ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 3 ໜ້າ 14-ໜ້າ 15 ຂໍ້ 3
  • ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະເຈົ້າ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເຫດຜົນທີ່ພວກເຂົາໄດ້ເສຍທີ່ຢູ່ອາໄສ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຜູ້​ອື່ນ​ທີ່​ສູງ​ສົ່ງ​ກວ່າ​ພວກ​ເຮົາ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ຊີວິດຍາກລຳບາກເລີ່ມຕົ້ນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 3 ໜ້າ 14-ໜ້າ 15 ຂໍ້ 3
ອາດາມ​ກັບ​ເອວາ​ອອກ​ຈາກ​ສວນ​ເອເດັນ

ບົດ​ທີ 3

ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະເຈົ້າ

ອາດາມ​ຈັບ​ໝາກ​ໄມ້​ທີ່​ເອວາ​ເອົາ​ໃຫ້

ມີ​ມື້​ໜຶ່ງ​ຕອນ​ທີ່​ເອວາ​ຢູ່​ຄົນ​ດຽວ ງູ​ໂຕ​ໜຶ່ງ​ໄດ້​ມາ​ເວົ້າ​ກັບ​ລາວ. ມັນ​ຖາມ​ລາວ​ວ່າ: ‘ແມ່ນ​ແທ້​ບໍ​ທີ່​ພະເຈົ້າ​ຫ້າມ​ພວກ​ເຈົ້າ​ບໍ່​ໃຫ້​ກິນ​ໝາກ​ໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້?’ ເອວາ​ຕອບ​ວ່າ: ‘ພວກ​ເຮົາ​ກິນ​ໝາກ​ໄມ້​ໃນ​ສວນ​ນີ້​ໄດ້​ທຸກ​ຕົ້ນ ຍົກເວັ້ນ​ຕົ້ນ​ດຽວ. ຖ້າ​ພວກ​ເຮົາ​ກິນ ພວກ​ເຮົາ​ຈະ​ຕາຍ.’ ແລ້ວ​ງູ​ກໍ​ບອກ​ລາວ​ວ່າ: ‘ພວກ​ເຈົ້າ​ຊິ​ບໍ່​ຕາຍ​ດອກ. ທີ່ຈິງ ຖ້າ​ພວກ​ເຈົ້າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ພວກ​ເຈົ້າ​ຊິ​ເປັນ​ຄື​ກັບ​ພະເຈົ້າ.’ ແຕ່​ນັ້ນ​ແມ່ນ​ຄວາມ​ຈິງ​ບໍ? ບໍ່​ແມ່ນ. ງູ​ໄດ້​ຕົວະ​ເອວາ ແຕ່​ເອວາ​ກໍ​ເຊື່ອ​ມັນ. ເອວາ​ເບິ່ງ​ໝາກ​ໄມ້​ນັ້ນ​ຕະຫຼອດ. ແຮ່ງ​ລາວ​ເບິ່ງ ລາວ​ກໍ​ແຮ່ງ​ຢາກ​ກິນ. ສຸດທ້າຍ​ລາວ​ກໍ​ກິນ​ແລະ​ເອົາ​ໃຫ້​ອາດາມ​ກິນ​ນຳ. ອາດາມ​ຮູ້​ດີ​ວ່າ​ຖ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເຂົາເຈົ້າ​ຈະ​ຕາຍ ແຕ່​ລາວ​ກໍ​ຍັງ​ເລືອກ​ທີ່​ຈະ​ກິນ​ໝາກ​ໄມ້​ນັ້ນ.

ອາດາມ​ກັບ​ເອວາ​ຍ່າງ​ອອກ​ຈາກ​ສວນ​ເອເດັນ. ມີ​ທູດສະຫວັນ​ເຝົ້າ​ທາງເຂົ້າ​ສວນ​ໄວ້​ແລະ​ໃຫ້​ມີ​ດາບ​ໄຟ​ໝູນ​ຢູ່

ຕອນ​ແລງ​ຂອງ​ມື້​ນັ້ນ ພະ​ເຢໂຫວາ​ກໍ​ມາ​ເວົ້າ​ກັບ​ອາດາມ​ແລະ​ເອວາ. ເພິ່ນ​ຖາມ​ເຂົາເຈົ້າ​ວ່າ​ເປັນ​ຫຍັງ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ເພິ່ນ. ເອວາ​ໄດ້​ໂທດ​ງູ ສ່ວນ​ອາດາມ​ກໍ​ໂທດ​ເອວາ. ຍ້ອນ​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ເພິ່ນ​ຈຶ່ງ​ໄລ່​ເຂົາເຈົ້າ​ອອກ​ຈາກ​ສວນ​ເອເດັນ. ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ມີ​ທູດສະຫວັນ​ເຝົ້າ​ທາງເຂົ້າ​ສວນ​ໄວ້​ແລະ​ໃຫ້​ມີ​ດາບ​ໄຟ​ໝູນ​ຢູ່ ເພື່ອ​ບໍ່​ໃຫ້​ອາດາມ​ກັບ​ເອວາ​ເຂົ້າ​ໄປ​ໃນ​ສວນ​ໄດ້​ອີກ.

ພະ​ເຢໂຫວາ​ບອກ​ວ່າ​ຜູ້​ທີ່​ຕົວະ​ເອວາ​ກໍ​ຈະ​ຖືກ​ລົງໂທດ​ຄື​ກັນ. ທີ່ຈິງ​ຜູ້​ທີ່​ເວົ້າ​ກັບ​ເອວາ​ບໍ່​ແມ່ນ​ງູ ຍ້ອນ​ພະ​ເຢໂຫວາ​ບໍ່​ໄດ້​ສ້າງ​ງູ​ໃຫ້​ເວົ້າ​ໄດ້. ຜູ້​ທີ່​ເຮັດ​ໃຫ້​ງູ​ເວົ້າ​ໄດ້​ແມ່ນ​ຊາຕານ​ແລະ​ມັນ​ກໍ​ຕັ້ງໃຈ​ຕົວະ​ເອວາ. ທູດສະຫວັນ​ອົງ​ນີ້​ຖືກ​ເອີ້ນ​ວ່າ​ມານ​ຮ້າຍ​ແລະ​ຊາຕານ. ໃນ​ອະນາຄົດ​ພະ​ເຢໂຫວາ​ຈະ​ທຳລາຍ​ມັນ ເພື່ອ​ຈະ​ບໍ່​ໃຫ້​ມັນ​ໄປ​ຕົວະ​ໃຜ​ໃຫ້​ເຮັດ​ຊົ່ວ​ໄດ້​ອີກ.

“ມານ​ຮ້າຍ . . . ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕອນ​ເລີ່ມ​ຕົ້ນ ແລະ​ມັນ​ບໍ່​ໄດ້​ຍຶດ​ໝັ້ນ​ໃນ​ຄວາມ​ຈິງ ຍ້ອນ​ມັນ​ບໍ່​ມີ​ຄວາມ​ຈິງ.”—ໂຢຮັນ 8:44

ຄຳ​ຖາມ: ເປັນ​ຫຍັງ​ເອວາ​ກິນ​ໝາກ​ໄມ້​ທີ່​ພະເຈົ້າ​ຫ້າມ? ເກີດ​ຫຍັງ​ຂຶ້ນ​ກັບ​ອາດາມ​ແລະ​ເອວາ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ? ມານ​ຊາຕານ​ແມ່ນ​ໃຜ?

ປະຖົມມະການ 3:1-24; ໂຢຮັນ 8:44; 1 ໂຢຮັນ 3:8; ພະ​ນິມິດ 12:9

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌