ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 61 ໜ້າ 146-ໜ້າ 147 ຂໍ້ 3
  • ເຂົາເຈົ້າ​ບໍ່​ຍອມ​ກົ້ມ​ກາບ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຂົາເຈົ້າ​ບໍ່​ຍອມ​ກົ້ມ​ກາບ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພວກເຂົາບໍ່ຍອມກົ້ມຕົວລົງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໃຜ​ເປັນ​ພະເຈົ້າ​ຂອງ​ເຈົ້າ?
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ການ​ປົກຄອງ​ທີ່​ຈະ​ຢູ່​ຕະຫຼອດ​ໄປ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຄຳນຳ​ຕອນ​ທີ 10
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 61 ໜ້າ 146-ໜ້າ 147 ຂໍ້ 3
ຊາດຣາກ ເມຊາກ ແລະ​ອາເບດເນໂກ​ບໍ່​ຍອມ​ກົ້ມ​ກາບ​ຮູບ​ປັ້ນ​ຄຳ

ບົດ​ທີ 61

ເຂົາເຈົ້າ​ບໍ່​ຍອມ​ກົ້ມ​ກາບ

ຫຼັງ​ຈາກ​ກະສັດ​ເນບູກາດເນັດຊາ​ຝັນ​ເຫັນ​ຮູບ​ປັ້ນ​ໃຫຍ່ ລາວ​ກໍ​ໄດ້​ສ້າງ​ຮູບ​ປັ້ນ​ຄຳ​ບັກ​ໃຫຍ່ໆ​ແລະ​ຕັ້ງ​ໄວ້​ຢູ່​ທົ່ງພຽງ​ດູຣາ. ແລ້ວ​ລາວ​ກໍ​ເອີ້ນ​ພວກ​ຄົນ​ສຳຄັນ​ທີ່​ສຸດ​ຂອງ​ປະເທດ​ໃຫ້​ມາ​ລວມ​ກັນ​ຢູ່​ຕໍ່​ໜ້າ​ຮູບ​ປັ້ນ​ນັ້ນ. ຊາດຣາກ ເມຊາກ ແລະ​ອາເບດເນໂກ​ກໍ​ຖືກ​ເອີ້ນ​ມາ​ນຳ. ກະສັດ​ສັ່ງ​ວ່າ: ‘ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ສຽງ​ແກ ສຽງ​ພິນ ແລະ​ສຽງ​ປີ່ ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ກົ້ມ​ກາບ​ຮູບ​ປັ້ນ​ນີ້! ຖ້າ​ຜູ້​ໃດ​ບໍ່​ຍອມ​ກົ້ມ​ກາບ ຜູ້​ນັ້ນ​ກໍ​ຊິ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນໆ.’ ແລ້ວ​ຜູ້​ຊາຍ​ຄົນ​ເຮັບເຣີ​ສາມ​ຄົນ​ຈະ​ກົ້ມ​ກາບ​ຮູບປັ້ນ​ນັ້ນ​ບໍ? ຫຼື​ເຂົາເຈົ້າ​ຈະ​ນະມັດສະການ​ແຕ່​ພະ​ເຢໂຫວາ​ອົງ​ດຽວ?

ແລ້ວ​ກະສັດ​ກໍ​ສັ່ງ​ໃຫ້​ຫຼິ້ນ​ດົນຕີ ທຸກ​ຄົນ​ກໍ​ກົ້ມ​ກາບ​ແລະ​ນະມັດສະການ​ຮູບ​ປັ້ນ​ນັ້ນ. ແຕ່​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ບໍ່​ໄດ້​ເຮັດ. ມີ​ບາງ​ຄົນ​ເຫັນ​ແລະ​ໄປ​ຟ້ອງ​ກະສັດ​ວ່າ: ‘ຜູ້​ຊາຍ​ເຮັບເຣີ 3 ຄົນ​ນັ້ນ​ບໍ່​ຍອມ​ກົ້ມ​ກາບ​ຮູບ​ປັ້ນ​ຄຳ​ທີ່​ທ່ານ​ເຮັດ​ຂຶ້ນ​ມາ.’ ເນບູກາດເນັດຊາ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: ‘ຂ້ອຍ​ຈະ​ໃຫ້​ໂອກາດ​ພວກ​ເຈົ້າ​ກົ້ມ​ກາບ​ຮູບ​ປັ້ນ​ອີກ​ເທື່ອ​ໜຶ່ງ. ແຕ່​ຖ້າ​ພວກ​ເຈົ້າ​ຍັງ​ບໍ່​ຍອມ​ເຮັດ ຂ້ອຍ​ຈະ​ໂຍນ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນໆ. ບໍ່​ມີ​ພະເຈົ້າ​ອົງ​ໃດ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂ້ອຍ​ໄດ້.’ ເຂົາເຈົ້າ​ຕອບ​ກະສັດ​ວ່າ: ‘ພວກ​ເຮົາ​ບໍ່​ຢາກ​ໄດ້​ໂອກາດ​ດອກ. ພະເຈົ້າ​ທີ່​ພວກ​ເຮົາ​ນະມັດສະການ​ຈະ​ຊ່ວຍ​ພວກ​ເຮົາ. ແຕ່​ເຖິງ​ເພິ່ນ​ຈະ​ບໍ່​ຊ່ວຍ ພວກ​ເຮົາ​ກໍ​ຈະ​ບໍ່​ຍອມ​ກົ້ມ​ກາບ​ຮູບ​ປັ້ນ​ຂອງ​ທ່ານ.’

ເນບູກາດເນັດຊາ​ໃຈ​ຮ້າຍ​ແຮງ ລາວ​ຈຶ່ງ​ສັ່ງ​ວ່າ: ‘ໃຫ້​ເພີ່ມ​ຄວາມ​ຮ້ອນ​ໃນ​ເຕົາ​ໄຟ​ຂຶ້ນ​ເປັນ 7 ເທົ່າ!’ ແລະ​ສັ່ງ​ທະຫານ​ວ່າ: ‘ມັດ​ເຂົາເຈົ້າ 3 ຄົນ ແລ້ວ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ!’ ເຕົາ​ໄຟ​ຮ້ອນ​ແທ້​ຮ້ອນ​ວ່າ​ຈົນ​ທະຫານ​ທີ່​ເຂົ້າ​ໄປ​ໃກ້​ຕາຍ​ທັນທີ. ຜູ້​ຊາຍ​ເຮັບເຣີ 3 ຄົນ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ແລ້ວ ແຕ່​ເມື່ອ​ເນບູກາດເນັດຊາ​ແນມ​ເບິ່ງ ລາວ​ກໍ​ເຫັນ​ຜູ້​ຊາຍ 4 ຄົນ​ຍ່າງ​ຢູ່​ໃນ​ເຕົາ​ໄຟ. ລາວ​ຢ້ານ​ຫຼາຍ​ແລະ​ເວົ້າ​ກັບ​ພວກ​ຂ້າລາຊະການ​ວ່າ: ‘ພວກ​ເຮົາ​ໂຍນ 3 ຄົນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ຕົ໋ວ? ແຕ່​ເປັນ​ຫຍັງ​ຂ້ອຍ​ເຫັນ​ມີ 4 ຄົນ ແລະ​ຄົນ​ທີ 4 ເບິ່ງ​ຄື​ທູດສະຫວັນ!’

ເນບູກາດເນັດຊາ​ເຂົ້າ​ໄປ​ໃກ້​ເຕົາ​ໄຟ​ແລະ​ຮ້ອງ​ວ່າ: ‘ອອກ​ມາ​ແມ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສູງ​ສຸດ!’ ທຸກ​ຄົນ​ງຶດ​ຫຼາຍ​ທີ່​ເຫັນ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ຍ່າງ​ອອກ​ມາ​ຈາກ​ເຕົາ​ໄຟ​ໂດຍ​ທີ່​ບໍ່​ເປັນ​ຫຍັງ​ເລີຍ. ຜິວ​ໜັງ ຜົມ ແລະ​ເຄື່ອງນຸ່ງ​ຂອງ​ເຂົາເຈົ້າ​ກໍ​ບໍ່​ຖືກ​ໄຟ​ໄໝ້ ແລະ​ກໍ​ບໍ່​ມີ​ກິ່ນ​ຄວັນ​ໄຟ​ຕິດ​ໂຕ​ເຂົາເຈົ້າ​ເລີຍ.

ເນບູກາດເນັດຊາ​ເວົ້າ​ວ່າ: ‘ພະເຈົ້າ​ຂອງ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ເປັນ​ພະເຈົ້າ​ອົງ​ຍິ່ງໃຫຍ່. ເພິ່ນ​ໄດ້​ສົ່ງ​ທູດສະຫວັນ​ມາ​ຊ່ວຍ​ເຂົາເຈົ້າ. ບໍ່​ມີ​ພະເຈົ້າ​ອົງ​ໃດ​ຄື​ກັບ​ພະເຈົ້າ​ຂອງ​ເຂົາເຈົ້າ.’

ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ເຈົ້າ​ຕັ້ງໃຈ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ຄື​ກັບ​ຜູ້​ຊາຍ​ເຮັບເຣີ 3 ຄົນ​ນີ້​ບໍ?

ກະສັດ​ເນບູກາດເນັດຊາ​ຕົກໃຈ​ທີ່​ເຫັນ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ອອກ​ມາ​ຈາກ​ເຕົາ​ໄຟ​ໂດຍ​ທີ່​ບໍ່​ເປັນ​ຫຍັງ​ເລີຍ

“ເຈົ້າ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ ແລະ​ຮັບໃຊ້​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ.”—ມັດທາຍ 4:10

ຄຳ​ຖາມ: ຊາດຣາກ ເມຊາກ ແລະ​ອາເບດເນໂກ​ບໍ່​ຍອມ​ເຮັດ​ຫຍັງ?ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ?

ດານີເອນ 3:1-30

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌