ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ຄຳພີໄບເບິນສະບັບແປໂລກໃໝ່

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

ເຢເຣມີຢາ

ໃຈ​ຄວາມ​ສຳຄັນ

  • 1

    • ເຢເຣມີຢາ​ຖືກ​ແຕ່ງຕັ້ງ​ເປັນ​ຜູ້​ພະຍາກອນ (1-10)

    • ນິມິດ​ເລື່ອງ​ຕົ້ນ​ແອວມ້ອນ (11, 12)

    • ນິມິດ​ເລື່ອງ​ໝໍ້ (13-16)

    • ພະເຈົ້າ​ເຮັດ​ໃຫ້​ເຢເຣມີຢາ​ເຂັ້ມ​ແຂງ​ເພື່ອ​ຈະ​ເຮັດ​ວຽກ​ມອບໝາຍ (17-19)

  • 2

    • ອິດສະຣາເອນ​ປະຖິ້ມ​ພະ​ເຢໂຫວາ​ໄປ​ຫາ​ພະເຈົ້າ​ອື່ນ (1-37)

      • ອິດສະຣາເອນ​ເປັນ​ຄື​ກັບ​ເຄືອ​ໝາກ​ລະແຊັງ​ປ່າ (21)

      • ເຄື່ອງ​ນຸ່ງ​ຂອງ​ອິດສະຣາເອນ​ເປື້ອນ​ເລືອດ (34)

  • 3

    • ອິດສະຣາເອນ​ທໍລະຍົດ​ພະເຈົ້າ (1-5)

    • ອິດສະຣາເອນ​ກັບ​ຢູດາ​ມີ​ຄວາມ​ຜິດ​ຍ້ອນ​ຫຼິ້ນ​ຊູ້ (6-11)

    • ພະເຈົ້າ​ຂໍ​ຮ້ອງ​ໃຫ້​ກັບ​ໃຈ (12-25)

  • 4

    • ການ​ກັບ​ໃຈ​ເຮັດ​ໃຫ້​ໄດ້​ຮັບ​ພອນ (1-4)

    • ຄວາມ​ຈິບຫາຍ​ມາ​ຈາກ​ທາງ​ເໜືອ (5-18)

    • ເຢເຣມີຢາ​ທຸກໃຈ​ຫຼາຍ​ຍ້ອນ​ຄວາມ​ຈິບຫາຍ​ທີ່​ຈະ​ເກີດ​ຂຶ້ນ (19-31)

  • 5

    • ປະຊາຊົນ​ບໍ່​ຍອມຮັບ​ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ (1-13)

    • ຖືກ​ທຳລາຍ​ແຕ່​ບໍ່​ແມ່ນ​ຈົນ​ໝົດ (14-19)

    • ພະ​ເຢໂຫວາ​ໃຫ້​ປະຊາຊົນ​ຮັບ​ຜິດ​ຊອບ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ (20-31)

  • 6

    • ເມືອງ​ເຢຣູຊາເລັມ​ໃກ້​ຈະ​ຖືກ​ລ້ອມ (1-9)

    • ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ເຢຣູຊາເລັມ (10-21)

      • ບອກ​ວ່າ “ມີ​ຄວາມ​ສະຫງົບສຸກ​ແລ້ວ!” ທັງ​ໆ​ທີ່​ບໍ່​ໄດ້​ມີ​ຄວາມ​ສະຫງົບສຸກ (14)

    • ການ​ໂຈມຕີ​ທີ່​ໂຫດຫ້ຽມ​ຈາກ​ທາງ​ເໜືອ (22-26)

    • ເຢເຣມີຢາ​ເປັນ​ຄື​ກັບ​ຊ່າງ​ຫຼອມ​ເງິນ (27-30)

  • 7

    • ໄວ້ໃຈ​ວິ⁠ຫານ​ຂອງ​ພະ​ເຢໂຫວາ​ແບບ​ບໍ່​ຖືກຕ້ອງ (1-11)

    • ວິ⁠ຫານ​ຈະ​ເປັນ​ຄື​ກັບ​ເມືອງ​ຊີໂລ (12-15)

    • ພະເຈົ້າ​ຕຳໜິ​ການ​ນະມັດສະການ​ປອມ (16-34)

      • ການ​ນະມັດສະການ “ລາຊີນີ​ແຫ່ງ​ສະຫວັນ” (18)

      • ການ​ເຜົາ​ບູ⁠ຊາ​ລູກ​ຊາຍ​ລູກ​ສາວ​ຢູ່​ຮ່ອມພູ​ຮິນໂນມ (31)

  • 8

    • ປະຊາຊົນ​ເລືອກ​ເຮັດ​ຕາມ​ຄົນ​ສ່ວນ​ຫຼາຍ (1-7)

    • ບໍ່​ສະຫຼາດ​ຖ້າ​ບໍ່​ເຮັດ​ຕາມ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ (8-17)

    • ເຢເຣມີຢາ​ຮູ້ສຶກ​ເຈັບ​ປວດ​ຍ້ອນ​ບາດ​ແຜ​ຂອງ​ຢູດາ (18-22)

      • “ຢູ່​ກິລຽດ​ບໍ່​ມີ​ນ້ຳມັນ​ຫອມ​ບໍ?” (22)

  • 9

    • ເຢເຣມີຢາ​ໂສກ​ເສົ້າ​ຫຼາຍ (1-3​ກ)

    • ພະ​ເຢໂຫວາ​ຈະ​ໃຫ້​ຢູດາ​ຮັບ​ຜິດ​ຊອບ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ (3​ຂ-16)

    • ເພງ​ໂສກ​ເສົ້າ​ກ່ຽວ​ກັບ​ຢູດາ (17-22)

    • ອວດ​ວ່າ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ (23-26)

  • 10

    • ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​ກັບ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ (1-16)

    • ໃກ້​ຈະ​ຖືກ​ທຳລາຍ​ແລະ​ໄປ​ເປັນ​ຊະເລີຍ (17, 18)

    • ເຢເຣມີຢາ​ໂສກ​ເສົ້າ (19-22)

    • ຄຳ​ອະທິດຖານ​ຂອງ​ຜູ້​ພະຍາກອນ (23-25)

      • ມະນຸດ​ບໍ່​ສາມາດ​ກຳນົດ​ບາດ​ກ້າວ​ຂອງ​ໂຕເອງ (23)

  • 11

    • ຢູດາ​ບໍ່​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ກັບ​ພະເຈົ້າ (1-17)

      • ມີ​ພະເຈົ້າ​ຫຼາຍ​ສ່ຳ​ກັບ​ເມືອງ (13)

    • ເຢເຣມີຢາ​ເປັນ​ຄື​ກັບ​ແກະ​ນ້ອຍ​ທີ່​ຈະ​ຖືກ​ພາ​ໄປ​ຂ້າ (18-20)

    • ເຢເຣມີຢາ​ຖືກ​ຄົນ​ບ້ານ​ດຽວ​ກັນ​ຕໍ່ຕ້ານ (21-23)

  • 12

    • ເຢເຣມີຢາ​ຈົ່ມ​ໃຫ້​ພະເຈົ້າ​ຟັງ (1-4)

    • ພະ​ເຢໂຫວາ​ຕອບ (5-17)

  • 13

    • ຜ້າ​ມັດ​ແອວ​ໂດກ​ແລະ​ໃຊ້​ບໍ່​ໄດ້ (1-11)

    • ໄຫ​ເຫຼົ້າແວງ​ຖືກ​ທຳລາຍ (12-14)

    • ຢູດາ​ທີ່​ບໍ່​ຍອມ​ກັບໃຈ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ (15-27)

      • ‘ຄົນ​ກູເຊ​ປ່ຽນ​ສີ​ຜິວ​ຂອງ​ໂຕເອງ​ໄດ້​ບໍ?’ (23)

  • 14

    • ຄວາມ​ແຫ້ງ​ແລ້ງ ຄວາມ​ອຶດຢາກ ແລະ​ດາບ (1-12)

    • ຜູ້​ພະຍາກອນ​ປອມ​ຖືກ​ຕຳໜິ (13-18)

    • ເຢເຣມີຢາ​ຮູ້​ວ່າ​ປະຊາຊົນ​ໄດ້​ເຮັດ​ຜິດ (19-22)

  • 15

    • ພະ​ເຢໂຫວາ​ຈະ​ບໍ່​ປ່ຽນ​ການ​ຕັດສິນ​ຂອງ​ເພິ່ນ (1-9)

    • ເຢເຣມີຢາ​ຈົ່ມ​ໃຫ້​ພະເຈົ້າ​ຟັງ (10)

    • ພະ​ເຢໂຫວາ​ຕອບ (11-14)

    • ຄຳ​ອະທິດຖານ​ຂອງ​ເຢເຣມີຢາ (15-18)

      • ກິນ​ຄຳ​ເວົ້າ​ຂອງ​ພະເຈົ້າ​ແລ້ວ​ມີ​ຄວາມ​ສຸກ (16)

    • ພະ​ເຢໂຫວາ​ເຮັດ​ໃຫ້​ເຢເຣມີຢາ​ເຂັ້ມແຂງ (19-21)

  • 16

    • ເຢເຣມີຢາ​ຕ້ອງ​ບໍ່​ແຕ່ງດອງ ບໍ່​ໄວ້ທຸກ ແລະ​ບໍ່​ໄປ​ງານ​ລ້ຽງ (1-9)

    • ການ​ລົງໂທດ​ແລະ​ການ​ກັບ​ມາ​ເປັນ​ຄື​ເກົ່າ (10-21)

  • 17

    • ບາບ​ຂອງ​ຢູດາ​ຝັງ​ເລິກ (1-4)

    • ຄົນ​ທີ່​ໄວ້ໃຈ​ພະ​ເຢໂຫວາ​ໄດ້​ຮັບ​ພອນ (5-8)

    • ຫົວໃຈ​ທໍລະຍົດ (9-11)

    • ພະ​ເຢໂຫວາ​ຜູ້​ເປັນ​ຄວາມ​ຫວັງ​ຂອງ​ອິດສະຣາເອນ (12, 13)

    • ຄຳ​ອະທິດຖານ​ຂອງ​ເຢເຣມີຢາ (14-18)

    • ໃຫ້​ຖື​ວ່າ​ວັນ​ຊະບາໂຕ​ເປັນ​ມື້​ທີ່​ສັກສິດ (19-27)

  • 18

    • ດິນ​ດາກ​ໃນ​ມື​ຂອງ​ຊ່າງ​ປັ້ນ​ໝໍ້ (1-12)

    • ພະ​ເຢໂຫວາ​ຫັນ​ຫຼັງ​ໃສ່​ອິດສະຣາເອນ (13-17)

    • ວາງ​ແຜນ​ທຳຮ້າຍ​ເຢເຣມີຢາ; ເຢເຣມີຢາ​ອະທິດຖານ​ຫາ​ພະເຈົ້າ (18-23)

  • 19

    • ເຢເຣມີຢາ​ຕ້ອງ​ທຸບ​ໂຖ​ດິນ​ໃຫ້​ແຕກ (1-15)

      • ເດັກນ້ອຍ​ຖືກ​ເຜົາ​ເປັນ​ເຄື່ອງ​ບູ⁠ຊາ​ໃຫ້​ພະ​ບາອານ (5)

  • 20

    • ປັດຊູ​ຕີ​ເຢເຣມີຢາ (1-6)

    • ເຢເຣມີຢາ​ເຊົາ​ປະກາດ​ບໍ່​ໄດ້ (7-13)

      • ຄຳ​ເວົ້າ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ໄຟ (9)

      • ພະ​ເຢໂຫວາ​ເປັນ​ຄື​ກັບ​ທະຫານ​ທີ່​ເກັ່ງ​ໆ​ແລະ​ເປັນ​ຕາ​ຢ້ານ (11)

    • ເຢເຣມີຢາ​ຈົ່ມ​ໃຫ້​ພະເຈົ້າ​ຟັງ (14-18)

  • 21

    • ພະ​ເຢໂຫວາ​ບໍ່​ເຮັດ​ຕາມ​ທີ່​ເຊເດກີຢາ​ຂໍ (1-7)

    • ປະຊາຊົນ​ຕ້ອງ​ເລືອກ​ລະຫວ່າງ​ຊີວິດ​ແລະ​ຄວາມ​ຕາຍ (8-14)

  • 22

    • ການ​ຕັດສິນ​ຕໍ່​ກະ⁠ສັດ​ຊົ່ວ (1-30)

      • ກ່ຽວ​ກັບ​ຊາລຶມ (10-12)

      • ກ່ຽວ​ກັບ​ເຢໂຮຢາກີມ (13-23)

      • ກ່ຽວ​ກັບ​ໂກນີຢາ (24-30)

  • 23

    • ຜູ້​ລ້ຽງ​ແກະ​ທີ່​ດີ​ແລະ​ບໍ່​ດີ (1-4)

    • ຄວາມ​ປອດໄພ​ພາຍ​ໃຕ້​ການ​ປົກຄອງ​ຂອງ “ກະ⁠ສັດ​ທີ່​ຍຸຕິທຳ” (5-8)

    • ຜູ້​ພະຍາກອນ​ປອມ​ຖືກ​ຕຳໜິ (9-32)

    • “ຂ່າວ​ສານ​ທີ່​ເປັນ​ພາລະ​ໜັກ” ຈາກ​ພະ​ເຢໂຫວາ (33-40)

  • 24

    • ໝາກເດື່ອ​ດີ​ແລະ​ບໍ່​ດີ (1-10)

  • 25

    • ພະ​ເຢໂຫວາ​ມີ​ຄະດີ​ກັບ​ຊາດ​ຕ່າງ​ໆ (1-38)

      • ຊາດ​ຕ່າງ​ໆ​ຈະ​ຮັບ​ໃຊ້​ບາບີໂລນ 70 ປີ (11)

      • ຈອກ​ເຫຼົ້າແວງ​ຂອງ​ຄວາມ​ໃຈ​ຮ້າຍ​ຈາກ​ພະເຈົ້າ (15)

      • ຄວາມ​ຈິບຫາຍ​ແພ່​ກະຈາຍ​ຈາກ​ຊາດ​ໜຶ່ງ​ໄປ​ອີກ​ຊາດ​ໜຶ່ງ (32)

      • ຄົນ​ທີ່​ຖືກ​ພະ​ເຢໂຫວາ​ຂ້າ (33)

  • 26

    • ເຢເຣມີຢາ​ຖືກ​ຂູ່​ວ່າ​ຈະ​ຖືກ​ຂ້າ (1-15)

    • ເຢເຣມີຢາ​ລອດ​ຊີວິດ (16-19)

      • ເອົາ​ຄຳ​ພະຍາກອນ​ຂອງ​ມີກາ​ຂຶ້ນ​ມາ​ເວົ້າ (18)

    • ຜູ້​ພະຍາກອນ​ອຸຣີຢາ (20-24)

  • 27

    • ແອກ​ຂອງ​ບາບີໂລນ (1-11)

    • ບອກ​ເຊເດກີຢາ​ໃຫ້​ຍອມຮັບ​ໃຊ້​ບາບີໂລນ (12-22)

  • 28

    • ເຢເຣມີຢາ​ກັບ​ຜູ້​ພະຍາກອນ​ປອມ​ຮານານີຢາ (1-17)

  • 29

    • ເຢເຣມີຢາ​ຂຽນ​ຈົດໝາຍ​ຫາ​ຄົນ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ (1-23)

      • ອິດສະຣາເອນ​ຈະ​ກັບ​ມາ​ຫຼັງ​ຈາກ 70 ປີ (10)

    • ຂ່າວ​ສານ​ເຖິງ​ເຊມາຢາ (24-32)

  • 30

    • ຄຳ​ສັນຍາ​ວ່າ​ຈະ​ໃຫ້​ກັບ​ມາ​ເປັນ​ຄື​ເກົ່າ​ແລະ​ຈະ​ຖືກ​ປິ່ນປົວ (1-24)

  • 31

    • ຄົນ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຈະ​ກັບ​ມາ​ຢູ່​ແຜ່ນດິນ​ຂອງ​ໂຕເອງ (1-30)

      • ຣາເຄນ​ຮ້ອງໄຫ້​ຍ້ອນ​ພວກ​ລູກ​ຂອງ​ລາວ (15)

    • ສັນຍາ​ໃໝ່ (31-40)

  • 32

    • ເຢເຣມີຢາ​ຊື້​ດິນ (1-15)

    • ຄຳ​ອະທິດຖານ​ຂອງ​ເຢເຣມີຢາ (16-25)

    • ພະ​ເຢໂຫວາ​ຕອບ (26-44)

  • 33

    • ຄຳ​ສັນຍານ​ວ່າ​ຈະ​ມີ​ການ​ຟື້ນຟູ (1-13)

    • ຄວາມ​ປອດໄພ​ພາຍ​ໃຕ້​ການ​ປົກຄອງ​ຂອງ ‘ກະ⁠ສັດ​ທີ່​ຍຸຕິທຳ’ (14-16)

    • ສັນຍາ​ທີ່​ເຮັດ​ກັບ​ດາວິດ​ແລະ​ປະໂລຫິດ (17-26)

      • ສັນຍາ​ທີ່​ເຮັດ​ກັບ​ກາງເວັນ​ແລະ​ກາງຄືນ (20)

  • 34

    • ຄຳ​ຕັດສິນ​ຕໍ່​ເຊເດກີຢາ (1-7)

    • ຜິດ​ສັນຍາ​ເລື່ອງ​ການ​ປ່ອຍ​ທາດ (8-22)

  • 35

    • ລູກ​ຫຼານ​ຂອງ​ເຣກາບ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ເຊື່ອຟັງ (1-19)

  • 36

    • ເຢເຣມີຢາ​ບອກ​ໃຫ້​ຂຽນ​ໃສ່​ມ້ວນ​ໜັງສື​ຕາມ​ຄຳ​ເວົ້າ​ຂອງ​ລາວ (1-7)

    • ບາຣຸກ​ອ່ານ​ມ້ວນ​ໜັງສື​ໃຫ້​ປະຊາຊົນ​ຟັງ (8-19)

    • ເຢໂຮຢາກີມ​ຈູດ​ມ້ວນ​ໜັງສື (20-26)

    • ຂຽນ​ເລື່ອງ​ເກົ່າ​ໃສ່​ມ້ວນ​ໜັງສື​ໃໝ່ (27-32)

  • 37

    • ຄົນ​ການເດອາ​ຖອຍ​ກອງທັບ​ຊົ່ວຄາວ (1-10)

    • ເຢເຣມີຢາ​ຖືກ​ຈັບ​ເຂົ້າ​ຄຸກ (11-16)

    • ເຊເດກີຢາ​ມາ​ພົບ​ກັບ​ເຢເຣມີຢາ (17-21)

      • ເຢເຣມີຢາ​ໄດ້​ຮັບ​ເຂົ້າຈີ່ (21)

  • 38

    • ເຢເຣມີຢາ​ຖືກ​ຖິ້ມ​ລົງ​ນ້ຳ​ສ້າງ (1-6)

    • ເອເບັດເມເລັກ​ຊ່ວຍ​ເຢເຣມີຢາ (7-13)

    • ເຢເຣມີຢາ​ຂໍ​ໃຫ້​ເຊເດກີຢາ​ຍອມແພ້ (14-28)

  • 39

    • ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (1-10)

      • ເຊເດກີຢາ​ໜີ​ແລະ​ຖືກ​ຈັບ​ໄດ້ (4-7)

    • ເຢເຣມີຢາ​ໄດ້​ຮັບ​ການ​ປົກປ້ອງ (11-14)

    • ເອເບັດເມເລັກ​ຈະ​ລອດ​ຊີວິດ (15-18)

  • 40

    • ເນບູ⁠ຊາຣາດານ​ປ່ອຍ​ເຢເຣມີຢາ (1-6)

    • ເກດາລີຢາ​ຖືກ​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ແຜ່ນດິນ (7-12)

    • ວາງ​ແຜນ​ກຳຈັດ​ເກດາລີຢາ (13-16)

  • 41

    • ເກດາລີຢາ​ຖືກ​ອິດຊະມາເອນ​ຂ້າ (1-10)

    • ອິດຊະມາເອນ​ໜີ​ໂຢຮານານ (11-18)

  • 42

    • ປະຊາຊົນ​ຂໍ​ໃຫ້​ເຢເຣມີຢາ​ອະທິດຖານ​ຖາມ​ພະເຈົ້າ (1-6)

    • ພະ​ເຢໂຫວາ​ຕອບ​ວ່າ “ຢ່າ​ໄປ​ເອຢິບ” (7-22)

  • 43

    • ປະຊາຊົນ​ບໍ່​ເຊື່ອຟັງ​ແລະ​ໄປ​ເອຢິບ (1-7)

    • ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ຢູ່​ເອຢິບ (8-13)

  • 44

    • ບອກ​ລ່ວງ​ໜ້າ​ວ່າ​ຄົນ​ຢິວ​ທີ່​ອາໄສ​ຢູ່​ເອຢິບ​ຈະ​ຈິບຫາຍ (1-14)

    • ປະຊາຊົນ​ບໍ່​ຟັງ​ຄຳ​ເຕືອນ​ຂອງ​ພະເຈົ້າ (15-30)

      • ນະມັດສະການ “ລາຊີນີ​ແຫ່ງ​ສະຫວັນ” (17-19)

  • 45

    • ພະ​ເຢໂຫວາ​ສົ່ງ​ຂ່າວ​ຫາ​ບາຣຸກ (1-5)

  • 46

    • ຄຳ​ພະຍາກອນ​ກ່ຽວ​ກັບ​ເອຢິບ (1-26)

      • ເອຢິບ​ຈະ​ຖືກ​ເນບູກາດເນັດຊາ​ເອົາ​ຊະນະ (13, 26)

    • ຄຳ​ສັນຍາ​ທີ່​ໃຫ້​ອິດສະຣາເອນ (27, 28)

  • 47

    • ຄຳ​ພະຍາກອນ​ກ່ຽວ​ກັບ​ພວກ​ຟີລິດສະຕີນ (1-7)

  • 48

    • ຄຳ​ພະຍາກອນ​ກ່ຽວ​ກັບ​ໂມອາບ (1-47)

  • 49

    • ຄຳ​ພະຍາກອນ​ກ່ຽວ​ກັບ​ອຳໂມນ (1-6)

    • ຄຳ​ພະຍາກອນ​ກ່ຽວ​ກັບ​ເອໂດມ (7-22)

      • ເອໂດມ​ຈະ​ບໍ່​ມີ​ອີກ​ແລ້ວ (17, 18)

    • ຄຳ​ພະຍາກອນ​ກ່ຽວ​ກັບ​ເມືອງ​ດາມາເຊ (23-27)

    • ຄຳ​ພະຍາກອນ​ກ່ຽວ​ກັບ​ເກດາ​ແລະ​ຮາໂສ (28-33)

    • ຄຳ​ພະຍາກອນ​ກ່ຽວ​ກັບ​ເອລາມ (34-39)

  • 50

    • ຄຳ​ພະຍາກອນ​ກ່ຽວ​ກັບ​ບາບີໂລນ (1-46)

      • ໃຫ້​ໜີ​ອອກ​ຈາກ​ບາບີໂລນ (8)

      • ອິດສະຣາເອນ​ຈະ​ກັບ​ມາ (17-19)

      • ແມ່​ນ້ຳ​ຂອງ​ບາບີໂລນ​ຈະ​ແຫ້ງ (38)

      • ບາບີໂລນ​ຈະ​ບໍ່​ມີ​ຄົນ​ອາໄສ​ຢູ່ (39, 40)

  • 51

    • ຄຳ​ພະຍາກອນ​ກ່ຽວ​ກັບ​ບາບີໂລນ (1-64)

      • ບາບີໂລນ​ຈະ​ຖືກ​ຄົນ​ເມເດຍ​ເອົາ​ຊະນະ​ແບບ​ກະທັນຫັນ (8-12)

      • ໂຍນ​ມ້ວນ​ໜັງສື​ຖິ້ມ​ລົງ​ແມ່​ນ້ຳ​ເອິຟາຣາດ (59-64)

  • 52

    • ເຊເດກີຢາ​ກະບົດ​ຕໍ່​ບາບີໂລນ (1-3)

    • ເນບູກາດເນັດຊາ​ລ້ອມ​ເມືອງ​ເຢຣູຊາເລັມ (4-11)

    • ການ​ທຳລາຍ​ເມືອງ​ແລະ​ວິ⁠ຫານ (12-23)

    • ປະຊາຊົນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ (24-30)

    • ເຢໂຮຢາກິນ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ (31-34)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌