ພະຄຳຂອງພະເຈົ້າມີພະລັງ
“ພະຄຳຂອງພະເຈົ້າປະກອບດ້ວຍຊີວິດແລະດ້ວຍລິດເດດ [“ພະລັງ,” ລ.ມ.].”—ເຫບເລີ 4:12
ເພງ: 96, 94
1. ອັນໃດເຮັດໃຫ້ເຈົ້າໝັ້ນໃຈວ່າພະຄຳຂອງພະເຈົ້າມີພະລັງ? (ເບິ່ງຮູບທຳອິດ)
ຜູ້ຮັບໃຊ້ຂອງພະເຢໂຫວາໝັ້ນໃຈວ່າພະຄຳຂອງພະເຈົ້າເຊິ່ງເປັນຂ່າວສານທີ່ໃຫ້ກັບມະນຸດນັ້ນ “ປະກອບດ້ວຍຊີວິດແລະດ້ວຍລິດເດດ [“ພະລັງ,” ລ.ມ.]” (ເຫບເລີ 4:12) ເພາະເຮົາໄດ້ເຫັນວິທີທີ່ພະລັງຂອງຄຳພີໄບເບິນມີຜົນຕໍ່ຊີວິດຂອງເຮົາແລະຂອງຄົນອື່ນໆ. ກ່ອນທີ່ຈະມາເປັນພະຍານພະເຢໂຫວາບາງຄົນເຄີຍເປັນຄົນຂີ້ລັກ ຕິດຢາ ຫຼືເຮັດຜິດສິນລະທຳ. ສ່ວນບາງຄົນທີ່ມີຊື່ສຽງ ຫຼືຮັ່ງມີກໍຍັງຮູ້ສຶກວ່າຊີວິດຂອງເຂົາເຈົ້າມີບາງສິ່ງຂາດໄປ. (ຜູ້ເທສະໜາປ່າວປະກາດ 2:3-11) ໜ້າດີໃຈ ຫຼາຍຄົນທີ່ເຄີຍສິ້ນຫວັງແລະສູນເສຍ ຕອນນີ້ເຂົ້າເຈົ້າໄດ້ມີຄວາມຫວັງແລະຮູ້ວິທີໃຊ້ຊີວິດ. ໃນຫໍສັງເກດການ ເຮົາມັກອ່ານປະສົບການຂອງຫຼາຍຄົນທີ່ຢູ່ໃນບົດຄວາມຊຸດ “ຄຳພີໄບເບິນປ່ຽນຊີວິດຄົນ.” ນອກຈາກນັ້ນ ເຖິງວ່າຈະເປັນພະຍານພະເຢໂຫວາແລ້ວ ພວກເຮົາກໍຍັງໃຫ້ຄຳພີໄບເບິນຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ.
2. ຄຳພີໄບເບິນສົ່ງຜົນຕໍ່ຜູ້ຄົນໃນສະຕະວັດທຳອິດແນວໃດ?
2 ບໍ່ແປກໃຈເລີຍທີ່ຫຼາຍຄົນໄດ້ປ່ຽນແປງຊີວິດຄັ້ງໃຫຍ່ເມື່ອຮຽນຄວາມຈິງໃນຄຳພີໄບເບິນ. ພີ່ນ້ອງຊາຍຍິງຂອງເຮົາໃນສະຕະວັດທຳອິດທີ່ມີຄວາມຫວັງຈະໄປສະຫວັນກໍໄດ້ເຮັດການປ່ຽນແປງຄ້າຍໆກັນ. (ອ່ານ 1 ໂກລິນໂທ 6:9-11) ຫຼັງຈາກໂປໂລເວົ້າເຖິງຄົນທີ່ຈະບໍ່ໄດ້ຮັບລາຊະອານາຈັກຂອງພະເຈົ້າ ລາວບອກວ່າ: “ແຕ່ກ່ອນມີຜູ້ລາງຄົນໃນພວກທ່ານເປັນຢ່າງນັ້ນ.” ຄຳພີໄບເບິນແລະພະລັງບໍລິສຸດໄດ້ຊ່ວຍຄົນເຫຼົ່ານີ້ໃຫ້ເຮັດການປ່ຽນແປງ. ນອກຈາກນັ້ນ ກໍມີບາງຄົນທີ່ເປັນຄລິດສະຕຽນແລ້ວແຕ່ພັດໄດ້ເຮັດຜິດຮ້າຍແຮງເຊິ່ງສົ່ງຜົນກະທົບຕໍ່ສາຍສຳພັນທີ່ມີກັບພະເຢໂຫວາ. ຕົວຢ່າງ: ຄຳພີໄບເບິນເວົ້າເຖິງພີ່ນ້ອງຊາຍຜູ້ຖືກເຈີມຄົນໜຶ່ງທີ່ຕ້ອງຖືກຕັດສຳພັນ. ຈາກນັ້ນ ລາວໄດ້ເຮັດການປ່ຽນແປງແລະຖືກຮັບກັບມາໃນປະຊາຄົມຄລິດສະຕຽນອີກຄັ້ງ. (1 ໂກລິນໂທ 5:1-5; 2 ໂກລິນໂທ 2:5-8) ເລື່ອງນີ້ໃຫ້ກຳລັງໃຈແທ້ໆທີ່ເຫັນວ່າພະລັງຈາກຄຳພີໄບເບິນຊ່ວຍໃຫ້ພີ່ນ້ອງຂອງເຮົາເຮັດການປ່ຽນແປງຫຼາຍຢ່າງໄດ້.
3. ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
3 ຄຳພີໄບເບິນມີພະລັງຫຼາຍ ເນື່ອງຈາກພະເຢໂຫວາໃຫ້ຄຳພີໄບເບິນກັບເຮົາ ເຮົາຈຶ່ງຢາກໃຊ້ປະໂຫຍດຈາກປຶ້ມນີ້ຢ່າງດີທີ່ສຸດ. (2 ຕີໂມເຕ 2:15) ບົດຄວາມນີ້ຈະພິຈາລະນາວ່າເຮົາຕ້ອງເຮັດຫຍັງເພື່ອຈະໃຫ້ພະລັງຂອງຄຳພີໄບເບິນມີຜົນຕໍ່ກັບ (1) ຊີວິດຂອງເຮົາ (2) ວຽກຮັບໃຊ້ຂອງເຮົາ ແລະ (3) ການສອນຂອງເຮົາຢູ່ເທິງເວທີ. ສິ່ງທີ່ເຮົາຈະໄດ້ຮຽນນີ້ຈະຊ່ວຍເຮົາໃຫ້ສະແດງຄວາມຮັກແລະຮູ້ສຶກຂອບໃຈພໍ່ທີ່ຢູ່ໃນສະຫວັນຂອງເຮົາຫຼາຍຂຶ້ນ ພະອົງສອນເຮົາເພື່ອປະໂຫຍດຂອງເຮົາເອງ.—ເອຊາອີ 48:17
ໃນຊີວິດຂອງເຮົາ
4. (ກ) ເຮົາຕ້ອງເຮັດຫຍັງເພື່ອໃຫ້ຄຳພີໄບເບິນມີຜົນຕໍ່ເຮົາ? (ຂ) ເຈົ້າຈັດເວລາອ່ານຄຳພີໄບເບິນແນວໃດ?
4 ເພື່ອຈະໃຫ້ພະຄຳຂອງພະເຈົ້າມີຜົນຕໍ່ຊີວິດເຮົາ ເຮົາຕ້ອງອ່ານຄຳພີໄບເບິນເປັນປະຈຳແລະຄວນພະຍາຍາມອ່ານທຸກມື້. (ໂຢຊວຍ 1:8) ຊີວິດພວກເຮົາສ່ວນໃຫຍ່ຫຍຸ້ງຫຼາຍແລະບໍ່ຄ່ອຍມີເວລາ ແຕ່ເຮົາບໍ່ຄວນໃຫ້ອັນໃດກໍຕາມລວມເຖິງໜ້າທີ່ຮັບຜິດຊອບຕ່າງໆມາຍາດເວລາເຮົາທີ່ຈະອ່ານຄຳພີໄບເບິນ. (ອ່ານເອເຟດ 5:15, 16) ເຮົາຄວນຈັດເວລາເພື່ອອ່ານຄຳພີໄບເບິນ ອາດຈະເປັນຕອນເຊົ້າຫຼັງຕື່ນນອນ ຕອນໃດກໍໄດ້ໃນລະຫວ່າງມື້ ຫຼືຕອນກາງຄືນກ່ອນນອນ. ເຮົາຈະຮູ້ສຶກຄືກັບຜູ້ຂຽນຄຳເພງທີ່ບອກວ່າ: “ຂ້ານ້ອຍຮັກແພງພະບັນຍັດແຫ່ງພະອົງຫຼາຍແທ້. ຂ້ານ້ອຍຄຶດຕຶກຕອງພະບັນຍັດນັ້ນໝົດວັນ.”—ຄຳເພງ 119:97
ເຮົາບໍ່ຄວນໃຫ້ອັນໃດກໍຕາມລວມເຖິງໜ້າທີ່ຮັບຜິດຊອບຕ່າງໆ ມາຍາດເວລາເຮົາທີ່ຈະອ່ານຄຳພີໄບເບິນ
5, 6. (ກ) ເປັນຫຍັງເຮົາຕ້ອງຄິດຕຶກຕອງ? (ຂ) ເຮົາຈະຄິດຕຶກຕອງແນວໃດໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ? (ຄ) ເຈົ້າໄດ້ຮັບປະໂຫຍດແນວໃດຈາກການອ່ານຄຳພີໄບເບິນແລະຄິດຕຶກຕອງ?
5 ແຕ່ການອ່ານຄຳພີໄບເບິນຢ່າງດຽວຍັງບໍ່ພໍ ເຮົາຕ້ອງຄິດຕຶກຕອງແລະຄິດຢ່າງຖີ່ຖ້ວນເລິກເຊິ່ງກ່ຽວກັບສິ່ງທີ່ເຮົາອ່ານ. (ຄຳເພງ 1:1-3) ໂດຍວິທີນີ້ເທົ່ານັ້ນທີ່ເຮົາຈະນຳຄຳແນະນຳທີ່ສະຫຼາດສຸຂຸມຈາກຄຳພີໄບເບິນມາໃຊ້ໃນຊີວິດຂອງເຮົາໄດ້. ດັ່ງນັ້ນ ບໍ່ວ່າເຮົາຈະອ່ານຄຳພີໄບເບິນເປັນເຫຼັ້ມ ອ່ານຈາກມືຖືຫຼືແທັບເລັດ ເປົ້າໝາຍເຮົາແມ່ນຢາກໃຫ້ຄຳພີໄບເບິນກະຕຸ້ນໃຈແລະປ່ຽນແປງຕົວເຮົາ.
6 ເຮົາຈະຄິດຕຶກຕອງແນວໃດໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ? ເມື່ອເຮົາອ່ານຄຳພີໄບເບິນ ເຮົາຄວນຢຸດແລະຖາມຕົວເອງວ່າ: ‘ເລື່ອງນີ້ບອກຫຍັງຂ້ອຍກ່ຽວກັບພະເຢໂຫວາ? ຂ້ອຍໄດ້ເອົາເລື່ອງທີ່ອ່ານໄປໃຊ້ໃນຊີວິດແລ້ວແນວໃດ? ມີຫຍັງແດ່ທີ່ຂ້ອຍຕ້ອງປ່ຽນແປງອີກ?’ ຖ້າເຮົາຄິດຕຶກຕອງແລະອະທິດຖານກ່ຽວກັບສິ່ງທີ່ເຮົາອ່ານ ເຮົາກໍຢາກຈະນຳເອົາໄປໃຊ້ໃນຊີວິດ. ຈາກນັ້ນ ເຮົາກໍຈະເຫັນວ່າພະລັງຂອງຄຳພີໄບເບິນມີຜົນຕໍ່ຊີວິດເຮົາແທ້ໆ.—2 ໂກລິນໂທ 10:4, 5
ໃນວຽກຮັບໃຊ້ຂອງເຮົາ
7. ເຮົາຈະໃຊ້ຄຳພີໄບເບິນແນວໃດໃຫ້ໄດ້ຜົນດີທີ່ສຸດໃນວຽກຮັບໃຊ້?
7 ສຳຄັນຫຼາຍທີ່ເຮົາຈະໃຊ້ຄຳພີໄບເບິນເລື້ອຍໆເມື່ອປະກາດແລະສອນ. ພີ່ນ້ອງຊາຍຄົນໜຶ່ງບອກວ່າ: “ຖ້າເຈົ້າໄດ້ໄປປະກາດຕາມບ້ານກັບພະເຢໂຫວາ ເຈົ້າຈະເປັນຜູ້ເວົ້າຝ່າຍດຽວບໍ ຫຼືເຈົ້າຈະໃຫ້ພະອົງເວົ້າແດ່?” ເມື່ອເຮົາອ່ານຄຳພີໄບເບິນໃຫ້ເຈົ້າຂອງເຮືອນຟັງ ເຮົາກໍກຳລັງໃຫ້ພະເຢໂຫວາເວົ້າກັບເຂົາເຈົ້າ. ຂໍ້ພະຄຳພີທີ່ເລືອກໄວ້ຢ່າງດີມີພະລັງຫຼາຍກວ່າຄຳເວົ້າຂອງເຮົາ. (1 ເທຊະໂລນີກ 2:13) ເມື່ອອອກຮັບໃຊ້ ເຈົ້າພະຍາຍາມໃຊ້ຄຳພີໄບເບິນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ບໍ?
ເມື່ອເຮົາອ່ານຄຳພີໄບເບິນໃຫ້ເຈົ້າຂອງເຮືອນຟັງ ເຮົາກໍກຳລັງໃຫ້ພະເຢໂຫວາເວົ້າກັບເຂົາເຈົ້າ
8. ເປັນຫຍັງເຮົາຕ້ອງເຮັດຫຼາຍກວ່າການອ່ານຂໍ້ພະຄຳພີໃຫ້ເຈົ້າຂອງເຮືອນຟັງເມື່ອໄປປະກາດ?
8 ແນວໃດກໍຕາມ ການອ່ານຂໍ້ພະຄຳພີໃຫ້ເຈົ້າຂອງເຮືອນຟັງຢ່າງດຽວຍັງບໍ່ພໍ ເພາະຄົນສ່ວນຫຼາຍບໍ່ເຂົ້າໃຈຄວາມໝາຍຂອງຂໍ້ຄວາມໃນຄຳພີໄບເບິນ. ເລື່ອງນີ້ກໍເຄີຍເກີດຂຶ້ນໃນສະຕະວັດທຳອິດນຳ. (ໂລມ 10:2) ເຮົາບໍ່ຄວນຄິດເອົາເອງວ່າເຈົ້າຂອງເຮືອນຈະເຂົ້າໃຈຂໍ້ຄຳພີທີ່ເຮົາອ່ານ. ແທນທີ່ຈະເປັນແບບນັ້ນ ເຮົາຄວນຊ່ວຍເຂົາເຈົ້າໂດຍອ່ານຄຳສຳຄັນຫຼືເວົ້າຈຸດສຳຄັນຂອງຂໍ້ນັ້ນຊ້ຳອີກ ແລ້ວກໍອະທິບາຍຄວາມໝາຍ. ໂດຍວິທີນີ້ ພະຄຳຂອງພະເຈົ້າຈະເຂົ້າເຖິງຄວາມຄິດແລະຈິດໃຈຂອງຜູ້ຄົນ.—ອ່ານລືກາ 24:32
9. ເຮົາຈະເວົ້າຫຍັງກ່ອນຈະເລີ່ມອ່ານຂໍ້ພະຄຳພີເພື່ອຊ່ວຍໃຫ້ຜູ້ຄົນນັບຖືຄຳພີໄບເບິນ? ຂໍຍົກຕົວຢ່າງ.
9 ສິ່ງທີ່ເຮົາເວົ້າກ່ອນຈະເລີ່ມອ່ານຂໍ້ພະຄຳພີຍັງຊ່ວຍເຈົ້າຂອງເຮືອນໃຫ້ນັບຖືຄຳພີໄບເບິນໄດ້ນຳອີກ. ຕົວຢ່າງ: ເຮົາອາດເວົ້າວ່າ: “ໃຫ້ເຮົາມາເບິ່ງວ່າຜູ້ສ້າງຕົວເຮົາເວົ້າແນວໃດກ່ຽວກັບເລື່ອງນີ້.” ຫຼືຖ້າເຮົາພົບຄົນທີ່ບໍ່ໄດ້ນັບຖືສາສະໜາຄລິດ ເຮົາອາດເວົ້າວ່າ: “ຂໍໃຫ້ເບິ່ງວ່າປຶ້ມສັກສິດຫົວນີ້ບອກຫຍັງເຮົາ.” ຖ້າເຮົາພົບຄົນທີ່ບໍ່ສົນໃຈສາສະໜາ ເຮົາອາດຖາມວ່າ: “ເຈົ້າເຄີຍໄດ້ຍິນຂໍ້ຄວາມຈາກປຶ້ມເກົ່າແກ່ນີ້ບໍ?” ຖ້າເຮົາຈື່ສະເໝີວ່າທຸກຄົນມີພູມຫຼັງແລະຄວາມເຊື່ອບໍ່ຄືກັນ ເຮົາກໍຈະພະຍາຍາມເຮັດທຸກຢ່າງເພື່ອໃຫ້ການສະເໜີຂອງເຮົາໜ້າສົນໃຈ.—1 ໂກລິນໂທ 9:22, 23
10. (ກ) ພີ່ນ້ອງຊາຍຄົນໜຶ່ງມີປະສົບການຫຍັງ? (ຂ) ເຈົ້າໄດ້ເຫັນພະລັງຂອງຄຳພີໄບເບິນໃນວຽກຮັບໃຊ້ຂອງເຈົ້າແນວໃດ?
10 ພີ່ນ້ອງຫຼາຍຄົນພົບວ່າການໃຊ້ຄຳພີໄບເບິນໃນການປະກາດສົ່ງຜົນຫຼາຍຕໍ່ຄົນທີ່ເຂົາເຈົ້າປະກາດ. ຕົວຢ່າງ: ພີ່ນ້ອງຊາຍຄົນໜຶ່ງໄດ້ໄປຢາມພໍ່ຕູ້ຄົນໜຶ່ງທີ່ອ່ານວາລະສານຂອງເຮົາມາຫຼາຍປີ. ມື້ໜຶ່ງ ແທນທີ່ພີ່ນ້ອງຈະພຽງແຕ່ໃຫ້ວາລະສານຫໍສັງເກດການ ສະບັບຫຼ້າສຸດ ລາວໄດ້ຕັດສິນໃຈອ່ານຂໍ້ພະຄຳພີໃນວາລະສານສະບັບນັ້ນ. ລາວອ່ານ 2 ໂກລິນໂທ 1:3, 4 ທີ່ບອກວ່າ: “ພະບິດາແຫ່ງຄວາມອີ່ດູ ແລະພະເຈົ້າແຫ່ງຄວາມເລົ້າໂລມໝົດສິ້ນ . . . ເລົ້າໂລມພວກເຮົາໃນການທຸກໂສກຂອງພວກເຮົາທຸກຢ່າງ.” ສອງຂໍ້ນີ້ຖືກໃຈພໍ່ຕູ້ຫຼາຍ ລາວບອກພີ່ນ້ອງໃຫ້ອ່ານອີກຄັ້ງ ແລ້ວລາວກໍບອກວ່າລາວແລະເມຍຕ້ອງການກຳລັງໃຈຫຼາຍ. ຍ້ອນພະຄຳພີຂໍ້ນີ້ ລາວຈຶ່ງຢາກຮູ້ກ່ຽວກັບຄຳພີໄບເບິນຫຼາຍຂຶ້ນ. ການໃຊ້ຄຳພີໄບເບິນໃນວຽກຮັບໃຊ້ມີພະລັງຫຼາຍແທ້ໆ!—ກິດຈະການ 19:20
ໃນການສອນຢູ່ເທິງເວທີ
11. ພີ່ນ້ອງຊາຍທີ່ສອນຢູ່ເທິງເວທີມີໜ້າທີຮັບຜິດຊອບຫຍັງ?
11 ເຮົາມັກເຂົ້າຮ່ວມປະຊຸມປະຈຳປະຊາຄົມ ປະຊຸມໝວດ ແລະປະຊຸມພາກ. ເຫດຜົນຫຼັກທີ່ເຮົາເຂົ້າຮ່ວມປະຊຸມກໍຄືເພື່ອນະມັດສະການພະເຢໂຫວາ. ເຮົາຍັງໄດ້ຮັບປະໂຫຍດຈາກສິ່ງທີ່ຮຽນໃນການປະຊຸມນຳອີກ. ພີ່ນ້ອງຊາຍຖືວ່າການສອນເທິງເວທີເປັນສິດທິພິເສດຫຼາຍແລະເປັນໜ້າທີຮັບຜິດຊອບທີ່ສຳຄັນ. (ຢາໂກໂບ 3:1) ດັ່ງນັ້ນ ເຂົາເຈົ້າຕ້ອງໃຊ້ຄຳພີໄບເບິນເປັນຫຼັກໃນການສອນສະເໝີ. ຖ້າເຈົ້າໄດ້ຮັບສິດທິພິເສດນີ້ ເຈົ້າຈະໃຫ້ພະລັງຂອງຄຳພີໄບເບິນມີຜົນຕໍ່ຜູ້ຟັງແນວໃດ?
12. ຜູ້ບັນລະຍາຍຈະໃຊ້ຄຳພີໄບເບິນເປັນຫຼັກໃນຄຳບັນລະຍາຍຂອງລາວແນວໃດ?
12 ຂໍ້ພະຄຳພີຕ້ອງເປັນສ່ວນສຳຄັນທີ່ສຸດໃນຄຳບັນລະຍາຍ. (ໂຢຮັນ 7:16) ດັ່ງນັ້ນ ຂໍໃຫ້ລະວັງເປັນພິເສດທີ່ຈະບໍ່ໃຫ້ວິທີເວົ້າຂອງເຈົ້າ ປະສົບການ ຫຼືຕົວຢ່າງທີ່ເຈົ້າໃຊ້ເດັ່ນກວ່າຄຳພີໄບເບິນ. ນອກຈາກນັ້ນ ເຈົ້າຕ້ອງຈື່ໄວ້ວ່າການອ່ານຄຳພີໄບເບິນບໍ່ຄືກັບການສອນຄຳພີໄບເບິນ ເພາະຖ້າເຈົ້າອ່ານຂໍ້ພະຄຳພີຫຼາຍຂໍ້ເກີນໄປ ຄົນສ່ວນຫຼາຍຈະຈື່ບໍ່ໄດ້. ດັ່ງນັ້ນ ເຈົ້າຕ້ອງເລືອກໃຫ້ດີວ່າຈະໃຊ້ຂໍ້ພະຄຳພີໃດແດ່ ແລະຕອນທີ່ບັນລະຍາຍເຈົ້າກໍຕ້ອງໃຫ້ເວລາກັບການອ່ານຂໍ້ພະຄຳພີ ອະທິບາຍ ຍົກຕົວຢ່າງ ແລະເວົ້າເຖິງວິທີທີ່ຈະນຳໄປໃຊ້. (ເນເຫມີ 8:8) ເມື່ອບັນລະຍາຍຕາມໂຄງເລື່ອງ ຜູ້ບັນລະຍາຍຕ້ອງສຶກສາໂຄງເລື່ອງແລະຂໍ້ພະຄຳພີທີ່ຈະໃຊ້. ພະຍາຍາມເຂົ້າໃຈວ່າໂຄງເລື່ອງແລະຂໍ້ພະຄຳພີເຊື່ອມໂຍງກັນແນວໃດ. ຈາກນັ້ນ ໃຊ້ບາງຂໍ້ອະທິບາຍຈຸດສຳຄັນທີ່ຢູ່ໃນໂຄງເລື່ອງ. (ເຈົ້າສາມາດເບິ່ງຄຳແນະນຳທີ່ດີໄດ້ຈາກປຶ້ມການຮັບປະໂຫຍດຈາກໂຮງຮຽນການຮັບໃຊ້ຕາມລະບອບຂອງພະເຈົ້າ ບົດຮຽນ 21-23.) ສິ່ງທີ່ສຳຄັນທີ່ສຸດຄືຂໍພະເຢໂຫວາຊ່ວຍເຈົ້າໃຫ້ຖ່າຍທອດຄວາມຮູ້ທີ່ມີຄ່າຈາກຄຳພີໄບເບິນ.—ອ່ານເອເຊດຣາເຊ 7:10; ສຸພາສິດ 3:13, 14
13. (ກ) ຂໍ້ພະຄຳພີທີ່ພີ່ນ້ອງຍິງຄົນໜຶ່ງໄດ້ຍິນຢູ່ການປະຊຸມສົ່ງຜົນຕໍ່ລາວແນວໃດ? (ຂ) ເຈົ້າໄດ້ຮັບປະໂຫຍດແນວໃດຈາກການສອນໂດຍໃຊ້ຂໍ້ພະຄຳພີຢູ່ການປະຊຸມ?
13 ຕອນທີ່ພີ່ນ້ອງຍິງຄົນໜຶ່ງໃນປະເທດອົດສະຕຣາລີຍັງນ້ອຍ ມີຫຼາຍເລື່ອງທີ່ບໍ່ດີເກີດຂຶ້ນກັບລາວ ແລະເຖິງວ່າລາວຈະຮູ້ຈັກພະເຢໂຫວາແລະໄດ້ອຸທິດຕົວແລ້ວ ແຕ່ລາວກໍບໍ່ເຊື່ອຢ່າງເຕັມທີວ່າພະເຢໂຫວາຮັກລາວ. ໃນການປະຊຸມ ພີ່ນ້ອງຍິງຄົນນີ້ໄດ້ຍິນຂໍ້ພະຄຳພີໜຶ່ງທີ່ສົ່ງຜົນຕໍ່ຄວາມຮູ້ສຶກຂອງລາວຫຼາຍ. ລາວຈຶ່ງຄິດຕຶກຕອງແລະຄົ້ນຄວ້າກ່ຽວກັບຂໍ້ນັ້ນເຊິ່ງເຮັດໃຫ້ລາວໄດ້ອ່ານຂໍ້ພະຄຳພີອື່ນໆນຳອີກ. ໃນທີ່ສຸດ ລາວກໍໝັ້ນໃຈວ່າພະເຢໂຫວາຮັກລາວ.a (ເບິ່ງໄຂເງື່ອນ) ເມື່ອເຈົ້າໄປປະຊຸມປະຈຳປະຊາຄົມ ປະຊຸມໝວດ ແລະປະຊຸມພາກ ເຈົ້າເຄີຍມີປະສົບການແບບນີ້ບໍທີ່ໄດ້ຍິນຂໍ້ພະຄຳພີໜຶ່ງທີ່ຖືກໃຈແລ້ວສົ່ງຜົນຕໍ່ຊີວິດຂອງເຈົ້າ?—ເນເຫມີ 8:12
14. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮັກແລະເຫັນຄຸນຄ່າພະຄຳຂອງພະເຈົ້າ?
14 ເຮົາຮູ້ສຶກຂອບໃຈພະເຢໂຫວາແທ້ໆທີ່ມີຄຳພີໄບເບິນ. ພະອົງສັນຍາວ່າພະຄຳຂອງພະອົງຈະຄົງຢູ່ຕະຫຼອດໄປ ແລະພະອົງກໍຮັກສາສັນຍາ. (1 ເປໂຕ 1:24, 25) ດັ່ງນັ້ນ ເຮົາຕ້ອງອ່ານຄຳພີໄບເບິນເປັນປະຈຳໃຫ້ໄດ້ ແລະນຳມາໃຊ້ໃນຊີວິດຂອງເຮົາລວມທັງໃຊ້ເພື່ອຊ່ວຍຄົນອື່ນ. ເມື່ອເຮົາເຮັດແບບນີ້ ກໍສະແດງວ່າເຮົາຮັກແລະເຫັນຄຸນຄ່າຄຳພີໄບເບິນເຊິ່ງເປັນສົມບັດຈາກພະເຈົ້າ ແລະສຳຄັນທີ່ສຸດແມ່ນເຮົາຮັກແລະຂອບໃຈພະເຢໂຫວາພະເຈົ້າຜູ້ແຕ່ງຄຳພີໄບເບິນ.