-
ເຈົ້າຈະໄດ້ຮັບປະໂຫຍດເຕັມທີຈາກການອ່ານຄຳພີໄບເບິນຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
ບົດທີ 11
ເຈົ້າຈະໄດ້ຮັບປະໂຫຍດເຕັມທີຈາກການອ່ານຄຳພີໄບເບິນ
ເຈົ້າເຄີຍຮູ້ສຶກແບບນີ້ບໍ ບາງເທື່ອເຈົ້າຄິດຈະເຮັດຫຍັງບາງຢ່າງ ແຕ່ຄິດຊື່ໆກໍທໍ້ໃຈແລ້ວ? ເພື່ອຈະເຮັດໃຫ້ສຳເລັດ ເຈົ້າອາດຈະຕ້ອງຄ່ອຍໆເຮັດໄປເທື່ອລະໜ້ອຍ. ເຈົ້າອາດຈະຮູ້ສຶກແບບນັ້ນກັບການອ່ານຄຳພີໄບເບິນຄືກັນແລະຄິດວ່າ ‘ຂ້ອຍຈະເລີ່ມແນວໃດດີ?’ ໃນບົດນີ້ ເຮົາຈະເບິ່ງວ່າເຮັດແນວໃດເຈົ້າຈຶ່ງຈະມັກອ່ານແລະມັກຮຽນຄຳພີໄບເບິນຫຼາຍຂຶ້ນ.
1. ເປັນຫຍັງເຮົາຕ້ອງອ່ານຄຳພີໄບເບິນເປັນປະຈຳ?
ຄົນທີ່ອ່ານຄຳພີໄບເບິນ ຫຼື “ກົດໝາຍຂອງພະເຢໂຫວາ” ເປັນປະຈຳຈະມີຄວາມສຸກແລະບໍ່ວ່າລາວຈະເຮັດຫຍັງກໍຈະສຳເລັດ. (ອ່ານເພງສັນລະເສີນ 1:1-3) ໃນຕອນທຳອິດ ເຈົ້າອາດຈະລອງອ່ານຄຳພີໄບເບິນພຽງແຕ່ມື້ລະບໍ່ເທົ່າໃດນາທີກໍໄດ້. ແລ້ວເມື່ອອ່ານໄປເລື້ອຍໆເຈົ້າກໍຈະມັກອ່ານຄຳພີໄບເບິນຫຼາຍຂຶ້ນ.
2. ເພື່ອຈະໄດ້ຮັບປະໂຫຍດແທ້ໆເຈົ້າຕ້ອງເຮັດຫຍັງຕອນທີ່ອ່ານຄຳພີໄບເບິນ?
ຖ້າຢາກໄດ້ຮັບປະໂຫຍດຈາກການອ່ານຄຳພີໄບເບິນ ເຮົາຕ້ອງອ່ານແລະ “ຄິດຕຶກຕອງ.” (ໂຢຊວຍ 1:8) ຕອນທີ່ອ່ານ ເຮົາຕ້ອງຢຸດເປັນໄລຍະໆແລະຄິດໄປນຳ ແລ້ວໃຫ້ຖາມໂຕເອງວ່າ: ‘ເລື່ອງທີ່ຂ້ອຍອ່ານສອນວ່າພະເຢໂຫວາເປັນພະເຈົ້າແບບໃດ? ຂ້ອຍຈະເອົາເລື່ອງທີ່ອ່ານໄປໃຊ້ໄດ້ແນວໃດ? ຂ້ອຍຈະເອົາເລື່ອງນີ້ໄປຊ່ວຍຄົນອື່ນໄດ້ແນວໃດ?’
3. ເຈົ້າຈະອ່ານຄຳພີໄບເບິນຕອນໃດ?
ເຈົ້າເຄີຍຮູ້ສຶກບໍວ່າຢາກອ່ານຄຳພີໄບເບິນຢູ່ແຕ່ກໍບໍ່ມີເວລາ. ຫຼາຍຄົນຮູ້ສຶກແບບນັ້ນ. ຄຳພີໄບເບິນບອກວ່າເຮົາຄວນຈະ “ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ.” (ເອເຟໂຊ 5:16) ຖ້າຢາກເຮັດແບບນັ້ນກໍຕ້ອງຄິດໄວ້ກ່ອນວ່າຈະອ່ານຄຳພີໄບເບິນຕອນໃດໃນແຕ່ລະມື້. ບາງຄົນອ່ານຕອນເຊົ້າ ບາງຄົນອາດຈະອ່ານຕອນທ່ຽງ ຫຼືບາງຄົນກໍອ່ານກ່ອນນອນ. ແລ້ວເຈົ້າເດ ເຈົ້າຢາກຈະອ່ານຄຳພີໄບເບິນຕອນໃດ?
ຮຽນຮູ້ຫຼາຍຂຶ້ນ
ເຮັດແນວໃດໃຫ້ການອ່ານຄຳພີໄບເບິນບໍ່ໜ້າເບື່ອ. ກ່ອນຈະຮຽນຄຳພີໄບເບິນເຈົ້າຕ້ອງກຽມລ່ວງໜ້າແນວໃດຈຶ່ງຈະໄດ້ຮັບປະໂຫຍດແທ້ໆ.
ຕອນທຳອິດເຮົາອາດບໍ່ມັກກິນອາຫານບາງຢ່າງ ແຕ່ຕໍ່ມາເຮົາອາດຈະມັກກໍໄດ້ ການອ່ານຄຳພີໄບເບິນກໍຄືກັນ ເຮົາຈະມັກອ່ານຄຳພີໄບເບິນຖ້າເຮົາອ່ານເປັນປະຈຳທຸກມື້
4. ເຮັດແນວໃດເຈົ້າຈຶ່ງຈະມັກອ່ານຄຳພີໄບເບິນ?
ມັນອາດບໍ່ງ່າຍທີ່ຈະເລີ່ມອ່ານຄຳພີໄບເບິນ. ແຕ່ເຮົາສາມາດເຮັດໃຫ້ໂຕເອງ “ຢາກໄດ້ຖ້ອຍຄຳບໍລິສຸດຂອງພະເຈົ້າ” ຫຼາຍຂຶ້ນໄດ້. ຄືກັບອາຫານທີ່ເຮົາບໍ່ເຄີຍກິນມາກ່ອນ ຕອນກິນເທື່ອທຳອິດເຮົາອາດບໍ່ມັກ ແຕ່ຕໍ່ມາເຮົາອາດຈະມັກກໍໄດ້. ອ່ານ 1 ເປໂຕ 2:2 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຖ້າເຈົ້າໄດ້ອ່ານຄຳພີໄບເບິນທຸກມື້ ເຈົ້າຄິດວ່າຈະມັກແລະຢາກອ່ານຫຼາຍຂຶ້ນບໍ?
ເປີດວິດີໂອເພື່ອເບິ່ງວ່າເປັນຫຍັງບາງຄົນຈຶ່ງມັກອ່ານຄຳພີໄບເບິນ. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກວິດີໂອ ໄວລຸ້ນບາງຄົນບອກວ່າເປັນຫຍັງຈຶ່ງບໍ່ງ່າຍທີ່ຈະອ່ານຄຳພີໄບເບິນ?
ເຂົາເຈົ້າຕ້ອງເຮັດຫຍັງແດ່ເພື່ອຈະອ່ານຄຳພີໄບເບິນເປັນປະຈຳ?
ເຂົາເຈົ້າໄດ້ເຮັດຫຍັງແດ່ເພື່ອໃຫ້ການອ່ານຄຳພີໄບເບິນບໍ່ໜ້າເບື່ອ?
ເຄັດລັບທີ່ຊ່ວຍໄດ້:
ເລືອກອ່ານສະບັບທີ່ແປຢ່າງຖືກຕ້ອງແລະໃຊ້ພາສາທີ່ເຂົ້າໃຈງ່າຍ. ຖ້າມີສະບັບແປໂລກໃໝ່ ໃນພາສາຂອງເຈົ້າ ກໍລອງອ່ານສະບັບນັ້ນເບິ່ງ.
ໃຫ້ອ່ານເລື່ອງທີ່ເຈົ້າມັກຫຼາຍທີ່ສຸດກ່ອນ. ເພື່ອຈະເບິ່ງວ່າມີເລື່ອງໃດແດ່ທີ່ໜ້າສົນໃຈໃຫ້ເບິ່ງໃນຫົວຂໍ້ “ເລີ່ມອ່ານຄຳພີໄບເບິນ.”
ເຮັດເຄື່ອງໝາຍວ່າເຈົ້າໄດ້ອ່ານຫຍັງໄປແດ່ແລ້ວ. ໃຊ້ “ຕາຕະລາງການອ່ານຄຳພີໄບເບິນຂອງເຈົ້າ” ທີ່ຢູ່ໃນປຶ້ມຫົວນີ້.
ໃຊ້ແອັບ JW Library®. ເຈົ້າຈະອ່ານຫຼືຟັງຄຳພີໄບເບິນຢູ່ໃສກໍໄດ້ ໂດຍໃຊ້ໂທລະສັບມືຖືຫຼືອຸປະກອນອື່ນໆ.
ເບິ່ງພາກຜະໜວກໃນ ຄຳພີໄບເບິນສະບັບແປໂລກໃໝ່. ພາກຜະໜວກນີ້ມີທັງແຜນທີ່ ແຜນພາບ ແລະສ່ວນອະທິບາຍຄຳສັບທີ່ຈະເຮັດໃຫ້ການອ່ານຄຳພີໄບເບິນຂອງເຈົ້າບໍ່ໜ້າເບື່ອ.
5. ກຽມລ່ວງໜ້າກ່ອນຮຽນຄຳພີໄບເບິນ
ອ່ານເພງສັນລະເສີນ 119:34 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຈຶ່ງດີທີ່ຈະອະທິດຖານກ່ອນອ່ານຄຳພີໄບເບິນຫຼືກຽມບົດຮຽນທີ່ຈະຮຽນ?
ເຈົ້າຈະເຮັດແນວໃດເພື່ອຈະໄດ້ຮັບປະໂຫຍດແທ້ໆຈາກການຮຽນຄຳພີໄບເບິນໃນແຕ່ລະເທື່ອ? ຕອນທີ່ເຈົ້າກຽມບົດຮຽນທີ່ຈະຮຽນ ໃຫ້ລອງເຮັດແບບນີ້ເບິ່ງ:
(ກ) ອ່ານເນື້ອໃນທີ່ຢູ່ໃນໜ້າທຳອິດຂອງບົດ.
(ຂ) ອ່ານຂໍ້ຄຳພີ ແລະເບິ່ງວ່າຂໍ້ຄຳພີນັ້ນກ່ຽວຂ້ອງກັບເນື້ອໃນແນວໃດ.
(ຄ) ຂີດກ້ອງຄຳຕອບຫຼືຂີດສະເພາະຄຳທີ່ສຳຄັນ. ຖ້າເຮັດແບບນີ້ເຈົ້າກໍຈະເຂົ້າໃຈງ່າຍຂຶ້ນຕອນທີ່ຮຽນກັບຄົນທີ່ມາສອນ.
ເຈົ້າຮູ້ບໍ?
ພະຍານພະເຢໂຫວາເຄີຍໃຊ້ຄຳພີໄບເບິນສະບັບແປຕ່າງໆມາແລ້ວຫຼາຍສະບັບ. ແຕ່ສະບັບທີ່ເຮົາມັກໃຊ້ແມ່ນ ຄຳພີໄບເບິນສະບັບແປໂລກໃໝ່ ຍ້ອນມີເນື້ອໃນທີ່ຖືກຕ້ອງ ເຂົ້າໃຈງ່າຍ ແລະມີຊື່ຂອງພະເຈົ້າຢູ່ນຳ.—ເບິ່ງບົດຄວາມໃນເວັບໄຊ “ແທ້ບໍທີ່ພະຍານພະເຢໂຫວາໃຊ້ແຕ່ຄຳພີໄບເບິນຂອງເຂົາເຈົ້າເອງເທົ່ານັ້ນ?”
ບາງຄົນເວົ້າວ່າ: “ຮຽນຄຳພີໄບເບິນມັນຫຍຸ້ງຍາກໂພດ. ຂ້ອຍບໍ່ມີເວລາຮຽນດອກຂ້ອຍເມື່ອຍ.”
ເຈົ້າຄິດແນວໃດ?
ສະຫຼຸບ
ເພື່ອຈະໄດ້ຮັບປະໂຫຍດແທ້ໆຈາກຄຳພີໄບເບິນເຮົາຕ້ອງຈັດເວລາທີ່ຈະອ່ານ ອະທິດຖານຂໍໃຫ້ເຂົ້າໃຈສິ່ງທີ່ເຮົາຈະອ່ານ ແລະກຽມລ່ວງໜ້າກ່ອນຮຽນຄຳພີໄບເບິນ.
ຄຳຖາມທົບທວນ
ເພື່ອຈະໄດ້ຮັບປະໂຫຍດແທ້ໆຈາກຄຳພີໄບເບິນເຈົ້າຕ້ອງເຮັດຫຍັງແດ່?
ເຈົ້າຈະໃຊ້ເວລາຕອນໃດເພື່ອຈະອ່ານແລະສຶກສາຄຳພີໄບເບິນດ້ວຍໂຕເອງ?
ເປັນຫຍັງເຈົ້າຄວນກຽມລ່ວງໜ້າກ່ອນຈະຮຽນຄຳພີໄບເບິນ?
ເບິ່ງເພີ່ມເຕີມ
ມາເບິ່ງວິທີທີ່ຈະຊ່ວຍໃຫ້ເຈົ້າໄດ້ຮັບປະໂຫຍດແທ້ໆຈາກການອ່ານຄຳພີໄບເບິນ.
“ອ່ານຄຳພີໄບເບິນໃຫ້ມ່ວນແລະໄດ້ຮັບປະໂຫຍດ” (ຫໍສັງເກດການ ສະບັບທີ 1 ປີ 2017)
ມາເບິ່ງສາມວິທີໃນການອ່ານຄຳພີໄບເບິນ.
“ຄຳພີໄບເບິນຊ່ວຍເຮົາໄດ້ແນວໃດ? ຕອນ 1: ອ່ານຄຳພີໄບເບິນ” (ບົດຄວາມໃນເວັບໄຊ)
ເຮັດແນວໃດໃຫ້ການອ່ານຄຳພີໄບເບິນບໍ່ໜ້າເບື່ອ.
ເຄັດລັບບາງຢ່າງຈາກຄົນທີ່ອ່ານຄຳພີໄບເບິນມາດົນຫຼາຍປີແລ້ວ.
-
-
ສະໜິດກັບພະເຢໂຫວາໃຫ້ຫຼາຍຂຶ້ນຕໍ່ໆໄປຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
4. ລົມກັບພະເຢໂຫວາໝູ່ທີ່ດີທີ່ສຸດຂອງເຈົ້າແລະຟັງເພິ່ນສະເໝີ
ເຈົ້າໄດ້ມາເປັນໝູ່ກັບພະເຢໂຫວາຍ້ອນເຈົ້າສຶກສາຄຳພີໄບເບິນແລະອະທິດຖານເຖິງເພິ່ນເປັນປະຈຳ. ການເຮັດແບບນັ້ນຕໍ່ໄປຈະຊ່ວຍໃຫ້ເຈົ້າສະໜິດກັບເພິ່ນຫຼາຍຂຶ້ນໄດ້ແນວໃດ?
ອ່ານເພງສັນລະເສີນ 62:8 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກຂໍ້ຄຳພີນີ້ ເຈົ້າຄິດວ່າເຈົ້າຄວນອະທິດຖານເຖິງພະເຢໂຫວາແບບໃດເພື່ອຈະສະໜິດກັບເພິ່ນໃຫ້ຫຼາຍຂຶ້ນ?
ອ່ານເພງສັນລະເສີນ 1:2 ແລະໄຂເງື່ອນ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄວນອ່ານຄຳພີໄບເບິນແນວໃດເພື່ອຈະສະໜິດກັບພະເຢໂຫວາໃຫ້ຫຼາຍຂຶ້ນ?
ເຈົ້າຕ້ອງເຮັດຫຍັງເພື່ອຈະໄດ້ປະໂຫຍດຫຼາຍຂຶ້ນຈາກການສຶກສາສ່ວນໂຕ? ໃຫ້ເຮົາມາເບິ່ງບາງວິທີນຳກັນ ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໃນວິດີໂອ ມີວິທີໃດແດ່ທີ່ເຈົ້າຢາກເອົາໄປໃຊ້?
ມີເລື່ອງຫຍັງແດ່ທີ່ເຈົ້າຢາກສຶກສາ?
-