ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 42
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ປະຊາຊົນ​ຂໍ​ໃຫ້​ເຢເຣມີຢາ​ອະທິດຖານ​ຖາມ​ພະເຈົ້າ (1-6)

      • ພະ​ເຢໂຫວາ​ຕອບ​ວ່າ “ຢ່າ​ໄປ​ເອຢິບ” (7-22)

ເຢເຣມີຢາ 42:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:13, 14

ເຢເຣມີຢາ 42:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:62

ເຢເຣມີຢາ 42:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 41:16

ເຢເຣມີຢາ 42:10

ໄຂເງື່ອນ

  • *

    ຫຼື “ຮູ້ສຶກ​ເສຍໃຈ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ຈິບຫາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:36; ຢຣມ 18:7, 8; ມກ 7:18

ເຢເຣມີຢາ 42:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 41:17, 18

ເຢເຣມີຢາ 42:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:6

ເຢເຣມີຢາ 42:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 43:4, 7

ເຢເຣມີຢາ 42:15

ໄຂເງື່ອນ

  • *

    ຫຼື “ໄປ​ອາໄສ​ຢູ່​ຫັ້ນ​ໄລຍະ​ໜຶ່ງ”

ເຢເຣມີຢາ 42:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:45; ຢຣມ 44:12-14, 27, 28

ເຢເຣມີຢາ 42:17

ໄຂເງື່ອນ

  • *

    ຫຼື “ພະຍາດ”

ເຢເຣມີຢາ 42:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:8-10; 2ຂຄ 34:24, 25; 36:16, 17; ສສ 2:4
  • +ຢຣມ 29:18

ເຢເຣມີຢາ 42:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 42:1, 2

ເຢເຣມີຢາ 42:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:19; ນຮຢ 9:26; ຊຄຢ 7:11

ເຢເຣມີຢາ 42:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 43:10, 11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 42:1ຢຣມ 40:13, 14
ຢຣມ. 42:2ພບຍ 28:62
ຢຣມ. 42:8ຢຣມ 41:16
ຢຣມ. 42:10ພບຍ 32:36; ຢຣມ 18:7, 8; ມກ 7:18
ຢຣມ. 42:11ຢຣມ 41:17, 18
ຢຣມ. 42:12ອພຍ 34:6
ຢຣມ. 42:14ຢຣມ 43:4, 7
ຢຣມ. 42:16ພບຍ 28:45; ຢຣມ 44:12-14, 27, 28
ຢຣມ. 42:182ກສ 25:8-10; 2ຂຄ 34:24, 25; 36:16, 17; ສສ 2:4
ຢຣມ. 42:18ຢຣມ 29:18
ຢຣມ. 42:20ຢຣມ 42:1, 2
ຢຣມ. 42:212ຂຄ 24:19; ນຮຢ 9:26; ຊຄຢ 7:11
ຢຣມ. 42:22ຢຣມ 43:10, 11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 42:1-22

ເຢເຣມີຢາ

42 ແລ້ວ​ພວກ​ຫົວໜ້າ​ກອງທັບ​ທຸກ​ຄົນ ໂຢຮານານ+​ລູກ​ຊາຍ​ຂອງ​ກາເຣອາ ເຢຊານີຢາ​ລູກ​ຊາຍ​ຂອງ​ໂຮຊາອີຢາ ແລະ​ຄົນ​ທີ່​ເຫຼືອ​ທັງໝົດ​ຕັ້ງແຕ່​ຜູ້​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ກໍ​ໄປ​ຫາ 2 ຜູ້​ພະຍາກອນ​ເຢເຣມີຢາ​ແລະ​ເວົ້າ​ກັບ​ລາວ​ວ່າ: “ຂໍ​ເຈົ້າ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ພວກ​ເຮົາ​ແລະ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເພື່ອ​ພວກ​ເຮົາ ເພື່ອ​ຄົນ​ທີ່​ເຫຼືອ​ທັງໝົດ​ນີ້ ຍ້ອນ​ເຈົ້າ​ກໍ​ເຫັນ​ວ່າ​ພວກ​ເຮົາ​ເຫຼືອ​ບໍ່​ເທົ່າ​ໃດ​ຄົນ​ແລ້ວ.+ 3 ຂໍ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ບອກ​ພວກ​ເຮົາ​ວ່າ​ຄວນ​ເຮັດ​ແນວ​ໃດ.”

4 ຜູ້​ພະຍາກອນ​ເຢເຣມີຢາ​ຕອບ​ເຂົາ​ເຈົ້າ​ວ່າ: “ໄດ້ ຂ້ອຍ​ຈະ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕາມ​ທີ່​ພວກ​ເຈົ້າ​ຮ້ອງ​ຂໍ ແລະ​ຂ້ອຍ​ຈະ​ບອກ​ທຸກ​ຄຳ​ທີ່​ພະ​ເຢໂຫວາ​ບອກ. ຂ້ອຍ​ຈະ​ບໍ່​ປິດ​ບັງ​ພວກ​ເຈົ້າ​ເລີຍ.”

5 ເຂົາ​ເຈົ້າ​ບອກ​ເຢເຣມີຢາ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ເປັນ​ພະຍານ​ທີ່​ເຊື່ອຖື​ໄດ້ ແລະ​ຂໍ​ໃຫ້​ເພິ່ນ​ລົງໂທດ​ພວກ​ເຮົາ ຖ້າ​ພວກ​ເຮົາ​ບໍ່​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ບອກ​ພວກ​ເຮົາ​ຜ່ານ​ທາງ​ເຈົ້າ. 6 ບໍ່​ວ່າ​ສິ່ງ​ທີ່​ເພິ່ນ​ເວົ້າ​ຈະ​ດີ​ຫຼື​ຮ້າຍ​ສຳລັບ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເຊິ່ງ​ເປັນ​ຜູ້​ທີ່​ພວກ​ເຮົາ​ໄດ້​ຂໍ​ໃຫ້​ເຈົ້າ​ໄປ​ຖາມ ເພື່ອ​ພວກ​ເຮົາ​ຈະ​ມີ​ຊີວິດ​ທີ່​ດີ​ຍ້ອນ​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.”

7 ແລ້ວ 10 ມື້​ຕໍ່​ມາ​ພະ​ເຢໂຫວາ​ກໍ​ມາ​ເວົ້າ​ກັບ​ເຢເຣມີຢາ. 8 ເຢເຣມີ​ຢາ​ຈຶ່ງ​ເອີ້ນ​ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ ພວກ​ຫົວໜ້າ​ກອງທັບ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ ແລະ​ປະຊາຊົນ​ທຸກ​ຄົນ​ຕັ້ງແຕ່​ເດັກ​ນ້ອຍ​ຈົນ​ຮອດ​ຜູ້​ເຖົ້າ​ໃຫ້​ມາ​ຫາ.+ 9 ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ທີ່​ພວກ​ເຈົ້າ​ສົ່ງ​ຂ້ອຍ​ໃຫ້​ໄປ​ຖາມ​ໄດ້​ບອກ​ວ່າ 10 ‘ຖ້າ​ພວກ​ເຈົ້າ​ຈະ​ຢູ່​ໃນ​ແຜ່ນດິນ​ນີ້​ຕໍ່​ໄປ ເຮົາ​ຈະ​ສ້າງ​ພວກ​ເຈົ້າ​ແລະ​ຈະ​ບໍ່​ມ້າງ​ຖິ້ມ. ເຮົາ​ຈະ​ປູກ​ພວກ​ເຈົ້າ​ແລະ​ຈະ​ບໍ່​ຫຼົກ​ຖິ້ມ. ເຮົາ​ຈະ​ປ່ຽນ​ໃຈ​ແລະ​ບໍ່​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ຄື​ກັບ​ທີ່​ເຮົາ​ໄດ້​ເຮັດ.*+ 11 ພວກ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ກະສັດ​ບາບີໂລນ​ເດີ້.’+

ພະ​ເຢໂຫວາ​ບອກ​ວ່າ ‘ບໍ່​ຕ້ອງ​ຢ້ານ​ລາວ ຍ້ອນ​ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ລາວ. 12 ເຮົາ​ຈະ​ອີ່ຕົນ​ພວກ​ເຈົ້າ+​ແລະ​ກະສັດ​ບາບີໂລນ​ກໍ​ຈະ​ອີ່ຕົນ​ພວກ​ເຈົ້າ​ຄື​ກັນ. ລາວ​ຈະ​ຍອມ​ໃຫ້​ພວກ​ເຈົ້າ​ກັບ​ໄປ​ແຜ່ນດິນ​ຂອງ​ໂຕເອງ.

13 ແຕ່​ສົມມຸດ​ພວກ​ເຈົ້າ​ເວົ້າ​ວ່າ “ບໍ່ ພວກ​ເຮົາ​ຈະ​ບໍ່​ຢູ່​ແຜ່ນດິນ​ນີ້” ແລະ​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ 14 ໂດຍ​ເວົ້າ​ວ່າ “ບໍ່ ພວກ​ເຮົາ​ຈະ​ໄປ​ເອຢິບ.+ ພວກ​ເຮົາ​ຈະ​ໄປ​ຢູ່​ຫັ້ນ​ເພື່ອ​ພວກ​ເຮົາ​ຈະ​ບໍ່​ເຫັນ​ສົງຄາມ ບໍ່​ໄດ້​ຍິນ​ສຽງ​ແກ ແລະ​ບໍ່​ຕ້ອງ​ເຈິ​ກັບ​ຄວາມ​ອຶດຢາກ.” 15 ພວກ​ຄົນ​ທີ່​ເຫຼືອ​ຂອງ​ຢູດາ​ເອີ້ຍ ຖ້າ​ພວກ​ເຈົ້າ​ເຮັດ​ແນວ​ນັ້ນ ກໍ​ຂໍ​ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ໃຫ້​ດີ​ໆ​ເດີ້. ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ “ຖ້າ​ພວກ​ເຈົ້າ​ຕັ້ງໃຈ​ແທ້​ໆ​ທີ່​ຈະ​ໄປ​ເອຢິບ​ແລະ​ອາໄສ​ຢູ່​ຫັ້ນ* 16 ດາບ​ທີ່​ພວກ​ເຈົ້າ​ຢ້ານ​ຫຼາຍ​ກໍ​ຈະ​ນຳ​ພວກ​ເຈົ້າ​ທັນ​ຢູ່​ແຜ່ນດິນ​ເອຢິບ​ແລະ​ຄວາມ​ອຶດຢາກ​ທີ່​ພວກ​ເຈົ້າ​ຢ້ານ​ກໍ​ຈະ​ນຳ​ພວກ​ເຈົ້າ​ໄປ​ຄື​ກັນ ແລ້ວ​ພວກ​ເຈົ້າ​ຈະ​ຕາຍ​ຢູ່​ຫັ້ນ.+ 17 ທຸກ​ຄົນ​ທີ່​ຕັ້ງໃຈ​ຈະ​ໄປ​ຢູ່​ເອຢິບ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ ຕາຍ​ດ້ວຍ​ຄວາມ​ອຶດຢາກ ແລະ​ຕາຍ​ດ້ວຍ​ໂລກ​ລະບາດ.* ຈະ​ບໍ່​ມີ​ຈັກ​ຄົນ​ລອດ​ຊີວິດ​ຈາກ​ຄວາມ​ຈິບຫາຍ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ.”’

18 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ຄື​ກັບ​ທີ່​ເຮົາ​ໃຈ​ຮ້າຍ​ຫຼາຍ​ໃຫ້​ຄົນ​ໃນ​ເມືອງ​ເຢຣູຊາເລັມ+ ຖ້າ​ພວກ​ເຈົ້າ​ໄປ​ເອຢິບ ເຮົາ​ກໍ​ຈະ​ໃຈ​ຮ້າຍ​ຫຼາຍ​ໃຫ້​ພວກ​ເຈົ້າ​ຄື​ກັນ. ພວກ​ເຈົ້າ​ຈະ​ຖືກ​ສາບແຊ່ງ ຖືກ​ເຮັດ​ໃຫ້​ເສຍ​ກຽດ ແລະ​ຖືກ​ຕຳໜິ.+ ຊາດ​ຕ່າງ​ໆ​ທີ່​ເຫັນ​ພວກ​ເຈົ້າ​ຈະ​ຕົກໃຈ​ແລະ​ຢ້ານ​ຫຼາຍ ແລະ​ພວກ​ເຈົ້າ​ຈະ​ບໍ່​ໄດ້​ເຫັນ​ແຜ່ນດິນ​ນີ້​ອີກ​ເລີຍ.’

19 ພວກ​ຄົນ​ທີ່​ເຫຼືອ​ຂອງ​ຢູດາ​ເອີ້ຍ ພະ​ເຢໂຫວາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ຢ່າ​ໄປ​ເອຢິບ. ຢ່າ​ລືມ​ວ່າ​ຂ້ອຍ​ໄດ້​ເຕືອນ​ພວກ​ເຈົ້າ​ໃນ​ມື້​ນີ້​ແລ້ວ​ວ່າ 20 ຖ້າ​ພວກ​ເຈົ້າ​ເຮັດ​ຜິດ ພວກ​ເຈົ້າ​ຈະ​ຕາຍ. ພວກ​ເຈົ້າ​ຂໍ​ໃຫ້​ຂ້ອຍ​ໄປ​ຖາມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໂດຍ​ບອກ​ວ່າ ‘ຂໍ​ໃຫ້​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ແທນ​ພວກ​ເຮົາ ແລະ​ບອກ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ເວົ້າ ແລ້ວ​ພວກ​ເຮົາ​ຈະ​ເຮັດ​ຕາມ.’+ 21 ມື້​ນີ້​ຂ້ອຍ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເວົ້າ​ຫຍັງ ແຕ່​ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ຈະ​ບໍ່​ເຊື່ອຟັງ​ເພິ່ນ​ດອກ ແລະ​ຈະ​ບໍ່​ຍອມ​ເຮັດ​ຕາມ​ທີ່​ເພິ່ນ​ບອກ​ພວກ​ເຈົ້າ​ຜ່ານ​ທາງ​ຂ້ອຍ.+ 22 ຄັນຊັ້ນ​ກໍ​ຂໍ​ໃຫ້​ພວກ​ເຈົ້າ​ຮູ້​ໄວ້​ເລີຍ​ວ່າ​ພວກ​ເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ ຕາຍ​ດ້ວຍ​ຄວາມ​ອຶດຢາກ ແລະ​ຕາຍ​ດ້ວຍ​ໂລກລະບາດ. ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ​ຢູ່​ແຜ່ນດິນ​ທີ່​ພວກ​ເຈົ້າ​ຢາກ​ໄປ​ຢູ່​ນັ້ນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌