ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ທັນວາ ໜ້າ 7
  • ຮັກ​ແທ້​ແມ່ນ​ຫຍັງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮັກ​ແທ້​ແມ່ນ​ຫຍັງ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ເລື່ອງທີ່ຄ້າຍກັນ
  • ປົກປ້ອງຊີວິດຄູ່ຂອງເຈົ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ໃນເວັບໄຊ JW.ORG ມີສະຕິປັນຍາທີ່ເຈົ້າເອົາໄປໃຊ້ໃນຊີວິດປະຈຳວັນໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ຄຳພີ​ໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເປັນ​ໂສດ​ແລະ​ການ​ແຕ່ງດອງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຊີວິດຄູ່—ຄວາມຜູກພັນຕະຫຼອດຊີວິດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ທັນວາ ໜ້າ 7

ຊີວິດ​ຄລິດສະຕຽນ

ຮັກ​ແທ້​ແມ່ນ​ຫຍັງ?

ພະ​ເຢໂຫວາ​ອອກ​ແບບ​ໃຫ້​ຜູ້​ຊາຍ​ແລະ​ຜູ້​ຍິງ​ໃຊ້​ຊີວິດ​ຄູ່​ຮ່ວມ​ກັນ. (ຕົ້ນ. 2:22-24) ການ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ເຫດຜົນ​ດຽວ​ເທົ່າ​ນັ້ນ​ສຳລັບ​ການ​ຢ່າ​ຮ້າງ. (ມລກີ. 2:16; ມັດ. 19:9) ເນື່ອງ​ຈາກ​ພະ​ເຢໂຫວາ​ຢາກ​ໃຫ້​ຊີວິດ​ຄູ່​ມີ​ຄວາມ​ສຸກ ພະອົງ​ໄດ້​ຈັດ​ໃຫ້​ມີ​ຫຼັກ​ການ​ເພື່ອ​ຊ່ວຍ​ຄລິດສະຕຽນ​ໃນ​ການ​ເລືອກ​ຄູ່​ຢ່າງ​ສະຫຼາດ​ແລະ​ຮັກສາ​ຊີວິດ​ແຕ່ງ​ດອງ​ໃຫ້​ມີ​ຄວາມ​ສຸກ​ຕະຫຼອດ​ໄປ.—ຜູ້ປ. 5:4-6

ເບິ່ງ​ວິດີໂອ​ຮັກ​ແທ້​ແມ່ນ​ຫຍັງ? ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ແຟຼງ​ລົມ​ກັບ​ລິດ​ລູກ​ສາວ​ຂອງ​ລາວ

    ເປັນ​ຫຍັງ​ຄຳ​ແນະນຳ​ຂອງ​ແງ​ແລະ​ບອນນີ​ທີ່​ໃຫ້​ກັບ​ລິດ​ລູກ​ສາວ​ຂອງ​ພວກ​ເຂົາ​ຈຶ່ງ​ເປັນ​ຄຳ​ແນະນຳ​ທີ່​ສະຫຼາດ ແລະ​ສະແດງ​ເຖິງ​ຄວາມ​ຮັກ?

  • ເປັນ​ຫຍັງ​ຈຶ່ງ​ບໍ່​ສະຫຼາດ​ທີ່​ຈະ​ຄິດ​ວ່າ​ເຈົ້າ​ສາມາດ​ເຮັດ​ໃຫ້​ຄົນ​ທີ່​ເຈົ້າ​ຄົບ​ເປັນ​ແຟນ​ປ່ຽນ​ແປງ​ໄດ້?

  • ພໍ​ແລະ​ພິດ​ຊິ​ລາ​ໃຫ້​ຄຳ​ແນະນຳ​ທີ່​ດີ​ອັນ​ໃດ​ກັບ​ລິດ?

  • ແຊກ​ກັບ​ມີ​ແກນ​ຢູ່​ການ​ປະຊຸມ​ປະຈຳ​ປະຊາຄົມ

    ເປັນ​ຫຍັງ​ຄູ່​ຊີວິດ​ຂອງ​ແຊັກ​ແລະ​ມິແກນ​ຈຶ່ງ​ເກີດ​ບັນຫາ?

  • ລິດ​ກັບ​ຈອນ​ຢູ່​ການ​ປະຊຸມ​ປະຈຳ

    ຈອນ​ກັບ​ລິດ​ມີ​ເປົ້າ​ໝາຍ​ອັນ​ໃດ​ແດ່​ທີ່​ຄື​ກັນ​ໃນ​ດ້ານ​ຄວາມ​ເຊື່ອ?

  • ເປັນ​ຫຍັງ​ເຈົ້າ​ຄວນ​ຮູ້ຈັກ ‘ຄວາມ​ງາມ​ທີ່​ຢູ່​ພາຍ​ໃນ’ ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ກ່ອນ​ທີ່​ເຈົ້າ​ຈະ​ກ່າວ​ຄຳ​ປະຕິຍານ​ການ​ແຕ່ງ​ດອງ​ກັບ​ຄົນ​ນັ້ນ? (1 ເປ. 3:4)

  • ຮັກ​ແທ້​ແມ່ນ​ຫຍັງ? (1 ໂກ. 13:4-8)

ຄລິດສະຕຽນ​ຈະ​ຫາ​ຂໍ້​ມູນ​ເພີ່ມ​ເຕີມ​ເລື່ອງ​ການ​ມີ​ແຟນ​ໄດ້​ຈາກ​ໃສ?

  • ວິດີໂອ​ຊຸດ​ກຽມ​ພ້ອມ​ກ່ອນ​ແຕ່ງ​ດອງ​ໃນ​ລາຍການ​ໂທລະທັດ JW

  • ວິດີໂອ​ຮັກ​ແທ້​ຫຼື​ຄວາມ​ຫຼົງ​ໄຫຼ​ໃນ​ເວັບໄຊ JW.ORG/TH

  • ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 1 ແລະ 2

  • ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ (ໄປ​ທີ່ “ຄອບຄົວ” ແລ້ວ​ໄປ​ທີ່ “ການ​ນັດ​ພົບ​ແລະ​ການ​ຕິດ​ຕໍ່​ຝາກ​ຮັກ”)

ຄູ່​ແຕ່ງ​ດອງ​ຈະ​ຫາ​ຄຳ​ແນະນຳ​ທີ່​ດີ​ໄດ້​ຈາກ​ໃສ?

  • ບົດ​ຄວາມ​ຕ່າງໆໃນ​ເວັບໄຊ JW.ORG/TH (ເບິ່ງ​ຫົວ​ຂໍ້ ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ຄຳ​ແນະນຳ​ສຳລັບ​ຄອບຄົວ)

  • ຈຸນລະສານ​ຄອບຄົວ​ຂອງ​ທ່ານ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

  • ປຶ້ມ​ເຄັດ​ລັບ​ສຳລັບ​ຄວາມ​ສຸກ​ໃນ​ຄອບຄົວ

  • ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ (ໄປ​ທີ່ “ຊີວິດ​ຄອບຄົວ” ແລ້ວ​ໄປ​ທີ່ “ຊີວິດ​ຄູ່”)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌