ບຸກຄົນແບບຢ່າງ—ຕີໂມເຕ
ທ້າວຕີໂມເຕກຳລັງຈະຍ້າຍອອກຈາກເຮືອນ ບໍ່ແມ່ນເພື່ອໜີຈາກຄອບຄົວ ແຕ່ເພື່ອເປັນເພື່ອນຮ່ວມເດີນທາງເຜີຍແຜ່ກັບອັກຄະສາວົກໂປໂລ! ອາດເປັນໄປໄດ້ທີ່ລາວໃກ້ຈະພົ້ນໄລຍະເປັນໄວຮຸ່ນແລ້ວ ຕີໂມເຕເປັນຊາຍໜຸ່ມທີ່ມີຄວາມຮັບຜິດຊອບແລ້ວເຊິ່ງ “ມີຊື່ສຽງອັນດີໃນພວກພີ່ນ້ອງທີ່ຢູ່ໃນເມືອງລີສະທາແລະໃນເມືອງອີໂກນີອຸມ.” (ກິດຈະການ 16:2) ໂປໂລມີຄວາມໝັ້ນໃຈວ່າຕີໂມເຕສາມາດບັນລຸຜົນສຳເລັດໃນສິ່ງຕ່າງໆທີ່ຍິ່ງໃຫຍ່ໃນການຮັບໃຊ້ພະເຈົ້າ. ແລະລາວເຮັດໄດ້ແທ້! ໃນເວລາຫຼາຍປີຕໍ່ມາ ຕີໂມເຕໄດ້ເດີນທາງໄປຫຼາຍບ່ອນເພື່ອກໍ່ຕັ້ງປະຊາຄົມຕ່າງໆແລະເສີມກຳລັງພີ່ນ້ອງຊາຍຍິງ. ຄຸນລັກສະນະຕ່າງໆທີ່ດີຂອງຕີໂມເຕເຮັດໃຫ້ລາວເປັນທີ່ຮັກໄຄ່ຂອງໂປໂລ ເຊິ່ງປະມານ 11 ປີຕໍ່ມາໂປໂລບອກຊາວເມືອງຟີລິບວ່າ: “ເຮົາບໍ່ມີຜູ້ໃດທີ່ມີໃຈເໝືອນດັ່ງທ່ານຕີໂມເຕທີ່ຈະເອົາໃຈໃສ່ໃນການງານຂອງພວກທ່ານດ້ວຍຄວາມສັດຊື່.”—ຟີລິບ 2:20.
ເຈົ້າກຳລັງເຮັດໃຫ້ຕົວເອງພ້ອມເພື່ອຈະຖືກໃຊ້ໃນວຽກຮັບໃຊ້ພະເຈົ້າບໍ? ຖ້າແມ່ນ ພະພອນອັນຍິ່ງໃຫຍ່ກຳລັງຄອຍຖ້າເຈົ້າຢູ່! ພະເຢໂຫວາຮູ້ຄຸນຄ່າແທ້ໆຕໍ່ຄົນໜຸ່ມສາວທີ່ “ສະເໜີຕົວດ້ວຍຄວາມເຕັມໃຈ.” (ຄຳເພງ 110:3, ລ.ມ.) ຍິ່ງກວ່ານັ້ນ ເຈົ້າສາມາດໝັ້ນໃຈວ່າພະເຢໂຫວາພະເຈົ້າ “ບໍ່ເປັນບໍ່ຊອບທຳຈະລືມກິດຈະການຂອງທ່ານທັງຫຼາຍ.”—ເຫບເລີ 6:10.