ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ເຄື່ອງ​ບູຊາ​ເຜົາ (1-17)

ລະບຽບພວກເລວີ 1:1

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:34

ລະບຽບພວກເລວີ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:18-20

ລະບຽບພວກເລວີ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:19, 21; ມລກ 1:14
  • +2ກຣ 9:7

ລະບຽບພວກເລວີ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 10:11
  • +ຮຣ 9:13, 14

ລະບຽບພວກເລວີ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:8

ລະບຽບພວກເລວີ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:12

ລະບຽບພວກເລວີ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:23

ລະບຽບພວກເລວີ 1:9

ໄຂເງື່ອນ

  • *

    ໝາຍເຖິງ​ຕັ້ງແຕ່​ຫົວ​ເຂົ່າ​ໄປ​ຈົນ​ຮອດ​ຂໍ້​ຕີນ

  • *

    ແປ​ຕາມ​ໂຕ​ວ່າ “ໄປ​ເຜົາ​ໃຫ້​ມີ​ຄວັນ​ເທິງ​ແທ່ນ​ບູຊາ”

  • *

    ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:20, 21; ຈຊບ 15:2, 3

ລະບຽບພວກເລວີ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 4:4
  • +ລລວ 12:6; 22:18-20

ລະບຽບພວກເລວີ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:16-18; ລລວ 8:18-21; 9:12-14

ລະບຽບພວກເລວີ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:7; 12:8; ລກ 2:24

ລະບຽບພວກເລວີ 1:16

ໄຂເງື່ອນ

  • *

    ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:3; ລລວ 4:11, 12; 6:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 1:1ອພຍ 40:34
ລລວ. 1:2ລລວ 22:18-20
ລລວ. 1:3ພບຍ 15:19, 21; ມລກ 1:14
ລລວ. 1:32ກຣ 9:7
ລລວ. 1:5ຮຣ 10:11
ລລວ. 1:5ຮຣ 9:13, 14
ລລວ. 1:6ລລວ 7:8
ລລວ. 1:7ລລວ 6:12
ລລວ. 1:81ກສ 18:23
ລລວ. 1:9ປຖກ 8:20, 21; ຈຊບ 15:2, 3
ລລວ. 1:10ປຖກ 4:4
ລລວ. 1:10ລລວ 12:6; 22:18-20
ລລວ. 1:11ອພຍ 29:16-18; ລລວ 8:18-21; 9:12-14
ລລວ. 1:14ລລວ 5:7; 12:8; ລກ 2:24
ລລວ. 1:16ອພຍ 27:3; ລລວ 4:11, 12; 6:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 1:1-17

ລະບຽບພວກເລວີ

1 ພະ​ເຢໂຫວາ​ເອີ້ນ​ໂມເຊ​ມາ ແລະ​ເວົ້າ​ກັບ​ລາວ​ຈາກ​ເຕັ້ນ​ສັກສິດ*+ວ່າ: 2 “ໃຫ້​ເວົ້າ​ກັບ​ພວກ​ອິດສະຣາເອນ​ແລະ​ບອກ​ເຂົາ​ເຈົ້າ​ວ່າ ‘ຖ້າ​ຜູ້​ໃດ​ຢາກ​ເອົາ​ສັດ​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ ໃຫ້​ເອົາ​ຈາກຝູງ​ງົວ ຝູງ​ແກະ ຫຼື​ຝູງ​ແບ້.+

3 ຖ້າ​ຜູ້​ໃດຈະ​ເອົາ​ງົວມາ​ເປັນ​ເຄື່ອງ​ບູຊາ​ເຜົາ ງົວ​ນັ້ນ​ຕ້ອງ​ເປັນ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ.+ ລາວ​ຕ້ອງ​ເອົາ​ມາ​ໃຫ້​ຕໍ່​ໜ້າ​ພະ​ເຢໂຫວາ​ດ້ວຍ​ຄວາມ​ເຕັມໃຈ+ ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ. 4 ໃຫ້​ລາວເອົາ​ມື​ວາງ​ເທິງ​ຫົວ​ຂອງ​ສັດທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ ແລ້ວ​ພະເຈົ້າ​ກໍ​ຈະ​ຍອມ​ຮັບ​ເຄື່ອງ​ບູຊາ​ນັ້ນ ແລະ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.

5 ຈາກ​ນັ້ນ ໃຫ້​ເອົາ​ງົວ​ໂຕ​ນັ້ນ​ມາ​ຂ້າ​ຕໍ່​ໜ້າ​ພະ​ເຢໂຫວາ. ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ+ຈະເອົາ​ເລືອດ​ມາ​ຕໍ່​ໜ້າ​ພະເຈົ້າ ແລະ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງ​ແທ່ນ​ບູຊາ+ ເຊິ່ງ​ຢູ່​ຕໍ່​ໜ້າ​ທາງເຂົ້າ​ເຕັ້ນ​ສັກສິດ. 6 ໃຫ້​ລອກ​ໜັງ​ສັດ​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ ແລະ​ຕັດ​ເປັນ​ຕ່ອນ​ໆ​.+ 7 ໃຫ້​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ເອົາ​ຖ່ານ​ໄຟ​ມາ​ໃສ່​ເທິງ​ແທ່ນ+ ແລະ​ເອົາ​ຟືນ​ມາ​ລຽນ​ຢອງ​ເທິງ​ຖ່ານ​ນັ້ນ. 8 ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ຈະ​ເອົາ​ຕ່ອນ​ທີ່​ຕັດ​ແລ້ວ ຫົວ​ຂອງ​ສັດ​ໂຕ​ນັ້ນ ແລະ​ນ້ຳ​ມັນ​ທີ່​ຕິດ​ຢູ່​ໝາກ​ໄຂ່​ຫຼັງ​ມາລຽນ​ໄວ້+​ຢູ່​ເທິງ​ຟືນ​ທີ່​ໄໝ້​ຢູ່​ເທິງ​ແທ່ນ​ບູຊາ. 9 ໃຫ້​ເອົາ​ນ້ຳ​ລ້າງ​ໄສ້​ກັບ​ຂາ*ຂອງ​ມັນ ແລ້ວ​ປະໂລຫິດ​ຈະ​ເອົາ​ສ່ວນ​ຕ່າງ​ໆ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ*ເພື່ອ​ເປັນ​ເຄື່ອງ​ບູຊາ​ເຜົາ. ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.*+

10 ຖ້າ​ຜູ້​ໃດ​ຈະ​ເອົາ​ແກະ​ຫຼື​ແບ້​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ+ ແກະ​ຫຼື​ແບ້​ນັ້ນ​ຕ້ອງ​ເປັນ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ.+ 11 ໃຫ້​ຂ້າ​ແກະ​ຫຼື​ແບ້​ຢູ່​ທາງ​ທິດ​ເໜືອ​ຂອງ​ແທ່ນ​ບູຊາ​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ຈະ​ເອົາ​ເລືອດ​ຂອງ​ສັດ​ນັ້ນ​ໄປ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງ​ແທ່ນ​ບູຊາ.+ 12 ປະໂລຫິດ​ຈະ​ຕັດ​ສັດ​ໂຕ​ນັ້ນ​ເປັນ​ຕ່ອນ​ໆ​ ແລ້ວ​ລາວ​ຈະ​ເອົາ​ຕ່ອນ​ເຫຼົ່າ​ນັ້ນ​ກັບ​ຫົວ ແລະ​ນ້ຳ​ມັນ​ທີ່​ຕິດ​ຢູ່​ໝາກ​ໄຂ່​ຫຼັງ​ໄປ​ລຽນ​ໄວ້​ຢູ່​ເທິງ​ຟືນ​ທີ່​ໄໝ້​ຢູ່​ເທິງ​ແທ່ນ​ບູຊາ. 13 ລາວ​ຈະ​ເອົາ​ນ້ຳ​ລ້າງ​ໄສ້​ກັບ​ຂາ​ຂອງ​ມັນ ແລ້ວ​ປະໂລຫິດ​ຈະ​ເອົາ​ສ່ວນ​ຕ່າງ​ໆ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ເຜົາ. ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

14 ແຕ່​ຖ້າ​ຜູ້​ໃດ​ຈະ​ເອົາ​ນົກ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ ໃຫ້​ລາວ​ເອົານົກ​ເຂົາ​ຫຼື​ນົກ​ກາງແກມາ​ກະ​ໄດ້.+ 15 ປະໂລຫິດ​ຈະ​ເອົາ​ນົກ​ໂຕ​ນັ້ນ​ມາ​ວາງ​ຢູ່​ແທ່ນ​ບູຊາ ປາດ​ຄໍ​ມັນ ແລະ​ເຜົາ​ເປັນ​ເຄື່ອງ​ບູຊາ. ແຕ່​ກ່ອນ​ຈະ​ເຜົາ​ຕ້ອງໃຫ້​ເລືອດ​ຂອງ​ມັນ​ໄຫຼ​ລົງທາງ​ຂ້າງ​ແທ່ນ​ບູຊາ​ຈົນ​ໝົດ. 16 ລາວ​ຕ້ອງ​ເອົາ​ໜຽງ​ອອກ​ແລະ​ຫຼົກ​ຂົນ​ຂອງ​ມັນ ແລ້ວ​ຖິ້ມ​ລົງ​ໃສ່​ບ່ອນ​ທີ່​ມີ​ຂີ້ເທົ່າ*+ທີ່​ຢູ່​ທາງ​ຂ້າງ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແທ່ນ​ບູຊາ. 17 ລາວ​ຈະ​ຈີກ​ເອິກ​ນົກ​ຢູ່​ໃກ້​ປີກ​ຂອງ​ມັນ ແຕ່​ບໍ່​ໃຫ້​ຂາດ​ອອກ​ຈາກ​ກັນ​ເປັນ 2 ຕ່ອນ ແລ້ວ​ປະໂລຫິດ​ຈະ​ເອົາ​ນົກ​ໂຕ​ນັ້ນ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ​ໂດຍ​ວາງ​ໄວ້​ຢູ່​ເທິງ​ຟືນ​ທີ່​ໄໝ້​ຢູ່​ເທິງ​ແທ່ນ​ນັ້ນ. ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌