ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢຮັນ 11-12
ຮຽນແບບຄວາມເມດຕາຂອງພະເຍຊູ
ເປັນຫຍັງຄວາມເມດຕາສົງສານແລະຄວາມເຫັນອົກເຫັນໃຈຂອງພະເຍຊູໜ້າປະທັບໃຈຫຼາຍ?
ເຖິງວ່າພະເຍຊູບໍ່ເຄີຍປະສົບກັບເຫດການຕ່າງໆຄືກັບຄົນອື່ນ ແຕ່ເພິ່ນກໍພະຍາຍາມເຂົ້າໃຈຄວາມຮູ້ສຶກແລະຄວາມເຈັບປວດຂອງເຂົາເຈົ້າ
ເພິ່ນບໍ່ອາຍທີ່ຈະສະແດງຄວາມຮູ້ສຶກຂອງເພິ່ນອອກມາ
ເພິ່ນເປັນຝ່າຍເລີ່ມຊ່ວຍຄົນທີ່ຕ້ອງການຄວາມຊ່ວຍເຫຼືອ