ຄຳນຳຕອນທີ 10
ພະເຢໂຫວາເປັນກະສັດທີ່ຍິ່ງໃຫຍ່ແລະມີອຳນາດສູງສຸດ. ເພິ່ນຄວບຄຸມສະຖານະການໄດ້ທຸກຢ່າງແລະເພິ່ນຈະເປັນແບບນີ້ຕະຫຼອດໄປ. ຕົວຢ່າງເຊັ່ນ: ເພິ່ນໄດ້ຊ່ວຍເຢເຣມີຢາຈາກນ້ຳສ້າງທີ່ມີແຕ່ຂີ້ຕົມ ໄດ້ຊ່ວຍຊາດຣາກ ເມຊາກ ແລະອາເບດເນໂກຈາກເຕົາໄຟທີ່ຮ້ອນໆ ແລະຊ່ວຍດານີເອນຈາກຂຸມໂຕສິງ. ພະເຢໂຫວາປົກປ້ອງເອັດສະເທີເພື່ອໃຫ້ລາວຊ່ວຍຊີວິດຄົນຊາດດຽວກັນໄດ້. ພະເຢໂຫວາຈະບໍ່ປ່ອຍໃຫ້ຄວາມຊົ່ວມີຢູ່ຕະຫຼອດໄປ. ຄຳພະຍາກອນເລື່ອງຮູບປັ້ນທີ່ໃຫຍ່ໆແລະຕົ້ນໄມ້ໃຫຍ່ເຮັດໃຫ້ເຮົາໝັ້ນໃຈວ່າອີກບໍ່ດົນການປົກຄອງຂອງພະເຢໂຫວາຈະກຳຈັດຄວາມຊົ່ວທຸກຢ່າງແລະຈະມາປົກຄອງໂລກນີ້.