ບົດທີ 27
ໃຜເປັນພະເຈົ້າຂອງເຈົ້າ?
ໃຜເປັນພະເຈົ້າຂອງເຈົ້າ? ເປັນຫຍັງຄຳຖາມນີ້ຈຶ່ງສຳຄັນ?— ເນື່ອງຈາກຜູ້ຄົນນະມັດສະການພະເຈົ້າຫຼາຍອົງ. (1 ໂກລິນໂທ 8:5) ເມື່ອອັກຄະສາວົກໂປໂລໄດ້ຮັບລິດເດດຈາກພະເຢໂຫວາໃຫ້ປິ່ນປົວຊາຍຄົນໜຶ່ງເຊິ່ງເປັນງ່ອຍມາແຕ່ເກີດ ຜູ້ຄົນພາກັນຮ້ອງຂຶ້ນມາວ່າ: “ພວກພະເປັນຮູບຄົນໄດ້ລົງມາຫາເຮົາທັງຫຼາຍ.” ປະຊາຊົນຕ້ອງການນະມັດສະການໂປໂລແລະບານາບາຫມູ່ຂອງລາວ. ເຂົາເຈົ້າພາກັນເອີ້ນໂປໂລວ່າພະພຸດ ແລະເອີ້ນບານາບາວ່າພະຫັດ ເຊິ່ງນັ້ນເປັນຊື່ຂອງພະປອມ.
ແຕ່ໂປໂລແລະບານາບາບໍ່ຍອມໃຫ້ປະຊາຊົນນະມັດສະການພວກຕົນ. ເຂົາເຈົ້າແລ່ນເຂົ້າໄປທ່າມກາງຝູງຊົນແລະເວົ້າວ່າ: “ໃຫ້ຫຼົບຈາກສິ່ງເປົ່າໆທັງຫຼາຍນີ້ມາຫາພະເຈົ້າອົງເປັນຊີວິດຢູ່.” (ກິດຈະການ 14:8-15) ໃຜແມ່ນ “ພະເຈົ້າອົງເປັນຊີວິດຢູ່” ຜູ້ເຊິ່ງສ້າງສັບພະທຸກສິ່ງ?— ຖືກແລ້ວ ພະອົງຄືພະເຢໂຫວາ “ພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” ພະເຍຊູເອີ້ນພະເຢໂຫວາວ່າ “ພະເຈົ້າອົງດຽວທ່ຽງແທ້.” ເມື່ອເປັນເຊັ່ນນັ້ນ ແມ່ນໃຜເທົ່ານັ້ນທີ່ສົມຄວນໄດ້ຮັບການນະມັດສະການ?— ມີແຕ່ພະເຢໂຫວາຜູ້ດຽວເທົ່ານັ້ນ!—ຄຳເພງ 83:18; ໂຢຮັນ 17:3; ຄຳປາກົດ 4:11.
ເປັນຫຍັງໂປໂລແລະບານາບາຈຶ່ງບໍ່ຍອມໃຫ້ປະຊາຊົນກົ້ມຂາບພວກຕົນ?
ຄົນສ່ວນຫຼາຍນະມັດສະການພະເຈົ້າອົງອື່ນໆທີ່ບໍ່ແມ່ນ “ພະເຈົ້າອົງດຽວທ່ຽງແທ້.” ເຂົາເຈົ້າມັກນະມັດສະການສິ່ງຕ່າງໆທີ່ເຮັດຈາກໄມ້ ກ້ອນຫີນ ຫຼືໂລຫະ. (ອົບພະຍົບ 32:4-7; ພວກເລວີ 26:1; ເອຊາອີ 44:14-17) ບາງຄັ້ງເຖິງຂັ້ນມີການເອີ້ນຊາຍແລະຍິງທີ່ມີຊື່ສຽງໂດ່ງດັງວ່າເທບພະບຸດ ເທບທິດາ ດາລາ ແລະປູຊະນີຍະບຸກຄົນ. ເປັນສິ່ງຖືກຕ້ອງບໍທີ່ຈະເທີດທູນບູຊາເຂົາເຈົ້າ?—
ຫຼັງຈາກທີ່ໂຊໂລໄດ້ກາຍມາເປັນອັກຄະສາວົກໂປໂລ ລາວຂຽນວ່າ: “ພະຂອງໂລກນີ້ໄດ້ກະທຳຄວາມຄຶດຂອງຄົນທີ່ບໍ່ເຊື່ອໃຫ້ມືດໄປ.” (2 ໂກລິນໂທ 4:4) ພະເຈົ້າອົງນີ້ແມ່ນໃຜ?— ແມ່ນແລ້ວ ຊາຕານພະຍາມານນັ້ນເອງ! ຊາຕານສາມາດເຮັດໃຫ້ຜູ້ຄົນນະມັດສະການຄົນແລະສິ່ງຕ່າງໆ.
ເມື່ອຊາຕານພະຍາຍາມເຮັດໃຫ້ພະເຍຊູກົ້ມລົງຂາບມັນ ພະເຍຊູໄດ້ບອກຫຍັງກັບຊາຕານ?— “ເຈົ້າຈົ່ງນະມັດສະການຂາບໄຫວ້ພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າແລະຈົ່ງບົວລະບັດພະເຈົ້າອົງດຽວ.” (ມັດທາຍ 4:10) ດັ່ງນັ້ນ ພະເຍຊູສະແດງໃຫ້ເຫັນຢ່າງຈະແຈ້ງວ່າການນະມັດສະການຄວນໃຫ້ແກ່ພະເຢໂຫວາພຽງແຕ່ອົງດຽວ. ຂໍໃຫ້ອ່ານເລື່ອງຂອງຊາຍຫນຸ່ມບາງຄົນເຊິ່ງຮູ້ເລື່ອງນີ້. ຊື່ຂອງເຂົາເຈົ້າຄືຊາດຣາກ ເມຊາກ ແລະອາເບດເນໂຄ.
ຊາຍຫນຸ່ມຊາວເຫບເລີເຫຼົ່ານີ້ເປັນສ່ວນໜຶ່ງຂອງຊາດອິດສະລາແອນເຊິ່ງເປັນຊາດຂອງພະເຈົ້າ ແລະຖືກຈັບຕົວໄປເປັນສະເລີຍໃນປະເທດບາບີໂລນ. ຢູ່ທີ່ນັ້ນ ກະສັດເນບຶກາດເນດຊາຣໄດ້ສ້າງຮູບປັ້ນຄຳຂະໜາດໃຫຍ່. ໃນມື້ໜຶ່ງ ກະສັດໄດ້ອອກຄຳສັ່ງວ່າເມື່ອດົນຕີບັນເລງເພງ ທຸກຄົນຄວນຈະກົ້ມຂາບຮູບປັ້ນນັ້ນ. ກະສັດເຕືອນວ່າ “ບຸກຄະລະຜູ້ໃດບໍ່ນົບແລະບໍ່ຂາບໄຫວ້ຈະຖືກຖິ້ມໃນເຕົາໄຟອັນຮ້ອນກ້າ.” ຖ້າເປັນລູກ ລູກຈະເຮັດແນວໃດ?—
ເປັນຫຍັງຊາຍສາມຄົນນີ້ບໍ່ຍອມກົ້ມຂາບຮູບປັ້ນນັ້ນ?
ຕາມປົກກະຕິແລ້ວຊາດຣາກ ເມຊາກ ແລະອາເບດເນໂຄເຮັດທຸກສິ່ງທີ່ກະສັດສັ່ງ. ແຕ່ເຂົາເຈົ້າບໍ່ຍອມກົ້ມຂາບຮູບປັ້ນນັ້ນ. ລູກຮູ້ບໍວ່າເປັນຫຍັງ?— ເນື່ອງຈາກກົດໝາຍຂອງພະເຈົ້າບອກວ່າ: “ຢ່າມີພະເຈົ້າອື່ນທັງຫຼາຍຕໍ່ໜ້າເຮົາສັກເທື່ອ. ຢ່າສ້າງຮູບຄວັດສຳລັບຕົວ . . . ຢ່າຂາບໄຫວ້ມັນ.” (ອົບພະຍົບ 20:3-5) ດັ່ງນັ້ນ ຊາດຣາກ ເມຊາກ ແລະອາເບດເນໂຄເຊື່ອຟັງກົດໝາຍຂອງພະເຢໂຫວາຫຼາຍກວ່າເຊື່ອຟັງຄຳສັ່ງຂອງກະສັດ.
ກະສັດໃຈຮ້າຍຫຼາຍ ດັ່ງນັ້ນຈຶ່ງອອກຄຳສັ່ງໃຫ້ພາຊາຍຫນຸ່ມຊາວເຫບເລີສາມຄົນມາຫາພະອົງທັນທີ. ລາວຖາມວ່າ: ‘ຈິງຫຼືທີ່ພວກເຈົ້າບໍ່ໄດ້ບົວລະບັດພະຂອງຂ້ອຍ? ຂ້ອຍຈະໃຫ້ໂອກາດກັບພວກເຈົ້າອີກຄັ້ງໜຶ່ງ. ບັດນີ້ຖ້າພວກເຈົ້າໄດ້ຍິນສຽງດົນຕີ ກໍໃຫ້ກົ້ມລົງນະມັດສະການຮູບປັ້ນທີ່ຂ້ອຍໄດ້ຕັ້ງໄວ້ນັ້ນ. ຖ້າບໍ່ເຮັດ ພວກເຈົ້າຈະຖືກຖິ້ມລົງໃນເຕົາທີ່ມີໄຟລຸກໄໝ້. ແລະພະເຈົ້າອົງໃດຈະຊ່ວຍຊີວິດພວກເຈົ້າໃຫ້ພົ້ນຈາກມືຂອງຂ້ອຍ?’
ບັດນີ້ຊາຍຫນຸ່ມຈະເຮັດແນວໃດ? ຖ້າເປັນລູກ ລູກຈະເຮັດແນວໃດ?— ພວກເຂົາເຈົ້າບອກກະສັດວ່າ: ‘ພະເຈົ້າທີ່ພວກຂ້ານ້ອຍບົວລະບັດຢູ່ນັ້ນສາມາດຊ່ວຍຊີວິດຂອງພວກຂ້ານ້ອຍໄດ້. ແຕ່ເຖິງແມ່ນວ່າພະອົງຈະບໍ່ເຮັດເຊັ່ນນັ້ນ ພະເຈົ້າຂອງທ່ານກໍບໍ່ແມ່ນພະເຈົ້າທີ່ພວກຂ້ານ້ອຍຈະບົວລະບັດ. ພວກຂ້ານ້ອຍຈະບໍ່ກົ້ມຂາບຮູບປັ້ນຄຳນັ້ນ.’
ກະສັດຄຽດຮ້າຍຫຼາຍ. ລາວສັ່ງວ່າ: ‘ເພີ່ມຄວາມຮ້ອນໃນເຕົາໄຟໃຫ້ຮ້ອນກວ່າປົກກະຕິເຈັດເທົ່າ!’ ຈາກນັ້ນກໍສັ່ງໃຫ້ຜູ້ຊາຍທີ່ມີກຳລັງແຂງແຮງມັດຊາດຣາກ ເມຊາກ ແລະອາເບດເນໂຄ ແລະຖິ້ມເຂົາເຈົ້າລົງໃນເຕົາໄຟ! ເຕົາໄຟຮ້ອນຫຼາຍຈົນຄົນຂອງກະສັດເອງເສຍຊີວິດຍ້ອນແປວໄຟນັ້ນ! ຊາຍຊາວເຫບເລີສາມຄົນເດເປັນແນວໃດ?
ຊາດຣາກ ເມຊາກ ແລະອາເບດເນໂຄຕົກລົງໄປໃນກາງແປວໄຟ. ແຕ່ບັດແລ້ວເຂົາເຈົ້າກໍລຸກຢືນຂຶ້ນ! ເຂົາເຈົ້າບໍ່ໄດ້ຮັບຄວາມເຈັບປວດ. ແລະເຂົາເຈົ້າບໍ່ໄດ້ຖືກມັດແລ້ວ. ມັນຈະເປັນໄປໄດ້ແນວໃດ?— ກະສັດແນມເບິ່ງເຂົ້າໄປທາງໃນເຕົາໄຟ ແລະສິ່ງທີ່ໄດ້ເຫັນເຮັດໃຫ້ລາວຢ້ານ. ກະສັດຖາມວ່າ: ‘ພວກເຮົາຖິ້ມຊາຍສາມຄົນລົງໄປໃນໄຟແມ່ນບໍ?’ ແລະຄົນຮັບໃຊ້ຕອບວ່າ: “ຈິງແທ້ກະສັດເຈົ້າຂ້າ.”
ພະເຢໂຫວາຊ່ວຍຊີວິດຜູ້ຮັບໃຊ້ຂອງພະອົງແນວໃດຈາກເຕົາໄຟທີ່ມີໄຟລຸກໄໝ້ຢູ່?
ຈາກນັ້ນກະສັດກ່າວວ່າ: “ດັ່ງນີ້ຂ້ອຍເຫັນ 4 ຄົນ . . . ພວມທຽວໄປມາໃນກາງໄຟແລະເຂົາບໍ່ຖືກອັນຕະລາຍ.” ລູກຮູ້ບໍວ່າຜູ້ທີສີ່ແມ່ນໃຜ?— ນັ້ນແມ່ນທູດສະຫວັນຂອງພະເຢໂຫວາ. ທູດສະຫວັນມາຄຸ້ມຄອງຊາຍຊາວເຫບເລີສາມຄົນບໍ່ໃຫ້ຖືກຄວາມເຈັບປວດ.
ເມື່ອເຫັນເຊັ່ນນັ້ນ ກະສັດຈຶ່ງມາທີ່ປະຕູເຕົາໄຟແລະຮ້ອງວ່າ: “ຊາດຣາກ ເມຊາກກັບອາເບດເນໂຄຜູ້ຂ້າໃຊ້ຂອງພະເຈົ້າອົງສູງສຸດຈົ່ງອອກມາເຖີ້ນ.” ເມື່ອເຂົາເຈົ້າອອກມາ ທຸກຄົນກໍເຫັນວ່າພວກເຂົາເຈົ້າບໍ່ໄດ້ຖືກໄຟໄໝ້. ແມ່ນແຕ່ກິ່ນຄວັນໄຟກໍບໍ່ຕິດໂຕເຂົາເຈົ້າ. ຈາກນັ້ນກະສັດເວົ້າວ່າ: “ຈົ່ງສັນລະເສີນພະເຈົ້າຂອງທ່ານຊາດຣາກ ເມຊາກກັບອາເບດເນໂຄ ທີ່ໄດ້ໃຊ້ທູດຂອງພະອົງມາຊ່ອຍພວກຂ້າໃຊ້ຂອງພະອົງ ທີ່ . . . ບົວລະບັດແລະຂາບໄຫວ້ແຕ່ພະເຈົ້າຂອງເຂົາເທົ່ານັ້ນ.”—ດານຽນ ບົດທີ 3.
ຮູບຈຳລອງແບບໃດແດ່ທີ່ຜູ້ຄົນເທີດທູນບູຊາໃນທຸກມື້ນີ້?
ເຮົາສາມາດຮຽນບົດຮຽນຈາກເລື່ອງທີ່ເກີດຂຶ້ນໃນຕອນນັ້ນ. ແມ່ນແຕ່ໃນທຸກມື້ນີ້ ຜູ້ຄົນເຮັດສັນຍະລັກຫຼືຮູບຈຳລອງເພື່ອນະມັດສະການ. ປຶ້ມເອັນຊາຍໂຄພິເດຍ ອາເມຣິການາ ບອກວ່າ: “ເຊັ່ນດຽວກັບໄມ້ກາງແຂນ ທຸງເປັນສິ່ງສັກສິດ.” ຮູບຈຳລອງອາດເຮັດຈາກໄມ້ ຫີນ ໂລຫະ ຫຼືຜ້າກໍໄດ້. ສາວົກຮຸ່ນທຳອິດຂອງພະເຍຊູບໍ່ໄດ້ຂາບໄຫວ້ນະມັດສະການຈັກກະພັດໂລມ ເຊິ່ງນັກປະຫວັດສາດຊື່ ແດນຽວ ພີ. ແມນນິກ ກ່າວວ່າ ນັ້ນອາດປຽບທຽບໄດ້ກັບ “ການປະຕິເສດການເຄົາລົບທຸງຫຼືການກ່າວຄຳປະຕິຍານຕົນເພື່ອສະແດງຄວາມຈົງຮັກພັກດີຕໍ່ຊາດ.”
ດັ່ງນັ້ນ ລູກຄິດວ່າມັນແຕກຕ່າງກັນບໍສຳລັບພະເຈົ້າ ຖ້າຮູບຈຳລອງທາງສາສະໜາເຮັດຈາກຜ້າ ໄມ້ ຫີນ ຫຼືໂລຫະ?— ມັນເປັນສິ່ງຖືກຕ້ອງບໍຖ້າຜູ້ຮັບໃຊ້ຂອງພະເຢໂຫວາຂາບໄຫວ້ນະມັດສະການຮູບຈຳລອງເຫຼົ່ານັ້ນ?— ຊາດຣາກ ເມຊາກ ແລະອາເບດເນໂຄບໍ່ໄດ້ເຮັດແບບນັ້ນ ແລະພະເຢໂຫວາພໍໃຈໃນຕົວເຂົາເຈົ້າ. ລູກຈະຮຽນແບບເຂົາເຈົ້າໄດ້ແນວໃດ?—
ຜູ້ທີ່ຮັບໃຊ້ພະເຢໂຫວາບໍ່ສາມາດນະມັດສະການບຸກຄົນໃດໆຫຼືສິ່ງໃດໆ. ຂໍໃຫ້ອ່ານກ່ຽວກັບເລື່ອງນີ້ໃນພະທຳໂຢຊວຍ 24:14, 15, 19-22; ເອຊາອີ 42:8; 1 ໂຢຮັນ 5:21; ແລະຄຳປາກົດ 19:10.