ເຄັດລັບການຄົ້ນຄວ້າ
ວິທີຕ່າງໆທີ່ຊ່ວຍເຈົ້າໃຫ້ອ່ານຄຳພີໄບເບິນທຸກມື້
ຍ້ອນມີຫຼາຍຢ່າງແທ້ໆທີ່ຕ້ອງເຮັດ ບາງເທື່ອເຈົ້າຮູ້ສຶກວ່າຍາກບໍທີ່ຈະອ່ານຄຳພີໄບເບິນທຸກມື້? (ຢຊ. 1:8) ຖ້າແມ່ນ ໃຫ້ລອງເຮັດຕາມຄຳແນະນຳບາງຢ່າງຕໍ່ໄປນີ້:
ຕັ້ງການແຈ້ງເຕືອນໃນແຕ່ລະມື້: ໃຫ້ຕັ້ງການແຈ້ງເຕືອນໄວ້ໃນໂທລະສັບເພື່ອເຕືອນເຈົ້າທີ່ຈະອ່ານຄຳພີໄບເບິນ.
ເອົາຄຳພີໄບເບິນໄວ້ໃນບ່ອນທີ່ແນມເຫັນ. ຖ້າເຈົ້າອ່ານຄຳພີໄບເບິນແບບເປັນຫົວ ໃຫ້ເອົາຄຳພີໄບເບິນໄວ້ໃນບ່ອນທີ່ເຈົ້າແນມເຫັນໄດ້ງ່າຍທຸກໆມື້.—ພບຍ. 11:18
ຟັງຟາຍສຽງການອ່ານ. ໃຫ້ຟັງຟາຍສຽງການອ່ານພະຄຳພີຕອນທີ່ເຈົ້າເຮັດນັ້ນເຮັດນີ້ໃນແຕ່ລະມື້. ພີ່ນ້ອງທາຣາທີ່ເປັນໄພໂອເນຍແລະຕ້ອງລ້ຽງລູກທີ່ຍັງນ້ອຍ 2 ຄົນ ແລະລາວກໍເຮັດວຽກຕອນກາງຄືນນຳໄດ້ເວົ້າວ່າ: “ການຟັງຟາຍສຽງການອ່ານພະຄຳພີຕອນເຮັດວຽກເຮືອນຊ່ວຍຂ້ອຍໃຫ້ໄດ້ອ່ານຄຳພີໄບເບິນທຸກມື້.”
ຢ່າຍອມແພ້. ຖ້າມີເຫດການບາງຢ່າງເກີດຂຶ້ນແບບບໍ່ໄດ້ຄາດຄິດເຊິ່ງເຮັດໃຫ້ເຈົ້າບໍ່ສາມາດອ່ານພະຄຳພີຕາມທີ່ວາງແຜນໄວ້ ໃຫ້ອ່ານສອງສາມຂໍ້ກ່ອນໄປນອນ. ເຖິງວ່າອ່ານແຕ່ສອງສາມຂໍ້ທຸກມື້ ເຈົ້າກໍຈະໄດ້ຮັບປະໂຫຍດ.—1ປຕ. 2:2