ບັນທຶກສຽງການອ່ານ—ວິທີນຳໃຊ້
1. ນອກຈາກສັບພະໜັງສືຕ່າງໆແລ້ວ ມີການຈັດຕຽມອັນໃດອີກທີ່ເປັນປະໂຫຍດຕໍ່ເຮົາ?
1 ຫຼາຍຄົນມັກໃຊ້ເວັບໄຊ jw.org ເພື່ອອ່ານຖ້ອຍຄຳແຫ່ງຄວາມຈິງທີ່ຖືກຕ້ອງແລະເຮັດໃຫ້ເພີດເພີນ. (ຜູ້ປ. 12:10) ແຕ່ເຈົ້າໄດ້ໃຊ້ບັນທຶກສຽງການອ່ານແລ້ວບໍ? ບັນທຶກສຽງເຫຼົ່ານີ້ເຮັດໃຫ້ເຮົາສາມາດຟັງຂໍ້ມູນທີ່ມີໃນເວັບໄຊໄດ້ຫຼາຍຂຶ້ນ. ເຮົາອາດໄດ້ຮັບປະໂຫຍດແນວໃດຈາກບັນທຶກສຽງການອ່ານ?
2. ເຮົາຈະໃຊ້ບັນທຶກສຽງການອ່ານສຳລັບການສຶກສາສ່ວນຕົວແລະການສຶກສາຄອບຄົວແນວໃດ?
2 ສຳລັບການສຶກສາສ່ວນຕົວແລະການສຶກສາຄອບຄົວ: ການຟັງບັນທຶກສຽງການອ່ານຄຳພີໄບເບິນ ວາລະສານ ຫຼືສັບພະໜັງສືຕ່າງໆຕອນທີ່ກຳລັງເດີນທາງຫຼືກຳລັງເຮັດກິດຈະກຳຕ່າງໆອາດຊ່ວຍເຮົາໃຊ້ເວລາໃຫ້ເປັນປະໂຫຍດຫຼາຍຂຶ້ນ. (ເອເຟ. 5:15, 16) ເຮົາອາດຫາວິທີໃໝ່ໆໃນການນະມັດສະການປະຈຳຄອບຄົວໂດຍການຟັງບັນທຶກສຽງການອ່ານໃນຂະນະທີ່ຕິດຕາມປຶ້ມໄປນຳ. ຖ້າເຮົາຕ້ອງການປັບປຸງການອ່ານຫຼືກຳລັງຮຽນພາສາຢູ່ ການໃຊ້ບັນທຶກສຽງການອ່ານໃນການສຶກສາສ່ວນຕົວຈະເປັນປະໂຫຍດຫຼາຍ.
3. ໃນເຂດປະກາດຂອງເຮົາ ໃຜແດ່ທີ່ອາດໄດ້ຮັບປະໂຫຍດຈາກບັນທຶກສຽງການອ່ານ?
3 ໃນວຽກປະກາດ: ຜູ້ຄົນໃນເຂດປະກາດຂອງເຮົາເຊິ່ງຮູ້ສຶກວ່າເຂົາເຈົ້າຫຍຸ້ງຫຼາຍຈົນບໍ່ມີເວລາອ່ານປຶ້ມ ເຂົາເຈົ້າອາດຍິນດີທີ່ຈະຟັງບັນທຶກສຽງການອ່ານ. ເຮົາອາດພົບກັບຄົນທີ່ເວົ້າພາສາອື່ນແລະເບິ່ງຄືວ່າເຂົາເຈົ້າຈະຟັງຂ່າວສານເລື່ອງລາຊະອານາຈັກຫຼາຍຂຶ້ນຖ້າໄດ້ຟັງໃນ “ພາສາບ້ານເກີດ” ຂອງເຂົາເຈົ້າ. (ກິດ. 2:6-8, ທ.ປ.) ໃນບາງຂົງເຂດ ການຟັງເປັນສ່ວນໜຶ່ງທີ່ສຳຄັນຂອງວັດທະນະທຳ. ຕົວຢ່າງ: ໃນວັດທະນະທຳຂອງຊົນເຜົ່າມົ້ງ ຕາມທຳມະດາແລ້ວເຂົາເຈົ້າຈະໃຊ້ການເລົ່າເລື່ອງເພື່ອຖ່າຍທອດປະຫວັດຄວາມເປັນມາຂອງເຂົາເຈົ້າໃຫ້ລູກຫຼານຟັງ ແລະລູກຫຼານກໍເລົ່າໃຫ້ຄົນຮຸ່ນຕໍ່ໄປຟັງໄດ້ເປັນຢ່າງດີ. ໃນຫຼາຍໆວັດທະນະທຳຂອງຄົນອາຝຼິກກາ ເຂົາເຈົ້າມັກຮຽນຮູ້ຜ່ານທາງການເລົ່າເລື່ອງ.
4. ມີຄຳຖາມຫຍັງແດ່ທີ່ເຮົາອາດຖາມຕົວເອງເມື່ອຊ່ວຍຜູ້ຄົນໃນເຂດປະກາດ?
4 ໃນເຂດປະກາດຂອງເຮົາຈະເປັນປະໂຫຍດບໍທີ່ຈະເປີດຕົວຢ່າງບັນທຶກສຽງການອ່ານທີ່ເປັນພາສາຂອງຄົນທີ່ເຮົາລົມນຳ? ມີໃຜບໍທີ່ອາດໄດ້ຮັບປະໂຫຍດຈາກໄຟລບັນທຶກສຽງການອ່ານທີ່ເຮົາສົ່ງໃຫ້ທາງອີເມວ? ເຮົາສາມາດດາວໂຫຼດໄຟລບັນທຶກສຽງການອ່ານໃສ່ໃນແຜ່ນຊີດີແລ້ວເອົາໃຫ້ຄົນທີ່ສົນໃຈໄດ້ບໍ ບາງທີກໍເອົາເປັນປຶ້ມໃຫ້ລາວພ້ອມ? ປຶ້ມ ຈຸນລະສານ ແຜ່ນພັບ ຫຼືວາລະສານໃນຮູບແບບໄຟລເອເລັກໂຕຣນິກທີ່ເຮົາໃຫ້ບາງຄົນໃນການປະກາດອາດຈະຂຽນລົງໃນລາຍງານການປະກາດໄດ້. ບັນທຶກສຽງການອ່ານຖືກອອກແບບເພື່ອໃຫ້ເຮົາໃຊ້ໃນການສຶກສາສ່ວນຕົວແລະເພື່ອຫວ່ານເມັດແຫ່ງຄວາມຈິງເລື່ອງລາຊະອານາຈັກ.—1 ໂກ. 3:6