ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ກັນຍາ ໜ້າ 21-26
  • ພະຄຳຂອງພະເຈົ້າມີພະລັງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະຄຳຂອງພະເຈົ້າມີພະລັງ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ໃນ​ຊີວິດ​ຂອງ​ເຮົາ
  • ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ
  • ໃນ​ການ​ສອນ​ຢູ່​ເທິງ​ເວທີ
  • ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ອ່ານ​ຄຳພີໄບເບິນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ຈົ່ງຍຶດໝັ້ນກັບພະຄຳຂອງພະເຈົ້າ
    ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • “ໃຫ້​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ສະເໝີ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການອ່ານ​ຄຳພີ​ໄບເບິນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ກັນຍາ ໜ້າ 21-26
ຊາຍ​ຄົນ​ໜຶ່ງ​ນັ່ງ​ດື່ມ​ເຫຼົ້າ​ຄົນ​ດຽວ ພະຍານ​ພະ​ເຢໂຫວາ​ໄປ​ປະກາດ​ກັບ​ລາວ​ຢູ່​ເຮືອນ ຊາຍ​ຄົນ​ນັ້ນ​ມາ​ຮ່ວມ​ປະຊຸມ

ພະ​ຄຳ​ຂອງ​ພະເຈົ້າ​ມີ​ພະລັງ

“ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ດ້ວຍ​ລິດເດດ [“ພະລັງ,” ລ.ມ.].”—ເຫບເລີ 4:12

ເພງ: 96, 94

ເຈົ້າ​ຈະ​ໃຫ້​ພະລັງ​ຂອງ​ຄຳພີ​ໄບເບິນ​ມີ​ຜົນ​ແນວ​ໃດ​ຕໍ່ . . .

  • ຊີວິດ​ຂອງ​ເຈົ້າ?

  • ວຽກ​ຮັບໃຊ້​ຂອງ​ເຈົ້າ?

  • ການ​ສອນ​ຂອງ​ເຈົ້າ​ຢູ່​ເທິງ​ເວທີ?

1. ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ມີ​ພະລັງ? (ເບິ່ງ​ຮູບ​ທຳອິດ)

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ຂ່າວ​ສານ​ທີ່​ໃຫ້​ກັບ​ມະນຸດ​ນັ້ນ “ປະກອບ​ດ້ວຍ​ຊີວິດ​ແລະ​ດ້ວຍ​ລິດເດດ [“ພະລັງ,” ລ.ມ.]” (ເຫບເລີ 4:12) ເພາະ​ເຮົາ​ໄດ້​ເຫັນ​ວິທີ​ທີ່​ພະລັງ​ຂອງ​ຄຳພີ​ໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ແລະ​ຂອງ​ຄົນ​ອື່ນໆ. ກ່ອນ​ທີ່​ຈະ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ເຄີຍ​ເປັນ​ຄົນ​ຂີ້​ລັກ ຕິດ​ຢາ ຫຼື​ເຮັດ​ຜິດ​ສິນລະທຳ. ສ່ວນ​ບາງ​ຄົນ​ທີ່​ມີ​ຊື່ສຽງ ຫຼື​ຮັ່ງມີ​ກໍ​ຍັງ​ຮູ້ສຶກ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ມີ​ບາງ​ສິ່ງ​ຂາດ​ໄປ. (ຜູ້​ເທສະໜາ​ປ່າວ​ປະກາດ 2:3-11) ໜ້າ​ດີ​ໃຈ ຫຼາຍ​ຄົນ​ທີ່​ເຄີຍ​ສິ້ນ​ຫວັງ​ແລະ​ສູນ​ເສຍ ຕອນ​ນີ້​ເຂົ້າ​ເຈົ້າ​ໄດ້​ມີ​ຄວາມ​ຫວັງ​ແລະ​ຮູ້​ວິທີ​ໃຊ້​ຊີວິດ. ໃນ​ຫໍສັງເກດການ ເຮົາ​ມັກ​ອ່ານ​ປະສົບການ​ຂອງ​ຫຼາຍ​ຄົນ​ທີ່​ຢູ່​ໃນ​ບົດ​ຄວາມ​ຊຸດ “ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ.” ນອກ​ຈາກ​ນັ້ນ ເຖິງ​ວ່າ​ຈະ​ເປັນ​ພະຍານ​ພະ​ເຢໂຫວາ​ແລ້ວ ພວກ​ເຮົາ​ກໍ​ຍັງ​ໃຫ້​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

2. ຄຳພີ​ໄບເບິນ​ສົ່ງ​ຜົນ​ຕໍ່​ຜູ້​ຄົນ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ?

2 ບໍ່​ແປກ​ໃຈ​ເລີຍ​ທີ່​ຫຼາຍ​ຄົນ​ໄດ້​ປ່ຽນ​ແປງ​ຊີວິດ​ຄັ້ງ​ໃຫຍ່​ເມື່ອ​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ໃນ​ສະຕະວັດ​ທຳອິດ​ທີ່​ມີ​ຄວາມ​ຫວັງ​ຈະ​ໄປ​ສະຫວັນ​ກໍ​ໄດ້​ເຮັດ​ການ​ປ່ຽນ​ແປງ​ຄ້າຍໆກັນ. (ອ່ານ 1 ໂກລິນໂທ 6:9-11) ຫຼັງ​ຈາກ​ໂປໂລ​ເວົ້າ​ເຖິງ​ຄົນ​ທີ່​ຈະ​ບໍ່​ໄດ້​ຮັບ​ລາຊະອານາຈັກ​ຂອງ​ພະເຈົ້າ ລາວ​ບອກ​ວ່າ: “ແຕ່​ກ່ອນ​ມີ​ຜູ້​ລາງ​ຄົນ​ໃນ​ພວກ​ທ່ານ​ເປັນ​ຢ່າງ​ນັ້ນ.” ຄຳພີ​ໄບເບິນ​ແລະ​ພະລັງ​ບໍລິສຸດ​ໄດ້​ຊ່ວຍ​ຄົນ​ເຫຼົ່າ​ນີ້​ໃຫ້​ເຮັດ​ການ​ປ່ຽນ​ແປງ. ນອກ​ຈາກ​ນັ້ນ ກໍ​ມີ​ບາງ​ຄົນ​ທີ່​ເປັນ​ຄລິດສະຕຽນ​ແລ້ວ​ແຕ່​ພັດ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ເຊິ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ. ຕົວຢ່າງ: ຄຳພີ​ໄບເບິນ​ເວົ້າ​ເຖິງ​ພີ່​ນ້ອງ​ຊາຍ​ຜູ້​ຖືກ​ເຈີມ​ຄົນ​ໜຶ່ງ​ທີ່​ຕ້ອງ​ຖືກ​ຕັດ​ສຳພັນ. ຈາກ​ນັ້ນ ລາວ​ໄດ້​ເຮັດ​ການ​ປ່ຽນ​ແປງ​ແລະ​ຖືກ​ຮັບ​ກັບ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ອີກ​ຄັ້ງ. (1 ໂກລິນໂທ 5:1-5; 2 ໂກລິນໂທ 2:5-8) ເລື່ອງ​ນີ້​ໃຫ້​ກຳລັງ​ໃຈ​ແທ້ໆທີ່​ເຫັນ​ວ່າ​ພະລັງ​ຈາກ​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ພີ່​ນ້ອງ​ຂອງ​ເຮົາ​ເຮັດ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໄດ້.

3. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຄຳພີ​ໄບເບິນ​ມີ​ພະລັງ​ຫຼາຍ ເນື່ອງ​ຈາກ​ພະ​ເຢໂຫວາ​ໃຫ້​ຄຳພີ​ໄບເບິນ​ກັບ​ເຮົາ ເຮົາ​ຈຶ່ງ​ຢາກ​ໃຊ້​ປະໂຫຍດ​ຈາກ​ປຶ້ມ​ນີ້​ຢ່າງ​ດີ​ທີ່​ສຸດ. (2 ຕີໂມເຕ 2:15) ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໃຫ້​ພະລັງ​ຂອງ​ຄຳພີ​ໄບເບິນ​ມີ​ຜົນ​ຕໍ່​ກັບ (1) ຊີວິດ​ຂອງ​ເຮົາ (2) ວຽກ​ຮັບໃຊ້​ຂອງ​ເຮົາ ແລະ (3) ການ​ສອນ​ຂອງ​ເຮົາ​ຢູ່​ເທິງ​ເວທີ. ສິ່ງ​ທີ່​ເຮົາ​ຈະ​ໄດ້​ຮຽນ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄວາມ​ຮັກ​ແລະ​ຮູ້ສຶກ​ຂອບໃຈ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຂອງ​ເຮົາ​ຫຼາຍ​ຂຶ້ນ ພະອົງ​ສອນ​ເຮົາ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ເອງ.—ເອຊາອີ 48:17

ໃນ​ຊີວິດ​ຂອງ​ເຮົາ

4. (ກ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ໃຫ້​ຄຳພີ​ໄບເບິນ​ມີ​ຜົນ​ຕໍ່​ເຮົາ? (ຂ) ເຈົ້າ​ຈັດ​ເວລາ​ອ່ານ​ຄຳພີ​ໄບເບິນ​ແນວ​ໃດ?

4 ເພື່ອ​ຈະ​ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ມີ​ຜົນ​ຕໍ່​ຊີວິດ​ເຮົາ ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ແລະ​ຄວນ​ພະຍາຍາມ​ອ່ານ​ທຸກ​ມື້. (ໂຢຊວຍ 1:8) ຊີວິດ​ພວກ​ເຮົາ​ສ່ວນ​ໃຫຍ່​ຫຍຸ້ງ​ຫຼາຍ​ແລະ​ບໍ່​ຄ່ອຍ​ມີ​ເວລາ ແຕ່​ເຮົາ​ບໍ່​ຄວນ​ໃຫ້​ອັນ​ໃດ​ກໍ​ຕາມ​ລວມ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆມາ​ຍາດ​ເວລາ​ເຮົາ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ. (ອ່ານ​ເອເຟດ 5:15, 16) ເຮົາ​ຄວນ​ຈັດ​ເວລາ​ເພື່ອ​ອ່ານ​ຄຳພີ​ໄບເບິນ ອາດ​ຈະ​ເປັນ​ຕອນ​ເຊົ້າ​ຫຼັງ​ຕື່ນ​ນອນ ຕອນ​ໃດ​ກໍ​ໄດ້​ໃນ​ລະຫວ່າງ​ມື້ ຫຼື​ຕອນ​ກາງຄືນ​ກ່ອນ​ນອນ. ເຮົາ​ຈະ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ຂ້າ​ນ້ອຍ​ຮັກ​ແພງ​ພະບັນຍັດ​ແຫ່ງ​ພະອົງ​ຫຼາຍ​ແທ້. ຂ້າ​ນ້ອຍ​ຄຶດ​ຕຶກຕອງ​ພະບັນຍັດ​ນັ້ນ​ໝົດ​ວັນ.”—ຄຳເພງ 119:97

ເຮົາ​ບໍ່​ຄວນ​ໃຫ້​ອັນ​ໃດ​ກໍ​ຕາມ​ລວມ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆ ມາ​ຍາດ​ເວລາ​ເຮົາ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ

5, 6. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ຄິດ​ຕຶກຕອງ? (ຂ) ເຮົາ​ຈະ​ຄິດ​ຕຶກຕອງ​ແນວ​ໃດ​ໃຫ້​ໄດ້​ປະໂຫຍດ​ຫຼາຍ​ທີ່​ສຸດ? (ຄ) ເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ?

5 ແຕ່​ການ​ອ່ານ​ຄຳພີ​ໄບເບິນ​ຢ່າງ​ດຽວ​ຍັງ​ບໍ່​ພໍ ເຮົາ​ຕ້ອງ​ຄິດ​ຕຶກຕອງ​ແລະ​ຄິດ​ຢ່າງ​ຖີ່​ຖ້ວນ​ເລິກ​ເຊິ່ງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ອ່ານ. (ຄຳເພງ 1:1-3) ໂດຍ​ວິທີ​ນີ້​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ນຳ​ຄຳ​ແນະນຳ​ທີ່​ສະຫຼາດ​ສຸຂຸມ​ຈາກ​ຄຳພີ​ໄບເບິນ​ມາ​ໃຊ້​ໃນ​ຊີວິດ​ຂອງ​ເຮົາ​ໄດ້. ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ອ່ານ​ຄຳພີ​ໄບເບິນ​ເປັນ​ເຫຼັ້ມ ອ່ານ​ຈາກ​ມື​ຖື​ຫຼື​ແທັບເລັດ ເປົ້າ​ໝາຍ​ເຮົາ​ແມ່ນ​ຢາກ​ໃຫ້​ຄຳພີ​ໄບເບິນ​ກະຕຸ້ນ​ໃຈ​ແລະ​ປ່ຽນ​ແປງ​ຕົວ​ເຮົາ.

ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ກຳລັງ​ອ່ານ​ຄຳພີ​ໄບເບິນ

6 ເຮົາ​ຈະ​ຄິດ​ຕຶກຕອງ​ແນວ​ໃດ​ໃຫ້​ໄດ້​ປະໂຫຍດ​ຫຼາຍ​ທີ່​ສຸດ? ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ ເຮົາ​ຄວນ​ຢຸດ​ແລະ​ຖາມ​ຕົວ​ເອງ​ວ່າ: ‘ເລື່ອງ​ນີ້​ບອກ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ພະ​ເຢໂຫວາ? ຂ້ອຍ​ໄດ້​ເອົາ​ເລື່ອງ​ທີ່​ອ່ານ​ໄປ​ໃຊ້​ໃນ​ຊີວິດ​ແລ້ວ​ແນວ​ໃດ? ມີ​ຫຍັງ​ແດ່​ທີ່​ຂ້ອຍ​ຕ້ອງ​ປ່ຽນ​ແປງ​ອີກ?’ ຖ້າ​ເຮົາ​ຄິດ​ຕຶກຕອງ​ແລະ​ອະທິດຖານ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ອ່ານ ເຮົາ​ກໍ​ຢາກ​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ຊີວິດ. ຈາກ​ນັ້ນ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະລັງ​ຂອງ​ຄຳພີ​ໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ເຮົາ​ແທ້ໆ.—2 ໂກລິນໂທ 10:4, 5

ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ

7. ເຮົາ​ຈະ​ໃຊ້​ຄຳພີ​ໄບເບິນ​ແນວ​ໃດ​ໃຫ້​ໄດ້​ຜົນ​ດີ​ທີ່​ສຸດ​ໃນ​ວຽກ​ຮັບໃຊ້?

7 ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ໃຊ້​ຄຳພີ​ໄບເບິນ​ເລື້ອຍໆເມື່ອ​ປະກາດ​ແລະ​ສອນ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ວ່າ: “ຖ້າ​ເຈົ້າ​ໄດ້​ໄປ​ປະກາດ​ຕາມ​ບ້ານ​ກັບ​ພະ​ເຢໂຫວາ ເຈົ້າ​ຈະ​ເປັນ​ຜູ້​ເວົ້າ​ຝ່າຍ​ດຽວ​ບໍ ຫຼື​ເຈົ້າ​ຈະ​ໃຫ້​ພະອົງ​ເວົ້າ​ແດ່?” ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ໃຫ້​ເຈົ້າ​ຂອງ​ເຮືອນ​ຟັງ ເຮົາ​ກໍ​ກຳລັງ​ໃຫ້​ພະ​ເຢໂຫວາ​ເວົ້າ​ກັບ​ເຂົາ​ເຈົ້າ. ຂໍ້​ພະ​ຄຳພີ​ທີ່​ເລືອກ​ໄວ້​ຢ່າງ​ດີ​ມີ​ພະລັງ​ຫຼາຍ​ກວ່າ​ຄຳ​ເວົ້າ​ຂອງ​ເຮົາ. (1 ເທຊະໂລນີກ 2:13) ເມື່ອ​ອອກ​ຮັບໃຊ້ ເຈົ້າ​ພະຍາຍາມ​ໃຊ້​ຄຳພີ​ໄບເບິນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ບໍ?

ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ໃຫ້​ເຈົ້າ​ຂອງ​ເຮືອນ​ຟັງ ເຮົາ​ກໍ​ກຳລັງ​ໃຫ້​ພະ​ເຢໂຫວາ​ເວົ້າ​ກັບ​ເຂົາ​ເຈົ້າ

8. ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ການ​ອ່ານ​ຂໍ້​ພະ​ຄຳພີ​ໃຫ້​ເຈົ້າ​ຂອງ​ເຮືອນ​ຟັງ​ເມື່ອ​ໄປ​ປະກາດ?

8 ແນວ​ໃດ​ກໍ​ຕາມ ການ​ອ່ານ​ຂໍ້​ພະ​ຄຳພີ​ໃຫ້​ເຈົ້າ​ຂອງ​ເຮືອນ​ຟັງ​ຢ່າງ​ດຽວ​ຍັງ​ບໍ່​ພໍ ເພາະ​ຄົນ​ສ່ວນ​ຫຼາຍ​ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຂໍ້​ຄວາມ​ໃນ​ຄຳພີ​ໄບເບິນ. ເລື່ອງ​ນີ້​ກໍ​ເຄີຍ​ເກີດ​ຂຶ້ນ​ໃນ​ສະຕະວັດ​ທຳອິດ​ນຳ. (ໂລມ 10:2) ເຮົາ​ບໍ່​ຄວນ​ຄິດ​ເອົາ​ເອງ​ວ່າ​ເຈົ້າ​ຂອງ​ເຮືອນ​ຈະ​ເຂົ້າ​ໃຈ​ຂໍ້​ຄຳພີ​ທີ່​ເຮົາ​ອ່ານ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຮົາ​ຄວນ​ຊ່ວຍ​ເຂົາ​ເຈົ້າ​ໂດຍ​ອ່ານ​ຄຳ​ສຳຄັນ​ຫຼື​ເວົ້າ​ຈຸດ​ສຳຄັນ​ຂອງ​ຂໍ້​ນັ້ນ​ຊ້ຳ​ອີກ ແລ້ວ​ກໍ​ອະທິບາຍ​ຄວາມ​ໝາຍ. ໂດຍ​ວິທີ​ນີ້ ພະ​ຄຳ​ຂອງ​ພະເຈົ້າ​ຈະ​ເຂົ້າ​ເຖິງ​ຄວາມ​ຄິດ​ແລະ​ຈິດ​ໃຈ​ຂອງ​ຜູ້​ຄົນ.—ອ່ານ​ລືກາ 24:32

9. ເຮົາ​ຈະ​ເວົ້າ​ຫຍັງ​ກ່ອນ​ຈະ​ເລີ່ມ​ອ່ານ​ຂໍ້​ພະ​ຄຳພີ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ນັບຖື​ຄຳພີ​ໄບເບິນ? ຂໍ​ຍົກ​ຕົວຢ່າງ.

9 ສິ່ງ​ທີ່​ເຮົາ​ເວົ້າ​ກ່ອນ​ຈະ​ເລີ່ມ​ອ່ານ​ຂໍ້​ພະ​ຄຳພີ​ຍັງ​ຊ່ວຍ​ເຈົ້າ​ຂອງ​ເຮືອນ​ໃຫ້​ນັບຖື​ຄຳພີ​ໄບເບິນ​ໄດ້​ນຳ​ອີກ. ຕົວຢ່າງ: ເຮົາ​ອາດ​ເວົ້າ​ວ່າ: “ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຜູ້​ສ້າງ​ຕົວ​ເຮົາ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້.” ຫຼື​ຖ້າ​ເຮົາ​ພົບ​ຄົນ​ທີ່​ບໍ່​ໄດ້​ນັບຖື​ສາສະໜາ​ຄລິດ ເຮົາ​ອາດ​ເວົ້າ​ວ່າ: “ຂໍ​ໃຫ້​ເບິ່ງ​ວ່າ​ປຶ້ມ​ສັກສິດ​ຫົວ​ນີ້​ບອກ​ຫຍັງ​ເຮົາ.” ຖ້າ​ເຮົາ​ພົບ​ຄົນ​ທີ່​ບໍ່​ສົນ​ໃຈ​ສາສະໜາ ເຮົາ​ອາດ​ຖາມ​ວ່າ: “ເຈົ້າ​ເຄີຍ​ໄດ້​ຍິນ​ຂໍ້​ຄວາມ​ຈາກ​ປຶ້ມ​ເກົ່າ​ແກ່​ນີ້​ບໍ?” ຖ້າ​ເຮົາ​ຈື່​ສະເໝີ​ວ່າ​ທຸກ​ຄົນ​ມີ​ພູມ​ຫຼັງ​ແລະ​ຄວາມ​ເຊື່ອ​ບໍ່​ຄື​ກັນ ເຮົາ​ກໍ​ຈະ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ການ​ສະເໜີ​ຂອງ​ເຮົາ​ໜ້າ​ສົນ​ໃຈ.—1 ໂກລິນໂທ 9:22, 23

ພະຍານ​ພະ​ເຢໂຫວາ​ໃຊ້​ຄຳພີ​ໄບເບິນ​ໃນ​ວຽກ​ຮັບໃຊ້

10. (ກ) ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ມີ​ປະສົບການ​ຫຍັງ? (ຂ) ເຈົ້າ​ໄດ້​ເຫັນ​ພະລັງ​ຂອງ​ຄຳພີ​ໄບເບິນ​ໃນ​ວຽກ​ຮັບໃຊ້​ຂອງ​ເຈົ້າ​ແນວ​ໃດ?

10 ພີ່​ນ້ອງ​ຫຼາຍ​ຄົນ​ພົບ​ວ່າ​ການ​ໃຊ້​ຄຳພີ​ໄບເບິນ​ໃນ​ການ​ປະກາດ​ສົ່ງ​ຜົນ​ຫຼາຍ​ຕໍ່​ຄົນ​ທີ່​ເຂົາ​ເຈົ້າ​ປະກາດ. ຕົວຢ່າງ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ໄປ​ຢາມ​ພໍ່​ຕູ້​ຄົນ​ໜຶ່ງ​ທີ່​ອ່ານ​ວາລະສານ​ຂອງ​ເຮົາ​ມາ​ຫຼາຍ​ປີ. ມື້​ໜຶ່ງ ແທນ​ທີ່​ພີ່​ນ້ອງ​ຈະ​ພຽງ​ແຕ່​ໃຫ້​ວາລະສານ​ຫໍສັງເກດການ ສະບັບ​ຫຼ້າ​ສຸດ ລາວ​ໄດ້​ຕັດສິນ​ໃຈ​ອ່ານ​ຂໍ້​ພະ​ຄຳພີ​ໃນ​ວາລະສານ​ສະບັບ​ນັ້ນ. ລາວ​ອ່ານ 2 ໂກລິນໂທ 1:3, 4 ທີ່​ບອກ​ວ່າ: “ພະ​ບິດາ​ແຫ່ງ​ຄວາມ​ອີ່ດູ ແລະ​ພະເຈົ້າ​ແຫ່ງ​ຄວາມ​ເລົ້າໂລມ​ໝົດ​ສິ້ນ . . . ເລົ້າໂລມ​ພວກ​ເຮົາ​ໃນ​ການ​ທຸກ​ໂສກ​ຂອງ​ພວກ​ເຮົາ​ທຸກ​ຢ່າງ.” ສອງ​ຂໍ້​ນີ້​ຖືກ​ໃຈ​ພໍ່​ຕູ້​ຫຼາຍ ລາວ​ບອກ​ພີ່​ນ້ອງ​ໃຫ້​ອ່ານ​ອີກ​ຄັ້ງ ແລ້ວ​ລາວ​ກໍ​ບອກ​ວ່າ​ລາວ​ແລະ​ເມຍ​ຕ້ອງການ​ກຳລັງ​ໃຈ​ຫຼາຍ. ຍ້ອນ​ພະ​ຄຳພີ​ຂໍ້​ນີ້ ລາວ​ຈຶ່ງ​ຢາກ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ການ​ໃຊ້​ຄຳພີ​ໄບເບິນ​ໃນ​ວຽກ​ຮັບໃຊ້​ມີ​ພະລັງ​ຫຼາຍ​ແທ້ໆ!—ກິດຈະການ 19:20

ໃນ​ການ​ສອນ​ຢູ່​ເທິງ​ເວທີ

11. ພີ່​ນ້ອງ​ຊາຍ​ທີ່​ສອນ​ຢູ່​ເທິງ​ເວທີ​ມີ​ໜ້າ​ທີ​ຮັບ​ຜິດ​ຊອບ​ຫຍັງ?

11 ເຮົາ​ມັກ​ເຂົ້າ​ຮ່ວມ​ປະຊຸມ​ປະຈຳ​ປະຊາຄົມ ປະຊຸມ​ໝວດ ແລະ​ປະຊຸມ​ພາກ. ເຫດຜົນ​ຫຼັກ​ທີ່​ເຮົາ​ເຂົ້າ​ຮ່ວມ​ປະຊຸມ​ກໍ​ຄື​ເພື່ອ​ນະມັດສະການ​ພະ​ເຢໂຫວາ. ເຮົາ​ຍັງ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ທີ່​ຮຽນ​ໃນ​ການ​ປະຊຸມ​ນຳ​ອີກ. ພີ່​ນ້ອງ​ຊາຍ​ຖື​ວ່າ​ການ​ສອນ​ເທິງ​ເວທີ​ເປັນ​ສິດທິ​ພິເສດ​ຫຼາຍ​ແລະ​ເປັນ​ໜ້າ​ທີ​ຮັບ​ຜິດ​ຊອບ​ທີ່​ສຳຄັນ. (ຢາໂກໂບ 3:1) ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ໃຊ້​ຄຳພີ​ໄບເບິນ​ເປັນ​ຫຼັກ​ໃນ​ການ​ສອນ​ສະເໝີ. ຖ້າ​ເຈົ້າ​ໄດ້​ຮັບ​ສິດທິ​ພິເສດ​ນີ້ ເຈົ້າ​ຈະ​ໃຫ້​ພະລັງ​ຂອງ​ຄຳພີ​ໄບເບິນ​ມີ​ຜົນ​ຕໍ່​ຜູ້​ຟັງ​ແນວ​ໃດ?

ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຊ້​ຄຳພີ​ໄບເບິນ​ສອນ​ຢູ່​ເທິງ​ເວທີ

12. ຜູ້​ບັນລະຍາຍ​ຈະ​ໃຊ້​ຄຳພີ​ໄບເບິນ​ເປັນ​ຫຼັກ​ໃນ​ຄຳ​ບັນລະຍາຍ​ຂອງ​ລາວ​ແນວ​ໃດ?

12 ຂໍ້​ພະ​ຄຳພີ​ຕ້ອງ​ເປັນ​ສ່ວນ​ສຳຄັນ​ທີ່​ສຸດ​ໃນ​ຄຳ​ບັນລະຍາຍ. (ໂຢຮັນ 7:16) ດັ່ງ​ນັ້ນ ຂໍ​ໃຫ້​ລະວັງ​ເປັນ​ພິເສດ​ທີ່​ຈະ​ບໍ່​ໃຫ້​ວິທີ​ເວົ້າ​ຂອງ​ເຈົ້າ ປະສົບການ ຫຼື​ຕົວຢ່າງ​ທີ່​ເຈົ້າ​ໃຊ້​ເດັ່ນ​ກວ່າ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ເຈົ້າ​ຕ້ອງ​ຈື່​ໄວ້​ວ່າ​ການ​ອ່ານ​ຄຳພີ​ໄບເບິນ​ບໍ່​ຄື​ກັບ​ການ​ສອນ​ຄຳພີ​ໄບເບິນ ເພາະ​ຖ້າ​ເຈົ້າ​ອ່ານ​ຂໍ້​ພະ​ຄຳພີ​ຫຼາຍ​ຂໍ້​ເກີນ​ໄປ ຄົນ​ສ່ວນ​ຫຼາຍ​ຈະ​ຈື່​ບໍ່​ໄດ້. ດັ່ງ​ນັ້ນ ເຈົ້າ​ຕ້ອງ​ເລືອກ​ໃຫ້​ດີ​ວ່າ​ຈະ​ໃຊ້​ຂໍ້​ພະ​ຄຳພີ​ໃດ​ແດ່ ແລະ​ຕອນ​ທີ່​ບັນລະຍາຍ​ເຈົ້າ​ກໍ​ຕ້ອງ​ໃຫ້​ເວລາ​ກັບ​ການ​ອ່ານ​ຂໍ້​ພະ​ຄຳພີ ອະທິບາຍ ຍົກ​ຕົວຢ່າງ ແລະ​ເວົ້າ​ເຖິງ​ວິທີ​ທີ່​ຈະ​ນຳ​ໄປ​ໃຊ້. (ເນເຫມີ 8:8) ເມື່ອ​ບັນລະຍາຍ​ຕາມ​ໂຄງ​ເລື່ອງ ຜູ້​ບັນລະຍາຍ​ຕ້ອງ​ສຶກສາ​ໂຄງ​ເລື່ອງ​ແລະ​ຂໍ້​ພະ​ຄຳພີ​ທີ່​ຈະ​ໃຊ້. ພະຍາຍາມ​ເຂົ້າ​ໃຈ​ວ່າ​ໂຄງ​ເລື່ອງ​ແລະ​ຂໍ້​ພະ​ຄຳພີ​ເຊື່ອມ​ໂຍງ​ກັນ​ແນວ​ໃດ. ຈາກ​ນັ້ນ ໃຊ້​ບາງ​ຂໍ້​ອະທິບາຍ​ຈຸດ​ສຳຄັນ​ທີ່​ຢູ່​ໃນ​ໂຄງ​ເລື່ອງ. (ເຈົ້າ​ສາມາດ​ເບິ່ງ​ຄຳ​ແນະນຳ​ທີ່​ດີ​ໄດ້​ຈາກ​ປຶ້ມ​ການ​ຮັບ​ປະໂຫຍດ​ຈາກ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ ບົດຮຽນ 21-23.) ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຄື​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຖ່າຍ​ທອດ​ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ຄຳພີ​ໄບເບິນ.—ອ່ານ​ເອເຊດຣາເຊ 7:10; ສຸພາສິດ 3:13, 14

13. (ກ) ຂໍ້​ພະ​ຄຳພີ​ທີ່​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ຍິນ​ຢູ່​ການ​ປະຊຸມ​ສົ່ງ​ຜົນ​ຕໍ່​ລາວ​ແນວ​ໃດ? (ຂ) ເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ສອນ​ໂດຍ​ໃຊ້​ຂໍ້​ພະ​ຄຳພີ​ຢູ່​ການ​ປະຊຸມ?

13 ຕອນ​ທີ່​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະເທດ​ອົດສະຕຣາລີ​ຍັງ​ນ້ອຍ ມີ​ຫຼາຍ​ເລື່ອງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ກັບ​ລາວ ແລະ​ເຖິງ​ວ່າ​ລາວ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ໄດ້​ອຸທິດ​ຕົວ​ແລ້ວ ແຕ່​ລາວ​ກໍ​ບໍ່​ເຊື່ອ​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ຮັກ​ລາວ. ໃນ​ການ​ປະຊຸມ ພີ່​ນ້ອງ​ຍິງ​ຄົນ​ນີ້​ໄດ້​ຍິນ​ຂໍ້​ພະ​ຄຳພີ​ໜຶ່ງ​ທີ່​ສົ່ງ​ຜົນ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ລາວ​ຫຼາຍ. ລາວ​ຈຶ່ງ​ຄິດ​ຕຶກຕອງ​ແລະ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຂໍ້​ນັ້ນ​ເຊິ່ງ​ເຮັດ​ໃຫ້​ລາວ​ໄດ້​ອ່ານ​ຂໍ້​ພະ​ຄຳພີ​ອື່ນໆນຳ​ອີກ. ໃນ​ທີ່​ສຸດ ລາວ​ກໍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ລາວ.a (ເບິ່ງ​ໄຂ​ເງື່ອນ) ເມື່ອ​ເຈົ້າ​ໄປ​ປະຊຸມ​ປະຈຳ​ປະຊາຄົມ ປະຊຸມ​ໝວດ ແລະ​ປະຊຸມ​ພາກ ເຈົ້າ​ເຄີຍ​ມີ​ປະສົບການ​ແບບ​ນີ້​ບໍ​ທີ່​ໄດ້​ຍິນ​ຂໍ້​ພະ​ຄຳພີ​ໜຶ່ງ​ທີ່​ຖືກ​ໃຈ​ແລ້ວ​ສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ເຈົ້າ?—ເນເຫມີ 8:12

14. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ແລະ​ເຫັນ​ຄຸນຄ່າ​ພະ​ຄຳ​ຂອງ​ພະເຈົ້າ?

14 ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ມີ​ຄຳພີ​ໄບເບິນ. ພະອົງ​ສັນຍາ​ວ່າ​ພະ​ຄຳ​ຂອງ​ພະອົງ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ແລະ​ພະອົງ​ກໍ​ຮັກສາ​ສັນຍາ. (1 ເປໂຕ 1:24, 25) ດັ່ງ​ນັ້ນ ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ໃຫ້​ໄດ້ ແລະ​ນຳ​ມາ​ໃຊ້​ໃນ​ຊີວິດ​ຂອງ​ເຮົາ​ລວມ​ທັງ​ໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ກໍ​ສະແດງ​ວ່າ​ເຮົາ​ຮັກ​ແລະ​ເຫັນ​ຄຸນຄ່າ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ສົມບັດ​ຈາກ​ພະເຈົ້າ ແລະ​ສຳຄັນ​ທີ່​ສຸດ​ແມ່ນ​ເຮົາ​ຮັກ​ແລະ​ຂອບໃຈ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ແຕ່ງ​ຄຳພີ​ໄບເບິນ.

a ເບິ່ງ​ຂອບ “ຈຸດ​ປ່ຽນ.”

ໃຫ້​ພະລັງ​ຂອງ​ຄຳພີ​ໄບເບິນ​ມີ​ຜົນ​ຕໍ່

ຊີວິດ​ຂອງ​ເຈົ້າ:

  • ອ່ານ​ທຸກ​ມື້

  • ຄິດ​ຕຶກຕອງ

  • ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຮູ້

ວຽກ​ຮັບໃຊ້​ຂອງ​ເຈົ້າ:

  • ໃຊ້​ຄຳພີ​ໄບເບິນ​ເປັນ​ປະຈຳ

  • ເວົ້າ​ເຖິງ​ຈຸດ​ສຳຄັນ​ຂອງ​ຂໍ້​ພະ​ຄຳພີ​ແລະ​ອະທິບາຍ​ຄວາມ​ໝາຍ

  • ເວົ້າ​ບາງ​ຢ່າງ​ກ່ອນ​ອ່ານ​ຂໍ້​ພະ​ຄຳພີ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ນັບຖື​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ

ການ​ສອນ​ຂອງ​ເຈົ້າ​ຢູ່​ເທິງ​ເວທີ

  • ໃຫ້​ຂໍ້​ພະ​ຄຳພີ​ເປັນ​ສ່ວນ​ສຳຄັນ​ທີ່​ສຸດ​ໃນ​ຄຳ​ບັນລະຍາຍ​ຂອງ​ເຈົ້າ

  • ຢ່າ​ໃຫ້​ປະສົບການ ຕົວຢ່າງ ຫຼື​ວິທີ​ທີ່​ເຈົ້າ​ເວົ້າ​ເດັ່ນ​ກວ່າ​ຄຳພີ​ໄບເບິນ

  • ໃຫ້​ເວລາ​ກັບ​ການ​ອ່ານ​ຂໍ້​ພະ​ຄຳພີ ອະທິບາຍ ຍົກ​ຕົວຢ່າງ ແລະ​ເວົ້າ​ເຖິງ​ວິທີ​ທີ່​ຈະ​ນຳ​ໄປ​ໃຊ້

“ຈຸດ​ປ່ຽນ”

ຫຼາຍ​ປີ​ຫຼັງ​ຈາກ​ທີ່​ວິກ​ຕໍ​ເລຍ​ຮຽນ​ຄວາມ​ຈິງ ລາວ​ຮູ້ສຶກ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ພະ​ເຢໂຫວາ​ຈະ​ຮັກ​ລາວ. ອັນ​ໃດ​ຊ່ວຍ​ລາວ​ໃຫ້​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຮັກ​ລາວ​ແທ້ໆ? ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ລາວ​ນຳ​ກັນ.

“ຈຸດ​ປ່ຽນ​ຂອງ​ຂ້ອຍ​ເກີດ​ຂຶ້ນ​ປະມານ 15 ປີ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ. ມື້​ນັ້ນ​ມີ​ຄຳ​ບັນລະຍາຍ​ທີ່​ຫໍ​ປະຊຸມ . . . ຜູ້​ບັນລະຍາຍ​ເວົ້າ​ເຖິງ ຢາໂກໂບ 1:23, 24 ເຊິ່ງ​ປຽບ​​ຄຳພີ​ໄບເບິນ​ຄື​ກັບ​ແວ່ນ​ທີ່​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຕົວ​ເອງ​ໃນ​ແບບ​ທີ່​ພະ​ເຢໂຫວາ​ເບິ່ງ. ຂ້ອຍ​ເລີ່ມ​ຄິດ​ວ່າ​ວິທີ​ທີ່​ຂ້ອຍ​ເບິ່ງ​ຕົວ​ເອງ​ນັ້ນ​ຕ່າງ​ຈາກ​ທີ່​ພະ​ເຢໂຫວາ​ເບິ່ງ. ແຕ່​ຕອນ​ນັ້ນ​ຂ້ອຍ​ກໍ​ຍັງ​ບໍ່​ຍອມ​ຮັບ​ວ່າ​ເປັນ​ແບບ​ນັ້ນ. ຂ້ອຍ​ຄິດ​ວ່າ​ຂ້ອຍ​ຄາດ​ໝາຍ​ຫຼາຍ​ເກີນ​ໄປ​ທີ່​ຈະ​ໃຫ້​ພະອົງ​ມາ​ຮັກ​ຂ້ອຍ.

“ບໍ່​ເທົ່າ​ໃດ​ມື້​ຕໍ່​ມາ ຂ້ອຍ​ໄດ້​ອ່ານ​ຂໍ້​ພະ​ຄຳພີ​ທີ່​ເຮັດ​ໃຫ້​ຊີວິດ​ຂ້ອຍ​ປ່ຽນ​ໄປ. ໃນ​ເອຊາອີ 1:18 (ລ.ມ.) ພະ​ເຢໂຫວາ​ບອກ​ວ່າ: ‘ໃຫ້​ເຮົາ​ມາ​ລົມ​ກັນ ເຮົາ​ຈະ​ໄດ້​ຊ່ວຍ​ພວກ​ເຈົ້າ​ໃຫ້​ກັບ​ມາ​ຄືນ​ດີ​ກັບ​ເຮົາ ເຖິງ​ບາບ​ຂອງ​ພວກ​ເຈົ້າ​ຈະ​ແດງ​ກ່ຳ ເຮົາ​ຈະ​ເຮັດ​ໃຫ້​ຂາວ​ເໝືອນ​ຫິມະ.’ ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ພະ​ເຢໂຫວາ​ກຳລັງ​ເວົ້າ​ກັບ​ຂ້ອຍ​ວ່າ: ‘ມາ ວິກ​ຕໍ​ເລຍ ມາ​ລົມ​ກັນ ເຮົາ​ຮູ້ຈັກ​ເຈົ້າ ເຮົາ​ຮູ້​ບາບ​ທີ່​ເຈົ້າ​ໄດ້​ເຮັດ ເຮົາ​ຮູ້ຈັກ​ຫົວໃຈ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຮັກ​ເຈົ້າ.’

“ຄືນ​ນັ້ນ​ຂ້ອຍ​ນອນ​ບໍ່​ຫຼັບ. ຂ້ອຍ​ຍັງ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ແທ້ໆບໍ ແຕ່​ຂ້ອຍ​ກໍ​ເລີ່ມ​ຄິດ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຍຊູ. ທັນໃດ​ນັ້ນ ຂ້ອຍ​ກໍ​ຄິດ​ໄດ້​ວ່າ​ພະ​ເຢໂຫວາ​ອົດ​ທົນ​ກັບ​ຂ້ອຍ​ມາ​ຕະຫຼອດ ພະອົງ​ໄດ້​ສະແດງ​ຄວາມ​ຮັກ​ກັບ​ຂ້ອຍ​ໃນ​ຫຼາຍໆທາງ. ແຕ່​ຂ້ອຍ​ພັດ​ບອກ​ພະອົງ​ວ່າ: ‘ຄວາມ​ຮັກ​ທີ່​ພະອົງ​ໃຫ້​ຂ້ອຍ​ຍັງ​ບໍ່​ຫຼາຍ​ພໍ. ຄ່າໄຖ່​ຂອງ​ລູກ​ຊາຍ​ພະອົງ​ທີ່​ໃຫ້​ຂ້ອຍ​ກໍ​ຍັງ​ບໍ່​ພໍ​ຈະ​ລົບ​ລ້າງ​ບາບ​ທີ່​ຂ້ອຍ​ເຮັດ.’ ນັ້ນ​ຄື​ກັບ​ວ່າ​ຂ້ອຍ​ໄດ້​ໂຍນ​ຄ່າໄຖ່​ຄືນ​ໃຫ້​ພະ​ເຢໂຫວາ. ແຕ່​ຕອນ​ນີ້ ຫຼັງ​ຈາກ​ທີ່​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄ່າໄຖ່​ທີ່​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ​ກໍ​ເຮັດ​ໃຫ້​ຂ້ອຍ​ເລີ່ມ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ແທ້ໆ.”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌