ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ19 ຕຸລາ ໜ້າ 7
  • ເຈົ້າເຫັນຄຸນຄ່າຖ້ອຍຄຳຂອງພະເຈົ້າຫຼາຍສ່ຳໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າເຫັນຄຸນຄ່າຖ້ອຍຄຳຂອງພະເຈົ້າຫຼາຍສ່ຳໃດ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເລື່ອງທີ່ຄ້າຍກັນ
  • ໃນເວັບໄຊ JW.ORG ມີສະຕິປັນຍາທີ່ເຈົ້າເອົາໄປໃຊ້ໃນຊີວິດປະຈຳວັນໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເຄັດລັບ​ການ​ຄົ້ນຄວ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ເຮົາ​ຈະ​ຮູ້​ຄຳຕອບ​ກ່ຽວ​ກັບ​ຊີວິດ​ໄດ້​ຈາກ​ໃສ?
    ເຮົາຈະຮູ້ຄຳຕອບກ່ຽວກັບຊີວິດໄດ້ຈາກໃສ?
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຄມປ19 ຕຸລາ ໜ້າ 7

ຊີວິດ​ຄລິດສະຕຽນ

ເຈົ້າ​ເຫັນ​ຄຸນຄ່າ​ຖ້ອຍຄຳ​ຂອງ​ພະເຈົ້າ​ຫຼາຍ​ສ່ຳ​ໃດ?

ຄຳພີ​ໄບເບິນ​ມີ​ຄວາມ​ຄິດ​ແລະ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ເຊິ່ງ​ເປັນ​ຜູ້​ແຕ່ງ​ປຶ້ມ​ສັກສິດ​ນີ້. (2 ເປ 1:20, 21) ຄຳພີ​ໄບເບິນ​ເນັ້ນ​ເລື່ອງ​ສິດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ໂດຍ​ທາງ​ການ​ປົກຄອງ​ຂອງ​ພະອົງ ເລື່ອງ​ນີ້​ເຮັດ​ໃຫ້​ມະນຸດ​ທຸກ​ຄົນ​ມີ​ຄວາມ​ຫວັງ​ທີ່​ວ່າ​ອີກ​ບໍ່​ດົນ​ຈະ​ມີ​ຊີວິດ​ທີ່​ດີ​ຂຶ້ນ. ຄຳພີ​ໄບເບິນ​ຍັງ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.—ເພງ 86:15

ເຮົາ​ແຕ່​ລະ​ຄົນ​ເຫັນ​ຄຸນຄ່າ​ຄຳ​ສອນ​ຂອງ​ພະເຈົ້າ​ດ້ວຍ​ເຫດຜົນ​ທີ່​ແຕກຕ່າງ​ກັນ. ແຕ່​ເຮົາ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຂອງ​ຂວັນ​ທີ່​ມີ​ຄ່າ​ນີ້​ໂດຍ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ແລະ​ເອົາ​ມາ​ໃຊ້​ໃນ​ຊີວິດ​ຂອງ​ເຮົາ? ຂໍ​ໃຫ້​ການ​ກະທຳ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ວ່າ: “ຂ້ອຍ​ຮັກ​ກົດ​ໝາຍ​ຂອງ​ພະອົງ​ແທ້ໆ!”—ເພງ 119:97, ລ.ມ.

ເບິ່ງ​ວິດີໂອ​ພວກ​ເຂົາ​ເຫັນ​ຄຸນຄ່າ​ຄຳພີ​ໄບເບິນ-ເລື່ອງ​ຂອງ​ວິນລຽມ ທິນເດລ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ວິນລຽມ ທິນເດລ; ວິນລຽມ ທິນເດລ​ກັບ​ເຄື່ອງ​ພິມ​ຂອງ​ລາວ; ສຳເນົາ​ພະ​ຄຳພີ​ພາກ​ພັນທະສັນຍາ​ໃໝ່​ຂອງ​ວິນລຽມ​ທີ່​ພິມ​ເປັນ​ຄັ້ງ​ທຳອິດ

    ເປັນ​ຫຍັງ​ວິນລຽມ ທິນເດລ​ຈຶ່ງ​ແປ​ຄຳພີ​ໄບເບິນ​ບາງ​ສ່ວນ?

  • ເປັນ​ຫຍັງ​ຄວາມ​ພະຍາຍາມ​ຂອງ​ລາວ​ໃນ​ການ​ແປ​ຄຳພີ​ໄບເບິນ​ຈຶ່ງ​ໜ້າ​ສົນ​ໃຈ?

  • ມີ​ການ​ລັກ​ລອບ​ເອົາ​ຄຳພີ​ໄບເບິນ​ສະບັບ​ແປ​ຂອງ​ວິນລຽມ​ເຂົ້າ​ໃນ​ປະເທດ​ອັງກິດ​ໄດ້​ແນວ​ໃດ?

  • ເຮົາ​ແຕ່​ລະ​ຄົນ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຖ້ອຍຄຳ​ຂອງ​ພະເຈົ້າ?

ສຳລັບ​ຄິດ​ຕຶກຕອງ: ຖ້ອຍຄຳ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ສິ່ງ​ເຫຼົ່າ​ນີ້​ແນວ​ໃດ?

  • ຕະກຽງ​ແລະ​ແສງ​ສະຫວ່າງ—ເພງ 119:105, ລ.ມ.

  • ນ້ຳ—ເອເຟ 5:26

  • ດາບ—ເອເຟ 6:17

  • ກະຈົກ—ຢໂກ 1:23-25

ອ່ານ​ຖ້ອຍຄຳ​ຂອງ​ພະເຈົ້າ​ທຸກ​ມື້

ຕາ​ຕະລາງ​ການ​ອ່ານ​ຄຳພີ​ໄບເບິນ

ເຈົ້າ​ເຄີຍ​ໃຊ້​ຕາ​ຕະລາງ​ການ​ອ່ານ​ຄຳພີ​ໄບເບິນ ທີ່​ຢູ່​ໃນ​ເວັບໄຊ jw.org ບໍ? ຖ້າ​ເຈົ້າ​ເລືອກ​ອ່ານ​ຂໍ້​ພະ​ຄຳພີ​ທີ່​ເຈົ້າ​ຢາກ​ອ່ານ​ໃນ​ຕາ​ຕະລາງ​ທີ່​ເປັນ​ໄຟລ​ພີດີເອັບ (PDF) ເຈົ້າ​ຈະ​ອ່ານ​ພະ​ຄຳພີ​ໄດ້​ໂດຍ​ກົງ​ຈາກ​ເວັບໄຊ. ເຈົ້າ​ຍັງ​ສາມາດ​ຟັງ​ບັນທຶກ​ສຽງ​ການ​ອ່ານ​ຄຳພີ​ໄບເບິນ​ໄດ້​ໃນ​ເວັບໄຊ jw.org ຖ້າ​ມີ​ໃນ​ພາສາ​ຂອງ​ເຈົ້າ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌