ເພງທີ 20
ພະອົງເສຍສະລະລູກຊາຍສຸດທີ່ຮັກ
1. ເຢໂຫວາ ພໍ່ທີ່ຮັກ ເຮົາບໍ່ເຄີຍມີຄວາມຫວັງ
ແຕ່ຄ່າໄຖ່ ທີ່ພໍ່ໃຫ້ ເຮົາຈຶ່ງມີຄວາມຫວັງ
ມອບຊີວິດເຮົາໃຫ້ພໍ່ ເປັນສິ່ງທີ່ດີທີ່ສຸດ
ແລະຊ່ວຍຄົນໃຫ້ໄດ້ຮູ້ ນີ້ຄືທີ່ພໍ່ຕ້ອງການ
(ທ່ອນຊ້ຳ)
ພໍ່ໄດ້ສະລະລູກຊາຍ
ເຮົາຈຶ່ງຮ່ວມໃຈຂັບຮ້ອງ
ບົດເພງສັນເສີນນິລັນດອນ
ທີ່ພໍ່ໄດ້ເສຍສະລະ ລູກຊາຍ
2. ຄວາມເມດຕາ ກະລຸນາ ເຮັດໃຫ້ເຮົາໄດ້ໃກ້ຊິດ
ຄວາມຍິ່ງໃຫຍ່ ຄວາມເປັນມິດ ພວກເຮົາຈຶ່ງຮັກພໍ່
ແຕ່ສິ່ງຍິ່ງໃຫຍ່ທີ່ສຸດ ນັ້ນຄືຂອງຂວັນຈາກພໍ່
ສົ່ງລູກຊາຍສຸດທີ່ຮັກ ໃຫ້ທ່ານມາຕາຍເພື່ອເຮົາ
(ທ່ອນຊ້ຳ)
ພໍ່ໄດ້ສະລະລູກຊາຍ
ເຮົາຈຶ່ງຮ່ວມໃຈຂັບຮ້ອງ
ບົດເພງສັນເສີນນິລັນດອນ
ທີ່ພໍ່ໄດ້ເສຍສະລະ ລູກຊາຍ
(ທ່ອນຈົບ)
ເຢໂຫວາ ພໍ່ທີ່ຮັກ ເຮົາອະທິດຖານຈາກໃຈ
ເຮົາຂອບໃຈ ທີ່ພໍ່ໄດ້ເສຍສະລະລູກຊາຍ ທີ່ຮັກ