ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 100 ໜ້າ 232-ໜ້າ 233 ຂໍ້ 2
  • ໂປໂລ​ກັບ​ຕີໂມທຽວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂປໂລ​ກັບ​ຕີໂມທຽວ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຕີໂມເຕ​ຕ້ອງການ​ຊ່ວຍ​ຜູ້​ຄົນ
    ສອນລູກໃຫ້ເປັນຄົນດີ
  • ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ—ຂໍ​ໃຫ້​ຮຽນ​ຮູ້​ຈາກ​ຕີໂມເຕ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຕີໂມເຕ—ຜູ້ຊ່ວຍຄົນໃໝ່ຂອງໂປໂລ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • “ຊ່ວຍປະຊາຄົມຕ່າງໆ​ໃຫ້ເຂັ້ມແຂງຂຶ້ນ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 100 ໜ້າ 232-ໜ້າ 233 ຂໍ້ 2
ໂປໂລ ຊີລາ ແລະ​ຕີໂມທຽວ

ບົດ​ທີ 100

ໂປໂລ​ກັບ​ຕີໂມທຽວ

ຢູນິເກ ໂລ​ອີ ແລະ​ຕີໂມທຽວ​ຕອນ​ຍັງ​ນ້ອຍ

ຕີໂມທຽວ​ເປັນ​ພີ່ນ້ອງ​ຊາຍ​ໜຸ່ມ​ໃນ​ປະຊາຄົມ​ລີຊະທາ. ພໍ່​ຂອງ​ລາວ​ເປັນ​ຄົນ​ກຣີກ​ແລະ​ແມ່​ຂອງ​ລາວ​ເປັນ​ຄົນ​ຢິວ. ຢູນິເກ​ແມ່​ຂອງ​ຕີໂມທຽວ​ແລະ​ໂລ​ອີ​ແມ່​ຕູ້​ຂອງ​ລາວ​ໄດ້​ສອນ​ເລື່ອງ​ພະ​ເຢໂຫວາ​ໃຫ້​ລາວ​ຕັ້ງແຕ່​ລາວ​ຍັງ​ນ້ອຍໆ.

ຕອນ​ທີ່​ໂປໂລ​ເດີນທາງ​ໄປ​ປະກາດ​ຮອບ​ທີ​ສອງ ລາວ​ໄດ້​ໄປ​ຢາມ​ປະຊາຄົມ​ລີຊະທາ​ແລະ​ສັງເກດ​ເຫັນ​ວ່າ​ຕີໂມທຽວ​ຮັກ​ພີ່ນ້ອງ​ຫຼາຍ​ແທ້ໆ​ແລະ​ມັກ​ຊ່ວຍ​ເຫຼືອ​ພີ່ນ້ອງ ລາວ​ຈຶ່ງ​ຊວນ​ຕີໂມທຽວ​ເດີນທາງ​ໄປ​ນຳ. ແລ້ວ​ໂປໂລ​ກໍ​ຝຶກ​ຕີໂມທຽວ​ໃຫ້​ປະກາດ​ແລະ​ສອນ​ຂ່າວ​ດີ​ເກັ່ງ​ຂຶ້ນ.

ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ໄດ້​ຊີ້ນຳ​ໂປໂລ​ແລະ​ຕີໂມທຽວ​ໃຫ້​ຮູ້​ວ່າ​ຄວນ​ໄປ​ປະກາດ​ຢູ່​ໃສ. ຄືນ​ມື້​ໜຶ່ງ ໂປໂລ​ເຫັນ​ນິມິດ​ວ່າ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ບອກ​ລາວ​ໃຫ້​ໄປ​ຊ່ວຍ​ຢູ່​ແຂວງ​ມາເກໂດເນຍ. ໂປໂລ ຕີໂມທຽວ ຊີລາ ແລະ​ລູກາ​ຈຶ່ງ​ໄປ​ປະກາດ​ຢູ່​ບ່ອນ​ນັ້ນ​ແລະ​ຕັ້ງ​ປະຊາຄົມ​ຢູ່​ຫັ້ນ.

ຢູ່​ເມືອງ​ເທຊະໂລນິກ​ແຂວງ​ມາເກໂດເນຍ ມີ​ຜູ້​ຊາຍ​ຜູ້​ຍິງ​ບັກ​ຫລາຍໆ​ຄົນ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ແຕ່​ຄົນ​ຢິວ​ບາງ​ຄົນ​ໃນ​ເມືອງ​ນັ້ນ​ອິດສາ​ໂປໂລ​ກັບ​ໝູ່ ເຂົາເຈົ້າ​ຈຶ່ງ​ກໍ່​ຄວາມ​ວຸ່ນວາຍ​ແລະ​ລາກ​ພີ່ນ້ອງ​ບາງ​ຄົນ​ໄປ​ຫາ​ຜູ້​ປົກຄອງ​ເມືອງ ແລະ​ຮ້ອງ​ວ່າ: ‘ພວກ​ນີ້​ເປັນ​ສັດຕູ​ກັບ​ລັດຖະບານ​ໂຣມ!’ ໂປໂລ​ກັບ​ຕີໂມທຽວ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ. ເຂົາເຈົ້າ​ຈຶ່ງ​ຟ້າວ​ໜີ​ໄປ​ເມືອງ​ເບເຣຍ​ໃນ​ຄືນ​ມື້​ນັ້ນ​ເລີຍ.

ຄົນ​ທີ່​ຢູ່​ເມືອງ​ເບເຣຍ​ມັກ​ຟັງ​ຂ່າວ​ດີ. ຫຼາຍ​ຄົນ​ໃນ​ເມືອງ​ນີ້​ລວມ​ທັງ​ຄົນ​ກຣີກ​ແລະ​ຄົນ​ຢິວ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ແຕ່​ກໍ​ມີ​ຄົນ​ຢິວ​ບາງ​ຄົນ​ທີ່​ຢູ່​ເມືອງ​ເທຊະໂລນິກ​ໄດ້​ນຳ​ມາ​ສ້າງ​ຄວາມ​ວຸ່ນວາຍ​ຢູ່​ນີ້. ໂປໂລ​ຈຶ່ງ​ໄປ​ເມືອງ​ອາແຖນ ແຕ່​ຕີໂມທຽວ​ກັບ​ຊີລາ​ຍັງ​ຢູ່​ເມືອງ​ເບເຣຍ​ຕໍ່​ເພື່ອ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ຕໍ່​ມາ ໂປໂລ​ໄດ້​ສົ່ງ​ຕີໂມທຽວ​ກັບ​ໄປ​ເມືອງ​ເທຊະໂລນິກ​ເພື່ອ​ຊ່ວຍ​ພີ່ນ້ອງ​ທີ່​ຮັບມື​ກັບ​ການ​ຂົ່ມເຫງ​ຢ່າງ​ໜັກ. ຈາກ​ນັ້ນ ລາວ​ກໍ​ສົ່ງ​ຕີໂມທຽວ​ໄປ​ຢາມ​ປະຊາຄົມ​ອື່ນໆ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ.

ອັກຄະສາວົກ​ໂປໂລ​ໃຫ້​ຕີໂມທຽວ​ຂຽນ​ຈົດໝາຍ​ຕາມ​ທີ່​ລາວ​ບອກ ຕອນ​ທີ່​ຖືກ​ຂັງ​ຢູ່​ໃນ​ເຮືອນ​ແລະ​ມີ​ໂສ້​ລ່າມ​ໄວ້​ກັບ​ທະຫານ​ຄົນ​ໜຶ່ງ

ໂປໂລ​ບອກ​ຕີໂມທຽວ​ວ່າ: ‘ຄົນ​ທີ່​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຈະ​ຖືກ​ຂົ່ມເຫງ.’ ຕີໂມທຽວ​ກໍ​ຖືກ​ຂົ່ມເຫງ​ແລະ​ຖືກ​ຂັງ​ຄຸກ​ຍ້ອນ​ຄວາມ​ເຊື່ອ. ແຕ່​ລາວ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ພິສູດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ລາວ​ພັກດີ​ຕໍ່​ເພິ່ນ.

ໂປໂລ​ບອກ​ພີ່ນ້ອງ​ທີ່​ຢູ່​ເມືອງ​ຟີລິບປອຍ​ວ່າ: ‘ຂ້ອຍ​ຈະ​ສົ່ງ​ຕີໂມທຽວ​ໄປ​ຫາ​ພວກ​ເຈົ້າ. ລາວ​ຈະ​ສອນ​ພວກ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ ແລະ​ຈະ​ຝຶກ​ພວກ​ເຈົ້າ​ໃຫ້​ປະກາດ​ຂ່າວ​ດີ.’ ໂປໂລ​ຮູ້​ວ່າ​ລາວ​ສາມາດ​ໄວ້ໃຈ​ຕີໂມທຽວ​ໄດ້ ເພາະ​ເຂົາເຈົ້າ​ເປັນ​ໝູ່​ກັນ​ແລະ​ເຮັດ​ວຽກ​ຮັບໃຊ້​ນຳ​ກັນ​ມາ​ຫຼາຍ​ປີ.

“ຂ້ອຍ​ບໍ່​ມີ​ໃຜ​ເລີຍ​ທີ່​ມີ​ນ້ຳໃຈ​ຄື​ກັບ​ລາວ​ທີ່​ຈະ​ຊ່ວຍ​ເບິ່ງແຍງ​ຄວາມ​ຈຳເປັນ​ຂອງ​ພວກ​ເຈົ້າ​ແທ້ໆ. ຄົນ​ອື່ນ​ຄິດ​ເຖິງ​ແຕ່​ໂຕເອງ​ແລະ​ບໍ່​ໄດ້​ສົນໃຈ​ສິ່ງ​ທີ່​ພະ​ເຢຊູ​ຄລິດ​ຕ້ອງການ.”—ຟີລິບປອຍ 2:20, 21

ຄຳ​ຖາມ: ຕີໂມທຽວ​ແມ່ນ​ໃຜ? ເປັນ​ຫຍັງ​ໂປໂລ​ກັບ​ຕີໂມທຽວ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ?

ກິດຈະການ 16:1-12; 17:1-15; ຟີລິບປອຍ 2:19-22; 2 ຕີໂມທຽວ 1:1-5; 3:12, 14, 15; ເຮັບເຣີ 13:23

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌