ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ມີນາ ໜ້າ 7
  • ‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ’

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ’
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ເອົາໃຈໃສ່​ຟັງ​ຄຳ​ເຕືອນ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ການເປີດເຜີຍຕົວຂອງຜູ້ທີ່ຝ່າຝືນກົດໝາຍ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ສັນຍະລັກ​ຂອງ​ຍຸກ​ສຸດ​ທ້າຍ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ມີນາ ໜ້າ 7
ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຍິງ​ບໍລິສຸດ 10 ຄົນ​ຂອງ​ພະ​ເຍຊູ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ມັດທາຍ 25

‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ’

25:1-12

ເຖິງ​ວ່າ​ພະ​ເຍຊູ​ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຂອງ​ເພິ່ນ​ເມື່ອ​ເວົ້າ​ເຖິງ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຍິງ​ບໍລິສຸດ 10 ຄົນ ແຕ່​ເລື່ອງ​ນີ້​ກໍ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ທຸກ​ຄົນ​ນຳ. (ຫ 15/3/15 ໜ້າ 9-14) ດັ່ງ​ນັ້ນ “ຈົ່ງ​ເຝົ້າ​ລະວັງ​ຢູ່ [ສະເໝີ] ເພາະ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ວັນ​ໃດ​ແລະ​ໂມງ​ໃດ.” (ມັດ. 25:13) ເຈົ້າ​ອະທິບາຍ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ໄດ້​ບໍ?

  • ເຈົ້າ​ບ່າວ (ຂໍ້ 1)—ພະ​ເຍຊູ

  • ຍິງ​ບໍລິສຸດ​ທີ່​ສະຫຼາດ​ແລະ​ກຽມ​ພ້ອມ (ຂໍ້ 2)—ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ກຽມ​ພ້ອມ​ເພື່ອ​ເຮັດ​ວຽກ​ມອບ​ໝາຍ​ຢ່າງ​ສັດ​ຊື່​ແລະ​ເຂົາ​ເຈົ້າ​ເປັນ​ດັ່ງ​ໂຄມ​ໄຟ​ທີ່​ສ່ອງ​ແຈ້ງ​ໃນ​ເວລາ​ອະວະສານ (ຟີລິບ 2:15)

  • ສຽງ​ຮ້ອງ​ທີ່​ບອກ​ວ່າ: “ເຈົ້າ​ບ່າວ​ມາ​ແລ້ວ” (ຂໍ້ 6)—ສັນຍະລັກ​ຂອງ​ການ​ປະທັບ​ຂອງ​ພະ​ເຍຊູ

  • ຍິງ​ບໍລິສຸດ​ທີ່​ໂງ່ (ຂໍ້ 8)—ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ອອກ​ໄປ​ຮັບ​ເຈົ້າ​ບ່າວ​ແຕ່​ບໍ່​ໄດ້​ເຝົ້າ​ລະວັງ​ແລະ​ບໍ່​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ

  • ຍິງ​ບໍລິສຸດ​ທີ່​ສະຫຼາດ​ບໍ່​ແບ່ງ​ນ້ຳມັນ​ໃຫ້ (ຂໍ້ 9)—ຫຼັງ​ຈາກ​ການ​ປະທັບ​ຕາ​ຄັ້ງ​ສຸດ​ທ້າຍ ກໍ​ສາຍ​ເກີນ​ໄປ​ແລ້ວ​ທີ່​ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ຈະ​ຊ່ວຍ​ຜູ້​ຖືກ​ເຈີມ​ທີ່​ບໍ່​ສັດ​ຊື່

  • ‘ເຈົ້າ​ບ່າວ​ໄດ້​ມາ​ຮອດ’ (ຂໍ້ 10)—ພະ​ເຍຊູ​ມາ​ປະກາດ​ຄຳ​ພິພາກສາ​ໃນ​ໄລຍະ​ສຸດ​ທ້າຍ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່

  • ຍິງ​ບໍລິສຸດ​ທີ່​ສະຫຼາດ​ໄດ້​ເຂົ້າ​ໄປ​ໃນ​ງານ​ດອງ​ກັບ​ເຈົ້າ​ບ່າວ ແລ້ວ​ປະຕູ​ກໍ​ປິດ (ຂໍ້ 10)—ພະ​ເຍຊູ​ລວບລວມ​ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ໄປ​ສະຫວັນ ແຕ່​ຄົນ​ທີ່​ບໍ່​ສັດ​ຊື່​ສູນ​ເສຍ​ລາງວັນ​ທີ່​ຈະ​ໄດ້​ໄປ​ສະຫວັນ

ຕົວຢ່າງ​ປຽບ​ທຽບ​ນີ້​ບໍ່​ໄດ້​ສອນ​ວ່າ​ຈະ​ມີ​ຜູ້​ຖືກ​ເຈີມ​ຫຼາຍ​ຄົນ​ກາຍ​ເປັນ​ຄົນ​ບໍ່​ສັດ​ຊື່​ແລະ​ໃຫ້​ຄົນ​ອື່ນ​ມາ​ແທນ ແຕ່​ເລື່ອງ​ນີ້​ໃຫ້​ຂໍ້​ເຕືອນ​ໃຈ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແຕ່​ລະ​ຄົນ​ວ່າ ເຂົາ​ເຈົ້າ​ມີ​ສິດ​ເລືອກ​ເອງ​ວ່າ​ເຂົາ​ເຈົ້າ​ຈະ​ເຝົ້າ​ລະວັງ​ແລະ​ກຽມ​ພ້ອມ​ສະເໝີ ຫຼື​ຈະ​ກາຍ​ເປັນ​ຄົນ​ໂງ່​ແລະ​ບໍ່​ສັດ​ຊື່. ພະ​ເຍຊູ​ກະຕຸ້ນ​ວ່າ: “ເຈົ້າ​ເອງ​ກໍ​ຕ້ອງ​ກຽມ​ພ້ອມ​ຢ່າງ​ນັ້ນ​ດ້ວຍ.” (ມັດ. 24:44, ລ.ມ.) ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ແບບ​ໃດ ພະ​ເຍຊູ​ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ​ກຽມ​ຫົວໃຈ​ເພື່ອ​ຈະ​ຮັບໃຊ້​ຢ່າງ​ສັດ​ຊື່​ແລະ​ເຝົ້າ​ລະວັງ​ຢູ່​ສະເໝີ​ຄື​ກັນ.

ຂ້ອຍ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຂ້ອຍ​ເຝົ້າ​ລະວັງ​ຢູ່​ສະເໝີ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌