ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ອາທິດ​ທີ 31 ສິງຫາ

ຄົນ​ທີ່​ຮູ້​ຈັກ​ຄິດ​ຈະ​ເຂົ້າໃຈ.—ດນອ. 12:10

ເຮົາ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຖ້າ​ເຮົາ​ຢາກ​ເຂົ້າໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ປຽບທຽບ​ນີ້: ສົມມຸດ​ວ່າ​ເຈົ້າ​ກຳລັງ​ຈະ​ເດີນທາງ​ໄປ​ບ່ອນ​ທີ່​ເຈົ້າ​ບໍ່​ເຄີຍ​ໄປ ແຕ່​ໝູ່​ທີ່​ໄປ​ນຳ​ເຈົ້າ​ຮູ້​ຈັກ​ບ່ອນ​ນັ້ນ​ດີ. ລາວ​ຮູ້​ວ່າ​ເຈົ້າ​ກັບ​ລາວ​ຢູ່​ຈຸດ​ໃດ​ແລະ​ຮູ້​ວ່າ​ທາງ​ແຕ່​ລະ​ເສັ້ນ​ຈະ​ໄປ​ຮອດ​ໃສ. ເຈົ້າ​ຄື​ຊິ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ມີ​ໝູ່​ຮ່ວມ​ເດີນທາງ​ໄປ​ກັບ​ເຈົ້າ! ຄ້າຍຄື​ກັນ ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຮົາ​ຢູ່​ຈຸດ​ໃດ​ຂອງ​ຊ່ວງ​ເວລາ​ແລະ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ. ດັ່ງນັ້ນ ຖ້າ​ເຮົາ​ຢາກ​ເຂົ້າໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຕ້ອງ​ຖ່ອມ​ໃຈ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ. (ດນອ. 2:28; 2ປຕ. 1:19, 20) ຄື​ກັບ​ພໍ່​ແມ່​ທີ່​ຮັກ​ລູກ ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຮົາ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ສຸກ. (ຢຣມ. 29:11) ແຕ່​ພະ​ເຢໂຫວາ​ຕ່າງ​ຈາກ​ພໍ່​ແມ່​ທີ່​ເປັນ​ມະນຸດ ຍ້ອນ​ເພິ່ນ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ​ແລະ​ເພິ່ນ​ບອກ​ໄດ້​ຢ່າງ​ຖືກຕ້ອງ​ສະເໝີ. ພະ​ເຢໂຫວາ​ໃຫ້​ມີ​ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ໃນ​ຄຳພີ​ໄບເບິນ​ເພື່ອ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ມີ​ເຫດການ​ທີ່​ສຳຄັນ​ຫຍັງ​ແດ່​ເກີດຂຶ້ນ.—ອຊຢ. 46:10. ຫ23.08 ໜ້າ 8 ຂໍ້ 3-4

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ຈັນ​ທີ 1 ກັນຍາ

ຄວາມ​ອີ່ຕົນ​ນີ້​ມາ​ຈາກ​ສະຫວັນ​ຄື​ກັບ​ແສງ​ສະຫວ່າງ​ຂອງ​ມື້​ໃໝ່.—ລກ. 1:78

ພະ​ເຢໂຫວາ​ໃຫ້​ອຳນາດ​ພະ​ເຢຊູ​ຈັດການ​ກັບ​ບັນຫາ​ທຸກ​ຢ່າງ​ທີ່​ມະນຸດ​ເຈິ. ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ອຳນາດ​ທີ່​ຈະ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ທີ່​ມະນຸດ​ເຮົາ​ບໍ່​ສາມາດ​ຈັດການ​ດ້ວຍ​ໂຕເອງ​ໄດ້ ເຊັ່ນ: ພະ​ເຢຊູ​ມີ​ອຳນາດ​ທີ່​ຈະ​ກຳຈັດ​ຕົ້ນເຫດ​ຂອງ​ບັນຫາ​ທັງໝົດ ເຊິ່ງ​ກໍ​ຄື​ບາບ​ແລະ​ຜົນ​ທີ່​ເກີດຂຶ້ນ​ຈາກ​ບາບ ບໍ່​ວ່າ​ຈະ​ເປັນ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ຕາຍ. (ມທ. 9:1-6; ຣມ. 5:12, 18, 19) ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ​ພິສູດ​ວ່າ​ເພິ່ນ​ສາມາດ​ປົວ​ພະຍາດ “ທຸກ​ຊະນິດ” ໄດ້ ແລະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ. (ມທ. 4:23; ຢຮ. 11:43, 44) ເພິ່ນ​ຍັງ​ມີ​ອຳນາດ​ທີ່​ຈະ​ຄວບຄຸມ​ພາຍຸ ແລະ​ໄລ່​ປີສາດ​ທີ່​ເຂົ້າ​ສິງ​ຄົນ. (ມຣກ. 4:37-39; ລກ. 8:2) ເມື່ອ​ເຫັນ​ວ່າ​ພະ​ເຢໂຫວາ​ໃຫ້​ອຳນາດ​ແບບ​ນີ້​ກັບ​ພະ​ເຢຊູ ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໄດ້​ກຳລັງ​ໃຈ​ແທ້ໆ! ເຮົາ​ໝັ້ນໃຈ​ໄດ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ເກີດຂຶ້ນ​ແທ້. ການ​ອັດສະຈັນ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນັ້ນ​ຕອນ​ທີ່​ເພິ່ນ​ເປັນ​ກະສັດ​ປົກຄອງ​ໂລກ​ນີ້. ຫ23.04 ໜ້າ 3-4 ຂໍ້ 5-7

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ອັງຄານ​ທີ 2 ກັນຍາ

ພະລັງ [ຂອງ​ພະເຈົ້າ] ເປີດເຜີຍ​ທຸກ​ສິ່ງ​ແລະ​ຍັງ​ເປີດເຜີຍ​ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ​ນຳ​ອີກ.—1ກຣ. 2:10

ຖ້າ​ເຈົ້າ​ຢູ່​ໃນ​ປະຊາຄົມ​ໃຫຍ່​ແລະ​ມີ​ພີ່ນ້ອງ​ຍົກ​ມື​ຫຼາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ບໍ່​ຄ່ອຍ​ໄດ້​ຕອບ. ເຈົ້າ​ອາດ​ຈະ​ຮູ້ສຶກ​ຢາກ​ຍອມແພ້. ແຕ່​ຂໍ​ຢ່າ​ເຊົາ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ອອກ​ຄວາມ​ຄິດ​ເຫັນ. ໃຫ້​ກຽມ​ຄຳ​ຕອບ​ໄວ້​ຫຼາຍໆ​ຂໍ້​ໃນ​ແຕ່​ລະ​ສ່ວນ​ຂອງ​ການ​ປະຊຸມ. ຖ້າ​ຂໍ້​ທຳອິດ​ຜູ້​ນຳ​ສ່ວນ​ບໍ່​ໄດ້​ເອີ້ນ​ເຈົ້າ ເຈົ້າ​ກໍ​ຍັງ​ມີ​ໂອກາດ​ຕອບ​ຂໍ້​ອື່ນໆ​ໄດ້. ຕອນ​ທີ່​ກຽມ​ຫໍສັງເກດການ​ໃຫ້​ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ​ແຕ່​ລະ​ຂໍ້​ກ່ຽວ​ຂ້ອງ​ກັນ​ແນວ​ໃດ​ກັບ​ເລື່ອງ​ຫຼັກ​ຂອງ​ບົດ​ຄວາມ. ຖ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ຄິດ​ເຫັນດີໆ​ທີ່​ຈະ​ເອົາ​ມາ​ຕອບ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ກຽມ​ຄຳ​ຕອບ​ທີ່​ມີ​ຄຳສອນ​ເລິກ​ເຊິ່ງ​ທີ່​ອາດ​ຈະ​ບໍ່​ຄ່ອຍ​ມີ​ໃຜ​ຕອບ. ແຕ່​ຖ້າ​ເຈົ້າ​ຍັງ​ບໍ່​ໄດ້​ຕອບ​ຈັກ​ເທື່ອ ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃຫ້​ບອກ​ຜູ້​ນຳ​ສ່ວນ​ກ່ອນ​ການ​ປະຊຸມ​ວ່າ​ເຈົ້າ​ຢາກ​ຕອບ​ຂໍ້​ໃດ. ຫ23.04 ໜ້າ 21-22 ຂໍ້ 9-10

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌