້​ຈິງ​ເຊິ່ງ “ເປັນ​ປະໂຫຍດ​ອັນ​ໃຫຍ່.”—1 ຕີໂມເຕ 5:4; 6:6; 2 ຕີໂມເຕ 3:5.

ຊີວິດ​ສົມລົດ​ຈະ​ໝັ້ນ​ຍືນ​ດົນ​ປານ​ໃດ?

3. (ກ) ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຄູ່​ສົມລົດ​ຫຼາຍ​ຄູ່ ແຕ່​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ຄວນ​ຈະ​ເປັນ​ຢ່າງ​ໃດ? (ຂ) ຈົ່ງ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຕອບ​ຄຳ​ຖາມ​ທີ່​ມີ​ຢູ່​ທາງ​ລຸ່ມ​ວັກ​ນີ້.

3 ສາຍ​ສຳພັນ​ລະຫວ່າງ​ຜົວ​ເມຍ​ເບິ່ງ​ຄື​ວ່າ​ນັບ​ມື້​ນັບ​ຈະ​ຖືກ​ຕັດ​ຂາດ​ໄດ້​ງ່າຍ. ຄູ່​ຜົວ​ເມຍ​ບາງ​ຄູ່​ຢູ່​ກິນ​ນຳ​ກັນ​ເປັນ​ເວລາ​ຫຼາຍ​ປີ ແຕ່​ໃນ​ທີ່​ສຸດ​ກໍ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ປະ​ຮ້າງ​ກັນ​ແລ້ວ​ໄປ​ແຕ່ງ​ດອງ​ກັບ​ຄົນ​ໃໝ່. ນອກ​ຈາກ​ນັ້ນ ບໍ່​ແມ່ນ​ເລື່ອງ​ຜິດ​ປົກກະຕິ​ອີກ​ຕໍ່​ໄປ​ທີ່​ໄດ້​ຍິນ​ວ່າ​ຄູ່​ຜົວ​ເມຍ​ໄວ​ຫນຸ່ມ​ແຍກ​ທາງ​ກັນ​ພາຍ​ຫຼັງ​ແຕ່ງ​ດອງ​ໄດ້​ບໍ່​ດົນ. ບໍ່​ວ່າ​ຄົນ​ອື່ນ​ຈະ​ເຮັດ​ແນວ​ໃດ​ກໍ​ຕາມ ເຮົາ​ຄວນ​ປາຖະໜາ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ສະນັ້ນ ຂໍ​ໃຫ້​ພິຈາລະນາ​ຄຳ​ຖາມ​ແລະ​ຂໍ້​ພະ​ຄຳພີ​ຕໍ່​ໄປ​ນີ້​ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ກ່ຽວ​ກັບ​ຊີວິດ​ສົມລົດ​ແບບ​ຖາວອນ.

ເມື່ອ​ຊາຍ​ຍິງ​ແຕ່ງ​ດອງ​ກັນ​ແລ້ວ ເຂົາ​ເຈົ້າ​ຄວນ​ຄາດ​ໝາຍ​ວ່າ​ຈະ​ຢູ່​ກິນ​ນຳ​ກັນ​ດົນ​ປານ​ໃດ? (ມາລະໂກ 10:6-9; ໂລມ 7:2, 3)

ມູນ​ເຫດ​ພຽງ​ຢ່າງ​ດຽວ​ທີ່​ພະເຈົ້າ​ຍອມ​ຮັບ​ສຳລັບ​ການ​ປະ​ຮ້າງ​ແລ້ວ​ແຕ່ງ​ດອງ​ໃໝ່​ໄດ້​ນັ້ນ​ຄື​ຫຍັງ? (ມັດທາຍ 5:31, 32; 19:3-9)

ກ່ຽວ​ກັບ​ການ​ປະ​ຮ້າງ​ເຊິ່ງ​ພະ​ຄຳ​ຂອງ​ພະອົງ​ບໍ່​ອະນຸຍາດ​ໃຫ້​ເຮັດ ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ? (ມາລາກີ 2:13-16)

ຄຳພີ​ໄບເບິນ​ເຫັນ​ດີ​ວ່າ​ການ​ແຍກ​ກັນ​ເປັນ​ວິທີ​ແກ້ໄຂ​ບັນຫາ​ຊີວິດ​ຄູ່​ຜົວ​ເມຍ​ບໍ? (1 ໂກລິນໂທ 7:10-13)

ການ​ແຍກ​ກັນ​ຢູ່​ອາດ​ເປັນ​ສິ່ງ​ທີ່​ຍອມ​ຮັບ​ໄດ້​ພາຍ​ໃຕ້​ສະພາບການ​ແບບ​ໃດ? (ຄຳ​ເພງ 11:5; ລືກາ 4:8; 1 ຕີໂມເຕ 5:8)

4. ເປັນ​ຫຍັງ​ຄູ່​ສົມລົດ​ບາງ​ຄູ່​ຈຶ່ງ​ຢູ່​ນຳ​ກັນ​ຢ່າງ​ໝັ້ນຄົງ?

4 ຄູ່​ຜົວ​ເມຍ​ບາງ​ຄູ່​ຢູ່​ກິນ​ນຳ​ກັນ​ຢ່າງ​ໝັ້ນຄົງ​ໄດ້. ເປັນ​ຍ້ອນ​ຫຍັງ? ການ​ເລື່ອນ​ການ​ແຕ່ງ​ດອງ​ອອກ​ໄປ​ຈົນ​ກວ່າ​ທັງ​ສອງ​ຝ່າຍ​ເປັນ​ຜູ້​ໃຫຍ່​ແມ່ນ​ປັດໄຈ​ສຳຄັນ​ຢ່າງ​ໜຶ່ງ ແຕ່​ວ່າ​ການ​ຊອກ​ຄູ່​ຄອງ​ທີ່​ສົນ​ໃຈ​ສິ່ງ​ຕ່າງໆ ຮ່ວມ​ກັນ​ແລະ​ສາມາດ​ເວົ້າ​ເລື່ອງ​ຕ່າງໆ ຢ່າງ​ເປີດ​ອົກ​ເປີດ​ໃຈ​ກໍ​ສຳຄັນ​ເຊັ່ນ​ກັນ. ເຖິງ​ແນວ​ນັ້ນ​ກໍ​ຕາມ ສິ່ງ​ສຳຄັນ​ຍິ່ງ​ກວ່າ​ນັ້ນ​ອີກ​ແມ່ນ​ການ​ເລືອກ​ຄູ່​ຄອງ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ເຊື່ອ​ວ່າ​ພະ​ຄຳ​ຂອງ​ພະອົງ​ເປັນ​ແຫຼ່ງ​ພື້ນ​ຖານ​ສຳລັບ​ການ​ແກ້ໄຂ​ບັນຫາ​ຕ່າງໆ. (ຄຳ​ເພງ 119:97, 104; 2 ຕີໂມເຕ 3:16, 17) ຄົນ​ແບບ​ນັ້ນ​ຈະ​ບໍ່​ມີ​ທັດສະນະ​ທີ່​ວ່າ ຖ້າ​ຢູ່​ນຳ​ກັນ​ບໍ່​ໄດ້​ກໍ​ຈະ​ແຍກ​ກັນ​ຢູ່​ຫຼື​ປະ​ຮ້າງ​ກັນ. ລາວ​ຈະ​ບໍ່​ໃຊ້​ຂໍ້​ບົກ​ພ່ອງ​ຂອງ​ຄູ່​ຄອງ​ມາ​ເປັນ​ຂໍ້​ແກ້​ຕົວ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ເອງ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ລາວ​ພ້ອມ​ຈະ​ປະເຊີນ​ໜ້າ​ກັບ​ບັນຫາ​ຕ່າງໆ ແລະ​ຊອກ​ຫາ​ທາງ​ແກ້ໄຂ​ໃຫ້​ໄດ້.

5. (ກ) ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ມີ​ບົດບາດ​ໃນ​ຊີວິດ​ສົມລົດ​ຢ່າງ​ໃດ? (ຂ) ເຖິງ​ວ່າ​ຈະ​ປະສົບການ​ຕໍ່​ຕ້ານ ແຕ່​ການ​ທີ່​ເຮົາ​ຍຶດ​ໝັ້ນ​ກັບ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ປະໂຫຍດ​ແນວ​ໃດ?

5 ຊາຕານ​ອ້າງ​ວ່າ​ເມື່ອ​ເຮົາ​ປະສົບ​ຄວາມ​ທຸກ​ລຳບາກ ເຮົາ​ກໍ​ຈະ​ປະ​ຖິ້ມ​ແນວ​ທາງ​ຂອງ​ພະ​ເຢໂຫວາ. (ໂຢບ 2:4, 5; ສຸພາສິດ 27:11) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ພະຍານ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ເນື່ອງ​ຈາກ​ຖືກ​ຄູ່​ຄອງ​ຂອງ​ຕົນ​ຕໍ່​ຕ້ານ​ກໍ​ບໍ່​ໄດ້​ປະ​ຖິ້ມ​ຄຳ​ສາບານ​ທີ່​ໄດ້​ຕົກ​ລົງ​ກັນ​ໃນ​ຕອນ​ແຕ່ງ​ດອງ. ເຂົາ​ເຈົ້າ​ຍັງ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ຄຳ​ສັ່ງ​ຕ່າງໆ ຂອງ​ພະອົງ. (ມັດທາຍ 5:37) ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຕໍ່​ຕ້ານ​ເປັນ​ເວລາ​ຫຼາຍ​ປີ​ກໍ​ຕາມ ບາງ​ຄົນ​ທີ່​ພາກ​ພຽນ​ອົດ​ທົນ​ກໍ​ໄດ້​ປະສົບ​ຄວາມ​ຍິນດີ​ເມື່ອ​ອີກ​ຝ່າຍ​ໜຶ່ງ​ເຂົ້າ​ມາ​ຮ່ວມ​ຮັບໃຊ້​ພະ​ເຢໂຫວາ​ນຳ​ກັນ! (1 ເປໂຕ 3:1, 2) ສ່ວນ​ຄລິດສະຕຽນ​ທີ່​ຄູ່​ຄອງ​ບໍ່​ໄດ້​ສະແດງ​ທ່າ​ທີ​ວ່າ​ຈະ​ປ່ຽນ​ແປງ ຫຼື​ຜູ້​ທີ່​ຖືກ​ຄູ່​ຄອງ​ປະ​ຖິ້ມ​ເນື່ອງ​ຈາກ​ເຂົາ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ ຄົນ​ເຫຼົ່າ​ນັ້ນ​ກໍ​ຮູ້​ເຊັ່ນ​ດຽວ​ກັນ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ເນື່ອງ​ຈາກ​ໄດ້​ສະແດງ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ​ຢູ່​ໃນ​ຄອບຄົວ.—ຄຳເພງ 55:22; 145:16.

ແຕ່​ລະ​ຄົນ​ເຮັດ​ສ່ວນ​ຂອງ​ຕົນ​ເອງ

6. ເພື່ອ​ຊີວິດ​ສົມລົດ​ຈະ​ປະສົບ​ຜົນ​ສຳເລັດ​ໄດ້ ເຮົາ​ຕ້ອງ​ນັບຖື​ການ​ຈັດ​ຕຽມ​ຫຍັງ?

6 ແນ່ນອນ ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ​ຮຽກ​ຮ້ອງ​ຫຼາຍ​ກວ່າ​ການ​ຢູ່​ນຳ​ກັນ​ເທົ່າ​ນັ້ນ. ຄວາມ​ຈຳເປັນ​ຂັ້ນ​ພື້ນ​ຖານ​ຄື ແຕ່​ລະ​ຝ່າຍ​ຕ້ອງ​ເຄົາລົບ​ການ​ຈັດ​ຕຽມ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ເປັນ​ປະມຸກ. ການ​ເຮັດ​ແບບ​ນີ້​ພາ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ດີ ແລະ​ມີ​ຄວາມ​ຮູ້ສຶກ​ປອດໄພ​ພາຍ​ໃນ​ຄອບຄົວ. ໃນ 1 ໂກລິນໂທ 11:3 ເຮົາ​ອ່ານ​ວ່າ “ພະ​ຄລິດ​ເປັນ​ຫົວ [“ປະມຸກ,” ທ.ປ.] ຂອງ​ຜູ້​ຊາຍ​ທຸກ​ຄົນ ແລະ​ຜູ້​ຊາຍ​ເປັນ​ຫົວ​ຂອງ​ຜູ້​ຍິງ ແລະ​ຫົວ​ຂອງ​ພະ​ຄລິດ​ເປັນ​ພະເຈົ້າ.”

7. ຄວນ​ຈະ​ໃຊ້​ຄວາມ​ເປັນ​ປະມຸກ​ໃນ​ຄອບຄົວ​ແນວ​ໃດ?

7 ເຮົາ​ສັງເກດ​ເຫັນ​ສິ່ງ​ທຳ​ອິດ​ທີ່​ຂໍ້​ນີ້​ກ່າວ​ເຖິງ​ບໍ? ແມ່ນ​ແລ້ວ ຊາຍ​ທຸກ​ຄົນ​ມີ​ປະມຸກ ຄື​ພະ​ຄລິດ ເຊິ່ງ​ຜູ້​ຊາຍ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ. ນີ້​ໝາຍ​ຄວາມ​ວ່າ​ຜູ້​ເປັນ​ຜົວ​ຄວນ​ໃຊ້​ຕຳແໜ່ງ​ປະມຸກ​ໃນ​ແນວ​ທາງ​ທີ່​ສະທ້ອນ​ເຖິງ​ຄຸນ​ລັກສະນະ​ຕ່າງໆ ຂອງ​ພະ​ເຍຊູ. ພະ​ຄລິດ​ຍອມ​ຢູ່​ໃຕ້​ອຳນາດ​ຊີ້​ນຳ​ຂອງ​ພະ​ເຢໂຫວາ, ຮັກ​ປະຊາຄົມ​ຢ່າງ​ເລິກ​ເຊິ່ງ, ແລະ​ຍັງ​ເອົາໃຈໃສ່​ເບິ່ງ​ແຍງ​ປະຊາຄົມ​ນຳ​ອີກ. (1 ຕີໂມເຕ 3:15) ພະ​ເຍຊູ​ເຮັດ​ເຖິງ​ຂັ້ນ “ສະລະ​ຊີວິດ​ຂອງ​ພະອົງ​ເພື່ອ [ປະຊາຄົມ].” ແທນ​ທີ່​ຈະ​ຍິ່ງ​ທະນົງ​ແລະ​ຂາດ​ການ​ຄຳນຶງ​ເຖິງ​ຄົນ​ອື່ນ ພະ​ເຍຊູ “ມີ​ໃຈ​ອ່ອນ​ຫວານ​ແລະ​ຖ່ອມ​ໃຈ​ລົງ.” ຄົນ​ເຫຼົ່າ​ນັ້ນ​ທີ່​ເຂົ້າ​ມາ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະອົງ​ໃນ​ຖານະ​ປະມຸກ​ຈະ “ພົບ​ຄວາມ​ເຊົາ​ເມື່ອຍ​ໃນ​ຈິດໃຈ.” ເມື່ອ​ຜູ້​ເປັນ​ຜົວ​ປະຕິບັດ​ກັບ​ຄອບຄົວ​ຂອງ​ຕົນ​ແບບ​ນີ້ ລາວ​ສະແດງ​ວ່າ​ລາວ​ຍອມ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ຄລິດ. ໂດຍ​ວິທີ​ນັ້ນ ເມຍ​ທີ່​ເປັນ​ຄລິດສະຕຽນ​ຈະ​ເຫັນ​ວ່າ​ການ​ຮ່ວມ​ມື​ກັບ​ຜົວ​ແລະ​ການ​ຢູ່​ໃຕ້​ການ​ຊີ້​ນຳ​ຂອງ​ຜົວ​ທີ່​ເປັນ​ຫົວໜ້າ​ຄອບຄົວ ເປັນ​ປະໂຫຍດ​ແລະ​ກໍ່​ຄວາມ​ສົດ​ຊື່ນ​ໃຈ.—ເອເຟດ 5:25-33, ທ.ປ.; ມັດທາຍ 11:28, 29; ສຸພາສິດ 31:10, 28.

8. (ກ) ດ້ວຍ​ເຫດ​ໃດ​ວິທີ​ການ​ຂອງ​ຄລິດສະຕຽນ​ອາດ​ເບິ່ງ​ຄື​ວ່າ​ໃຊ້​ບໍ່​ໄດ້​ຜົນ​ຕາມ​ທີ່​ຕ້ອງການ​ກັບ​ບາງ​ຄອບຄົວ? (ຂ) ເມື່ອ​ປະເຊີນ​ກັບ​ສະຖານະການ​ແບບ​ນັ້ນ ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ?

8 ແນວ​ໃດ​ກໍ​ຕາມ ບັນຫາ​ຕ່າງໆ ຍັງ​ຈະ​ເກີດ​ຂຶ້ນ. ເນື່ອງ​ຈາກ​ການ​ສະແດງ​ຄວາມ​ບໍ່​ພໍ​ໃຈ​ໜ້ອຍ​ໜຶ່ງ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ອາດ​ກາຍ​ເປັນ​ນິດໄສ​ເປັນ​ເວລາ​ດົນ​ແລ້ວ​ກ່ອນ​ທີ່​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ຄອບຄົວ​ເລີ່ມ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ບາງ​ຄັ້ງ​ຄຳ​ຂໍຮ້ອງ​ທີ່​ສຸພາບ​ແລະ​ທ່າ​ທີ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ອາດ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ເກີດ​ຜົນ. ເຮົາ​ຮູ້​ວ່າ​ຄຳພີ​ໄບເບິນ​ບອກ​ໃຫ້​ກຳຈັດ “ຄວາມ​ຮ້າຍ​ແລະ​ການ​ຮ້ອງ​ຖຽງ​ກັນ​ແລະ​ຄວາມ​ປ້ອຍ​ດ່າ” (ເອເຟດ 4:31) ແຕ່​ຖ້າ​ບາງ​ຄົນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ລົງ​ມື​ປະຕິບັດ​ເມື່ອ​ມີ​ການ​ແນະນຳ​ແບບ​ສຸພາບ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ພະ​ເຍຊູ​ບໍ່​ໄດ້​ຮຽນ​ແບບ​ຄົນ​ທີ່​ມັກ​ຂົ່ມ​ຂູ່​ແລະ​ກ່າວ​ຄຳ​ຊົ່ວ ແຕ່​ພະອົງ​ໄວ້​ວາງໃຈ​ໃນ​ພະ​ບິດາ. (1 ເປໂຕ 2:22, 23) ເມື່ອ​ສະຖານະການ​ທີ່​ສ້າງ​ຄວາມ​ເຄັ່ງ​ຕຶງ​ເກີດ​ຂຶ້ນ​ໃນ​ຄອບຄົວ ຈົ່ງ​ສະແດງ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ​ໂດຍ​ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະອົງ ແທນ​ທີ່​ຈະ​ນຳ​ເອົາ​ແນວ​ທາງ​ຂອງ​ໂລກ​ມາ​ໃຊ້.—ສຸພາສິດ 3:5-7.

9. ແທນ​ທີ່​ຈະ​ຊອກ​ຈັບ​ຜິດ​ກັນ ຜົວ​ທີ່​ເປັນ​ຄລິດສະຕຽນ​ຫຼາຍ​ຄົນ​ໄດ້​ຮຽນ​ຮູ້​ທີ່​ຈະ​ເຮັດ​ແນວ​ໃດ?

9 ການ​ປ່ຽນ​ແປງ​ບໍ່​ໄດ້​ເກີດ​ຂຶ້ນ​ແບບ​ວ່ອງ​ໄວ​ສະເໝີ​ໄປ ແຕ່​ຄຳ​ແນະ​ນຳ​ໃນ​ຄຳພີ​ໄບເບິນ​ເກີດ​ຜົນ​ແທ້ໆ ຖ້າ​ໃຊ້​ຄຳ​ແນະ​ນຳ​ນັ້ນ​ຢ່າງ​ພາກ​ພຽນ​ແລະ​ອົດ​ທົນ. ຜູ້​ເປັນ​ຜົວ​ຫຼາຍ​ຄົນ​ພົບ​ວ່າ​ຊີວິດ​ສົມລົດ​ເລີ່ມ​ດີ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ໄດ້​ເຂົ້າ​ໃຈ​ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ປະຊາຄົມ. ປະຊາຄົມ​ບໍ່​ໄດ້​ປະກອບ​ດ້ວຍ​ມະນຸດ​ທີ່​ສົມບູນ ແຕ່​ພະ​ເຍຊູ​ຮັກ​ປະຊາຄົມ, ວາງ​ຕົວຢ່າງ​ອັນ​ຖືກ​ຕ້ອງ​ໃຫ້​ກັບ​ປະຊາຄົມ, ແລະ​ໃຊ້​ຫຼັກ​ການ​ໃນ​ພະ​ຄຳພີ​ເພື່ອ​ຊ່ວຍ​ປັບ​ປຸງ​ແກ້ໄຂ​ປະຊາຄົມ. ພະອົງ​ເຮັດ​ເຖິງ​ຂັ້ນ​ສະລະ​ຊີວິດ​ຕົນ​ເອງ​ເພື່ອ​ປະຊາຄົມ. (1 ເປໂຕ 2:21) ຕົວຢ່າງ​ຂອງ​ພະອົງ​ຫນູນໃຈ​ຜົວ​ທີ່​ເປັນ​ຄລິດສະຕຽນ​ຫຼາຍ​ຄົນ​ໃຫ້​ເປັນ​ປະມຸກ​ຄອບຄົວ​ທີ່​ດີ​ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ເພື່ອ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ດີ​ຂຶ້ນ. ວິທີ​ດັ່ງ​ກ່າວ​ນີ້​ສ້າງ​ຜົນ​ດີ​ຫຼາຍ​ກວ່າ​ການ​ຈັບ​ຜິດ​ກັນ​ຫຼື​ບໍ່​ຍອມ​ລົມ​ກັນ.

10. (ກ) ໃນ​ທາງ​ໃດ​ແດ່​ທີ່​ຜົວ​ຫຼື​ເມຍ​ເຊິ່ງ​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ໃນ​ຄອບຄົວ​ຫຍຸ້ງຍາກ? (ຂ) ອາດ​ຈະ​ເຮັດ​ແນວ​ໃດ​ເພື່ອ​ແກ້ໄຂ​ສະຖານະການ​ໃຫ້​ດີ​ຂຶ້ນ?

10 ຈະ​ເປັນ​ແນວ​ໃດ​ຖ້າ​ຜົວ​ບໍ່​ໄດ້​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ທາງ​ດ້ານ​ອາລົມ​ຂອງ​ສະມາຊິກ​ຄອບຄົວ​ຕົນ​ເອງ ຫຼື​ບໍ່​ໄດ້​ເປັນ​ຜູ້​ເລີ່ມ​ຕົ້ນ​ຈັດ​ຕຽມ​ການ​ພິຈາລະນາ​ຄຳພີ​ໄບເບິນ​ກັບ​ຄອບຄົວ​ແລະ​ກິດຈະກຳ​ຢ່າງ​ອື່ນ? ຫຼື​ຈະ​ເປັນ​ແນວ​ໃດ​ຖ້າ​ເມຍ​ບໍ່​ຮ່ວມ​ມື​ແລະ​ບໍ່​ຍອມ​ຢູ່​ໃຕ້​ຫຼັກ​ການ​ຂອງ​ພະເຈົ້າ? ບາງ​ຄອບຄົວ​ທີ່​ມີ​ການ​ພິຈາລະນາ​ບັນຫາ​ຕ່າງໆ ນຳ​ກັນ​ດ້ວຍ​ຄວາມ​ນັບຖື ໄດ້​ຮັບ​ຜົນ​ທີ່​ດີ. (ຕົ້ນເດີມ 21:10-12; ສຸພາສິດ 15:22) ເຖິງ​ແມ່ນ​ວ່າ​ຜົນ​ອາດ​ຈະ​ບໍ່​ເປັນ​ຕາມ​ທີ່​ຫວັງ​ເອົາ​ໄວ້​ທັງ​ໝົດ​ກໍ​ຕາມ ເຮົາ​ແຕ່​ລະ​ຄົນ​ສາມາດ​ສ້າງ​ບັນຍາກາດ​ໃນ​ຄອບຄົວ​ໃຫ້​ດີ​ຂຶ້ນ​ໂດຍ​ການ​ສະແດງ​ຜົນ​ແຫ່ງ​ພະ​ວິນຍານ​ຂອງ​ພະເຈົ້າ​ໃນ​ຊີວິດ​ຂອງ​ເຮົາ ແລະ​ໂດຍ​ການ​ຄຳນຶງ​ເຖິງ​ສະມາຊິກ​ຄົນ​ອື່ນໆ ໃນ​ຄອບຄົວ​ດ້ວຍ​ຄວາມ​ຮັກ. (ຄາລາຊີ 5:22, 23) ຈະ​ມີ​ຄວາມ​ກ້າວ​ໜ້າ​ໃນ​ຄອບຄົວ ບໍ່​ແມ່ນ​ລໍ​ຖ້າ​ໃຫ້​ຄົນ​ອື່ນ​ເຮັດ​ບາງ​ສິ່ງ​ກ່ອນ ແຕ່​ໂດຍ​ການ​ເຮັດ​ສ່ວນ​ຂອງ​ຕົນ​ເອງ. ການ​ທີ່​ເຮົາ​ເຮັດ​ແນວ​ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຮົາ​ກຳລັງ​ສະແດງ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ.—ໂກໂລດ 3:18-21.

ແຫຼ່ງ​ທີ່​ຈະ​ໄດ້​ຄຳ​ຕອບ

11, 12. ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ສິ່ງ​ໃດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ຄອບຄົວ​ທີ່​ປະສົບ​ຜົນ​ສຳເລັດ?

11 ຄົນ​ເຮົາ​ສາມາດ​ໄດ້​ຮັບ​ຄຳ​ແນະ​ນຳ​ກ່ຽວ​ກັບ​ເລື່ອງ​ຄອບຄົວ​ຈາກ​ຫຼາຍໆ ແຫຼ່ງ. ແຕ່​ວ່າ ເຮົາ​ຮູ້​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ມີ​ຄຳ​ແນະ​ນຳ​ດີ​ທີ່​ສຸດ ແລະ​ເຮົາ​ກໍ​ຮູ້ສຶກ​ບຸນ​ຄຸນ​ວ່າ​ໂດຍ​ທາງ​ອົງການ​ຂອງ​ພະອົງ​ທີ່​ເຫັນ​ໄດ້ ພະເຈົ້າ​ຊ່ວຍ​ເຮົາ​ໃຫ້​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ນັ້ນ. ເຮົາ​ກຳລັງ​ສວຍ​ເອົາ​ປະໂຫຍດ​ຈາກ​ການ​ຊ່ວຍເຫຼືອ​ນັ້ນ​ຢ່າງ​ເຕັມທີ​ບໍ?—ຄຳເພງ 119:129, 130; ມີເກ 4:2.

12 ນອກ​ຈາກ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ແລ້ວ ເຮົາ​ໄດ້​ຈັດ​ເວລາ​ໄວ້​ເພື່ອ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄອບຄົວ​ເປັນ​ປະຈຳ​ບໍ? ຄອບຄົວ​ທີ່​ເຮັດ​ແບບ​ນັ້ນ​ໄດ້​ມຸ່ງ​ໜ້າ​ໄປ​ສູ່​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ນະມັດສະການ. ຊີວິດ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ນຳ​ເອົາ​ພະ​ຄຳ​ຂອງ​ພະເຈົ້າ​ໄປ​ໃຊ້​ກັບ​ສະພາບການ​ຂອງ​ຕົນ​ເອງ.—ພະບັນຍັດ 11:18-21.

13. (ກ) ຖ້າ​ເຮົາ​ມີ​ບັນຫາ​ຕ່າງໆ ກ່ຽວ​ກັບ​ເລື່ອງ​ຊີວິດ​ຄອບຄົວ ຫຼາຍ​ເທື່ອ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ທີ່​ຈຳເປັນ​ຈາກ​ແຫຼ່ງ​ໃດ? (ຂ) ການ​ຕັດສິນ​ໃຈ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ຄວນ​ຈະ​ສະທ້ອນ​ເຖິງ​ສິ່ງ​ໃດ?

13 ເຮົາ​ອາດ​ມີ​ຂໍ້​ຂ້ອງ​ໃຈ​ຕ່າງໆ ກ່ຽວ​ກັບ​ເລື່ອງ​ຄອບຄົວ. ຕົວຢ່າງ​ເຊັ່ນ ກ່ຽວ​ກັບ​ເລື່ອງ​ການ​ຄຸມ​ກຳເນີດ​ເດ? ມີ​ກໍລະນີ​ໃດ​ບໍ​ທີ່​ການ​ເອົາ​ລູກ​ອອກ​ສົມຄວນ? ຖ້າ​ລູກ​ຜູ້​ໜຶ່ງ​ສະແດງ​ຄວາມ​ສົນ​ໃຈ​ໃນ​ເລື່ອງ​ຝ່າຍ​ວິນຍານ​ພຽງ​ແຕ່​ໜ້ອຍ​ດຽວ ຄວນ​ຮຽກ​ຮ້ອງ​ໃຫ້​ລາວ​ມີ​ສ່ວນ​ຮ່ວມ​ໃນ​ການ​ນະມັດສະການ​ກັບ​ຄອບຄົວ​ຫຼາຍ​ປານ​ໃດ? ບັນຫາ​ຕ່າງໆ ແບບ​ນີ້​ມີ​ການ​ພິຈາລະນາ​ໃນ​ໜັງສື​ຕ່າງໆ ເຊິ່ງ​ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ. ຈົ່ງ​ຮຽນ​ຮູ້​ທີ່​ຈະ​ໃຊ້​ຄູ່​ມື​ກ່ຽວ​ກັບ​ການ​ສຶກສາ​ຄຳພີ​ໄບເບິນ​ເຊິ່ງ​ລວມ​ເຖິງ​ດັດຊະນີ​ໜັງສື​ຕ່າງໆ ເພື່ອ​ຊອກ​ຫາ​ຄຳ​ຕອບ. ຖ້າ​ບໍ່​ມີ​ໜັງສື​ທີ່​ອ້າງ​ເຖິງ​ໃນ​ດັດຊະນີ ກໍ​ໃຫ້​ຊອກ​ເບິ່ງ​ຢູ່​ຫ້ອງ​ສະຫມຸດ​ຂອງ​ຫໍ​ປະຊຸມ​ລາຊະອານາຈັກ. ຫຼື​ເຮົາ​ອາດ​ຈະ​ໄດ້​ຂໍ້​ມູນ​ຈາກ​ໜັງສື​ເຫຼົ່າ​ນັ້ນ​ໂດຍ​ໃຊ້​ລະບົບ​ຄອມພິວເຕີ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ພິຈາລະນາ​ບັນຫາ​ຕ່າງໆ ນີ້​ກັບ​ຄລິດສະຕຽນ​ຊາຍ​ຍິງ​ທີ່​ອາວຸໂສ. ແນວ​ໃດ​ກໍ​ຕາມ ເຮົາ​ບໍ່​ຄວນ​ຄາດ​ຫວັງ​ຄຳ​ຕອບ​ວ່າ ອັນ​ນີ້​ແມ່ນ​ຫຼື​ອັນ​ນັ້ນ​ບໍ່​ແມ່ນ ສຳລັບ​ຄຳ​ຖາມ​ທຸກໆ ຂໍ້​ສະເໝີ​ໄປ. ຫຼາຍ​ເທື່ອ​ເຮົາ​ເອງ ຕ້ອງ​ເປັນ​ຜູ້ຕັດສິນ​ເລື່ອງ​ຕ່າງໆ ບໍ່​ວ່າ​ໃນ​ຖານະ​ເປັນ​ສ່ວນ​ບຸກຄົນ​ຫຼື​ໃນ​ຖານະ​ເປັນ​ຄູ່​ສົມລົດ. ເມື່ອ​ເປັນ​ຢ່າງ​ນັ້ນ ເຮົາ​ຄວນ​ຈະ​ເຮັດ​ການ​ຕັດສິນ​ໃຈ​ທີ່​ສະແດງ​ວ່າ​ເຮົາ​ມີ​ຄວາມ​ເຫຼື້ອມໃສ​ໃນ​ພະເຈົ້າ​ບໍ່​ພຽງ​ແຕ່​ຕໍ່​ໜ້າ​ສາທາລະນະ​ເທົ່າ​ນັ້ນ ແຕ່​ຢູ່​ພາຍ​ໃນ​ຄອບຄົວ​ຂອງ​ເຮົາ​ກໍ​ເຊັ່ນ​ດຽວ​ກັນ.—ໂລມ 14:19; ເອເຟດ 5:10.

ການ​ພິຈາລະນາ​ທົບ​ທວນ

• ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ຢ່າງ​ໃດ​ກັບ​ຄວາມ​ສັດ​ຊື່​ຕໍ່​ຄູ່​ສົມລົດ?

• ເມື່ອ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ຍ້ອນ​ບັນຫາ​ຄອບຄົວ ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ພໍ​ໃຈ?

• ເຖິງ​ແມ່ນ​ວ່າ​ບາງ​ຄົນ​ໃນ​ຄອບຄົວ​ມີ​ຂໍ້​ບົກ​ພ່ອງ ເຮົາ​ສາມາດ​ເຮັດ​ສິ່ງ​ໃດ​ເພື່ອ​ໃຫ້​ສະຖານະການ​ດີ​ຂຶ້ນ​ໄດ້?

[ຮູບ​ພາບ​ໜ້າ 155]

ຄວາມ​ເປັນ​ປະມຸກ​ຂອງ​ຜົວ​ຄວນ​ສະທ້ອນ​ເຖິງ​ຄຸນ​ລັກສະນະ​ຕ່າງໆ ຂອງ​ພະ​ເຍຊູ

[ຮູບ​ພາບ​ໜ້າ 157]

ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄອບຄົວ​ເປັນ​ປະຈຳ ຊ່ວຍ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌