ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂດ ບົດຮຽນ 3 ques. 1-4
  • ຂ່າວ​ດີ​ມາ​ຈາກ​ພະເຈົ້າ​ແທ້ໆບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ່າວ​ດີ​ມາ​ຈາກ​ພະເຈົ້າ​ແທ້ໆບໍ?
  • ຂ່າວດີຈາກພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຈົດໝາຍ​ຈາກ​ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ທ່ານ​ຈະ​ຄົ້ນ​ພົບ​ໄດ້​ຢ່າງ​ໃດ​ວ່າ​ພະ​ຜູ້​ສ້າງ​ຮຽກ​ຮ້ອງ​ສິ່ງ​ໃດ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ເບິ່ງຕື່ມ
ຂ່າວດີຈາກພະເຈົ້າ!
ຂດ ບົດຮຽນ 3 ques. 1-4

ບົດ​ຮຽນ 3

ຂ່າວ​ດີ​ມາ​ຈາກ​ພະເຈົ້າ​ແທ້ໆບໍ?

1. ໃຜ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ?

ສຳເນົາ​ຕ່າງໆຂອງ​ຄຳພີ​ໄບເບິນ ແລະ​ຜົນ​ງານ​ການ​ຂຽນ​ຄຳພີ​ໄບເບິນ​ໃນ​ສະໄໝ​ບູຮານ

ຄຳພີ​ໄບເບິນ​ມີ​ຂ່າວ​ດີ​ທີ່​ວ່າ​ມະນຸດ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ. (ຄຳເພງ 37:29) ຄຳພີ​ໄບເບິນ​ປະກອບ​ດ້ວຍ​ພະທຳ 66 ເຫຼັ້ມ. ພະເຈົ້າ​ໃຫ້​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຈຳນວນ 40 ຄົນ​ຂຽນ​ພະ​ຄຳພີ. ໂມເຊ​ເປັນ​ຜູ້​ຂຽນ​ພະທຳ​ຫ້າ​ເຫຼັ້ມ​ທຳອິດ​ເມື່ອ 3.500 ປີ​ກ່ອນ. ໂຢຮັນ​ຂຽນ​ພະທຳ​ສຸດ​ທ້າຍ​ເມື່ອ 1.900 ກວ່າ​ປີ​ມາ​ແລ້ວ. ຜູ້​ໃດ​ໃຫ້​ຄວາມ​ຄິດ​ແກ່​ຜູ້​ຂຽນ​ຄຳພີ​ໄບເບິນ. ພະເຈົ້າ​ຕິດ​ຕໍ່​ກັບ​ຜູ້​ຂຽນ​ຄຳພີ​ໄບເບິນ​ໂດຍ​ທາງ​ພະ​ວິນຍານ​ບໍລິສຸດ. (2 ຊາເມືອນ 23:2) ເຂົາ​ເຈົ້າ​ຂຽນ​ຄວາມ​ຄິດ​ຂອງ​ພະເຈົ້າ ບໍ່​ແມ່ນ​ຂອງ​ຕົວ​ເອງ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ.—ອ່ານ 2 ຕີໂມເຕ 3:16; 2 ເປໂຕ 1:20, 21

ເບິ່ງ​ວິດີໂອ ໃຜ​ເປັນ​ຜູ້​ແຕ່ງ​ຄຳພີ​ໄບເບິນ?

2. ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ?

ເຮົາ​ຮູ້​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ ເພາະ​ວ່າ​ພະ​ຄຳພີ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ອະນາຄົດ​ໄດ້​ຢ່າງ​ລະອຽດ​ແລະ​ຖືກຕ້ອງ. ບໍ່​ມີ​ຄົນ​ໃດ​ເຮັດ​ແບບ​ນັ້ນ​ໄດ້. (ໂຢຊວຍ 23:14) ມີ​ພຽງ​ແຕ່​ພະເຈົ້າ​ອົງ​ລິດທານຸພາບ​ທຸກ​ປະການ​ສາມາດ​ຮູ້​ອະນາຄົດ​ຂອງ​ມະນຸດ​ລ່ວງ​ໜ້າ​ໄດ້​ຢ່າງ​ຖືກຕ້ອງ.—ອ່ານ​ເອຊາອີ 42:9; 46:10

ພະ​ຄຳພີ​ໜັງສື​ທີ່​ມາ​ຈາກ​ພະເຈົ້າ​ຕ້ອງ​ເປັນ​ປຶ້ມ​ທີ່​ພິເສດ. ຄຳພີ​ໄບເບິນ​ມີ​ຈຳ​ໜ່າຍ​ເປັນ​ຕື້ໆຫົວ ແລະ​ຫຼາຍ​ຮ້ອຍ​ພາສາ. ເຖິງ​ແມ່ນ​ວ່າ​ຈະ​ເປັນ​ໜັງສື​ເກົ່າ​ແກ່ ແຕ່​ກໍ​ສອດຄ່ອງ​ກັບ​ຫຼັກ​ຖານ​ທາງ​ວິທະຍາສາດ.a ນອກ​ຈາກ​ນັ້ນ ຜູ້​ຂຽນ​ພະ​ຄຳພີ​ທັງ 40 ຄົນ​ບໍ່​ໄດ້​ຂຽນ​ຂັດ​ແຍ່ງ​ກັນ​ເລີຍ ພະ​ຄຳພີ​ເປັນ​ເຄື່ອງ​ໝາຍ​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະເຈົ້າ​ຢ່າງ​ຊັດເຈນ ແລະ​ຍັງ​ມີ​ພະລັງ​ທີ່​ຈະ​ປ່ຽນ​ແປງ​ຊີວິດ​ຄົນ​ໃຫ້​ດີ​ຂຶ້ນ. ຄວາມ​ຈິງ​ນີ້​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ເຊື່ອ​ໝັ້ນ​ວ່າ​ຄຳພີ​ໄບເບິນ​ເປັນ​ຂ່າວ​ສານ​ຈາກ​ພະເຈົ້າ.—ອ່ານ 1 ເທຊະໂລນີກ 2:13

ເບິ່ງ​ວິດີໂອ ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ?

3. ຄຳພີ​ໄບເບິນ​ບອກ​ເລື່ອງ​ຫຍັງ?

ສາກ​ສວນ​ອຸທິຍານ​ແຕ່​ດັ້ງເດີມ ອຸທິຍານ​ທີ່​ສູນ​ເສຍ​ໄປ ນ້ຳ​ຖ້ວມ​ໃຫຍ່​ໃນ​ສະໄໝ​ໂນເອ ໂມເຊ​ກັບ​ພະບັນຍັດ 10 ປະການ ແລະ​ການ​ສອນ​ຂອງ ການ​ສອນ​ຂອງ​ພະ​ເຍຊູ

ເນື້ອ​ໃນ​ຂອງ​ຄຳພີ​ໄບເບິນ​ແມ່ນ​ລວມ​ຈຸດ​ຢູ່​ທີ່​ຂ່າວ​ດີ​ທີ່​ວ່າ​ພະເຈົ້າ​ມີ​ຈຸດ​ປະສົງ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຕໍ່​ມະນຸດ​ຊາດ. ຂໍ້​ພະ​ຄຳພີ​ອະທິບາຍ​ວ່າ​ມະນຸດ​ຊາດ​ຈະ​ມີ​ສິດທິ​ພິເສດ​ຢູ່​ໃນ​ອຸທິຍານ​ທີ່​ເຄີຍ​ສູນ​ເສຍ​ໄປ ແລະ​ບອກ​ເຖິງ​ວິທີ​ທີ່​ອຸທິຍານ​ນັ້ນ​ຈະ​ຖືກ​ກອບ​ກູ້​ຄືນ​ມາ​ໃນ​ທີ່​ສຸດ.—ອ່ານ​ຄຳປາກົດ 21:4, 5

ພະ​ຄຳ​ຂອງ​ພະເຈົ້າ​ຍັງ​ມີ​ກົດ​ໝາຍ ຫຼັກ​ການ ແລະ​ຄຳ​ແນະນຳ. ນອກ​ຈາກ​ນັ້ນ ພະ​ຄຳ​ຂອງ​ພະເຈົ້າ​ໄດ້​ບັນທຶກ​ກ່ຽວ​ກັບ​ວິທີ​ທີ່​ພະເຈົ້າ​ປະຕິບັດ​ຕໍ່​ມະນຸດ​ຊາດ—ປະຫວັດສາດ​ນັ້ນ​ບອກ​ໃຫ້​ຮູ້​ກ່ຽວ​ກັບ​ບຸກຄະລິກ​ກະ​ພາບ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ຄຳພີ​ໄບເບິນ​ຈຶ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ເລື່ອງ​ພະເຈົ້າ. ພະ​ຄຳພີ​ອະທິບາຍ​ເຖິງ​ວິທີ​ທີ່​ເຮົາ​ຈະ​ເປັນ​ມິດ​ກັບ​ພະອົງ.—ອ່ານ​ຄຳເພງ 19:7, 11; ຢາໂກໂບ 2:23; 4:8

4. ທ່ານ​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ?

ປຶ້ມ​ນີ້​ຈະ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ ໂດຍ​ການ​ໃຊ້​ວິທີ​ດຽວ​ກັນ​ກັບ​ທີ່​ພະ​ເຍຊູ​ເຄີຍ​ໃຊ້. ພະອົງ​ຍົກ​ພະ​ຄຳພີ​ເປັນ​ແຕ່​ລະ​ຂໍ້​ແລ້ວ​ກໍ​ອະທິບາຍ “ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ພະ​ຄຳພີ.”—ອ່ານ​ລືກາ 24:27, 45

ຂ່າວ​ດີ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຕາ​ດຶງ​ດູດ​ໃຈ. ແຕ່​ມີ​ບາງ​ຄົນ​ບໍ່​ສົນ​ໃຈ ແລະ​ຄົນ​ອື່ນໆແຮ່ງ​ຮູ້ສຶກ​ລຳຄານ​ຂ່າວ​ດີ​ນັ້ນ. ຢ່າ​ຟ້າວ​ໝົດ​ກຳລັງ​ໃຈ. ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ຂຶ້ນ​ຢູ່​ກັບ​ການ​ຮຽນ​ຮູ້​ເລື່ອງ​ພະເຈົ້າ.—ອ່ານ​ໂຢຮັນ 17:3

ເພື່ອ​ໄດ້​ຂໍ້​ມູນ​ເພີ່ມ​ເຕີມ ໃຫ້​ອ່ານ​ບົດ​ທີ 2 ຂອງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?

a ຂໍ​ໃຫ້​ເບິ່ງ​ຈຸນລະສານ ໜັງສື​ສຳລັບ​ທຸກ​ຄົນ (ພາສາ​ໄທ)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌