ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜຂ ບົດ 5
  • ຊີວິດຍາກລຳບາກເລີ່ມຕົ້ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊີວິດຍາກລຳບາກເລີ່ມຕົ້ນ
  • ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເຫດຜົນທີ່ພວກເຂົາໄດ້ເສຍທີ່ຢູ່ອາໄສ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະເຈົ້າ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະເຈົ້າ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄູ່​ທຳອິດ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເບິ່ງຕື່ມ
ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ໜຂ ບົດ 5

ບົດ 5

ຊີວິດ​ຍາກ​ລຳບາກ​ເລີ່ມ​ຕົ້ນ

ຂ້າງ​ນອກ​ສວນ​ເອເດນ ອາດາມ​ແລະ​ເອວາ​ມີ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ. ເຂົາ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ຈະ​ໄດ້​ອາຫານ​ມາ​ສຳລັບ​ເຂົາ​ເຈົ້າ. ແທນ​ທີ່​ຈະ​ມີ​ຕົ້ນ​ໄມ້​ອັນ​ສວຍ​ງາມ​ທີ່​ມີ​ໝາກ​ໄມ້​ເຂົາ​ກັບ​ເຫັນ​ຕົ້ນ​ໄມ້​ຫຼື​ເຄືອ​ທີ່​ມີ​ໜາມ​ງອກ​ຂຶ້ນ​ຮອບໆຕົວ​ເຂົາ. ນີ້​ແຫຼະ​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ເມື່ອ​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ເລີກ​ເປັນ​ມິດ​ຂອງ​ພະອົງ.

ແຕ່​ຍິ່ງ​ຮ້າຍ​ກວ່າ​ນີ້ ອາດາມ​ແລະ​ເອວາ​ກໍ່​ເລີ່ມ​ຈະ​ຕາຍ. ຢ່າ​ລືມ​ວ່າ​ພະເຈົ້າ​ໄດ້​ເຕືອນ​ເຂົາ​ເຈົ້າ​ທີ່​ວ່າ​ເຂົາ​ຈະ​ຕາຍ​ຖ້າ​ຫາກ​ວ່າ​ເຂົາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ຕົ້ນ​ນັ້ນ. ເອົາ​ລະ ໃນ​ມື້​ນັ້ນ​ແຫຼະ​ທີ່​ເຂົາ​ກິນ​ເຂົ້າ​ໄປ​ເຂົາ​ກໍ່​ເລີ່ມ​ຕົ້ນ​ຈະ​ຕາຍ. ເປັນ​ການ​ບໍ່​ສະຫຼາດ​ແທ້ໆທີ່​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ຄວາມ​ພະເຈົ້າ!

ລູກໆຂອງ​ອາດາມ​ແລະ​ເອວາ​ທັງ​ໝົດ​ເກີດ​ມາ​ຫຼັງ​ຈາກ​ພະເຈົ້າ​ຂັບ​ໄລ່​ພໍ່​ແມ່​ຂອງ​ເຂົາ​ອອກ​ຈາກ​ສວນ​ເອເດນ. ເຫດ​ນີ້​ກໍ່​ໝາຍ​ຄວາມ​ວ່າ​ລູກໆຈະ​ຕ້ອງ​ເຖົ້າ​ແກ່​ລົງ​ແລະ​ຕາຍ​ໄປ​ເຊັ່ນ​ກັນ.

ຖ້າ​ຫາກ​ວ່າ​ອາດາມ​ແລະ​ເອວາ​ໄດ້​ເຊື່ອ​ຟັງ​ພະເຈົ້າ ຊີວິດ​ຂອງ​ເຂົາ​ແລະ​ລູກໆຂອງ​ເຂົາ​ກໍ່​ຈະ​ມີ​ຄວາມ​ສຸກ​ເບີກບານ. ພວກ​ເຂົາ​ທຸກ​ຄົນ​ຄົງ​ສາມາດ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ​ດ້ວຍ​ຄວາມ​ສຸກ​ເທິງ​ແຜ່ນດິນ​ໂລກ. ຈະ​ບໍ່​ມີ​ຜູ້​ໃດ​ເລີຍ​ຕ້ອງ​ເຖົ້າ​ແກ່​ລົງ ຕ້ອງ​ເຈັບ​ໄຂ້​ໄດ້​ປ່ວຍ ແລະ​ຕາຍ​ໄປ.

ພະເຈົ້າ​ປາຖະໜາ​ໃຫ້​ຄົນ​ເຮົາ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ດ້ວຍ​ຄວາມ​ສຸກ ແລະ​ພະອົງ​ສັນຍາ​ວ່າ​ໃນ​ມື້​ນຶ່ງ​ຂ້າງ​ໜ້າ​ພວກ​ເຂົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ. ບໍ່​ພຽງ​ແຕ່​ແຜ່ນດິນ​ໂລກ​ທັງ​ໂລກ​ຈະ​ສວຍ​ງາມ​ເທົ່າ​ນັ້ນ ແຕ່​ປະຊາຊົນ​ເຮົາ​ທຸກ​ຄົນ​ຈະ​ມີ​ສຸຂະພາບ​ດີ. ແລະ​ທຸກໆຄົນ​ເທິງ​ແຜ່ນດິນ​ໂລກ​ຈະ​ເປັນ​ເພື່ອນ​ທີ່​ດີ​ຕໍ່​ກັນ​ແລະ​ກັນ​ແລະ​ກັບ​ພະເຈົ້າ.

ແຕ່​ເອວາ​ບໍ່​ເປັນ​ເພື່ອນ​ກັບ​ພະເຈົ້າ​ຕໍ່​ໄປ. ດັ່ງ​ນັ້ນ​ເມື່ອ​ນາງ​ຄອດ​ລູກໆນັ້ນ​ຈຶ່ງ​ບໍ່​ເປັນ​ການ​ງ່າຍ​ສຳລັບ​ນາງ. ນາງ​ໄດ້​ຮັບ​ຄວາມ​ເຈັບ​ປວດ. ການ​ທີ່​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ຈຶ່ງ​ໄດ້​ນຳ​ຄວາມ​ເສົ້າ​ໂສກ​ເສຍໃຈ​ແກ່​ນາງ​ຢ່າງ​ມາກ​ຫຼາຍ ເຈົ້າ​ເຫັນ​ພ້ອມ​ບໍ?

ອາດາມ​ແລະ​ເອວາ​ໄດ້​ມີ​ລູກ​ຊາຍ​ແລະ​ລູກ​ຍິງ​ຫຼາຍ​ຄົນ. ເມື່ອ​ລູກ​ຊາຍ​ກົກ​ຂອງ​ເຂົາ​ເກີດ ເຂົາ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ກາອີນ. ເຂົາ​ຕັ້ງ​ຊື່​ໃຫ້​ລູກ​ຄົນ​ທີ​ສອງ​ວ່າ​ອາເບນ. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ? ເຈົ້າ​ຮູ້​ບໍ?

ຕົ້ນເດິມ 3:​16-23; 4:1, 2; ຄຳປາກົດ 21:3, 4.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌